ມ.ສນາມໄຊຈະປູກຝັງ ບໍ່ໄດ້ ຫຼາຍປີ
2018.10.23

ພື້ນທີ່ກະສິກັມ ທີ່ເສັຍຫາຍຍ້ອນ ເຂື່ອນ ເຊນໍ້າປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອສນາມໄຊ ແຂວງອັດຕະປື ຈະໃຊ້ປູກຝັງບໍ່ໄດ້ ເປັນເວລາ ຫຼາຍສິບປີ ຍ້ອນດິນເສັຍຄຸນນະພາບ ກາຍເປັນຂິ້ຕົມ ຂນະທີ່ທາງການ ຍັງບໍ່ມີແຜນແກ້ໄຂ ບັນຫານີ້ເທື່ອ. ດັ່ງຄໍາເວົ້າຂອງ ເຈົ້າໜ້າທີ່ ທ້ອງຖິ່ນ ເມືອງສນາມໄຊ ແຂວງອັດຕະປື ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 23 ຕຸລາ ນີ້:
“ເຮັດນາແຊງ ບ່ອນເຮັດນາງແຊງນີ້ ມັນພັດ ມັນຫັກມັນເພ ນໍ້າເຊາະ ນໍ້າໃຊ້ນີ້ນະ ເພາະວ່າດິນນາ ນີ້ ແຖວຄູຄອງ ນີ້ ມັນຖົມໝົດເດ ດິນຖົມໝົດ ແຕ່ກໍຄິດຢາກປູກຢູ່ ຣະດູແລ້ງ ພັດວ່າເໝືອງມັນບໍ່ເປັັນເໝືອງແລ້ວ ດິນນານີ້ ອັນມັນຖົມໝົດເດ້ ດິນຖົມໝົດ ແລ້ວກໍດິນນາ ໃຊ້ບໍ່ໄດ້ແລ້ວ.”
ທ່ານອະທິບາຍວ່າ ດິນ ທີ່ປະຊາຊົນ ໃຊ້ປູກເຂົ້າ ຢູ່ເມືອງສນາມໄຊ ມີຢູ່ສອງບ່ອນ ຄື: ເຂດຄູເມືອງ ແລະເຂດທົ່ງແພ, ປັຈຈຸບັນດິນ ທີ່ພໍ ປູກເຂົ້າໄດ້ ມີແຕ່ເຂດທົ່ງແພ ສ່ວນດິນເຂດຄູເມືອງ ທີ່ ຊາວບ້ານເຄີຍປູກເຂົ້າ ຈໍານວນຫລາຍຮ້ອຍ ເຮັກຕ່ານັ້ນ ບໍ່ສາມາດ ປູກເຂົ້າໄດ້ອີກ ຍ້ອນບາງສວ່ນ ຍັງເປັນດິນຂິ້ຕົມ ບາງບ່ອນທີ່ເຣີ້ມແຫ້ງແລ້ວນັ້ນ ກໍກາຍເປັນດິນເສັຍ ບໍ່ສາມາດໃຊ້ປູກເຂົ້າໄດ້ອີກ. ມາຮອດປັຈຈຸບັນ ກໍຍັງ ບໍ່ມີພາກສ່ວນໃດ ລົງມາໂອ້ລົມ ກ່ຽວກັບ ເຣື້ອງດິນ ເສັຍຫາຍນີ້ເທື່ອ.
ກ່ຽວກັບເຣື້ອງນີ້ ທາງເຈົ້າໜ້າທີ່ ເມືອງສນາມໄຊ ທ່ານນຶ່ງກ່າວວ່າ ເມືອງສນາມໄຊ ບໍ່ມີວິຊາການ ເຮື້ອງດິນ ແລະທາງແຂວງ ກໍຍັງບໍ່ທັນ ສົ່ງນັກວິຊາການ ລົງມາຊ່ວຍເຫລືອ ເຣື້ອງນີ້ເທື່ອ:
“ມັນດໍາບໍ່ໄດ້ ມັນໃຊ້ບໍ່ໄດ້ເດ້ ເພາະມັນລົ້ມ ມັນລົ້ມມັນພຽງ ບ່ອນທີ່ພຽງແລ້ວ ບ່ອນພຽງແລ້ວກໍມີ ບ່ອນພຽງຄັກໆ ກໍມີ ແຕ່ວ່າວິຊາການບໍ່ມີ ໂອ້ຍຄັນ ອັນທາງແຂວງສົ່ງມາ ກໍແຮງດີ ພໍໄດ້ເຮັດໄຮ່ ເຮັດນາ ຄືແຕ່ເກົ່າ ແຕ່ຫລັງ ບໍ່ທັນເຫັນມາ ເຫັນອີສັງ ກໍຊິຂໍຄືກັນ ຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ສໍາລັບເມືອງສນາມໄຊ ແຂວງອັດຕະປື ນັ້ນ ໃນແຕ່ລະປີ ຊາວບ້ານຈະປູກເຂົ້າສອງຣະດູ; 1 ແມ່ນຍາມຣະດູຝົນ ຫຼື ທີ່ ເອີ້ນວ່າ ເຂົ້ານາປີ ເຣີ້ມປູກແຕ່ເດືອນ 5 ເປັນຕົ້ນໄປສ່ວນເຂົ້າຣະດູແລ້ງ ຫຼືເຂົ້ານາແຊງ ເຣີ້ມປູກແຕ່ເດືອນ 12 ເປັນຕົ້ນໄປແລະຄາດວ່າ ໃນອະນາຄົດນີ້ ອາດປູກເຂົ້ານາແຊງ ບໍ່ໄດ້ອີກແລ້ວ ເນື່ອງຈາກດິນເສື່ອມຄຸນນະພາບ ຫລັງຈາກ ຖືກນ້ໍາຖ້ວມ ຍ້ອນເຂື່ອນແຕກ.