ສາຍການບິນລາວ ໂຈະບໍຣິການ ທີ່ສນາມບິນສາກົລ ບໍ່ແກ້ວ

ສຸພັດຕາ
2024.02.06
ສາຍການບິນລາວ ໂຈະບໍຣິການ ທີ່ສນາມບິນສາກົລ ບໍ່ແກ້ວ ຜູ້ໂດຍສານກຳລັງຢືນຢູ່ປະຕູ ຜູ້ໂດຍສານຂາເຂົ້າ ທີ່ສນາມບິນວັດໄຕ, ນະຄອນຫຼວງວຽງຈັນ. ເດືອນມົກກະຣາ ປີ 2024.
ນັກຂ່າວ ພົລເມືອງ

ເມື່ອວັນທີ 5 ກຸມພາ ທີ່ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ, ທ່ານ ຈ້າວເຫວີ່ຍ ປະທານສະພາບໍຣິຫານ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແລະເຈົ້າໜ້າທີ່ຈາກຫຼາຍພາກສ່ວນ ໄດ້ເຂົ້າຮ່ວມພິທີເປີດສນາມບິນສາກົລບໍ່ແກ້ວ ຢູ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອເປັນການຕ້ອນຮັບ ປີທ່ອງທ່ຽວລາວ ແລະຮັບໃຊ້ປະຊາຊົນພາຍໃນປະເທດ ພາຍຫຼັງຈາກ ກໍ່ສ້າງສໍາເຣັດ ເມື່ອປີທີ່ຜ່ານມາ, ອີງຕາມການຣາຍງານ ຂອງເຟສບຸຄ໌ ເພຈ “Bokeo International Airport.

ແຕ່ຢ່າງເຖິງແມ່ນວ່າ ຈະມີພິທີເປີດສນາມບິນ ຢ່າງຍິ່ງໃຫຍ່ກໍຕາມ ແຕ່ປັດຈຸບັນ ຢູ່ສນາມບິນແຫ່ງນີ້ ກໍຍັງບໍ່ທັນເປີດບໍຣິການຖ້ຽວບິນປົກກະຕິເທື່ອ ຈາກທີ່ມີແຜນ ຈະເຣີ່ມນໍາໃຊ້ຖ້ຽວບິນປົກກະຕິ ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ບໍ່ແກ້ວ, ບໍ່ແກ້ວ ຫາ ນະຄອນຫຼວງວຽງຈັນ ຂອງສາຍການບິນລາວ ໃນວັນທີ 5 ກຸມພາ ທີ່ຜ່ານມານີ້ ຍ້ອນສາຍການບິນລາວ ຍັງແຈ້ງປະກາດ ໂຈະຖ້ຽວບິນ ລະຫວ່າງ ສນາມບິນສາກົລວັດໄຕ ກັບສນາມບິນສາກົລບໍ່ແກ້ວ ແບບບໍ່ມີກໍານົດຢູ່.

ດັ່ງພະນັກງານ ສາຍການບິນລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ກຸມພາ ນີ້ວ່າ:

ບໍ່ຮູ້ນ່າເຈົ້າ! ເຮົາຍັງບໍ່ໄດ້ຮັບແຈ້ງຫຍັງຈາກເພິ່ນ. ເພິ່ນມີແຕ່ແຈ້ງໂຈະໃຫ້ບໍຣິການເຈົ້າ (ໄລຍະນີ້). ໜ້າຈະເປັນຂອງທາງລ້ານຊ້າງເດີ້ເຈົ້າ.”

ກ່ອນໜ້າ ທີ່ຈະມີການເປີດສນາມບິນແຫ່ງນີ້ ແບບເປັນທາງການ, ຜູ້ປະກອບການຂາຍປີ້ເຮືອບິນຈໍານວນຫຼາຍ ໄດ້ລົງໂຄສະນາ ຂາຍປີ້ເຮືອບິນ ລະຫວ່າງວຽງຈັນ ຫາ ບໍ່ແກ້ວ, ບໍ່ແກ້ວ ຫາວຽງຈັນ ແຕ່ພາຍຫຼັງຈາກ ສາຍບິນລາວ ໄດ້ປະກາດໂຈະຖ້ຽວບິນໄປ ເຮັດໃຫ້ຕ້ອງຍົກເລີກຂາຍປີ້ດັ່ງກ່າວ ແຕ່ຍັງມີຖ້ຽວບິນແບບເຊົ່າເໝົາລໍາ ຂອງສາຍການບິນລ້ານຊ້າງ ທີ່ໃຫ້ບໍຣິການຖ້ຽວບິນ ລະຫວ່າງສນາມບິນສາກົລວັດໄຕ ຫາ ສນາມບິນສາກົລບໍ່ແກ້ວຢູ່ ແຕ່ຍັງເປັນປີ້ລາຄາສູງ.

