ສ້າງເດີ່ນຍົນ ອັດຕະປື ຜິດຈຸດປະສົງ
2022.02.09

ສນາມບິນ ແຂວງອັດຕະປື ຢຸດໃຫ້ການບໍຣິການ ມາໄດ້ຫຼາຍປີ ຍ້ອນບໍ່ມີຜູ້ໂດຍສານ ມາໃຊ້ບໍຣິການ ຈົນເຮັດໃຫ້ສນາມບິນດັ່ງກ່າວ ຖືກປະຮ້າງໄວ້ຫຼາຍປີ. ສນາມບິນດັ່ງກ່າວ ຂາດການບຳລຸງຮັກສາ ຈົນມີສັດລ້ຽງປະເພດງົວ-ຄວາຍ ຂອງປະຊາຊົນເຂົ້າໄປກິນຊະຊາຍໃນສນາມບິນ. ໃນວັນທີ 26 ຕຸລາ 2016 ເປັນວັນສຸດທ້າຍ ທີ່ສນາມບິນດັ່ງກ່າວ ໃຫ້ການບໍຣິການຜູ້ໂດຍສານ
ທ່ານ ສົມບູນ ດາວສະຫວັນ ຜູ້ບໍຣິຫານ ສະໜາມບິນ ທົ່ວປະເທດ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ຕຸລາ 2016.
"ເຫດຜົນກະຊິແມ່ນ ຜູ້ໂດຍ ສານຫຼຸດລົງວືບວາບ ໄປບາດດຽວຫັ້ນແຫຼະ ກະເຮັດໃຫ້ການບິນລາວບໍ່ສາມາດແບກຫາບພາລະ ໜີ້ສິນຫັ້ນ".
ສາສດາຈານ Ian Baird ຈາກມະຫານວິທະຍາໄລ ວິສຄອນຊິນ-ເມດີເຊິນ ສະຫະຣັຖອາເມຣິກາ ຜູ້ທີ່ເຄີຍລົງໄດ້ໂອ້ລົມກັບປະຊາຊົນ ທີ່ຢູ່ໃກ້ສນາມບິນ ແລະ ເຈົ້າໜ້າທີ່ຢູ່ສນາມບິນ ໄດ້ໃຫ້ສັມພາດກ່ຽວກັບເຣື່ອງສນາມບິນວ່າ.
ນັກຂ່າວ:
ເປັນຈັ່ງໃດ ສນາມບິນແຂວງອັດຕະປື ທີ່ເຮົາເຄີຍໄດ້ໄປສຳຜັດ ມາກ່ອນໜ້ານີ້ຫັ້ນນ່າ?
ສາສດາຈານ Ian Baird:
ເອີ ອັນເຣື່ອງອັນເດີ່ນຍົນ ຢູ່ອັດຕະປືເນາະ ມັນເປັນເຣື່ອງທີ່ໜ້າເສັຽດາຍເນາະ ເພາະວ່າ ເບື້ອງຕົ້ນເນາະ ຕອນທີ່ເຂົາຊິສ້າງ ເດີ່ນຍົນຢູ່ຫັ້ນ ມັນກະເກີດບັນຫາ ກັບປະຊາຊົນກ່ອນ ຄືໄດ້ໄລ່ປະຊາຊົນອອກຈາກພີ້ນທີ່ ເພື່ອຊິສ້າງໂຕນີ້ຂຶ້ນມາ. ກະສ້າງຄວາມເດືອດຮ້ອນໃຫ້ເຂົາເຈົ້າ ຫຼາຍພໍສົມຄວນຢູ່ໄດ໋ ແລະ ກະການຕອບແທນໃຫ້ເຂົາເຈົ້າ ມັນກະບໍ່ຄົບຖ້ວນ ລະກະບໍ່ພຽງພໍ ອັນນີ້ກະ ອັນນີ້ກະແມ່ນເບື້ອງຕົ້ນເນາະ. ບາດນີ້ ຫຼັງຈາກຂະເຈົ້າ ຖືກໄລ່ອອກຈາກພື້ນທີ່ແລ້ວ ໝາຍຄວາມວ່າ ໄຮ່ນາຂອງເຂົາເຈົ້າກະຖືກຢຶດເອົາແຫຼວ ເພາະວ່າ ມັນເປັນພື້ນທີ່ດິນສເມີ [ດິນພຽງ] ນີ້ນະ ຈຶ່ງຊິເຮັດເດີ່ນຍົນໄດ້. ບາດນີ້ ຫຼັງຈາກທີ່ເຂົາເຈົ້າອອກໄປໄດ້ແລ້ວລະ ລະກະສ້າງຂຶ້ນມາ ສ້າງຂຶ້ນມາ ກະໃຊ້ເງິນພໍສົມຄວນ ແລະ ກະສ້າງຂຶ້ນມາ ໃຫ້ກັບບໍຣິສັດ ຮ່ວງອານ ສ້າງໃຫ້ຣັຖບານລາວ ໂດຍ ຮ່ວງອານ ອອກທຶນກ່ອນ ແລ້ວຫຼັງຈາກນັ້ນແລ້ວ ຣັຖບານລາວ ຕ້ອງໄດ້ສົ່ງຄືນ ໃຫ້ຂະເຈົ້າ ອັນນີ້ ແມ່ນຂໍ້ຕົກລົງໃນເບື້ອງຕົ້ນ. ບາດນີ້ ຫຼັງຈາກສ້າງຂຶ້ນມາແລ້ວນີ້ ມັນກະບໍ່ມີໃຜ ໝາຍຄວາມວ່າ ການຕລາດນີ້ ມັນຄຶດບໍ່ຖືກນ່າ ມັນຄົນຢູ່ໃນຫັ້ນ ມັນກະບໍ່ພຽງພໍ ມັນກະຄວາມຕ້ອງການຊິໃຊ້ເດີ່ນຍົກ ມັນກະບໍ່ມີ ແລະ ກະມັນກະບໍ່ຄຸ້ມຫັ້ນນ່າ ທີ່ຊິໃຫ້ຍົນລົງຢູ່ຫັ້ນ. ມັນກະບິນໄປບໍ່ຫຼາຍຖ້ຽວນີ້ນ່າ ມັນກະເລີຍ ຢຸດໄປ ເພາະວ່າ ມັນບໍ່ມີ ບໍ່ມີຜູ້ໂດຍສານ ບາດນີ້ ມັນກະເລີຍບໍ່ໄປ ບໍ່ມາເນາະ ມັນກະເລີຍ ເວລາຍົນບໍ່ໄປ ມັນກະເລີຍບໍ່ມີລາຍໄດ້ເນາະ ບໍ່ມີລາຍໄດ້ ມັນກະບໍ່ເງິນທີ່ຈະສົ່ງໃຫ້ຮ່ວງອານ. ແລ້ວໃນເວລາດຽວກັນ ຮ່ວງອານກະ ຂະເຈົ້າກະປູກຢາງພາຣາເນາະ ຢູ່ໃນແຖວໃກ້ໆຫັ້ນ ເພາະເຫດຜົລທີ່ສ້າງເດີ່ນຍົກຢູ່ຫັ້ນ ເບື້ອງຕົ້ນແມ່ນ ເຈົ້າຂອງຂອງບໍຣິສັດ ຮ່ວງອານ ລາວມີຍົນ ລາວຢາກຂີ່ຍົນຂອງລາວເອງ ເຂົ້າມາເມືອງລາວ ຈາກວຽດນາມຫັ້ນນ່າ ທຽວໄປ ທຽວມາ ລະກະເລີຍຢາກລົງຢູ່ຫັ້ນ ເພາະວ່າ ມັນຢູ່ໃກ້ກັບຫ້ອງການ. ແຕ່ວ່າ ມັນບໍ່ໃກ້ກັບຜູ້ໂດຍສານທີ່ຈະໄປຫັ້ນນ່າ ມັນກະເລີຍບໍ່ເໝາະສົມແຕ່ເບື້ອງຕົ້ນຫັ້ນນ່າ ມັນກະເລີຍບໍ່ເປັນທີ່ເຂົ້າໃຈງ່າຍຫັ້ນນ່າວ່າ ເຣື່ອງໂຕນີ້ ມັນວາງແຜນບໍ່ຖືກ ລະກະເສັຽເງິນໄປ. ບາດສຸດທ້າຍ ຣັຖບານລາວ ບໍ່ມີເງິນ ທີ່ຈະຈ່າຍໃຫ້ຮ່ວງອານ ບາດນີ້ ຮ່າງອານ ບໍ່ມີເງິນ ຫຼັງຈາກເຂົາປູກຢາງພາຣາຂຶ້ນມາ ບໍ່ມີເງິນຊິສົ່ງຄ່າດິນ ຄ່າສຳປະທານໃຫ້ຣັຖບານລາວ ຕ່າງຝ່າຍຕ່າງບໍ່ສົ່ງ ຈາວກັນເລີຍ. ມັນກະເລີຍຢຸດຕິ ລະກະບໍ່ມີໃຜໃຊ້ເນາະ ມັນກະຊຸດໂຊມຢູ່ໃນຫັ້ນແລ້ວ ຈົນເຖິງດຽວນີ້ ຂະເຈົ້າກະມອບໃຫ້ທະຫານອາກາດເນາະ.
ນັກຂ່າວ:
ແຕ່ວ່າ ຕາມທີ່ເຮົາໄດ້ໄປເບິ່ງຫັ້ນ ມັນຊຸດໂຊມຈັ່ງໃດ ສນາມບິນໂຕນັ້ນ ຂາດການບຳລຸງຮັກສາຫວະ?
ສາສດາຈານ Ian Baird:
ມັນອາຈະ ອັນນີ້ກະຊິມີສ່ວນ ເພາະວ່າ ຫຼັງຈາກຄົນບໍ່ໃຊ້ເນາະ ມີແຕ່ງົວ-ຄວາຍ ໄປຍ່າງຢູ່ແຖວນັ້ນນີ້ນ່າ ມັນບໍ່ມີຄົນຢູ່ ບາດນີ້ ອັນນີ້ ກະຊິມີສ່ວນໂຕນັ້ນ ມັນກະບໍ່ມີໃຜບົວລະບັດຮັກສານີ້ນ່າ ອັນນັ້ນ ບັນຫາທີ 1, ບັນຫາທີ 2 ນີ້ ອາຈະກ່ຽວກັບການກໍ່ສ້າງ ແຕ່ເບື້ອງຕົ້ນ ເພາະວ່າບາງອັນທີ່ສ້າງຂຶ້ນມາແລ້ວນີ້ນ່າ ມັນກະບໍ່ດົນ ມັນກະຄືເຂົາປູຢາງນີ້ເນາະ ປູຢາງສຳລັບໃນເດີ່ນຍົກນີ້ນ່າ ມັນກະບໍ່ຮູ້ຈັກວ່າ ເຂົາປູກບໍ່ຖືກບໍ່ ຫຼືວ່າ ມັນຂາດຄຸນພາບນີ້ນະ ລະມັນກະເລີຍບໍ່ສເມີນີ້ນະ ມັນກະເລີຍບໍ່ສເມີ ມັນກະເລີຍເປັນແບບນີ້ ຄືກັນ. ອັນນີ້ ກະບໍ່ແນ່ໃຈວ່າ ມັນຊິສ້ອມແປງໄດ້ງ່າຍ ຫຼື ບໍ່ງ່າຍນີ້ນ່າ ແຕ່ວ່າ ມັນກະເຫັນວ່າ ບໍ່ຄ່ອຍສົມບູນນີ້ນ່າ.
ນັກຂ່າວ:
ເທົ່າທີ່ໄດ້ລົມກັບປະຊາຊົນ ຫຼືວ່າຜູ້ທີ່ເຮັດວຽກຢູ່ສນາມບິນນັ້ນ ເຂົາເຈົ້າວ່າ ຈັ່ງໃດ?
ສາສດາຈານ Ian Baird:
ກະໄດ້ເວົ້າຢູ່ກັບສມັຍນັ້ນເນາະ ມັນກະເຂົາເປີດໃໝ່ ມັນກະມີຜູ້ຈັດການຢູ່ໃນຫັ້ນເນາະ ກະໄດ້ເວົ້ານຳເພິ່ນຢູ່ ເພິ່ນໝັ້ນໃນວ່າຊິເປີດ ລະກະວ່າຊິໄດ້ໃຊ້ປົກຕິ ແຕ່ວ່າຄວາມເປັນຈິງ ມັນກະບໍ່ໄດ້ໃຊ້ລະ ມັນກະບໍ່ເປັນໄປຕາມແຜນຫັ້ນນ່າ. ເພາະວ່າ ຄວາມຕ້ອງການ ຂອງຄົນໃນອັດຕະປືນີ້ນ່າ ເພາະວ່າ ເຈົ້າຊິຂີ່ຍົນໄປວຽງຈັນ ເຈົ້າກະຕ້ອງຂີ່ຣົຖໄປໄກພໍສົມຄວນ ກ່ອນຈະໄປຮອດສນາມບິນ ບາດນັ້ນຈາກນັ້ນນີ້ ເສັຽເງິນຫຼາຍເຕີບ ກ່ອນຊິຮອດ ວຽງຈັນ. ສມັຍນີ້ ທາງຣົຖມັນດີກວ່າເກົ່າ ລະກະຄົນກະເລີຍ ບາງທີກະຢາກຂີ່ຣົຖໄປເລີຍ ໄປວຽງຈັນບໍ່ຢາກຂີ່ຍົນປານໃດ ໝາຍຄວາມວ່າ ມັນແພງ ລະກະ ມັນກະບໍ່ຄ່ອຍສະດວກ ກະເລີຍບໍ່ມີຄົນ ລະກະຄົນຊິໄປວຽງຈັນກະບໍ່ຫຼາຍປານໃດນະ.
ນັກຂ່າວ:
ສະເພາະຢູ່ອັດຕະປື ແມ່ນບໍ່ນີ້?
ສາສດາຈານ Ian Baird:
ເພາະວ່າ ເດີ່ນຍົກໂຕນີ້ນະ ມັນບໍ່ຢູ່ໃຈກາງຂອງເມືອງອັດຕະປືໄດ໋ ມັນຢູ່ເຂດນອກ ທາງໄປວຽດນາມນີ້ໄດ໋. ມັນກະເລີຍຕ້ອງ ເດີນທາງຈາກໂຕແຂວງນີ້ນ່າ ໄປຫາເດີ່ນຍົນ ມັນກະໄກພໍສົມຄວນຢູ່ໄດ໋ ມັນກະ 20-30 ຫຼັກ ໄກພໍສົມຄວນນະ.
ນັກຂ່າວ:
ຄັນຊັ້ນສ້າງ ມັນບໍ່ຖືກເປົ້າໝາຍ ມັນກະໝົດເງິນໄປຊື່ໆ ຕົ່ວຊັ້ນ?
ສາສດາຈານ Ian Baird:
ເອີ ກະເງິນນີ້ ກະຖິ້ມໄປຊື່ໆ ນີ້ລະ ແຕ່ວ່າ ບໍ່ຮູ້ວ່າ ເຂົາຊິໄດ້ໃຊ້ແນວອື່ນບໍ່ ກະບໍ່ແນ່ໃຈ ມັນກະຜ່ານມາ ກະຖືວ່າ ໃຊ້ເງິນຫຼາຍ ກະແຕ່ວ່າ ມັນບໍ່ມີຜົລປໂຍດຫຍັງເລີຍ.
ປະຊາຊົນຊາວອັດຕະປື ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ມັນບໍ່ມີຄົນ ບໍ່ມີຄົນຂີ່ ແລະ ກໍໄດ້ເປີດບໍຣິການໄປໄລຍະນຶ່ງ ແລ້ວກໍໄປບໍ່ລອດ ແລະ ກໍປິດໃຫ້ການບໍຣິການ.”
ຊາວແຂວງອັດຕະປື ທ່ານນີ້ ກ່າວຕື່ມອີກວ່າ:
“ເນຶ່ອງຈາກ ທີ່ຕັ້ງສນາມບິນ ກໍຢູ່ໄກຈາກເທສບານແຂວງປະມານເກືອບ 30 ກິໂລແມັດ ຊຶ່ງຖືວ່າ ຢູ່ໄກຫຼາຍ ແລະ ລະບົບຣົຖໂດຍສານ ທີ່ຈະຂີ່ໄປສນາມບິນ ແລະ ຈາກສນາມບິນເຂົ້າມາໂຕເມືອງອັດຕະປື ກໍບໍ່ມີ.”
ນອກຈາກນີ້ ເຈົ້າໜ້າທີ່ກ່ຽວ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ:
“ໂອ ເພິ່ນມອບໃຫ້ກະຊວງປ້ອງກັນປະເທດ ແຕ່ວ່າ ກະບໍ່ຮູ້ນຳເພິ່ນແຫຼ ເພິ່ນມອບໃຫ້ທາງນັ້ນຮອບຜິດຊອບ ກະຊວງໂຍທາ ເປັນຜູ້ມອບໃຫ້ກະຊວງປ້ອງກັນປະເທດ.”
ກົມການບິນພົລເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບນາມບິນ ອັດຕະປື ໃຫ້ກະຊວງປ້ອງການປະເທດເປັນຜູ້ຄຸ້ມຄອງ ໃນວັນທີ 5 ກຸມພາ 2022 ທີ່ຜ່ານມາ. ສນາມບິນແຂວງອັດຕະປື ສ້າງສຳເລັດ ໃນປີ 2015 ໂດຍ ໃຊ້ງົປມານການກໍ່ສ້າງເກືອບ 37 ລ້ານໂດລາ.