ປວັດສາຕການເມືອງລາວ ຮ່ວມສມັຍ ຕອນທີ 26
ວຽງໄຊ
2022.01.09
2022.01.09
ຣາຍການປວັດສາຕ ຮ່ວມສມັຍ ຕັ້ງແຕ່ເວລາ ປະເທດລາວ ໄດ້ພົ້ນຈາກ ການເປັນ ຫົວເມືອງຂຶ້ນ ຂອງປະເທດຝຣັ່ງເສສ ຈົນເຖິງເວລາ ມີການປ່ຽນແປງ ລະບອບ ການປົກຄອງ ໃນປີ 1975.
ສະຫະຣັຖ ອາເມຣິກາ ສເນີໃຫ້ ການຊ່ວຍເຫຼືອ ແກ່ກອງທັບ ແຫ່ງຊາຕລາວ ເພື່ອໃຊ້ແທນ ອາວຸດຍຸໂທປະກອນເກົ່າແກ່ ລ້າສມັຍ ຊຶ່ງຝຣັງເສສ ໄດ້ປະໄວ້ໃຫ້ ເວລາຖອນກໍາລັງ ຂອງຕົນອອກຈາກ ຣາຊອານາຈັກລາວ ຕາມການຕົກລົງ ຂອງນາໆຊາຕ ທີ່ກອງປະຊຸມ ວ່າດ້ວຍ ການຍຸຕິສົງຄາມ ໃນອິນດູຈີນ ທີ່ນະຄອນເຈັນເນວາ (Geneve) ໃນປີ 1954. ວຽງໄຊ ມີຣາຍລະອຽດ ມາສເນີທ່ານ ໃນອັນດັບຕໍ່ໄປ.
ເຊີນທ່ານຮັບຟັງ ຕອນທີ 26 ໄດ້.