ເຂື່ອນຈີນກັກນ້ຳ ເຮັດໃຫ້ນ້ຳຂອງຫລຸດລົງ ກະທົບປະຊາຊົນ

ຈຳປາທອງ
2023.09.12
ເຂື່ອນຈີນກັກນ້ຳ ເຮັດໃຫ້ນ້ຳຂອງຫລຸດລົງ ກະທົບປະຊາຊົນ ນ້ຳຂອງແຫ້ງລົງ ກະທັນຫັນ ໂດຍສະເພາະ ເຂດເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ ແລະເມືອງສັງທອງ ນະຄອນຫຼວງວຽງຈັນ ສັງເກດເຫັນ ປະຣິມານນ້ຳ ທີ່ຫຼຸດລົງ 1-2 ແມັດ ໃນລະຫວ່າງ ວັນທີ 6 ແລະ ວັນທີ 10 ກັນຍາ 2023.
RFA

ສະຖາບັນຄົ້ນຄວ້າ “The Stimson Center” ຂອງສະຫະຣັຖອາເມຣິກາ ແຈ້ງໃຫ້ວິທຍຸເອເຊັຽເສຣີ ຊາບວ່າ ໃນລະຫວ່າງວັນທີ 28 ສິງຫາ ຫາວັນທີ 3 ກັນ ຍາ 2023 ນີ້ ເຂື່ອນຂອງຈີນໃນແມ່ນໍ້າຂອງ 2 ແຫ່ງ ຄືເຂື່ອນ ເຊວວັນ ແລະເຂື່ອນ ນູໂອຊາດູ ໄດ້ກັກນໍ້າໄວ້ຫລາຍກວ່າ 5 ຕື້ແມັດກ້ອນ, ເຮັດໃຫ້ລະດັບນໍ້າ ໃນແມ່ນ້ຳຂອງ ຕອນລຸ່ມ ຫລຸດລົງໃນຣະດູຝົນນີ້.

ອີງຕາມຄໍາເວົ້າ ຂອງຊາວປະມົງຜູ້ນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ກັນຍານີ້, ຢູ່ບໍຣິເວນສາມຫລ່ຽມຄໍາ ໃນເຂດເມືອງຕົ້ນເຜິ້ງ ລະດັບນໍ້າຂອງໄດ້ຫລຸດລົງ 2-3 ມື້ແລ້ວ.

ນໍ້າຂອງແຫ້ງຫລາຍແລ້ວ ແຫ້ງອີກຮອບແລ້ວ ເປັນນໍາເຂື່ອນຫັ້ນແຫລະ ເຂື່ອນເຂົາປິດ. ມັນຢາກປ່ອຍມາມັນກໍປ່ອຍ ມັນຢາກຕັນມັນກໍຕັນ ໂຕນີ້ຫັ້ນນ່າ. ນໍ້າ ບໍ່ຫລາຍແລ້ວຕັ້ງແຕ່ຈີນ ເຮັດເຂື່ອນ. ບໍ່ຫລາຍ ແຕ່ກ່ອນນີ້ຝົນຕົກ ເຖິງຣະດູນີ້ນໍ້າມັນຈະຫລາຍຫັ້ນນ່າ. ມັນຖ້ວມເຂົ້າຮ່ອງທ້ວມສວນຖ້ວມນາ ແຕ່ຕອນນີ້ບໍ່ມີແລ້ວແບບນັ້ນ.

