ນັກເຕະບານ ທີມຊາດລາວ ຖືກ FIFA ລົງໂທດ

ສຸພັດຕາ
2022.01.10
ນັກເຕະບານ ທີມຊາດລາວ ຖືກ FIFA ລົງໂທດ ຍານາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນເຕະບານ ແຫ່ງຊາດ ຖແລງຂ່າວ FIFA ລົງໂທດ ນັກິລາ ເຕະບານ ລາວ 45 ຄົນ, ນະຄອນຫຼວງວຽງຈັນ ວັນທີ 7 ມົກຣາ 2022.
ຮູບພາບຈາກ ວິດີໂອ: LNTV

ນັບແຕ່ອະດີດມາຮອດປັດຈຸບັນ ນັກເຕະບານທີມຊາດລາວ ຖືກສະພັນເຕະບານສາກົລ ຫຼື FIFA ລົງໂທດແລ້ວ 45 ຄົນ ຍ້ອນມີສ່ວນພົວພັນ ກັບການສໍ້ໂກງຜົລການແຂ່ງຂັນ ຫຼືລົ້ມບານ ໂຕຢ່າງ ເປີດໂອກາດໃຫ້ຄູ່ແຂ່ງຂັນ ຍິງປະຕູໄດ້ຫຼາຍ ແລະຮັບເງິນສິນບົນ ເຮັດໃຫ້້ເກີດຜົລກະທົບຕໍ່ການຄັດເລືອກນັກເຕະທີມຊາດ ເພື່ອເຂົ້າຮ່ວມການແຂ່ງຂັນຕ່າງໆ ແລະສ້າງຄວາມເສື່ອມເສັຍຕໍ່ປະເທດຊາດນໍາດ້ວຍ, ອີງຕາມການຣາຍງານຂອງຍານາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນເຕະບານແຫ່ງຊາດລາວ ໃນວັນທີ່ 7 ມົກກະຣາ ປີ 2022 ທີ່ຜ່ານມາ.

ດັ່ງເຈົ້າໜ້າທີ່ ສະຫະພັນບານເຕະແຫ່ງຊາດ ລາວທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 10 ມົກກະຣາ ນີ້ວ່າ:

“ໃນຈໍານວນນັກເຕະບານ 45 ຄົນ ທີ່ຖືກລົງໂທດນັ້ນ ແມ່ນເປັນຈໍານວນທີ່ສະສົມມາຫຼາຍປີ ບໍ່ແມ່ນຈໍານວນນທີ່ເກີດຂຶ້ນໃນປີ 2020 ທີ່ຜ່ານມາ ແຕ່ປີດຽວເທົ່ານັ້ນ ສ່ວນສໍາລັບລາຍຊື່ນັກເຕະ ທີ່ພົວພັນກັບການລົ້ມບານນັ້ນ ທາງສະຫະພັນເຕະບານແຫ່ງຊາດລາວ ບໍ່ສາມາດເປີດເຜີຍຂໍ້ມູນໃຫ້ຮູ້ໄດ້.”

ກ່ຽວກັບເຣື່ອງນີ້ ຊາວລາວທີ່ຕິດຕາມທີມເຕະບານ ທີມຊາດລາວກໍເຊື່ອວ່າ ສາເຫດທີ່ເຮັດໃຫ້ນັກເຕະບານຕັດສິນໃຈ ຮັບຈ້າງສໍ້ໂກງຜົລການແຂ່ງຂັນ ຫຼືລົ້ມບານນັ້ນ ຍ້ອນຕ້ອງການມີລາຍໄດ້ຢ່າງມະຫາສານ ເນື່ອງຈາກເງິນອຸດໜູນ ທີ່ໄດ້ຈາກສະຫະພັນເຕະບານແຫ່ງຊາດລາວນັ້ນ ອາຈບໍ່ພຽງພໍຕໍ່ຄວາມຕ້ອງການຂອງພວກຂະເຈົ້າ.

ດັ່ງຊາວລາວທ່ານນຶ່ງກ່າວວ່າ:

“ມັນກະມີສ່ວນ ຄືເອົາງ່າຍໆ ນັກເຕະລາຍໄດ້ມັນກະຊິບໍ່ເທົ່າກັບບັນດາປະເທດ ອັນນີ້ບໍ່ໄດ້ໝາຍຄວາມວ່າ ນັກເຕະໄປແລ້ວ ຈະບໍ່ມີເງິນມີຄໍາ ເພິ່ນກະມີເງິນໃຫ້ຄືເກົ່າ ແຕ່ວ່າມັນຈະແຕກຕ່າງຄ່າຄອງຊີບ ຄືບາງນັກເຕະເພິ່ນຊື້ຈ້າງແລ້ວຊິໄດ້ເງິນຫຼາຍກວ່າ ແລ້ວຂະເຈົ້າກະເລີຍລົ້ມບານ.”

ທ່ານກ່າວຕື່ມວ່າ ຜູ້ທີ່ຊື້ຈ້າງ ໃຫ້ນັກເຕະບານລາວລົ້ມບານນັ້ນ ກໍບໍ່ຮູ້ຄັກແນ່ວ່າແມ່ນຄົນໃນປະເທດ ຫຼືຕ່າງປະເທດ ແຕ່ກໍເຊື່ອວ່າຈະຕ້ອງກ່ຽວຂ້ອງ ກັບພວກຫຼິ້ນການພະນັນເຕະບານ ແຕ່ເຖິງຢ່າງໃດກໍຕາມ ການທີ່ນັກເຕະບານລາວ ໄປພົວພັນກັບການລົ້ມບານ ກໍໄດ້ສ້າງຄວາມເສັຍຫາຍ ຕໍ່ງົບປະມານຂອງປະເທດ ທີ່ໄດ້ລົງທຶນສ້າງນັກເຕະບານ ໃຫ້ມີສີມືເກ່ັງ ເພື່ອໄປແຂ່ງຂັນກັບປະເທດອື່ນໆ ແຕ່ພັດໃຊ້ຄວາມເກັ່ງຂອງໂຕເອງ ໃນທາງທີ່ຜິດ ຈົນສ້າງຄວາມເສັຍຫາຍຕໍ່ອະນາຄົດ ແລະປະເທດຊາດນໍາດ້ວຍ.

ການລົ້ມບານຂອງນັກເຕະບານດັ່ງກ່າວ ມັກເກີດຂຶ້ນໃນຮູບແບບຕັ້ງໃຈ ຄືປ່ອຍໃຫ້ທີມຄູ່ແຂ່ງຂັນ ມີໂອກາດເຮັດປະຕູໃຫ້ໄດ້ຫຼາຍ ຕາມທີ່ຜູ້ຊື້ຈ້າງໄດ້ກໍານົດໄວ້ ວ່າຈະຕ້ອງປ່ອຍໃຫ້ໃຫ້ເສັຍປະຕູຈັກເທື່ອ ເພື່ອໃຫ້ພວກເຂົາເຈົ້າຊະນະອັດຕຣາພະນັນເຕະບານ ໃນແຕ່ລະຄັ້ງການແຂ່ງຂັນ.

ດັ່ງອະດີດເຈົ້າໜ້າທີ່ລາວ ທ່ານນຶ່ງ ທີ່ເຄີຍເຮັດວຽກທາງດ້ານກິລາ ກ່າວວ່າ:

“ປ່ອຍໃຫ້ເຂົາແຫຼະ ປ່ອຍໃຫ້ໂອກາດ ປ່ອຍປະຕູໃຫ້ເຂົາໄດ້ຫຼາຍ ກໍຊິຍ້ອນສ່ວນຕົວຫັ້ນແຫຼະໂອ່ ເງິນດີກວ່າ ພັກ-ຣັຖຊິບໍ່ຮູ້ໂອ່ ລົງໂທດບໍ່ເຖິງຂັ້ນຖືກຄຸກ ຖືວ່າລົງໂທດແບບວ່າ ບໍ່ໄດ້ເຂົ້າຮ່ວມຕລອດຊີວິດ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສາເຫດທີ່ສະຫະພັນເຕະບານແຫ່ງຊາດລາວ ໄດ້ມີການຣາຍງານດັ່ງກ່າວນັ້ນ ກໍຍ້ອນສະແດງໃຫ້ເຫັນວ່າ ການທີ່ນັກເຕະບານລາວ ພົວພັນກັບການລົ້ມບານນັ້ນ ໄດ້ສົ່ງຜົລເຮັດໃຫ້ທີມຊາດລາວ ບໍ່ປະສົບຜົລສໍາເຣັດໃນແຕ່ລະການແຂ່ງຂັນ ຣະດັບອາຊ້ຽນ ຫຼືເອເຊັຍ ເຊິ່ງຫຼ້າສຸດນີ້ ທີມຊາດລາວ ກໍເຮັດຜົລງານໄດ້ຢ່າງໜ້າຜິດຫວັງໃນການແຂ່ງຂັນເຕະບານ ຣາຍການຊິງແຊ້ມອາຊ້ຽນ ຫຼື AFF Championship ໃນລະຫວ່າງທ້າຍປີ 2021 ຫາຕົ້ນປີ 2022 ໂດຍທີມຊາດລາວເສັຍໃຫ້ຄູ່ແຂ່ງຂັນທຸກນັດ ໃນການແຂ່ງຂັນຮອບທໍາອິດ.

ທາງດ້ານຊາວລາວຫຼາຍຄົນ ກໍຢາກໃຫ້ທາງສະຫະພັນເຕະບານແຫ່ງຊາດລາວ ເປີດເຜີຍຣາຍຊື່ ແລະຂໍ້ມູນຂອງນັກເຕະບານທີ່ຖືກລົງໂທດ ຍ້ອນພົວພັນກັບການລົ້ມບານ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂຶ້ນ ແລະເພື່ອເຕືອນສະຕິ ແກ່ນັກເຕະບານທີມຊາດລາວຣຸ້ນໃໝ່.

ດັ່ງຊາວລາວ ທ່ານນຶ່ງກ່າວວ່າ:

“ກໍຮູ້ສຶກບໍ່ດີຫັ້ນແຫຼະ ໂຕນີ້ເຮົາບໍ່ຮູ້ປານໃດແດ່ ລາຍຣະອຽດເປັນວົງໃນນ່າ ເຮົາບໍ່ຮູ້ເຣື່ອງທາງນອກ ວ່າມັນເປັນແນວໃດ ເພິ່ນກໍຍັງບໍ່ທັນໄດ້ໃຫ້ຂໍ້ມູນອີ່ຫຍັງຫັ້ນນ່າ ເຫັນແຕ່ຂ່າວອອກມາຫັ້ນນ່າ ລາຍຣະອຽດອີ່ຫຍັງ ກະຍັງບໍ່ທັນໄດ້ຮູ້.”

ກ່ອນໜ້ານີ້ ໃນປີ 2020 ສະຫະພັນເຕະບານເອເຊັຍ ຫຼື AFC ໄດ້ປະກາດລົງໂທດ ທ້າວຄໍາແພງ ໄຊຍະວຸດທິ ແລະທ້າວ ແລບໂບ້ ໄຊຊະນະ ສອງນັກເຕະບານທີມຊາດລາວ ຫ້າມບໍ່ໃຫ້ເຂົ້າຮ່ວມການແຂ່ງຂັນເຕະບານຕລອດຊີວິດ ຍ້ອນທັງສອງຄົນດັ່ງກ່າວ ມີສ່ວນພົວພັນໃນການລົ້ມບານ ໃນນັດທີ່ທີມຊາດລາວເສັຍໃຫ້ທີມຮ່ອງກົງ 0 ຕໍ່ 4 ໃນປີ 2017 ແຕ່ບໍ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບຜູ້ຊື້ຈ້າງ ແລະສາເຫດໃນການລົ້ມບານຄັ້ງດັ່ງກ່າວ.

ໃນປີ 2015 ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນເຕະບານແຫ່ງຊາດລາວ ເຄີຍຖືກສະຫະພັນເຕະບານສາກົລ ຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບກິຈການເຕະບານ ເປັນເວລາ 2 ປີ ແລະຖືກປັບໃໝເກືອບ 20,000 ໂດລາສະຫະຣັຖ ຍ້ອນວ່າໃຊ້ບັນຊ່ວນສ່ວນໂຕ ຮັບໂອນເງິນຈາກສະຫະພັນເຕະບານສາກົລ ແຕ່ຫຼັງຈາກພົ້ນໂທດ 2 ປີນັ້ນແລ້ວ ທ່ານກໍກັບຄືນມາເປັນປະທານສະຫະພັນເຕະບານແຫ່ງຊາດລາວຄືເກົ່າ ຈົນຮອດປັດຈຸບັນ.

ນອກຈາກການພົວພັນການລົ້ມບານ ທີ່ເຮັດໃຫ້ນັກເຕະບານລາວ ຖືກຕັດຣາຍຊື່ອອກຈາກທີມຊາດແລ້ວ ທີ່ຜ່ານມາ ການທີ່ນັກເຕະບານບໍ່ປະຕິບັດຕາມກົດຣະບຽບຂອສະຫະພັນເຕະບານແຫ່ງຊາດລາວ ກໍເຮັດໃຫ້ພວກຂະເຈົ້າ ຖືກຕັດຣາຍຊື່ອອກຈາກທີມເຊັ່ນກັນ ເປັນຕົ້ນ ອະດີດນັກເຕະບານທີມຊາດລາວຄົນນຶ່ງ ຜູ້ຂໍສງວນຊື່ແລະສຽງ ທີ່ເຄີຍຖືກລົງໂທດ ຕັດຣາຍຊື່ອອກຈາກທີມ ໃຫ້ຂໍ້ມູນວ່າ ໃນການແຂ່ງຂັນກິລາ ຊີເກມ ປີ 2005 ທີ່ປະເທດຟິລິປິນ ກໍມີນັກເຕະບານທີມຊາດລາວຫຼາຍຄົນ ຮວມທັງຄຣູຝຶກ ໄດ້ຖືກຕັດຣາຍຊື່ອອກຈາກທີມຊາດລາວ ຍ້ອນພາກັນໄປທ່ຽວໃນສະຖານບັນເທີງ ໃນເວລາເຂົ້າສູນຝຶກຊ້ອມ.

ຢ່າງໃດກໍຕາມ ນັກເຕະບານທີມຊາດລາວ ເຄີຍເຮັດຜົລງານດີທີ່ສຸດໃນການແຂ່ງຂັນກິລາຊີເກມ ປີ 1995 ທີ່ປະເທດໄທຍ ເປັນເຈົ້າພາບຈັດການແຂ່ງຂັນ ໂດຍການແຂ່ງຂັນຮອບທໍາອິດຄັ້ງນັ້ນ ທີມເຕະບານລາວ ຊະນຟິລິປິນ 1 ຕໍ່ 0, ຊະນະບຣູໄນ 3 ຕໍ່ 0, ສເມີສິງກະໂປ 0 ຕໍ່ 0 ແລະນັດສຸດທ້າຍມາເສັຍໃຫ້ພະມ້າ 0 ຕໍ່ 1 ແບບຄ້ານສາຍຕາຜູ້ຊົມ ເຮັດໃຫ້ຖືກພະມ້າ ແລະສິງກະໂປແຊງເຂົ້າຮອບໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.