ດັ່ງຜູ້ປະກອບການ ຂາຍປີ້ເຮືອບິນ ກ່າວວ່າ:

ໂຕນີ້ເນາະ ເພາະວ່າ ຕອນເຂົາເຈົ້າໃຫ້ເປີດຂາຍປີ້. ເຂົາເຈົ້າຍັງບໍ່ທັນເປີດ ສນາມບິນໂຕນັ້ນເທື່ອນ່າ. ເພິ່ນໃຫ້ໂຈະກ່ອນ ຖ້າເຂົາເຈົ້າເປີດເປັນທາງການພຸ້ນແຫຼະ. ໂຕຂອງບໍຣິສັດລ້ານຊ້າງ ບໍເຈົ້າ, ລາຄາເຣີ່ມຕົ້ນ ແມ່ນ 4 ລ້ານປາຍ.”

ໃນຂະນະທີ່ ຜູ້ທີ່ຢູ່ໃນວົງການ ສາຍການບິນ ອີກທ່ານນຶ່ງ ກໍໄດ້ຍິນວ່າ ສາເຫດທີ່ສາຍການບິນລາວ ຍັງໂຈະໃຫ້ບໍຣິການ ຖ້ຽວບິນຢູ່ສນາມບິນດັ່ງກ່າວ ເປັນຍ້ອນ ຍັງບໍ່ທັນມີການເຊັນສັນຍາ ແບບເປັນທາງການນໍາກັນເທື່ອ ແລະກໍອາຈຍັງບໍ່ສາມາດຕົກລົງ ທາງດ້ານການໃຫ້ບໍຣິການໄດ້ ຈຶ່ງມີເຫດຈໍາເປັນ ຕ້ອງໄດ້ໂຈະ.

ດັ່ງທ່ານກ່າວວ່າ:

ເຂົາເຈົ້າຍັງບໍ່ທັນ ເຊັນສັນຍາກັນເທື່ອນ່າເຈົ້າ. ເຂົາເຈົ້າເລີຍບິນບໍ່ໄດ້ເທື່ອນ່າ. ເຂົາເຈົ້າບໍ່ໄດ້ໄປເຮັດສັນຍານໍາສນາມບິນ ກະເລີຍບິນບໍ່ໄດ້. ຍັງບໍ່ຮູ້ເທື່ອນ່າເຈົ້າ ເພາະເຂົາເຈົ້າ ຍັງເຮັດເອກະສານ ຫຍັງກັນຕື່ມບໍ.”

ຈາກການທີ່ ຢູ່ສນາມບິນແຫ່ງດັ່ງກ່າວ ຍັງບໍ່ທັນເປີດຖ້ຽວບິນ ແບບປົກກະຕິນີ້ ກໍເຮັດໃຫ້ຊາວລາວ ຜູ້ທີ່ມີແຜນເດີນທາງ ຈາກນະຄອນຫຼວງວຽງຈັນ ມາແຂວງບໍ່ແກ້ວ ຮູ້ສຶກຜິດຫວັງ ແລະຕ້ອງເດີນທາງດ້ວຍການຂີ່ເຮືອບິນ ມາຈາກນະຄອນຫຼວງວຽງຈັນ ມາລົງສນາມບິນແຂວງຫຼວງນໍ້າທາ ແລ້ວກໍຂີ່ຣົຖຕໍ່ມາຍັງແຂວງບໍ່ແກ້ວ ອີກເທື່ອນຶ່ງ ເຊິ່ງໃຊ້ເວລາດົນຫຼາຍຊົ່ວໂມງເຕີບ ແລະກໍບໍ່ມີເງິນຫຼາຍ ທີ່ຈະຊື້ປີ້ເຮືອບິນແບບເຊົ່າເໝົາລໍາ ເພື່ອບິນມາລົງແຂວງບໍ່ແກ້ວ ໄດ້ໂດຍຕຣົງ.

ດັ່ງຊາວລາວ ນາງນຶ່ງ ກ່າວວ່າ:

ກະຫາເປີດເປັນທາງການເຈົ້າ ແຕ່ວ່າ ເຣື່ອງທີ່ວ່າ ຍົນບິນຈາກ ຕົ້ນເຜິ້ງ-ວຽງຈັນເນາະ ບໍ່ທັນໄດ້ເປີດໃຫ້ບໍຣິການເທື່ອ. ຖ້າວ່າເຮົາຈະຂຶ້ນຍົນ ຈາກວຽງຈັນນີ້ ເຮົາຕ້ອງມາລົງຫຼວງນໍ້າທາ. ຈາກແຂວງຫຼວງນໍ້າທາ ແລ້ວກະຂີ່ຣົຖ ຈາກແຂວງຫຼວງນໍ້າທາ ມາຫ້ວຍຊາຍຕໍ່. ຖ້າວ່າ ເຮົາຊິຂີ່ຈາກວຽງຈັນ ມາລົງຕົ້ນເຜິ້ງລະແມ່ນ ເປັນລາຄາຍົນເໝົາລໍາຢູ່.”

ແຕ່ເຖິງຢ່າງໃດກໍຕາມ ຜູ້ໂດຍສານ ອີກທ່ານນຶ່ງ ກໍຫວັງວ່າ ສາຍການບິນລາວ ຫຼືສາຍການບິນອື່ນໆ ຈະມີແຜນເປີດໃຫ້ບໍຣິການຖ້ຽວບິນ ແບບລາຄາປົກກະຕິ ຢູ່ສນາມບິນສາກົລບໍ່ແກ້ວ ໃນອີກບໍ່ດົນນີ້ ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສາຍ ແທນທີ່ຈະມີແຕ່ເຮືອບິນ ແບບເຊົ່າເໝົາລໍາ ທີ່ອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວຊາວຈີນ ທີ່ມີຈຸດປະສົງ ໄປໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເທົ່ານັ້ນ.

ດັ່ງທ່ານກ່າວວ່າ:

ສ່ວນໂຕນ້ອງເດີ້ ຄັນວ່ານ້ອງ ເປັນນັກທ່ອງທ່ຽວ ນ້ອງກະຄິດວ່າ ຄັນມັນມີສນາມບິນ. ແລ້ວກະຄົນລາວໄປລົງໄດ້ ມັນກະດີຄືກັນແຫຼະ. ມັນກະປະຢັດເວລາ ຫຼາຍກວ່າ ທີ່ເຮົາໄປລົງຢູ່ຫຼວງນໍ້າທາ ແລ້ວກະຈັ່ງຕໍ່ຣົຖໄປຫັ້ນນ່າ.”

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ສອບຖາມຊາວລາວ ອີກຈໍານວນນຶ່ງ ກ່ຽວກັບ ຂໍ້ກັງວົນຂອງການເປີດໃຊ້ ສນາມບິນແຫ່ງນີ້ ແຕ່ກໍຍັງບໍ່ມີໃຜ ທີ່ມີຂໍ້ກັງວົນ ຫຼື ສິ່ງທີ່ໜ້າເປັນຫ່ວງ ຈົນກວ່າຈະມີຖ້ຽວບິນແບບເປັນທາງການ.

ສໍາລັບສນາມບິນສາກົລບໍ່ແກ້ວ ຂອງເຂດເສຖກິຈພິເສດສາມຫຼ່ຽມຄໍາ ເຣີ່ມກັບມາກໍ່ສ້າງ ຕັ້ງແຕ່ເດືອນກັນຍາ ປີ 2020 ໂດຍໃຊ້ມູນຄ່າການກໍ່ສ້າງ 175 ລ້ານໂດລ້າຣ໌ສະຫະຣັຖ ພາຍຫຼັງທີ່ ສາມາດໄກ່ເກັ່ຍດ້ານທີ່ດິນ ກັບຊາວບ້ານໄດ້, ໂດຍສນາມບິນແຫ່ງນີ້ ຕັ້ງຢູ່ບ້ານ ໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ໃນເນື້ອທີ່ 300 ເຮັກຕ້າຣ໌ ທີ່ຢູ່ຫ່າງຈາກເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ປະມານ 5 ກິໂລແມັດ.

ກ່ອນໜ້ານີ້ ເມື່ອເດືອນທັນວາ ປີ 2023 ທັງເຈົ້າໜ້າທີ່ ສນາມບິນສາກົລບໍ່ແກ້ວ ແລະຜູ້ປະກອບການຂາຍປີ້ເຮືອບິນ ກໍໄດ້ຄາດການວ່າ ໜ້າຈະມີການເປີດຖ້ຽວບິນ ແບບປົກກະຕິ ຢູ່ສນາມບິນດັ່ງກ່າວ ໃນໄລຍະເທສການກຸດຈີນ ທີ່ຈະມາຮອດນີ້ ເພື່ອຕ້ອນຮັບການທ່ອງທ່ຽວ ແຕ່ໃນທີ່ສຸດ ກໍໄດ້ຖືກໂຈະໄປຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.