ນາຍົກຊີ້ແຈງ ລາວບໍ່ໄດ້ ຕິດກັບດັກ ໜີ້ຈີນ

0:00 / 0:00

ຣາຍ​ການ “ມາ​ຟັງ​ນຳ​ກັນ” ສັ​ປ​ດາ​ນີ້ ໄມ​ຊູ​ລີ ແລະ ໄຊ​ຍາ ຈະ​ນຳ​ເອົາ ບັນ​ຫາ​ເຣື່ອງ​ໜີ້​ສິນ ໂຄງ​ການ​ທາງ​ຣົ​ຖ​ໄຟ​ ລາວ-ຈີນ ທີ່ໄດ້​ເປີດ​ບໍ​ຣິ​ການ ເມື່ອ​ຕົ້ນ​ເດືອນ​ທັນ​ວາ ປີ 2021, ຊຶ່ງ ນັກ​ວິ​ຊາ​ການ, ນັກ​ວິ​ເຄາະ ແລະ ສື່ມວນ​ຊົນ ຫຼາຍ​ຄົນ ເວົ້າ​ວ່າ ສ​ປ​ປ​ລາວ ຕົກ​ຢູ່​ໃນ​ກັບ​ດັກ​ໜີ້​ຈີນ ຄື​ກັບ​ຫຼາຍ​ປະ​ເທດ ທີ່​ຈີນ ໃຫ້​ຢືມ​ເງິນ ແຕ່ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ຂອງ ສ​ປ​ປ​ລາວ ຊີ້​ແຈງວ່າ ບໍ່​ແມ່ນ​ກັບ​ດັກ ແຕ່​ເປັນ​ການ​ສ້າງ​ໂອ​ກາດ ໃນ​ການ​ຂ​ຍາຍ​ ເສ​ຖ​ກິ​ຈ.

ເຊີນ​ທ່ານ ຮັບ​ຟັງ​ໄດ້.

ໄມ​ຊູ​ລີ​: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ກັບມາພົບກັບ ຣາຍການ “ມາຟັງນຳກັນ” ເຊິ່ງເປັນຣາຍການນຳສເນີ ເຫດການເດັ່ນ ໃນຮອບສັປດາ ຜ່ານມາ. ສຳລັບມື້ນີ້ ຫົວຂໍ້ ທີ່ຈະຣາຍງານ ແມ່ນ ນາຍົກລາວ ຊີ້ແຈງ ທາງຣົຖໄຟ ລາວ-ຈີນ ບໍ່ແມ່ນ ກັບດັກໜີ້ຈີນ. ທ່ານ ຜູ້ຟັງທ່ານໃດ ມີຄວາມສົນໃຈ ຕ້ອງການໃຫ້ທີມງານ ສັມພາດ ບັນຫາຂອງທ່ານ ມາອອກຣາຍການ ຂອງພວກເຮົາ ກະຣຸນາສົ່ງ ເບີໂທຣະສັບ ຂອງທ່ານ ໃສ່ອິນບ໊ອກ ເຟ​ສ​ບຸກ​ຄ໌ ທີ່ກຳລັງອອກຣາຍການ ໃນຂນະນີ້, ແລ້ວພວກເຮົາ ຈະຕິດຕໍ່ຫາ. ຜ່ານມາກໍມີ ຫຼາຍທ່ານ ທີ່ໄດ້ປະກອບສ່ວນ ໃຫ້ພວກເຮົາ ໂທສັມພາດ ເພື່ອນຳເອົາເນື້ອໃນ ທີ່ຖືກຕ້ອງມາອອກຣາຍການ.

ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊ​ຍາ: ສະບາຍດີ ທ່ານຜູ້ຟັງ ໃນປີ 2022 ນີ້ ພວກເຮົາ ກໍຍັງຄົງ ດຳເນີນຣາຍການ ໃຫ້ທ່ານໄດ້ຮັບຮູ້ຂ່າວສານຂໍ້ມູນ ຕາມຄວາມເປັນຈິງ. ເຖິງຢ່າງໃດ ກໍຕາມ, ພວກເຮົາ ກໍພຍາຍາມ ຊອກຫາຂໍ້ມູນທີ່ຖືກຕ້ອງ ໃຫ້ໄດ້ເທົ່າທີ່ ຫາໄດ້ ມາສເນີໃຫ້ທ່ານ ໄດ້ຮັບຟັງກັນ. ແນ່ນອນວ່າ ແນວທາງ ໃນການຳສເນີຂອງພວກເຮົາ ຕ້ອງເປັນຂໍ້ມູນ ທີ່ມີການອ້າງອີງ ພວກເຮົາ ຈຶ່ງສເນີ ອອກໄປ. ການສເນີ ຈະໃຫ້ມີຄວາມສົມດຸນກັນ ເປັນກາງ ບໍ່ເຂົ້າຂ້າງຝ່າຍໃດນຶ່ງ, ນີ້ແມ່ນ ເປົ້າໝາຽ ການນຳສເນີຂ່າວ ທີ່ມີມູນຄວາມຈິງ ຂອງພວກເຮົາ. ຜ່ານມາຫຼາຍທ່ານ ກໍໄດ້ໃຫ້ ການຮ່ວມມື ທັງທາງກົງ ແລະ ທາງອ້ອມ. ບາງທ່ານ ກໍອອກສຽງສັມພາດ, ບາງທ່ານ ກໍປິດບັງ, ອັນນີ້ ກໍແລ້ວແຕ່ ຄວາມສະດວກ ແຕ່ການນຳສເນີຂ່າວ ຕ້ອງຢູ່ບົນພື້ນຖານ ຂອງຄວາມເປັນຈິງ.

ປະເດັນ ໃນມື້ນີ້ ມາເວົ້າເຖິງ ທາງຣົຖໄຟ ລາວ-ຈີນ ທີ່ກຳລັງ ເປັນປະເດັນຮ້ອນ ແຊງໜ້າຂ່າວ ການຣະບາດ ຂອງເຊື້ອໂຄວິດ-19 ທີ່ລາວ ກຳລັງປະເຊີນ ຢູ່ໃນຂນະນີ້. ມື້ນີ້ ມາເວົ້າເຖິງ ທ່ານ ພັນຄຳ ວິພາວັນ ນາຍົກ ຣັຖມົນຕຣີລາວ ໄດ້ອອກມາຊີ້ແຈງວ່າ: ທາງຣົຖໄຟ ລາວ-ຈີນ ບໍ່ກັບດັກໜີ້ ຂອງຈີນ ແຕ່ເປັນການສ້າງໂອກາດ ໃນການຂຍາຍເສຖກິຈ. ໃນມື້ນີ້ ພວກເຮົາ ມີເອກສານ ທີ່ຣາຍງານເຖິງໜີ້ ສາທາຣະນະຂອງປະເທດລາວ ຢ່າງແຈ່ມ​ແຈ້ງ ມາສເນີ. ຂ້າພະເຈົ້າ ເຊື່ອວ່າ ຫຼາຍທ່ານ ຄົງຕ້ອງການຮູ້ວ່າ ຈີນມາລົງທຶນ ໃນລາວ ຫຼາຍປານໃດ ທີ່ສຳຄັນລາວ ຕິດໜີ້ຈີນ ຫຼາຍປານໃດ ມາສເນີ ເພື່ອໃຫ້ທ່ານ ໄດ້ພິຈາຣະນາ ທີ່ນາຍົກລາວ ໄດ້ຊີ້ແຈງວ່າ ບໍ່ແມ່ນ ກັບດັກໜີ້ ຕາມທີ່ ສື່ຕ່າງປະເທດ ໄດ້ຣາຍງານບໍ່.

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ)