ສາຍການບິນຣັສເຊັຽ ຈະເປີດຖ້ຽວບິນ ມາລາວອີກຄັ້ງ
2023.10.27

ສາຍການບິນ ອູຣານ ຂອງ ຣັສເຊັຽ (Ural Airline) ຈະເປີດຖ້ຽວບິນມາ ນະຄອນຫຼວງວຽງຈັນ ອີກຄັ້ງໃນວັນທີ 29 ຕຸລາ 2023 ໂດຍຈະມີຖ້ຽວບິນສັປດາລະຄັ້ງ ໂດຍອອກຈາກເມືອງ ວະລາດີວອສຕັອກ ເວລາ 09:30 ຕອນເຊົ້າແລະຈະມາຮອດ ນະຄອນຫຼວງວຽງຈັນ ໃນເວລາ 03:50 ໂມງ ຕອນບ່າຍຂອງວັນທີ 29 ຕຸລາ ຫຼັງຈາກນັ້ນຈະອອກເດີນທາງ ຈາກນະຄອນຫຼວງວຽງຈັນ ກັບສູ່ເມືອງວະລາດີວອສຕັອກໃນເວລາ 1 ໂມງກາງຄືນ ຂອງວັນທີ 30 ຕຸລາ, ອ້າງອີງຈາກການຣາຍງານ ຂອງ AEROLAOS ເຊິ່ງເປັນສຳນັກຂ່າວການບິນ ແລະ ການທ່ອງທ່ຽວ. ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ສນາມບິນສາກົລ ວັດໄຕຣກ່າວວ່າ ຂໍ້ມູນກ່ຽວກັບຖ້ຽວບິນດັ່ງກ່າວນີ້ ຍັງບໍ່ທັນຮູ້ເທື່ອ ຈຶ່ງບໍ່ສມາມາດບອກຣາຍລະອຽດໄດ້.
ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 09 ຕຸລາ 2023 ນີ້ວ່າ:
“ສາຍການບິນຣັສເຊັຽ ມາລາວຍັງບໍ່ມີ. ປີກາຍນີ້ຫັ້ນເຄີຍມີມາ ແຕ່ຣັສເຊັຽ ກໍຍັງບໍ່ແນ່ໃຈ ເພາະວ່າ ເຂົາເຈົ້າຍັງບໍ່ເຮັດແຜນບິນ ມາເທື່ອຫັ້ນນ່າ.”
ສາຍການບິນ ອູຣານ ຂອງຣັສເຊັຽ ໄດ້ປີດຖ້ຽວບິນລະຫວ່າງປະເທດລາວ ແລະ ຣັສເຊັຽ ຄັ້ງທຳອິດໃນເດືອນຕຸລາຂອງປີ 2022 ກ່ອນໜ້ານີ້ໃນເດືອນກຸມພາ ປິ 2023 ສາຍການບິນ ໄດ້ຍົກເລີກຖ້ຽວບິນຈາກເມືອງ ວະລາດີວອສຕັອກ ກະທັນຫັນ ເຮັດໃຫ້ນັກທ່ອງທ່ຽວຣັສເຊັຽໃນລາວ ໄດ້ຮັບຜົລກະທົບຫຼາຍ. ຈາກນັ້ນໃນເດືອນມີນາປີ 2023. ສາຍການບິນຈຶ່ງປະກາດ ຍົກເລີກຖ້ຽວບິນ ທັງໝົດ ຍ້ອນຕົ້ນທຶນສູງຂຶ້ນ ແລະ ຜົລຕອບແທນບໍ່ກຸ້ມຄ່າ.
