ທາງການລາວ ມອບ ສນາມບິນ ອັດຕະປື ໃຫ້ ກອງທັບ
2022.02.08

ກົມການບິນພົລເຮືອນ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ມອບສນາມບິນອັດຕະປື ໃຫ້ກອງບັນຊາການທະຫານອາກາດ ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງ ໃນມື້ວັນທີ 5 ກຸມພານີ້ ພາຍຫລັງທີ່ໄດ້ຢູ່ໃນຄວາມຄຸ້ມຄອງຂອງ ກະຊວງໂຍທາທິການ ແລະຂົນສົ່ງ ມາຕັ້ງແຕ່ກໍ່ສ້າງແລ້ວ ເມື່ອປີ 2015. ມາເຖິງປັດຈຸບັນ ສນາມບິນແຫ່ງນີ້ ກໍຍັງປິດຢູ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ໂຍທາທິການ ແລະຂົນສົ່ງ ແຂວງອັດຕະປື ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກຸມພານີ້.
“ກ່ຽວກັບສາຍການບິນ ເປີດແລ້ວມັນກະປິດເນາະ ໝາຍຄວາມວ່າບໍ່ມີຜູ້ຊົມໃຊ້ ເວົ້າງ່າຍໆ ມູນຄ່າການລົງທຶນມະຫາສານ ແຕ່ວ່າບໍ່ທັນໄດ້ຊົມໃຊ້ເທື່ອເນາະ.”
ທ່ານກ່າວຕື່ມວ່າ ສນາມບິນແຫ່ງນີ້ ບໍ່ມີຜົນກະທົບຕໍ່ຊາວບ້ານ ເພາະຢູ່ຫ່າງໄກ ຊຸມຊົນຫລາຍສົມຄວນ ແລະກໍຕັ້ງຢູ່ຫ່າງຈາກເຂດເທສບານ ແຂວງອັດຕະປື ປະມານ 26 ກິໂລແມັດ. ປັດຈຸບັນ ໃຊ້ເປັນບ່ອນ ຂຶ້ນ-ລົງ ຂອງເຮືອບິນກອງທັບລາວ ແລະເຮືອບິນຂອງຄະນະນໍາຣະດັບສູງ, ນອກຈາກນັ້ນແລ້ວ ກໍບໍ່ໄດ້ໃຊ້ປໂຍດແນວໃດເລີຍ. ແລະຫລັງຈາກມອບໃຫ້ກອງທັບ ເປັນຜູ້ຄຸ້ມຄອງແລ້ວ ກໍຄາດວ່າ ກອງທັບຈະໃຊ້ສນາມບິນແຫ່ງນີ້ ເປັນບ່ອນຝຶກອົບຮົມການບິນ ແລະກຽມພ້ອມສໍາລັບສູ້ຣົບ.
ຊາວແຂວງອັດຕະປື ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ ບໍ່ຮູູ້ຄືກັນ ສນາມບິນແຫ່ງນີ້ ຈະເປີດໃຊ້ຫລືບໍ່ ຫລືວ່າຈະປິດຕາຍໄປເລີຍ. ແຕ່ທີ່ຜ່ານມາຈົນມາຮອດມື້ນີ້ ກໍຍັງບໍ່ເຄີຍເຫັນສາຍການບິນໃດ ມາລົງຈອດເທື່ອ.
“ທາງເຮົາກໍບໍ່ຮູ້ຄືກັນໄດ໋ຫັ້ນ ວ່າເພິ່ນສິເປີດຫລືບໍ່ ແຕ່ຜ່ານມາຫັ້ນບໍ່ມີ ເພາະວ່າມັນ ມີແຕ່ສນາມບິນ ແຕ່ວ່າບໍ່ເຫັນຖ້ຽວບິນລົງ.”
ແລະຊາວແຂວງອັດຕະປືອີກຜູ້ນຶ່ງ ກໍເວົ້າໃນມື້ວັນທີ 8 ກຸມພານີ້ວ່າ ຕອນສ້າງແລ້ວໃໝ່ໆ ເຫັນວ່າ ສນາມບິນເປີດໃຊ້ເປັນປົກຕິ. ແຕ່ຜ່ານໄປບໍ່ພໍເທົ່າໃດກໍປິດ ຍ້ອນບໍ່ມີຄົນມາໃຊ້ບໍຣິການພໍເທົ່າໃດ, ເຮັດໃຫ້ສາຍການບິນຂາດທຶນ. ດັ່ງນັ້ນຈຶ່ງຈໍາເປັນຕ້ອງໄດ້ປິດ ຈົນມາຮອດມື້ນີ້ ແລະສຸດທ້າຍກໍກາຍ ເປັນສນາມບິນຮ້າງ.
