ປະຊາຊົນຄົນທັມດາ ຮ້ອງທຸກ ບໍ່ໄດ້ຮັບການແກ້ໄຂ

ໄຊຍາ
2022.01.07
ປະຊາຊົນຄົນທັມດາ ຮ້ອງທຸກ ບໍ່ໄດ້ຮັບການແກ້ໄຂ ຊາວບ້ານ ທີ່ຢູ່ໃນບ້ານຊົ່ວຄາວ, ເມືອງສນາມໄຊ ແຂວງອັດຕະປື, ວັນທີ 11 ເມສາ 2019.
RFA

ເຖິງແມ່ນວ່າທາງການລາວຈະມີການປະກາດໃຊ້ກົດໝາຽວ່າດ້ວຍການແກ້ໄຂຄຳຮ້ອງທຸກສະບັບປັບປຸງຕັ້ງແຕ່ປີ 2016 ເປັນຕົ້ນມາ. ແຕ່ມາຮອດປັດຈຸບັນປະຊາຊົນຈຳນວນຫຼາຍທີ່ມີ ບັນຫາ ແລະໄດ້ຮ້ອງທຸກໄປຍັງໜ່ວຍງານທີ່ກ່ຽວຂ້ອງນັ້ນ ພັດຍັງບໍ່ໄດ້ຮັບການຊ່ອຍເຫຼືອເທົ່າທີ່ຄວນເປັນ ຍ້ອນພວກເຂົາເຈົ້າເປັນບຸກຄົນທັມດາບໍ່ມີເສັ້ນສາຍ.

ອາດີດຄຣູອາສາ ຢູ່ເມືອງເມິງ ແຂວງບໍ່ແກ້ວທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 07 ມົກຣາ 2022 ນີ້ວ່າ:

ເອີເອົາປະສົບການເບິ່ງໂຕຈິງເນາະ ຖ້າເຮົາໄປຮ້ອງຮຽນດ້ວຍໂຕເອງຫັ້ນນ່າຖ້າເຮົາບໍ່ມີຊັບສີນຫຼືວ່າບໍ່ມີສີນນອກກອງຟາງມັນຢາກຍາກທີ່ຈະໄດ້ເທື່ອກ່ອນເປັນຄຣູ ອາສາເພີ່ນກໍຊິຮູ້ຫັ້ນນ່າຜູ້ໃດເຂົ້າປີໃດ ໆ ຄັນເພີ່ນບໍ່ແກ້ໄຂຫັ້ນນ່າ ຂ້ອຍຊິວ່າແນວນັ້ນທໍ້ຫັ້ນນ່າຄືທໍ້ຫັ້ນແຫຼະເຮັດຫຍັງ ກໍບໍ່ໄດ້ຫັ້ນນ່າແລ້ວເຮົາກໍບໍ່ໄດ້ເສັຽເວລາໃນຈຸດນັ້ນຖ້າຫາແນວອື່ນເຮັດມື້ອື່ນປະມານນຶ່ງ.

ປະຊາຊົນຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ເລັ່ງດຳເນີນການແກ້ໄຂຄຳຮ້ອງທຸກໄປແບບຮີບດ່ວນ ແລະບໍ່ເມີນເສີຍຕໍ່ຄວາມທຸກຮ້ອນຂອງຊາວບ້ານ.

ຊາວນະຄອນຫຼວງວຽງຈັນທີ່ເຄີຍ ໄປຮ້ອງທຸກໄປຍັງສາຍດ່ວນຂອງສະພາ ແຫ່ງຊາດທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:

ກົດໝາຽຮ້ອງທຸກນີ້ຄັນຖ້າວ່າ ເຈົ້າທຸກຍາກແກ້ໄຂສະພາບຄອບຄົວມີຫຍັງ ທຸກຫຍັງຍາກນີ້ກໍໄປຮ້ອງຫາເຈົ້າເມືອງເລີຍຊິນີ້ກໍຢາກແກ້ໄຂເພາະວ່າໂດຍສະເພາະ ຢູ່ລາວເຮົານີ້ສະພາບບໍ່ທັນວ່ອງໄວຫັ້ນນ່າ. ສເນີໄປຍາມສເນີຫັ້ນນ່າ ສເນີມື້ນີ້ນີ້ແຫຼະກໍພຸ້ນແຫຼະ ເດືອນໜ້າພຸ້ນເຖິງຈະໄດ້ປັບປຸງໂຕນີ້ໃຫ້ມັນໄດ້.

ໃນຂນະທີ່ປະຊາຊົນອີກຈຳນວນນຶ່ງ ທີ່ມີປະສົບການຮ້ອງຮຽນໄປຍັງສາຍດ່ວນ 156 ຂອງສະພາແຫ່ງຊາດພາຍຫຼັງບໍຣິສັດຂຸດຄົ້ນແຮ່ທາດ ໃກ້ບ່ອນອາສັຍຂອງພວກເຂົາເຈົ້າປ່ອຍນໍ້າ ເປື້ອນລົງສູ່ແຫຼ່ງນໍ້າແຕ່ເຣື່ອງກໍມິດໄປໂດຍບໍ່ມີໜ່ວຍງານທີ່ກ່ຽວຂ້ອງ ລົງກວດສອບຫຼືແກ້ໄຂ.

ຊາວບ້ານຢູ່ເມືອງ ວິລະບູລີ ແຂວງສວັນນະເຂດທ່ານນຶ່ງກ່າວວ່າ:

ຄັນເວົ້າໄປໂທໄປແລ້ວ ໃຫ້ມັນມີຜົລຊິຫັ້ນແຫຼະໂທໄປກໍສ່ວນຫຼາຍ ມັນກໍມິດຫັ້ນແຫຼະສ່ວນຫຼາຍມັນກໍມິດຫັ້ນແຫຼະແຕ່ວ່າບາງເທື່ອກໍຮັບໂທຣະສັບແລ້ວ ກໍບໍ່ສົນໃຈເນາະຮັບແລ້ວແລ້ວໄປ.

ກ່ອນໜ້ານີ້ຍານາງປີ່ນຄຳ ລາຊະສີມມາ ເລຂາທິການສະພາແຫ່ງຊາດກ່າວວ່າ ສະເພາະວັນທີ 1-17 ພຶສຈິກາ 2021 ຊຶ່ງເປັນໄລຍະດຳເນີນກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ມີປະຊາຊົນໃນຂົງເຂດທົ່ວປະເທດ ສົ່ງຄຳຄິດຄຳເຫັນຜ່ານໂທຣະສັບສາຍດ່ວນ 156 ຂອງສະພາແຫ່ງຊາດປະມານ 261 ສາຍ. ໃນນັ້ນກວມເອົາບັນຫາທີ່ກ່ຽວຂ້ອງກັບການຄຸ້ມຄອງບໍຣິຫານຣັຖ, ການພັທນາເສຖກິຈ ແລະສັງຄົມ ແລະ ພັທນາທີ່ມີຜົລກະທົບຕໍ່ສັງຄົມ ແລະສິ່ງແວັດລ້ອມ.

ກ່ຽວກັບຄຳຮ້ອງທຸກ ຂອງຊາວບ້ານໜ່ວຍງານທີ່ກ່ຽວຂ້ອງ ຈຳເປັນຕ້ອງໃຊ້ໄລຍະເວລາໃນການແກ້ໄຂ ຫາກເປັນກໍຣະນີທີ່ມີຄວາມເລັ່ງດ່ວນ ດ້ວຍກໍຈະຖືກພິຈາຣະນາກ່ອນແຕ່ຖ້າເປັນກໍຣະນີ ທີ່ມີຄວາມຊັບຊ້ອນກໍຈະຕ້ອງໄດ້ໃຊ້ເວລາໄລຍະນຶ່ງ ໃນການພິຈາຣະນາໂດຍສະເພາະ ເຣື່ອງບັນຫາຂໍ້ຂັດແຍ່ງທີ່ດິນ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງຍານາງນຶ່ງກ່າວວ່າ:

ແຕ່ກໍຣະນີມັນກໍຈະມີຄວາມຊັບຊ້ອນ ຕ່າງກັນໄປບໍ່ສາມາດໃຫ້ໂຕເລກທີ່ ຖືກຕ້ອງໄດ້ວ່າມັນຈະເປັນ 3 ວັນ 5 ວັນ 7 ວັນ ມັນຂື້ນກັບຄວາມດ່ວນໂຕນັ້ນ ມັນດ່ວນແບບໃດໂຕຢ່າງວ່າເປັນເຫດ ທີ່ສຸກເສີນເນາະມັນກໍຈະຖືກແກ້ໄຂໃນທັນທີທັນໃດ. ແຕ່ບາງເຣື່ອງມັນມີຫຼາຍພາກສ່ວນກ່ຽວຂ້ອງ ມັນຕ້ອງໄດ້ມີການພິຈາຣະນາມັນກໍອາດຈະຕ້ອງໃຊ້ເວລາ.

ປັດຈຸບັນປະເທດລາວ ມີກົດໝາຽຫຼາຍກວ່າ 200 ສະບັບໃນນັ້ນກວມເອົາກົດໝາຽ ວ່າດ້ວຍການແກ້ໄຂຄຳຮ້ອງທຸກສະບັບປັບປຸງໃນປີ 2016 ທີ່ມີຈຸດປະສົງເພື່ອສນັບສນູນ ໃຫ້ໜ່ວຍງານທີ່ກ່ຽວຂ້ອງເລັ່ງດຳເນີນການແກ້ໄຂຄຳຮ້ອງທຸກຂອງຊາວບ້ານ ໃຫ້ຖືກຕ້ອງຕາມຣະ ບຽບກົດໝາຽແຕ່ຢ່າງໃດກໍຕາມກໍຍັງມີຊາວບ້ານຈຳນວນນຶ່ງ ຍັງບໍ່ສາມາດເຂົ້າເຖິງການຮ້ອງທຸກ ໂດຍສະເພາະຜູ້ທີ່ອາສັຍຢູ່ໃນພື້ນທີ່ ຫ່າງໄກສອກຫຼີກ ແລະບັນດາເຜົ່າຜູ້ບໍ່ຮູ້ພາສາລາວ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກຍານາງນຶ່ງກ່າວວ່າ:

ອໍແມ່ນຄົນສ່ວນຫຼາຍເປັນຄົນ ທີ່ວ່າຢູ່ຊົນນະບົດຢູ່ທາງພູທາງຜາແລ້ວກໍຊົນເຜົ່າ ທີ່ບໍ່ເຂົ້າໃຈພາສາລາວເພາະວ່າກົດໝາຽເປັນພາສາລາວເນາະ ມີກົດໝາຽຫຼາຍເນາະ 200 ກວ່າສະບັບຍ້ອນວ່າເຮົາມີງົບປະມານຈຳກັດເພີ່ນມີຈຳນວນຈຳກັດ ກໍເລີຍເຮັດໃຫ້ການໂຄສະນາກົດໝາຽມັນບໍ່ໄດ້ທົ່ວເຖິງ.

ເມື່ອໄລຍະທ້າຍເດືອນພຶສຈິກາ 2021 ທີ່ຜ່ານມານີ້ຊາວບ້ານຢູ່ບ້ານໜອງກະແດ້ງ ເມືອງວິລະບູຣີ ແຂວງສວັນນະເຂດ ຜູ້ນຶ່ງໄດ້ຮັບຜົລກະທົບຈາກໂຄງການຂຸດຄົ້ນ ແຮ່ປູນຂອງບໍຣິສັດເອກະຊົນ ຊຶ່ງເປັນເຄືອຂ່າຍຂອງບໍຣິສັດ ລ້ານຊ້າງ ມີເນໂຣ ລີມີຕິທ ທີ່ເປີດດຳເນີນການມາແລ້ວຕັ້ງແຕ່ປີ 2017 ເຮັດໃຫ້ດິນນາຂອງເຂົາເຈົ້າຫຍຸບຫຼາຍກວ່າ 10 ຂຸມ ຈົນບໍ່ສາມາດເຮັດນາໄດ້. ເຖິງແມ່ນວ່າເຂົາເຈົ້າຈະໄດ້ຂຽນໜັງສືຟ້ອງຮ້ອງໄປຍັງຜແນກສິ່ງແວັດລ້ອມເມືອງ ຫຼາຍເທື່ອແລະມີເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລົງມາກວດສອບແຕ່ມາຮອດປັດຈຸບັນ ບັນຫາດັ່ງກ່າວນີ້ກໍຍັງບໍ່ທັນໄດ້ຮັບການແກ້ໄຂແນວໃດເທື່ອ. ຊຶ່ງຜູ້ຖືກຜົລກະທົບເອງກໍເຊື່ອ ວ່າ ເປັນຍ້ອນເຂົາເຈົ້າເປັນບຸກຄົນທັມດາ ແລະບໍ່ມີເສັ້ນສາຍ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງຈື່ງບໍ່ເລັ່ງ ແກ້ໄຂບັນຫາຕາມທີ່ຮ້ອງທຸກໄປຢ່າງຈິງຈັງ.

ຫຼ້າສຸດນີ້ ເມື່ອວັນທີ 6 ມົກຣາ ທີ່ຜ່ານມາ ກັມມາທິການຍຸຕິທັມ ຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມທາງໄກເພື່ອທາບທາມຄວາມເຫັນ ຈາກບັນດາສະມາຊິກສະພາແຫ່ງຊາດ ແລະພາກສ່ວນທີ່ກ່ຽວຂ້ອງສຳລັບນຳໃຊ້ການປັບປຸງກົດໝາຽ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປີ 2016 ເພື່ອປັບປຸງການຮັບແລະການພິຈາຣະນາຄຳຮ້ອງ ຂອງປະຊາຊົນໃຫ້ສອດຄ່ອງຕາມມະຕິ ຂອງກອງປະຊຸມຄົບຄນະບໍຣິຫານງານສູນກາງພັກສະບັບເລກທີ 037/ຄບສພ ລົງວັນທີ 18 ມິຖຸນາ 2018 ແລະ ມະຕິສະບັບເລກທີ 112/ກມສພ ລົງວັນທີ 2 ມິຖຸນາ 2020.

ໃນໄລຍະ 5 ປີຜ່ານມາຄືແຕ່ປີ 2016-2020 ສະພາແຫ່ງຊາດໄດ້ຮັບຄຳຮ້ອງຮຽນ ຈາກປະຊາຊົນຜ່ານສາຍດ່ວນ 156 ແລະ ໜັງສືຮ້ອງຮຽນປະມານ 2,300 ກໍຣະນີໃນນັ້ນສາມາດແກ້ໄຂໄດ້ 1,917 ກໍຣະນີຊຶ່ງຄິດເປັນປະມານ 82% ຂອງຄຳຮ້ອງຮຽນທັງໝົດ. ໂດຍສ່ວນຫຼາຍແມ່ນເປັນປະເດັນຂັດແຍ່ງເຣື່ອງທີ່ດິນ, ຮອງລົງມາເປັນເຣື່ອງເສຖກິຈ, ປາກທ້ອງ ແລະ ຜົລກະທົບທີ່ເກີດຈາກໂຄງການ ພັທນາພື້ນຖານໂຄງຮ່າງ. ອີງຕາມຄຳກ່າວ ຂອງ ຍານາງ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໃນກອງປະຊຸມສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 25 ມີນາ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ເພັດ ອ່ອນບົວສີ ຈາກຕູລູສ
Jan 08, 2022 10:20 PM

ຮ້ອງທຸກບໍ່ໄດ້ດອກ ມີຕະຊິຖືກດຳເນີນຄະດີຕື່ມເດີ້ລູກຫຼານ. ດີແທ້ໆລະຢ່າໄປຫຍຸ້ງນຳພວກເພິ່ນ ເພາະເພິ່ນເຫັນພວກລູກຫຼານເປັນພຽງຜູ້ເສຽພາສີໃຫ້ເຂົາທໍ່ຫັ້ນ ຫ່າງໃກໆໄວ້ລະດີ

Anonymous
Jan 12, 2022 02:12 AM

ກໍດີແລ້ວ ທີ່ພັກລັດເຮົາ ເປີດຮັບຄຳຮ້ອງທຸກຂອງປະຊາຊົນ ແຕ່ເລື້ອງຊິແກ້ໄດ້ຫລືບໍ່ໄດ້ນັ້ນ ເພິ່ນບໍ່ໄດ້ຮັບປະກັນ ເພິ່ນພຽງແຕ່ວ່າ ທາງຂຶ້ນເທິງກຳລັງພິຈາລະນາ ເພື່ອແກ້ໄຂ ຕ້ອງໃຊ້ເວລາແດ່ ເພາະວ່າ ມີຄົນຮ້ອງທຸກຫລາຍ. ຖ້າຄົນຮ້ອງທຸກຫລາຍ ກໍຫມາຍຄວາມວ່າ ລັດຖະບານບໍລິຫານ ບົກຜ່ອງ ຈຶ່ງເຮັດໃຫ້ປະຊາຊົນບໍ່ພໍໃຈ. ແຕ່ປະກົດວ່າ ບໍ່ເຫັນເລື້ອງໃດ ທີ່ພັກລັດອອກມາເວົ້າວ່າ ແກ້ໄຂໄດ້ແລ້ວ. ການຮັບເອົາຄຳຮ້ອງທຸກ ເພື່ອແກ້ຫນ້າໄປວັນໆ ເພາະວ່າ ມີຄົນຈົ່ມທາງສື່ສັງຄົມຫລາຍ ລັດຖະບານ ຈຶ່ງຫາວິທີ ບໍ່ຢາກໃຫ້ປະຊາຊົນ ຈົ່ມອອກທາງສື່ສັງຄົມ ກໍ່ເລີຍ ຈັດໃຫ້ມີກ່ອງຮ້ອງທຸກ ຮັບຈົດຫມາຍຮ້ອງທຸກ ແຕ່ເອົາບັນຫາໄປ ສະສົມໄວ້ຊື່ໆ ເປີດສາຍດ່ວນ ບາງຄັ້ງກໍຮັບບາງຄັ້ງ ກໍບໍ່ມີຜູ້ຮັບ. ສະຫລຸບແລ້ວ ບໍ່ມີການແກ້ໄຂຫຍັງ ດັ່ງນັ້ນ ຈຶ່ງເຫັນຫລາຍໆຄົນ ເອົາບັນຫາ ສົ່ງໄປທາງວິດທະຍຸເອເຊຍເສລີ ວິດທະຍຸເອເຊຍເສລີ ກໍ່ອອກເປ້ງໆ ພັກລັດກະຍັງເສີຍເມີຍຢູ່. ບັນຫາທຸກມື້ນີ້ ກໍ່ນັບມື້ຫຍຸ້ງຍາກ ບ້ານເມືອງກະວຸ້ນວາຍວຽກງານ ກໍ່ບໍ່ມີເຮັດ ໂຄວິດ ກະເອົາບໍ່ຢູ່ ເຄື່ອງຂອງກໍໍ່ແພງ ຈັກຊິເຮັດແນວໃດເດ້

Anonymous
Jan 17, 2022 05:27 PM

ກົດໝາຍທຸກໆກົດໝາຍເຮັດອອກມາແລ້ວໄດ້ປີສອງປີກໍກັບເອົາມາປັບປຸງແກ້ໄຂໄໝ່ແລະເຮັດຢ່າງນີ້ໄປທຸກປີແລະຕໍ່ທຸກໆກົດໝາຍທີ່ມັນບໍ່ສອດຄ່ອງແລະຂັດຕໍ່ກົດລະບຽບຂອງພັກດຽວ,ຕົວຢ່າງຈາກຈີນທັ້ງໝົດ,ກົດໝາຍວ່າດ້ວຍການຮ້ອງທຸກຂອງປະຊາຊົນນີ້ເປັນຕົວຢ່າງ,ແທນທີ່ສິລົງໄປແກ້ໄຂແລະຮັບຟັງຄວາມຮ້ອງທຸກແລະຄວາມເດືອດຮ້ອນຂອງປະຊາຊົນຢ່າງຈິງຈັງ,ຊໍ້າພັດຫັນປ່ຽນມາປັບປຸງແກ້ໄຂຂອງກົດໝາຍພີ້,ອັນນີ້ຕີຄວາມບໍ່ຖືກເລີຍ,ຕາມທີ່ຂ້ອຍຮູ້,ລັດໄດ້ເຮັດອອກມາຊ່ວຍເຫຼືອຄວາມຮ້ອງທຸກຂອງປະຊາຊົນນີ້ມີຢູ່ສອງຢ່າງຄື,ກົດໝາຍວ່າດ້ວຍການຮອ້ງທຸກແລະເຮັດສາຍດ່ວນອອກມາຮັບໄຊ້ແຕ່ຜົນຕອບແທນເປັນ0,01%ເທົ່ານັ້ນກໍເລີຍຂາດການເຊື່ອຖື.