ງົວ-ຄວາຍ ຖືກລັກລອບ ໄປຂາຍ ຢູ່ຈີນ

ສຸພັດຕາ
2019.06.27
F-cows ພວກລັກລອບ ສົ່ງ ງົວ-ຄວາຍ ດ້ວຍວິທີການຈູງຜ່ານປ່າ ລັດຂ້າມຊາຍແດນ ລາວ-ຈີນ ເພື່ອໄປຂາຍໃຫ້ ພໍ່ຄ້າຊາວຈີນ ຕໍາຣວດ ປະຈໍາເຂດ ບໍ່ເຕັນ ກໍເກັບເງິນຄ່າຜ່ານ (ຮູບຖ່າຍວັນທີ 12 ເດືອນມິຖຸນາ 2019)
ຮູບພາບຈາກ : ນັກຂ່າວພົລເມືອງ

ພໍ່ຄ້າຊາວລາວຈໍານວນນຶ່ງ ຍັງລັກລອບເອົາ ງົວ-ຄວາຍ ເທື່ອລະຫຼາຍຮ້ອຍໂຕ ຂ້າມໄປຂາຍໃຫ້ ພໍ່ຄ້າຄົນຈີນ ໂດຍອາສັຍ ເສັ້ນທາງປ່າ ໃກ້ເຂດດ່ານບໍ່ເຕັນ ຂນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍຂແນງການ ກໍມີສ່ວນຮູ້ເຫັນກັບເຣື້ອງນີ້ນໍາດ້ວຍ, ດັ່ງປະຊາຊົນ ທ້ອງຖິ່ນຜູ້ນຶ່ງທີ່ ບໍ່ປະສົງອອກຊື່ ແລະສຽງ ໄດ້ໃຫ້ຂໍ້ມູນແກ່ ວິທຍຸເອເຊັຽເສຣີ ໃນວັນທີ 27 ມິຖຸນາ ນີ້ວ່າ:

“ພໍ່ຄ້າ ສົ່ງງົວ-ຄວາຍ ດ້ວຍວິທີການຈູງຜ່ານປ່າ ລັດຂ້າມຊາຍແດນລາວ-ຈີນ ເພື່ອໄປຂາຍໃຫ້ພໍ່ຄ້າຊາວຈີນ ຕໍາຣວດປະຈໍາເຂດບໍ່ເຕນ ເກັບເງິນ 10 ກີບ ຕໍ່ຄວາຍນຶ່ງໂຕ ຄ່າຄົນຈູງ ຄົນລະ 5 ພັນກີບ ຝ່າຍຈີນ ເກັບໂຕລະ 20 ຢວນ ເງິນຈີນ ຍັງມີກະສິກັມ ປະຈໍາດ່ານ ເກັບອີກ ການສົ່ງງົວ-ຄວາຍ ອອກແຕ່ລະຄັ້ງ ບໍ່ຫຼຸດ 100 ກວ່າໂຕ ບາງຊ້ວງກະ 500 – 600 ໂຕ.”

ປະຊາຊົນ ບອກອີກວ່າຜ່ານມາ ໄດ້ເຫັນບັນຫາດັ່ງກ່າວນີ້ ເກີດຂຶ້ນມາ 4 ປີແລ້ວ ເດືອນນຶ່ງ ຂະເຈົ້າຈະລັກເຮັດແນວນີ້ ເທື່ອນຶ່ງຫຼືສອງເທື່ອ ສ່ວນງົວ-ຄວາຍນັ້ນ ຜູ້ທີ່ເອົາຂ້າມໄປຂາຍ ກໍຊອກຊື້ມາຈາກ ເມືອງຫຼວງນໍ້າທາ ແລະ ຕ່າງເມືອງ.

ປະຊາຊົນຜູ້ນີ້ ເວົ້າຕໍ່ໄປວ່າ ຜູ້ທີ່ລັກເອົາງົວ-ຄວາຍ ໄປຂາຍໃຫ້ກັບພໍ່ຄ້າຊາວຈີນນັ້ນ ຈະໃຊ້ວິທີການຈູງຜ່ານປ່າ ໃກ້ກັບໂຮງແຮມຈິນຕູ, ຊຶ່ງ ຫ່າງຈາກດ່ານສາກົລ ບໍ່ເຕັນ ປະມານ 1 ກິໂລແມັດ ຊ່ວງເວລາທີ່ເອົາໄປ ແມ່ນປະມານ 6-8 ໂມງເຊົ້າ ແລະ ໃນເວລາທີ່ເອົາ ງົວ-ຄວາຍ ໄປແຕ່ລະເທື່ອນັ້ນ ເຈົ້າໜ້າທີ່ຕໍາຣວດ ຈາກດ່ານບໍ່ເຕັນ ແລະເຈົ້າໜ້າທີ່ກະສິກັມ ເມືອງຫຼວງນໍ້າທາ ກໍມາຢືນລໍຖ້າເກັບເງິນ ຢູ່ເຂດນັ້ນ.

ຫາກແມ່ນຄົນລາວເປັນຜູ້ຈູງ ງົວ-ຄວາຍ ໄປ ຈະຕ້ອງເສັຽເງິນໃຫ້ຕໍາຣວດ ດ່ານບໍ່ເຕັນ ທີ່ຢູ່ຈຸດນັ້ນ 10 ພັນກີບ 1 ໂຕນ, ເສັຽຄາຈູງຜ່ານ 5 ພັນກີບ ຕໍ່ໂຕ ແລະເສັຽໃຫ້ກັບເຈົ້າໜ້າທີ່ກະສິກັມ ອີກຈໍານວນນຶ່ງ ຮວມໆແລ້ວເກືອບ 30 ພັນກີບ ຕໍ່ງົວຄວາຍນຶ່ງໂຕ.

ນອກຈາກນີ້ ເມື່ອເສັຽເງິນຢູ່ເບື້ອງລາວແລ້ວ ຍັງຕ້ອງໄດ້ເສັຽໃຫ້ກັບເຈົ້າໜ້າທີ່ຕໍາຣວດຝັ່ງຈີນ ອີກ ໂຕລະ 20 ຢວນ ໃນຂນະດຽວກັນ ຄົນຈີນ ທີ່ມີຄວາມປະສົງຢາກຈະລັກເອົາສິນຄ້າ ຂ້າມມາຂາຍຢູ່ຝັ່ງລາວ ໂດຍໃຊ້ເສັ້ນທາງດຽວກັນນີ້ ກໍຕ້ອງເສັຽຄ່າຜ່ານ ລັກສນະນີ້ຄືກັນ.

ຕໍ່ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ກະສິກັມ ແຂວງຫຼວງນໍ້າທາ ທ່ານນຶ່ງ ໃຫ້ຄໍາເຫັນວ່າ ເຣື້ອງນີ້ ບໍ່ແມ່ນຄວາມຈິງ ບໍ່ມີການລັກລອບເອົາສິນຄ້າ ຫຼື ງົວ-ຄວາຍ ຂ້າມໄປ ດັ່ງທີ່ ປະຊາຊົນເວົ້າ. ໃນຂນະທີ່ ເຈົ້າໜ້າທີ່ພາສີ ປະຈໍາດ່ານບໍ່ເຕັນ ທ່ານນຶ່ງ ກໍໃຫ້ຣາຍລະອຽດວ່າມີແທ້ ແຕ່ບໍ່ໄດ້ ຫຼາຍປານນັ້ນ ເປັນການຂ້າມໄປ-ມາ ຊື້ຂາຍ ກັນ ຣະຫວ່າງຊາວບ້ານ ກັບຊາວບ້ານ, ດັ່ງທີ່ທ່ານກ່າວວ່າ:

“ປັນຫາມັນກໍບໍ່ຄ່ອຍມີປານນໃດເນາະ ກໍແບບປະຊາຊົນເຂດເຊື່ອມຕໍ່ຫັ້ນເນາະ ກໍເຮັດແບບຮ່ວມກັນຫັ່ນນາ ບໍ່ເປັນຕາກັງວົນດອກ ທີ່ວ່າເປັນ ປັນຫາໃຫຍ່ມັນ ກໍບໍ່ແມ່ນຫັ່ນນາ ມັນເປັນການທໍາມາຫາກິນ ຣະຫວ່າງ 2 ປະເທດຊື່ໆ ຫັ້ນນາ.”

ນອກຈາກບັນຫາດ່ັງກ່າວນີ້ແລ້ວ ປະຊາຊົນຜູ້ທີ່ແຈ້ງເຣື້ອງມາຍັງວິທຍຸເອເຊັຽເສຣີ ກໍບອກອີກວ່າ ຍັງມີບັນຫາຄົນຈີນຈໍານວນນຶ່ງ ລັກຂ້າມມາ ເສັ້ນທາງດັ່ງກ່າວ ເພື່ອເຂົ້າມາທ່ຽວຫຼີ້ນແລະຮັບຈ້າງເປັນແຮງງານແບບຜິດກົດໝາຍ ຢູ່ເມືອງຫຼວງນໍ້າທາ ນໍາດ້ວຍ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ກໍຍັງບໍ່ແກ້ໄຂ ຂນະທີ່ເຣື້ອງນີ້ ເຈົ້າໜ້າທີ່ດ່ານບໍ່ເຕັນ ກໍຢັັ້ງຢືນຕໍ່ວິທຍຸເອເຊັຽເສຣີ ວ່າ ແຕ່ກ່ອນເຄີຍມີ ແຕ່ດຽວນີ້ ບໍ່ມີແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.