ນ້ຳຂອງແຫ້ງ ກະທົບ ຊີວິດຊາວບ້ານ ຢູ່ແຄມຂອງ

ສຸພັດຕາ
2022.01.11
ແມ່ນ້ຳຂອງແຫ້ງ ເພາະການສ້າງເຂື່ອນໃນແມ່ນ້ຳຂອງ 1

ແມ່ນ້ຳຂອງແຫ້ງ 1

ແມ່ນ້ຳຂອງແຫ້ງ ເພາະການສ້າງເຂື່ອນໃນແມ່ນ້ຳຂອງ 2

ແມ່ນ້ຳຂອງແຫ້ງ 2

ແມ່ນ້ຳຂອງແຫ້ງ ເພາະການສ້າງເຂື່ອນໃນແມ່ນ້ຳຂອງ 3

ແມ່ນ້ຳຂອງແຫ້ງ 3

ແມ່ນ້ຳຂອງແຫ້ງ ເພາະການສ້າງເຂື່ອນໃນແມ່ນ້ຳຂອງ 4

ແມ່ນ້ຳຂອງແຫ້ງ 4

ແມ່ນ້ຳຂອງແຫ້ງ ເພາະການສ້າງເຂື່ອນໃນແມ່ນ້ຳຂອງ 5

ແມ່ນ້ຳຂອງແຫ້ງ 5

ຊາວລາວຈໍານວນນຶ່ງ ທີ່ອາສັຍຕິດແຄມແມ່ນໍ້າຂອງ ໄດ້ຮັບຜົລກະທົບຈາກການຫາປາ ຍ້ອນການຜັນຜວນແລະການຂຶ້ນ-ລົງຂອງແມ່ນໍ້າຂອງ ທີ່ຜິດທັມມະຊາດ ເຮັດໃຫ້ການຫາປາໄດ້ຍາກຫຼາຍຂຶ້ນກວ່າເກົ່າ ໂດຍພວກເຂົາເຈົ້າເຊື່ອວ່າ ສ່ວນນຶ່ງເກີດຍ້ອນການສ້າງເຂື່ອນຫຼາຍແຫ່ງ ໃສ່ແມ່ນໍ້າຂອງ ທັງໃນຈີນ ແລະໃນລາວ ເປັນຕົ້ນ ເຂື່ອນຈິງຫົງ ແລະເຂື່ອນໄຊຍະບູຣີ.

ດັ່ງຊາວລາວ ທີ່ຢູ່ຕິດແມ່ນໍ້າຂອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 11 ມົກກະຣາ ນີ້ວ່າ:

“ຫາປາຢູ່ນໍ້າຂອງກະຄືກັນ ນໍ້າຂອງມັນກໍບໍ່ຄືກັນແຫຼະ ມື້ນຶ່ງແຫ້ງມື້ນຶ່ງຂຶ້ນຢູ່ຫັ້ນເນາະ ມັນກະຫຍຸ້ງຍາກ ຖ້າວ່າຊອກໄດ້ກະມີແຕ່ຢູ່ໜ້າເຂື່ອນເນາະ ມັນເຍີ້ງແລ້ວກະຊອກຢູ່ຫັ້ນໄດ້ ກ້ອງເຂື່ອນລົງມາກະຄືຍາກໝົດແຫຼະ ມັນມີຄວາມຫຍຸ້ງຍາກຫຼາຍໂອ.”

ທ່ານກ່າວຕື່ມວ່າ ໃນອະນາຄົດຫາກມີໂຄງການສ້າງເຂື່ອນໃສ່ແມ່ນໍ້າຂອງເກີດຂຶ້ນຕື່ມ ເປັນຕົ້ນ ເຂື່ອນຫຼວງພຣະບາງ ແລະເຂື່ອນຊະນະຄາມ ກໍຢ້ານຈະເຮັດໃຫ້ແມ່ນໍ້າຂອງ ແຮງຫຼຸດລົງຫຼາຍ ແລະຊາວປະມົງກໍອາຈບໍ່ສາມາດຫາປາໄດ້ເລີຍ ຊຶ່ງລາວເອງ ກໍຕິດຕາມຂ່າວຄວາມຄືບໜ້າຂອງໂຄງການເຂື່ອນດັ່ງກ່າວຢູ່ເລືື້ອຍໆ ຊຶ່ງຄັນເປັນໄປໄດ້ ກໍບໍ່ຢາກໃຫ້ເກີດການກໍ່ສ້າງຂຶ້ນ.

ໃນເຂົານະທີ່ ເຄືອຂ່າຍຊາວໄທຍລຸ່ມນໍ້າຂອງ ຢູ່ເຂດແຂວງບຶງການ ທ່ານນຶ່ງ ກ່າວວ່າ ບັນຫານໍ້າຂອງທີ່ຫຼຸດລົງ ແລະຜິດທັມມະຊາດໃນເວລານີ້ ໄດ້ເຮັດໃຫ້ຊາວປະມົງຫຼາຍຄົນໃນແຂວງບຶງການ ບໍ່ສາມາດຫາປາໄດ້ຕາມປົກກະຕິ ເຮັດໃຫ້ຂາດລາຍໄດ້ຈາກການຫາປາຂາຍ ແລະຊາວບ້ານທີ່ເຮັດການກະເສດຢູ່ແຄມນໍ້າຂອງ ກໍໄດ້ຮັບຄວາມເດືອດຮ້ອນນໍາດ້ວຍ.

“ມັນກໍລໍາບາກ ຫາປາບໍ່ໄດ້ຄືແຕ່ກ່ອນ ຫາປາກໍຍາກຂຶ້ນຫຼາຍ ແມ່ນໍ້າຂອງກໍຫຼຸດຫຼາຍ ຫາດອີ່ຫຍັງກໍປະກົດຂຶ້ນຫຼາຍບ່ອນກາງນໍ້າຂອງ ບັນຫາເຣື່ອງນໍ້າຂອງຫຼຸດລົງ ເຮັດໃຫ້ເກີດຜົລກະທົບຕໍ່ເຣື່ອງການປະມົງ ແລະຜູ້ທີ່ເຮັດການກະເສດນໍາດ້ວຍ.”

ໃນວັນທີ່ 10 ມົກກະຣາ ທີ່ຜ່ານມານີ້ ທ່ານ ຮອງສາສດາຈານ ດຣ. ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄະນະເສຖສາດ ແລະບໍຣິຫານທຸຣະກິຈ ປະຈໍາມະຫາວິທະຍາລັຍແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມ ຂອບພັທນາແມ່ນໍ້າຂອງ ຫຼັງຍຸກໂຄວິດ-19 ຜ່ານທາງຣະບົບວິດິໂອທາງໄກ ຮ່ວມກັບນັກຊ່ຽວຊານໃນໄທຍອີກຫຼາຍທ່ານ ຊຶ່ງຈັດໂດຍ ສະມາຄົມອະເມຣິກາສຶກສາ ໃນປະເທດໄທຍ ແລະສະຖານທູດສະຫະຣັຖອະເມຣິກາ ປະຈໍາປະເທດໄທຍ ແລະມະຫາວິທຍາລັຍຂອນແກ່ນ.

ໂດຍຫຼັກໆ ທ່ານ ຮອງສາສດາຈານ ດຣ. ພູເພັດ ໄດ້ເວົ້າກ່ຽວກັບການຊ່ອຍເຫຼືອ ຂອງຣັຖບານສາຫະຣັຖອະເມຣິກາ ຕໍ່ຫຼາຍປະເທດ ຮວມທັງປະເທດລາວ ທັງທາງດ້ານວັກຊິນປ້ອງກັນໂຄວິດ-19 ແລະດ້ານອື່ນໆ.

ດັ່ງທ່ານກ່າວໃນຕອນນຶ່ງວ່າ:

“ຣັຖບານຂອງສະຫະຣັຖອະເມຣິກາ ກະໄດ້ມີການຊ່ວຍເຫຼືອ ແລະການສນັບສະໜູນ ທາງດ້ານວັກຊິນຫຼາຍຢ່າງເນາະ ເພື່ອຮັບມືກັບສະພາບການ ທາງດ້ານໂຄວິດຢູ່ຫຼາຍປະເທດ ສະເພາະແມ່ນຢູ່ປະເທດລາວກະເຊັ່ນດຽວກັນ ກະໄດ້ຮັບຄວາມຮ່ວມມື ສໍາລັບເຣື່ອງ Human Resources ທາງດ້ານ Digital Economy ການຮ່ວມມືດັ່ງກ່າວນີ້ ເປັນສິ່ງທີ່ສໍາຄັນທີ່ສຸດ ທາງຣັຖບານອະເມຣິກາ ກະໃຫ້ຄວາມສໍາຄັນ ໃນການຮ່ວມມືດັ່ງກ່າວນີ້.”

ທ່ານກ່າວຕື່ມວ່າ ຜົລກະທົບຈາກການແຜ່ຣະບາດຂອງໂຄວິດ-19 ເຮັດໃຫ້ເສຖກິຈຂອງລາວຕິດລົບ ແລະຂ້ອນຂ້າງຫຼຸດລົງ ປະມານ 2-3% ອີກທັງ ການຄ້າ ແລະການລົງທຶນພາຍໃນປະເທດໄດ້ມີການຫຼຸດລົງນໍາດ້ວຍ ແຕ່ທາງຣັຖບານລາວ ກໍໄດ້ຈັດຕັ້ງແຜນຍຸທສາສ ສໍາລັບແກ້ໄຂບັນຫາດັ່ງກ່າວ ແລະເລັ່ງຟື້ນຟູເສຖກິຈພາຍໃນປະເທດ.

ໃນກອງປະຊຸມດັ່ງກ່າວ ສ່ວນໃຫຍ່ແມ່ນກ່າວເຖິງເຣື່ອງພັທເສຖກິຈ-ສັງຄົມເປັນຫຼັກ ບໍ່ໄດ້ກ່າວເຖິງ ສະພາບຂອງແມ່ນໍ້າຂອງຫຼຸດລົງບາງເຂດໃນປັດຈຸບັນ ໂດຍສະເພາະ ລະຫວ່າງລາວ-ໄທຍ ທີ່ມີສະພາບຫຼຸດລົງ ແລະບົກແຫ້ງເປັນບາງເຂດ ແລະບໍ່ໄດ້ກ່າວເຖິງຄວາມຮ່ວມມື ກັບຊາວບ້ານລຸ່ມນໍ້າຂອງ ເຮັດໃຫ້ພາກສ່ວນດ້ານປະຊາສັງຄົມທີ່ເຂົ້າຮ່ວມຮັບຊົມ ຮູ້ສຶກໜ້າເສັຍດາຍ.

ດັ່ງຍານາງ ອ້ອມບຸນ ທິບສຸນາ ສະມາຊິກເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມນໍ້າຂອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ມົກກະຣາ ນີ້ວ່າ:

“ໂຕລະຄອນ ທີ່ເຮັດງານກັບໄທບ້ານ ກັບພາກປະຊາຊົນ ພາກປະຊາສັງຄົມຫັ້ນ ມັນບໍ່ມີ ມີແຕ່ເວົ້າເຣື່ອງເສຖກິຈ ມີແຕ່ເວົ້າເຣື່ອງການທ່ອງທ່ຽວ ເວົ້າເຣື່ອງການ ເຣື່ອງລໍຈິສຕິກອີ່ຫຍັງ ໄປຈັ່ງຊັ້ນແຫຼະ ຜົລກະທົບທີ່ເກີດຂຶ້ນກັບແມ່ນໍ້າຂອງ ວ່າແມ່ນໍ້າຂອງມັນໜ້ອຍ ຜົລກະທົບທີ່ມັນເກີດຂຶ້ນ ກັບອາຊີບລາຍໄດ້ ບໍ່ມີຂອບໃດທີ່ເວົ້າເຣື່ອງນີ້ໂດຍຕຣົງ.”

ຍານາງກ່າວຕື່ມວ່າ ສະພາບແມ່ນໍ້າຂອງ ລະຫວ່າງຊາຍແດນລາວ-ໄທຍ ໃນປັດຈຸບັນ ໄດ້ບົກແຫ້ງແລ້ວເປັນບາງຈຸດ ໂດຍສະເພາະ ລະຫວ່າງເມືອງສັງທອງ ນະຄອນຫຼວງວຽງຈັນ ກັບເມືອງປາຊົມ ແຂວງເລີຍ ບາງຈຸດ ກໍມີສະພາບບົກແຫ້ງ ຈົນເຫຼືອແຕ່ກ້ອນຫິນ ຈົນຊາວບ້ານເກືອບຈະຍ່າງຂ້າມໄປມາຫາສູ່ກັນໄດ້ ອີກທັງຍັງເຮັດໃຫ້ຊາວບ້ານທີ່ຫາປາເປັນອາຊີບນັ້ນ ບໍ່ສາມາດຂີ່ເຮືອຫາປາໄດ້ອີກ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ລາວທ່ານນຶ່ງ ທີ່ເຮັດວຽກໃກ້ຊິດກັບແມ່ນໍ້າຂອງ ກ່າວວ່າ ເຖິງແມ່ນວ່າ ຣະດັບແມ່ນໍ້າຂອງຈະຫຼຸດລົງຢູ່ກໍຕາມ ແຕ່ກໍບໍ່ໄດ້ສົ່ງຜົລກະທົບຫຼາຍຕໍ່ປະເທດລາວ ໂດຍຊາວບ້ານຍັງສາມາດຫາປາໄດ້ຕາມປົກກະຕິ ແລະການເດີນເຮືອໃນແມ່ນໍ້າຂອງ ກໍຍັງດໍາເນີນການໄດ້ຢູ່ຄືເກົ່າ.

ດັ່ງທ່ານກ່າວວ່າ:

“ສະພາບມັນກໍປົກກະຕິຫັ້ນແຫຼະ ເຂົາເຈົ້າຄວບຄຸມ ບໍຣິຫານນໍ້າໄດ້ແລ້ວ ການເດີນເຮືອມັນກະຢູ່ຫັ້ນແຫຼະ ແຕ່ວ່າມີແຂກ ມີຫຍັງພວກເຮົາກະໄປ ເພາະວ່າມັນໄດ້ແລ່ນຕລອດ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຄະນະກັມມາທິການແມ່ນໍ້າຂອງ ເພື່ອສອບຖາມຄວາມຄິດເຫັນ ແລະຣາຍງານເພີ່ມຕື່ມ ກ່ຽວກັບສະພາບແມ່ນໍ້າຂອງ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ສັມພາດທາງໂທຣະສັບ.

ປັດຈຸບັນ ສະພາບຣະດັບແມ່ນໍ້າຂອງ ລະຫວ່າງຊາຍແດນລາວ-ໄທຍ ຈຸດທີ່ນໍ້າຫຼຸດລົງຫຼາຍທີ່ສຸດ ແມ່ນລະຫວ່າງນະຄອນຫຼວງວຽງຈັນ ກັບແຂວງໜອງຄາຍ ແລະລະຫວ່າງ ແຂວງສວັນນະເຂດ ກັບແຂວງມຸກດາຫານ ມີຣະດັບເທົ່າກັນ ຢູ່ທີ່ 1.7 ແມັດ ໃນເຂົານະທີ່ ຢູ່ລະຫວ່າງນະຄອນປາກເຊ ແຂວງຈໍາປາສັກ ກັບແຂວງອຸບົນຣາຊທານີ ມີຣະດັບຢູ່ທີ່ປະມານ 1.1 ແມັດ, ອີງຕາມຂໍ້ມູນ ຈາກເວ໊ບໄຊ໋ຂອງຄະນະກັມມາທິການແມ່ນໍ້າຂອງ ໃນວັນທີ່ 11 ເດືອນມົກກະຣາ ປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.