ດັ່ງພະນັກງານ ບໍຣິສັດທ່ອງທ່ຽວ ຍານາງນຶ່ງກ່າວໃນມື້ດຽວກັນວ່າ:
“ແມ່ນເພິ່ນລອງບິນ ແຕ່ວ່າມັນອາດບໍ່ໄດ້ຂາຍເທົ່າຢູ່ໄທຍ ຖ້າຄົນໄທຍ ຂ້ອນຂ້າງໄປຫຼາຍກ່ວາລາວ ລອງບິນຫັ້ນນ່າ ແລ້ວມັນອາດບໍ່ເວີກສຳລັບເຂົ້າເຈົ້າ ຕົ້ນທຶນອາດຈະສູງແດ່ ເພາະວ່າບິນກົງຈາກນີ້ ມັນເວົ້າເຣື່ອງຄົນລາວ ບໍ່ມີໃຜໄປຫຼາຍແຕ່ຄົນຣັສເຊັຽຫັ້ນຫຼາຍ ສົມມຸດວ່າຄົນຣັສເຊັຽຫັ້ນມາຂາກັບໄປ ຫັ້ນມັນບໍ່ມີຜູ້ໂດຍສານຫັ້ນນ່າ.”
ທີ່ຜ່ານມາມີຄົນລາວຈໍ ານວນນຶ່ງ ເທົ່ານັ້ນທີ່ນີຍົມໄປທ່ອງທ່ຽວ ປະເທດຣັສເຊັຽ ແຕ່ກໍຍັງບໍ່ຫຼາຍປານໃດສ່ວນຫຼາຍ ຄົນທີ່ເດີນທາງໄປຣັສເຊັຽ ແມ່ນເຈົ້າໜ້າທີ່ລະດັບສູງ ທີ່ໄປຮ່ວມກອງປະຊຸມ ຫຼືຝຶກອົບຮົມກັບທາງການຣັສເຊັຽ ແລະ ອີກສ່ວນນຶ່ງ ແມ່ນເປັນນັກສຶກສາລາວ ທີ່ໄດ້ຮັບທຶນໄປຮຽນຕໍ່, ແຕ່ຫຼັງຈາກເກີດສົງຄາມ ລະຫວ່າງ ຢູເຄຣນ ກັບ ຣັສເຊັຽ ໃນເດືອນກຸມພາ 2022 ລວມເຖິງສະພາບເສຖກິຈ ພາຍໃນປະເທດລາວ ທີ່ປະເຊີນກັບບັນຫາເງິນກີບ ອ່ອນຄ່າ ເຮັດໃຫ້ຄ່າຄອງຊີບສູງຂຶ້ນ ແລະ ເຄື່ອງຂອງມີລາຄາແພງຂຶ້ນຫຼາຍ ເຮັດໃຫ້ປັດຈຸບັນຍັງບໍ່ມີການຈັດນຳທ່ຽວ ໄປຣັສເຊັຽເທື່ອຈາກກ່ອນໜ້ານີ້ ທີ່ເຄີຍມີນັກທ່ອງທ່ຽວຢູ່ປະມານ 2-3 ກຸ່ມ.
ດັ່ງພະນັກງານ ບໍຣິສັດທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ.
“ປີນຶ່ງອອກປະມານ 2-3 ກຣຸບຫັ້ນນ່າແລ້ວແຕ່ມາເປັນກຣຸບເຮົາ ກໍຈັດໃຫ້ໄດ້ກຣຸບນຶ່ງ ປະມານ 15-20 ຄົນຂຶ້ນເມືອພັດມາຄົນສອງຄົນ ຍັງຍາກຢູ່ເພາະວ່າ ເຂົາເຈົ້າບໍ່ຄ່ອຍໄດ້ໄປຊ່ວງນີ້ ຍັງບໍ່ມີລູກຄ້າຖາມຈັກຄົນບາດນີ້.”
ໃກ້ນໍາທ່ຽວ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວວ່າໄດ້ຍິນຂ່າວກ່ຽວກັບການເປີດສາຍການບິນ ຢູ່ແຕ່ກໍຍັງບໍ່ແນ່ໃຈວ່າ ຈະມີລູກຄ້າຣັສເຊັຽເພີ່ມຂຶ້ນ ບໍ່ຍ້ອນຕັ້ງແຕ່ເກີດສົງຄາມ ຢູ່ເຄຣນ-ຣັສເຊັຽນັ້ນ ກໍບໍ່ຄ່ອຍເຫັນນັກທ່ອງທ່ຽວ ຣັສເຊັຽຫຼາຍປານໃດ.