“ຍົນເຊົາບິນແຫລະ ມັນບໍ່ມີຜູ້ໂດຍສານຫລາຍ ເພິ່ນກະເລີຍຢຸດ ເພິ່ນເປີດຄາວນຶ່ງລະແລ້ວກະຢຸດຕິ ບາດນີ້ມັນຫລຸບທຶນສາຍການບິນ.”
ໃນຂະນະດຽວກັນ ປະຊາຊົນລາວ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຄງການສນາມບິນອັດຕະປື ເປັນໂຄງການພັທນາ ຂອງຣັຖບານລາວ ທີ່ລົ້ມແຫລວທີ່ສຸດ, ລົງທຶນໄປແບບບໍ່ມີການສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຢ່າງລະອຽດຖີ່ຖ້ວນ, ນອກຈາກຈະບໍ່ເກີດປໂຍດຫຍັງແລ້ວ ກໍສ້າງພາຣະໜີ້ສິນ ໃຫ້ປະເທດຊາດຈົນມາຮອດມື້ນີ້.
“ທັມດານີ້ກ່ອນສິເຮັດຫຍັງ ກະຕ້ອງຄົ້ນຄວ້າຊອກຫາຂໍ້ມູນ ມັນຄັກແນ່ ຄັນວ່າສ້າງສນາມບິນແລ້ວ ຊິສ້າງເພື່ອຫຍັງ ກາຍເປັນໜີ້ ເປັນສິນແລ້ວ ອັນນີ້ມັນກະເປັນການຄິດໄລ່ຜິດພາດ ຫັ້ນແລ້ວຄັນເວົ້າມາ.”
ເມື່ອປະມານ 10 ປີກ່ອນ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ໃນສມັຍນັ້ນ ຕ້ອງການ ພັທນາລາວ ໃຫ້ຫລຸດອອກຈາກ ການເປັນປະເທດດ້ອຍພັທນາໃນປີ 2020, ໄດ້ອະນຸຍາດໃຫ້ບໍຣິສັດ ຮ່ວງແອັງຢາລາຍ (Hoang Anh Gia Lai) ຂອງວຽດນາມ ເຂົ້າມາລົງທຶນ ປູກຢາງພາລາ ແລະອ້ອຍ ຢູ່ແຂວງອັດຕະປື, ກວມເອົາເນື້ອທີ່ຫລາຍພັນເຮັກຕາ ກ່ອນຈະອະນຸຍາດໃຫ້ບໍຣິສັດນີ້ ສ້າງສນາມບິນ ອັດຕະປືໃນປີ 2013 ແລະສ້າງແລ້ວໃນປີ 2015 ໂດຍບໍຣິສັດນີ້ ເປັນຜູ້ລົງທຶນໃຫ້ກ່ອນ ເປັນມູນຄ່າ 289 ຕື້ປາຍກີບ ຫລືເກືອບເຖິງ 37 ລ້ານໂດລາຣ໌ສະຫະຣັຖ ແລ້ວທາງການລາວ ຈະຜ່ອນໃຊ້ຕາມທີຫລັງ. ມາເຖິງປີ 2017 ບໍຣິສັດ ຮວງແອັງຢາລາຍຂອງວຽດນາມ ມີບັນຫາທາງດ້ານການເງິນ ແລ້ວຈຶ່ງຂາຍກິຈການທັງໝົດໃນລາວ ໃຫ້ກຸ່ມນາຍທຶນຈີນ, ສ່ວນສນາມບິນກໍໃຫ້ກະຊວງໂຍທາທິການ ແລະຂົນສົ່ງເປັນຜູ້ຄຸ້ມຄອງ.
ສນາມບິນອັດຕະປື ມີອຸປກອນເຄື່ອງໃຊ້ຕ່າງໆ ຢູ່ເປັນຈໍານວນຫລວງຫລາຍ ທີ່ຕ້ອງໄດ້ບໍາຣຸງຮັກສາໃຫ້ຢູ່ໃນສະພາບດີຄືເກົ່າ ໂດຍທີ່ທາງກະຊວງໂຍທາທິການ ແລະຂົນສົ່ງ ຕ້ອງໄດ້ໃຊ້ຈ່າຍປະມານ 140 ລ້ານກີບຕໍ່ເດືອນ.