ທີ່ເມືອງຊຽງແສນ ແຂວງຊຽງຮາຍ ປະເທດໄທຍ ປະຣິມານນໍ້າກວ່າ 40.68% ເສັຍໄປ ຍ້ອນຈີນກັກນໍ້າໄວ້. ເຂື່ອນທີ່ກັກນໍ້າໄວ້ຫລາຍກວ່າໝູ່ ແມ່ນເຂື່ອນເຊວ ວັນ ທີ່ກັກນໍ້າໄວ້ເຖິງ 3.9 ຕື້ແມັດກ້ອນ, ຮອງລົງມາກໍແມ່ນເຂື່ອນ ນູໂອຊາດູ ກັກເກັບນໍ້າໄວ້ 1.24 ຕື້ແມັດກ້ອນ ແລະເຂື່ອນ ເທີນ-ຫີນບູນ ຢູ່ປະເທດລາວ ກັກເກັບນໍ້າໄວ້ 562 ລ້ານແມັດກ້ອນ. ສະຖາບັນຄົ້ນຄວ້າ “The Stimson Center” ລະບຸວ່າ ນີ້ແມ່ນເປັນການກັກເກັບນໍ້າ ສະສົມປະຈໍາອາທິດ ທີ່ຫລາຍທີ່ສຸດ ຕາມທີ່ທາງສະຖາບັນໄດ້ຕິດຕາມມາໃນຮອບ 3 ປີ.

ຢູ່ເມືອງປາກແບງ ແຂວງອຸດົມໄຊ ປີນີ້ ລະດັບນໍ້າຂອງຫລຸດລົງຫລາຍ, ຕາມປົກກະຕິ ໄລຍະນີ້ ນໍ້າໃນແມ່ນໍ້າຂອງ ຈະຫລາຍກວ່ານີ້.

ດັ່ງເຈົ້າຂອງເຮືອນພັກ ທີ່ຢູ່ແຄມຂອງນາງນຶ່ງ ເວົ້າວ່າ:

ຊ່ວງນີ້ຖືວ່າຄັນຫລຸດລົງ ສໍ່ານີ້ກໍຖືວ່າບໍ່ປົກຕິ ເນາະ. ຫລຸດລົງຫລາຍ ປົກຕິເດືອນນີ້ຈະຫລາຍກວ່ານີ້.

ຢູ່ແຂວງໄຊຍະບູຣີ ຊາວບ້ານຜູ້ນຶ່ງ ເວົ້າວ່າ ປັດຈຸບັນ ນໍ້າຂອງໃນເຂດບ້ານຂອງຕົນ ເຣີ່ມຫລຸດລົງ ຊຶ່ງສ່ວນນຶ່ງ ກໍເປັນຍ້ອນ ຝົນຕົກບໍ່ຫລາຍເທົ່າປີກາຍ, ແຕ່ກໍສັງເກດເຫັນວ່າ ໄລຍະນີ້ ບາງມື້ນໍ້າກໍຂື້ນ ບາງມື້ກໍບົກລົງ.

ມັນກໍຫລຸດລົງຍາມນີ້ຫັ້ນນ່າ ມັນຫລຸດກໍບໍ່ປົກຕິ ປີນຶ່ງຂຶ້ນປີນຶ່ງລົງ ສູ່ມື້ປ່ຽນຂຶ້ນປ່ຽນລົງ ປິດດຽວນຶ່ງແລ້ວຂຶ້ນແລ້ວ ບຶດນຶ່ງກໍມາຫລາຍບຶດນຶ່ງກໍປຫ້ງຊີ້ນ່າ ບາງທີກໍແມ່ນເຂື່ອນຫັ້ນປ່ອຍນໍ້າ ຊ່ວງນີ້ບໍ່ຮູ້ວ່າເຂົາປ່ອຍແນວໃດ ຢູ່ດີໆມັນກໍຂຶ້ນກໍລົງ ຊ່ວງນີ້ບ້ານເຮົາກໍແບບຝົນຕົກໜ້ອຍນຶ່ງແດ່ເນາະ ຝົນຕົກ ກະຫາກບໍ່ແຮງ.

002.jpg
ນ້ຳຂອງແຫ້ງລົງ ກະທັນຫັນ ໂດຍສະເພາະ ເຂດເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ ແລະເມືອງສັງທອງ ນະຄອນຫຼວງວຽງຈັນ ສັງເກດເຫັນ ປະຣິມານນ້ຳ ທີ່ຫຼຸດລົງ 1-2 ແມັດ ໃນລະຫວ່າງ ວັນທີ 6 ແລະ ວັນທີ 10 ກັນຍາ 2023. ຮູບພາບ ໂດຍ RFA.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເວົ້າວ່າ ທ້າຍເດືອນສິງຫາທີ່ຜ່ານມາ ລະດັບນໍ້າ ໃນແມ່ນໍ້າຂອງໄດ້ຫລຸດລົງແທ້ ຊຶ່ງສ່ວນນຶ່ງກໍເປັນຍ້ອນ ຝົນບໍ່ຕົກຫລາຍປານໃດ, ຕົກບາງພື້ນທີ່ ແລະກໍເປັນໄປໄດ້ ທີ່ເຂື່ອນຈີນ ຈະຕັນນໍ້າໄວ້.

ຊ່ວງທ້າຍເດືອນສິງຫານີ້ນໍ້າມັນ ຈະລົດລົງ ແລ້ວເດືອນນີ້ ອັນນີ້ກໍອາດແມ່ນຢູ່ ເພາະວ່າເມື່ອກ່ອນ ຕອນຈີນ ເຂົາບໍ່ຕັນນໍ້າ ກໍຈະມີການລະບາຍນໍ້າ ນໍ້າມັນຈະຂຶ້ນ ມັນຈະຖ້ວມຫລາຍແຮງ ແຕ່ມາພັກ 7-8 ປີ ຫລືວ່າຫລັງໆ ນໍ້າກໍຂຶ້ນບໍ່ຫລາຍ ມີແຕ່ກະແສນໍ້າປ່າໄຫລຫລາກ ທີ່ມາຈາກຫ້ວຍຈາກຄອງ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງດຽວກັນນີ້ ກໍເວົ້າຄືກັນວ່າ ລະດັບນໍ້າຂອງຫລຸດລົງຫລາຍ, ຝົນຕົກໜ້ອຍ ແລະເຂື່ອນຈີນຕັນນໍ້າໄວ້, ຍາມນໍ້າຫລາຍເຂົາຈຶ່ງປ່ອຍ.

ຫລຸດໆ ລົງຫລາຍ ນໍ້າຂອງຫັ້ນນ່າ ຕັ້ງແຕ່ຕົ້ນເດືອນ 8 ຫາເດືອນ 9 ຝົຍຕົກໜ້ອຍນ່າຢູ່ນີ້ ຕົກບໍ່ຫລາຍ ເພາະວ່າເຂື່ອນຈີນເຂົາຕັນນໍ້າ ຍາມນໍ້າຫລາຍເຂົາຈຶ່ງປ່ອຍ ຄັນນໍ້າບໍ່ຫລາຍເຂົາກໍອັດໄວ້ເລີຍຫັ້ນນ່າ ແມ່ນແລ້ວ ອັດໄວ້ແລ້ວ ແຫ້ງນີ້.

ການຂຶ້ນ-ລົງ ຂອງນໍ້າ ໃນແມ່ນໍ້າຂອງ ບໍ່ເປັນໄປຕາມທັມມະຊາຕ ເຮັດໃຫ້ມີຜົລກະທົບ ຕໍ່ການທໍາມາຫາກິນ ແລະດໍາລົງຊີວິດ ຂອງປະຊາຊົນ ທີ່ຢູ່ແຄມຝັ່ງແມ່ນໍ້າຂອງ ເປັນຕົ້ນ ຫາປາໄດ້ໜ້ອຍລົງ, ການປູກຝັງແຄມຂອງ ບໍ່ໄດ້ຮັບຜົລຜລິດ ຕາມທີ່ຄາດໝາຍ.

ດັ່ງທີ່ທ່ານ ຊານນະຣົງ ວົງລາ ຕົວແທນກຸ່ມຮັກຊຽງຂອງ ເມືອງຊຽງຄານ ແຂວງເລີຍ ຂອງໄທຍ ເວົ້າວ່າ:

“ນໍ້າລົດລົງຮວບຮາບເລີຍ ຖ້າເປັນຊາວປະມົງ ນໍ້າມັນຂຶ້ນ-ລົງ ປາບໍ່ຄ່ອຍມີ ບໍ່ຄ່ອຍໄດ້, ການປູກພືດ ປູກຜັກ ຕອນນີ້ຊາວບ້ານເຂົາກຽມໄວ້ແລ້ວ ແຕ່ຕອນນີ້ ກໍຍັງບໍ່ໝັ້ນໃຈ ວ່າຈະປູກຜັກ ຫລືບໍ່ ເພາະບໍ່ແນ່ໃຈວ່າ ໃນອະນາຄົດ ນໍ້າມັນຈະຂື້ນອີກ ຫລືບໍ່, ມັນເຮັດໃຫ້ເຂົາເສັຍໂອກາດພໍສົມຄວນ.

ປັດຈຸບັນ ຜົລກະທົບຂອງ EL Nino ເຮັດໃຫ້ປະຣິມານນໍ້າຝົນ ຢູ່ຫລາຍເຂດລຸ່ມແມ່ນໍ້າຂອງຫລຸດລົງ. ຈີນຕັນເຂື່ອນໃນຄັ້ງນີ້ ກໍເພື່ອກັກນໍ້າໄວ້ໃຊ້ເອງເຖິງ 5 ຕື້ແມັດກ້ອນນັ້ນ ກໍເປັນການຊໍ້າເຕີມ ທີ່ເຮັດໃຫ້ໄພແຫ້ງແລ້ງໃນຣະດູຝົນນີ້ ຮ້າຍແຮງຂື້ນ. ຕອນນີ້ ປະຣິມານນໍ້າໃນເຂດທົ່ງພຽງແມ່ນໍ້າຂອງ ຢູ່ກັມພູຊາ ມີພຽງເຄິ່ງນຶ່ງ ຂອງປະຣິມານນໍ້າ ທີ່ຄວນຈະມີເທົ່ານັ້ນ ແລະສະຖາບັນຄົ້ນຄວ້າ “The Stimson Center” ຍັງຄາດການຕື່ມວ່າ ໃນຕໍ່ໜ້າ ປະຣິມານນໍ້າໃນແມ່ນໍ້າຂອງ ອາຈບໍ່ເພິ່ມຂື້ນອີກເມື່ອກ່ອນໜ້ານີ້ ສະຖາບັນຄົ້ນຄວ້າ “The Stimson Center” ຂອງສະຫະຣັຖອາເມຣິກາ ລະບຸວ່າ ແຕ່ວັນທີ 19 ຫາວັນທີ 25 ມິຖຸນາທີ່ຜ່ານມາ ເຂື່ອນໄຟຟ້າກັ້ນແມ່ນໍ້າຂອງ 6 ແຫ່ງ ໃນຈໍານວນທັງໝົດ 11 ແຫ່ງຂອງຈີນ ໄດ້ກັກຕັນນໍ້າໄວ້ເກືອບເຖິງ 1 ຕື້ແມັດກ້ອນ. ສະເພາະເຂື່ອນນູໂອຊາດູ (Nuozhadu) ຊຶ່ງເປັນເຂື່ອນໃຫຍ່ທີ່ສຸດໃນແມ່ນໍ້າຂອງນັ້ນ ໄດ້ກັກນໍ້າໄວ້ປະມານ 364 ລ້ານແມັດກ້ອນ ແລະເຂື່ອນ ຫ່ວງເດັ່ງ (Huangdeng) ກັກນໍ້າໄວ້ປະມານ 428 ລ້ານແມັດກ້ອນ ແລະອີງຕາມຂໍ້ມູນ ຂອງ Eyes on Earth, ການໄຫລຂອງນໍ້າ ຢູ່ເຂດຊຽງແສນ ຂອງໄທຍ ຫລຸດລົງ 32% ຂອງການໄຫລປົກກະຕິ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.