ດັ່ງທ່ານໄດ້ກ່າວວວ່າ:
“ມີໆ ທາງວຽງຈັນມີຍ້ອນຍັງບໍ່ທັນໄດ້ເບິ່ງລະອຽດ ແຕ່ວ່າມັນມີເພິ່ນເປີດແລ້ວສາຍການບິນ ກົງຈາກຣັສເຊຍມາວຽງຈັນ ແຕ່ວ່າຂ້ອຍຍັງບໍ່ຮູ້ລະອຽດ ບໍ່ເຂົາເຈົ້າບໍ່ມາໄດ້ສອງປີສາມປີ ກໍເຣີ່ມຈາກໂຄວິດມາ ກໍບໍ່ເຫັນມາເພາະວ່າ ບ້ານເຂົາເຈົ້າຊ່ວງນີ້ ກໍມີປັນຫາກັນເດ້.”
ທ່ານກ່າວຕື່ມວ່າ ສ່ວນນຫຼາຍນັກທ່ອງທ່ຽວຣັສເຊັຽ ນິຍົມມາທ່ຽວນະຄອນຫຼວງວຽງຈັນ, ນະຄອນຫຼວງພຣະບາງ, ປະສາດຫີນວັດພູ ແລະ ດອນເດດ ໃນແຂວງຈຳປາສັກ ກ່ອນທີ່ບາງສ່ວນຈະເດີນໄປກັມພູຊາ ແລະວຽດນາມຕື່ມ.
ວັນທີ 02 ຕຸລາ ທີ່ຜ່ານມາ ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກໄດ້ເຂົ້າມາພົບ ປະກັບທ່ານ ເດນິສ ອັນເດຣເຢວິດ ປາຣເຟນົບ (Denis Andreevich Parfenov) ສະມາຊິກສະພາ ດູມາຣ໌ສະຫະພັນຣັສເຊັຽ ເລຂາທິການ ອົງການຄະນະພັກນະຄອນຫຼວງມົດສະກູ, ກັມມະການສູນກາງພັກຄອມມູນິສຕ໌ ສະຫະພັນຣັສເຊັຽ ທີ່ໄດ້ເດີນທາງມາຢ້ຽມຢາມ ຢູ່ ສປປ ລາວ ທັງສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການສົ່ງເສີມການຮ່ວມມື ທາງດ້ານເສຖກິຈ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ລວມເຖິງການເປີດສາຍການບິນຄືນໃໝ່ ລະຫວ່າງນະຄອນຫຼວງວຽງຈັນ-ມົດສະກູ.
ຖ້ຽວບິນຈາກເມືອງ ວະລາດີວອສຕັອກ ໄປນະຄອນຫຼວງວຽງຈັນນັ້ນ ໃຊ້ໄລຍະເວລາໃນການບິນ 6 ຊົ່ວໂມງ 21 ນາທີ ແລະ ຄ່າປີ້ຍົນຍົນແບບໄປ-ກັບລາຄາ 115,000 ຣູເບີລ ຫຼື ປະມານ 23,350,000 ກີບ (ອັດຕຣາແລກປ່ຽນ 100 ຣູເບີ້ລເທົ່າກັບ 20,300 ກີບ), ອີງຕາມລາຄາໃນປີ 2022 ແລະ ອັດຕຣາແລກປ່ຽນ ໃນວັນທີ 09 ຕຸລາ 2023. ໃນໄລຍະ 6 ເດືອນທໍາອິດຂອງປີ 2023 ມີນັກທ່ອງທ່ຽວເດີນມາທ່ຽວ ປະເທດລາວ 1.6 ລ້ານຄົນ ໃນນີ້ແມ່ນັກທ່ອງທ່ຽວ ຈາກປະເທດໄທຍ ຫຼາຍທີ່ສຸດ 668,595 ຄົນ ຮອງລົງມາ ແມ່ນວຽດນາມ 398,937 ຄົນ, ຈີນ 317,604 ຄົນ, ເກົາຫຼີໃຕ້ 72,958 ຄົນ, ສະຫະຣັຖອາເມຣິກາ 30,455 ຄົນ ແລະ ຣັສເຊັຽ 23,543 ຄົນ, ອີງຕາມຂໍ່ມູນ ຈາກກົມພັທນາ ການທ່ອງທ່ຽວ ກະຊວງຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ.