ໂຄວິດ-19 ຣະບາດ ລາວຂາດສົ່ງງົວອອກຂາຍຈີນ

ຈຳປາທອງ
2022.01.10
ໂຄວິດ-19 ຣະບາດ ລາວຂາດສົ່ງງົວອອກຂາຍຈີນ ທົ່ງນາ ແລະ ສັຕລ້ຽງຂອງຊາວກະເສຕກອນ ທາງພາກເໝືອ ຂອງລາວ, ເດືອນ ຕຸລາ 2021.
ນັກຂ່າວ ພົລເມືອງ

ປະເທດລາວ ບໍ່ສາມາດສົ່ງງົວອອກໄປຂາຍໃຫ້ຈີນໄດ້ຕາມຄາດໝາຍ 50,000 ໂຕໃນປີ 2021 ຄືໄດ້ພຽງແຕ່ 2,000 ປາຍໂຕ ຍ້ອນການຣະບາດຂອງໂຄວິດ-19 ແລະພະຍາດຜິວໜັງອັກເສບງົວ-ຄວາຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກກະສິກໍາ ແລະປ່າໄມ້ແຂວງຫລວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມົກກະຣານີ້.

ທ່ານເວົ້າວ່າ ແຂວງທີ່ມີທ່າແຮງ ແລະຄວາມສາມາດໃນການສົ່ງງົວອອກໄປຈີນ ໃນປີ 2021 ທີ່ເຊື້ອໂຄວິດ-19 ຍັງຣະບາດຢູ່ປະເທດລາວ ແລະປະເທດເພື່ອນບ້ານ ຢ່າງຕໍ່ເນື່ອງເຮັດໃຫ້ຕ້ອງໄດ້ຍຸຕິເຄື່ອນຍ້າຍງົວ ລະຫວ່າງຊາຍແດນໄທຍ-ລາວ  ຊຶ່ງງົວຈໍານວນຫລາຍ ທີ່ຊາວ ບ້ານລາວ ແລະເຈົ້າຂອງຟາມລ້ຽງງົວ ມັກສັ່ງຊື້ງົວຈາກພໍ່ຄ້າຝັ່ງໄທຍ ແລ້ວມາລ້ຽງຢ່າງໜ້ອຍ 21 ມື້ ໃຫ້ມັນຕຸ້ຍ. ຫລັງຈາກນັ້ນກໍສົ່ງໄປຂາຍໃຫ້ຈີນ ຍ້ອນງົວຈາກຝັ່ງໄທຍ ໄດ້ນໍ້າໜັກມາຕຖານ ຄື 500 ກິໂລກຣາມຂຶ້ນເມືອ ຕາມທີ່ຈີນກໍານົດໃຫ້, ງົວລາວທີ່ຊາວ ບ້ານນິຍົມກັນລ້ຽງຕາມທັມຊາດ, ໂຕນ້ອຍ ຈີນບໍ່ມັກ. ພ້ອມກັນນັ້ນການຣະບາດຂອງພະຍາດຜິວໜັງອັກເສບງົວ-ຄວາຍ ຢູ່ 7 ແຂວງຂອງລາວ ທີ່ເຣີາມມາຕັ້ງແຕ່ເດືອນເມສາ 2021 ນັ້ນ ກໍສົ່ງຜົລໃຫ້ຝ່າຍຈີນ ປະກາດຫ້າມນໍາງົວ ແລະຜະລິຕພັນຈາກງົວເຂົ້າປະເທດ. ທັງໝົດນັ້ນ ເປັນສາເຫດທີ່ເຮັດໃຫ້ລາວບໍ່ສາມາດສົ່ງງົວອອກໄປຈີນ ໄດ້ຕາມເປົ້າໝາຍ.

ດັ່ງທີ່ທ່ານກ່າວວ່າ:

ສົ່ງອອກແຕ່ງວດດຽວນຶ່ງ ຢູ່ແຂວງ ເວົ້າເຣື່ອງພະຍາດງົວນະ ເຮົາກໍນໍາເຂົ້າບໍ່ໄດ້ເດ໋ ນໍາເຂົ້າຜ່ານມານໍາເຂົ້າຍາກ ຢູ່ບ້ານເຮົາມັນບໍ່ນັ້ນປານໃດ ຣະບົບອາຫານງົວ ໃຫ້ຕາມກໍານົດບໍ່ໄດ້.

ໃນຂະນະດຽວກັນ ຢູ່ບາງທ້ອງຖິ່ນ ຊາວບ້ານທີ່ລ້ຽງງົວເປັນສິນຄ້າ ກໍບໍ່ສາມາດຂາຍງົວໃຫ້ຟາມງົວໄດ້ ເນື່ອງຈາກງົວຂອງຕົນຕິດພະຍາດຜິວໜັງອັກເສບແລ້ວບາງໂຕ, ງົວແມ່ທົນພິດບາດແຜບໍ່ໄຫວກໍຕາຍ. ເມື່ອແມ່ງົວຕາຍແລ້ວ ລູກງົວກໍບໍ່ມີນົມກິນ, ຈ່ອຍ ເຮັດໃຫ້ງົວບໍ່ໄດ້ຕາມມາຕຖານ ຕາມທີ່ຈີນຕ້ອງການ ມາຕັ້ງແຕ່ເດືອນເມສາ ເຖິງເດືອນມິຖຸນາ 2021 ອັນເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ການສົ່ງງົວລາວ ໄປຈີນ ບໍ່ໄດ້ຕາມຄາດໝາຍ.

ດັ່ງຊາວບ້ານທີ່ລ້ຽງງົວ ຢູ່ແຂວງສວັນນະເຂດ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ແລ້ວປີກາຍນີ້ ມີພະຍາດລະບາດຢູ່ ແລ້ວບາງຄົນກໍສັກຢາອິຫຍັງບໍ່ທັນ ມັນກໍເສັຽຫາຍ ໂຕທີ່ພໍ່ແມ່ມັນຕາຍ ແລ້ວລູກມັນບາງໂຕ ກໍຈ່ອຍ ຖ້າເປັນລູກນ້ອຍນະ ເພາະມັນບໍ່ໄດ້ກິນນົມ ຂາຍງົວບໍ່ຄ່ອຍໄດ້ ເພາະວ່າລາຄາມັນກໍຖືກ ເພິ່ນບໍ່ຄ່ອຍຂາຍ ລ້ຽງມັນໄວ້ ບາງເທື່ອມັນກໍຕາຍ ໂດຍທີ່ວ່າບໍ່ໄດ້ຫຍັງເລີຍ ຕາຍຖີ້ມລ້າໆ ເພາະວ່າປະຊາຊົນ ເຂົາກໍບໍ່ໄດ້ສຶກສາກ່ຽວກັບການລ້ຽງງົວດີ ຫັ້ນນ່າ.

ຊາວບ້ານທີ່ລ້ຽງງົວຢູ່ເມືອງແກ່ນທ້າວ ແຂວງໄຊຍະບູຣີ ກໍເວົ້າໃນມື້ດຽວກັນນີ້ວ່າ ບາງທ້ອງຖິ່ນ ປົກກະຕິ ຊາວບ້ານທີ່ລ້ຽງງົວເປັນສິນຄ້າ, ສາມາດຂາຍງົວຂອງຕົນໃຫ້ຟາຣ໌ມງົວໄດ້ ແຕ່ຍ້ອນມີການຣະບາດ ຂອງພະຍາດຜິວໜັງອັກເສບ ງົວ-ຄວາຍ ເຮັດໃຫ້ຊາວບ້ານໄດ້ຮັບຜົລກະທົບໂດຍກົງ ຄືຊາວບ້ານຂາຍງົວໄດ້ໃນລາຄາຫລຸດລົງຈາກເດີມ  ຄືແຕ່ກ່ອນຂາຍໄດ້ກິໂລລະ 100 ບາດ, ແຕ່ປີທີ່ຜ່ານມາ ຈົນຮອດປັດຈຸບັນ ຂາຍໄດ້ພຽງແຕ່ກິໂລລະ 85 ບາດເທົ່ານັ້ນ, ຖືວ່າບໍ່ຄຸ້ມຄ່າແຮງງານ ແລະເວລາທີ່ສູນເສັຽໄປ.

ຄືຫລຸບທຶນ ເພາະ ວ່າງົວມັນຫລາຍ ແລ້ວເຂົາເຈົ້າ ຊື້ມັນມີໜ້ອຍ ຄົນຜູ້ລ້ຽງມັນມີຫລາຍ ລາຄາມັນກໍຖືກ ມາເບິ່ງແລ້ວ ມາເກີດແລ້ວມາຕາຍຫັ້ນ ເຂົາເຈົ້າຂາດທຶນ ໂຕທີ່ມັນປົວໄດ້ ກໍຈ່າຍຄ່າຢາຢູ່ ຄ່າຢາມັນແພງ.

ຊາວບ້ານທີ່ລ້ຽງງົວ ຢູ່ແຂວງໄຊຍະບູຣີ ອີກຜູ້ນຶ່ງກໍເວົ້າວ່າ ປັດຈຸບັນ ການຄ້າຂາຍຊາຍແດນ, ສັດໃຫຍ່ງົວ-ຄວາຍ ລະຫວ່າງ ລາວ, ຈີນ, ໄທຍ ແມ່ນຍັງພົບອຸປສັກ ທີ່ອາຈເຮັດໃຫ້ ການສົ່ງງົວລາວ ອອກໄປຈີນ ຍັງຈະບໍ່ໄດ້ຕາມຄາດໝາຍ. ທັງນີ້ກໍຍ້ອນວ່າ ນັກທຸຣະກິຈຈີນທີ່ຮັບຊື້ງົວ ຈາກພໍ່ຄ້າລາວ ຕ້ອງການທີ່ຈະເປັນພໍ່ຄ້າມືນຶ່ງເອງ ທີ່ຈະຮັບຊື້ງົວຈາກທາງຝັ່ງໄທຍໂດຍກົງ, ຈະບໍ່ຍອມຜ່ານພໍ່ຄ້າຄົນກາງ ທີ່ເປັນຄົນລາວ. ໃນຂະນະດຽວກັນ ພໍ່ຄ້າງົວໄທຍ ກໍຍັງບໍ່ສົ່ງງົວໃຫ້ພໍ່ຄ້າລາວ ທີ່ເປັນຄົນກາງ ເພື່ອຈະມີກໍາໄລຫລາຍຂຶ້ນ.

ເຮົາເປັນພໍ່ຄ້າຄົນກາງໄດ້ ສົ່ງໃຫ້ຈີນຫັ້ນນ່າ ບາດນີ້ຈີນນີ້ ແມ່ນມັນຢາກຊື້ຕາມເຟສຕາມຫຍັງແລ້ວ ແລ້ວໃຫ້ເຮົາ ເອົາຂ້າມໃຫ້ ເສັຽປຽບແລ້ວພາກັນເຊົາ ດຽວນີ້ນ່າ ບາດຈີນຫັ້ນນ່າ ດຽວນີ້ມັນຕໍ່ລອງ ມັນຢາກໄດ້ເອງ ມັນຢາກເປັນພໍ່ຄ້າມືນຶ່ງ ມາແຕ່ໄທຍເລີຍ ບໍ່ຢາກໃຫ້ມັນໄປມັນເບິ່ງຮອດທ່າຂ້າມ ທ່າອິຫຍັງຫັ້ນນ່າ.

ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ເມືອງສິງ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມົກກະຣາ ນີ້ວ່າ ເຈົ້າຂອງຟາຣ໌ມງົວຈີນ ຢູ່ແຂວງນີ້ ຂາດທຶນ ຈາກການເປັນມືກາງໃນການສົ່ງງົວລາວ ໄປຈີນ ໃນປີ 2021. ປັດຈຸບັນ ເຈົ້າຂອງຟາຣ໌ມງົວຈີນ ຢູ່ແຂວງຫລວງນໍ້າທາ ກໍາລັງເຮັດເອກສານເພື່ອດໍາເນີນການສົ່ງງົວລາວໄປຈີນຢູ່ ຊຶ່ງຄາດວ່າ ຫລັງກຸດຈີນ ງົວລາວຈະຖືກສົ່ງໄປຈີນ ເປັນເທື່ອທໍາອິດ ໃນປີ 2022 ນີ້.

ທາງບໍຣິສັດ ກໍຍັງຊາດທຶນຢູ່ ຍັງບໍ່ທັນໄດ້ມີກໍາໄຣເທື່ອເນາະ ມັນກໍຍັງຄາຢູ່ ກ່ຽວກັບການຣະບາດຂອງພະຍາດ ໂຄວິດ-19 ນີ້ແຫລະ. ຣັຖບານຈີນຍັງສັ່ງໂຈະ ບໍ່ທັນໃຫ້ນໍາເຂົາເທື່ອ ປັດຈຸບັນນີ້ກໍາລັງປະກອບເອກສານ ຄາດວ່າກິນບຸນກິນຈຽງເນາະ ກຸດຈີນແລ້ວຄາດວ່າ ຈະນໍາສົ່ງອອກໄດ້ແລ້ວ ແຕ່ວ່າຍັງເປັນແຜນຢູ່ ແຕ່ວ່າດຽວນີ້ ປະທານບໍຣິສັດ ຍັງແລ່ນໂກຕ້າ ທາງຈີນຢູ່ເນາະ.

ປັດຈຸບັນ ລາວ ສາມາດຄວບຄຸມການຣະບາດ ຂອງພະຍາດຜິວໜັງອັກເສບ ງົວ-ຄວາຍໄດ້ແລ້ວ ແລະໄດ້ຣາຍງານໄປຫາ ອົງການພະຍາດສັດສາກົລ ຫລື OIE ເພື່ອຂໍໃຫ້ລຶບຊື່ປະເທດລາວ ອອກຈາກບັນຊີປະເທດ ທີ່ພະຍາດດັ່ງກ່າວ ກໍາລັງຣະບາດ ແລະກໍາລັງຢູ່ໃນຂັ້ນຕອນ ການເຈຣະຈາຄືນ. ກ່ຽວກັບການອະນຸຍາດໃຫ້ນໍາງົວຈາກປະເທດລາວ ເຂົ້າຈີນໄດ້ ແລະກໍາລັງຈັດຕັ້ງປະຕິບັດ ມາຕການຕ່າງໆ ຕາມຂໍ້ກໍານົດ ກ່ຽວກັບເງື່ອນໄຂ ດ້ານສຸຂອະນາມັຍຕ່າງໆ ທີ່ປະເທດລາວ ໄດ້ເຊັນສັນຍາຮ່ວມກັບປະເທດຈີນ, ອີງຕາມຂໍ້ມູລຂອງສໍານັກຂ່າວລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.