ຈ.ມ ຈາກຜູ້ຟັງ 01/08/22
2022.01.08

ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ຣົຖໄຟລາວ-ຈີນ ເປີດໃຊ້ ທ່າມກາງ ຄວາມເປັນຫ່ວງ ໜີ້ສິນ, ຄົນຂັບຣົຖ ຂົນສົ່ງສິນຄ້າຄົນລາວ ຕີກັນກັບຄົນຈີນ, ຄົນງານລາວຫຼາຍຄົນ ທີ່ຖືກຕົວະ ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ, ການຊົດເຊີຍຄວາມເສັຽຫາຍ ໃຫ້ແກ່ຜູ້ໄດ້ຮັບຜົລກະທົບ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ ຢູ່ນະຄອນຫລວງວຽງຈັນ ຍັງບໍ່ສາມາດຕົກລົງ ຄ່າຊົດເຊີຍກັບຊາວບ້ານໄດ້ ແລະ ຂ່າວອື່ນ.
ຄວາມເຫັນບາງຕອນ:
ກ່ຽວກັບຂ່າວ “ຣົຖໄຟລາວ-ຈີນ ເປີດໃຊ້ ທ່າມກາງ ຄວາມເປັນຫ່ວງ ໜີ້ສິນ”
“ອີກບໍ່ດົນລົດຕູ້ ທີ່ໃຊ້ຂົນສົ່ງສິນຄ້າ ເຂົ້າຜ່ານມາລາວນັ້ນ ຈະບັນຈຸ ແຕ່ຄົນເຈັກຄົນຈີນ ແລ້ວ ລັກເອົາມາເທລົງ ທີ່ປະເທດລາວໂດຍ ບໍ່ມີຜູ້ໃດ ຈະຮູ້ຈະເຫັນຫຍັງຫມົດ... ປັດໃຈຂອງການພັດທະນາ ເປັນຂອງຈີນທັງຫມົດ - ບໍ່ວ່າທັງເງິນທຶນ ທັງເທັກໂນໂລຈີ ແລະ ທັງບຸກຄະລາກອນ ຊ່ຽວຊານ - ຫມາຍຄວາມວ່າ ພັກປະຕິວັດ ປະຊາຊົນລາວ ຂາດຄວາມສາມາດໃນການສ້າງປັດໃຈ ແມ້ແຕ່ປັດໃຈດຽວ…”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)