ຊາວບ້ານ ຢາກໃຫ້ຣັຖ ສົ່ງເສີມວຽກເຮັດ

ສິດນີ
2020.11.26
F-farmers-in-south ຊາວນາຫຼາຍຄົນ ທີ່ເມືອງສນາມໄຊ ແຂວງອັດຕະປື ພວມພາກັນດຳນາປີ. ຮູບຖ່າຍເມື່ອ: ເດືອນກໍຣະກະດາ 2018. ໂດຍ: TS
RFA

ປັດຈຸບັນ, ຊາວບ້ານກວ່າ 27 ພັນຄອບຄົວ ກວມເອົມ 90.53% ຂອງຄອບຄົວ ທັງຫມົດ ທົ່ວແຂວງອັດຕະປື ມີໄຟຟ້າ ໃຊ້ຖາວອນ, ແຕ່ຊາວບ້ານ ຢູ່ໃນເຂດຫ່າງໄກ ສອກຫຼີກ ໃນເມືອງຊານໄຊ ແລະ ເມືອງພູວົງ ຢາກໃຫ້ທາງການ ສົ່ງເສີມອາຊີພ ແແບຖາວອນ ແລະ ຊອກຫາ ຕລາດຂາຍສິນຄ້າ ເພື່ອມາຈ່າຍ ຄ່າໄຟຟ້າ ແລະ ຄ່າໃຊ້ຈ່າຍ ໃນຄົວເຮືອນ. ດັ່ງຊາວບ້ານ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 25 ພຶສຈິກາ ວ່າ:

"ເພາະວ່າຊາວບ້ານ ກະບໍ່ຢາກແນ່ໃຈຫັ້້ນ ບອ່ນຕລາດ ມັນຍາກ ເພາະຕລາດ ບ່ອນສົ່າງຂາຍ ມັນໄກ ເພາະວ່າ ສວນມັນຕົ້ນ ກາເຟນີ້ ໄປຂາຍ ຢູ່ປາກຊ່ອງຄືກັນ, ແຕ່ລະມື້ ແຕ່ລະປີຫັ້ນນ່າ."

ຊາວບ້ານທ່ານນີ້ ກ່່າວວ່າ ຊາວບ້ານສ່ວນໃຫຍ່ ມີອາຊີພ ປູກມັນຕົ້ນ, ແຕ່ບໍ່ມີຕລາດ ຮັບຊື້ຜົລຜລິຕ ໃນແຂວງອັດຕະປື ຕ້ອງໄດ້ໄປຂາຍ ຢູ່ແຂວງເຊກອງ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ, ເຊິ່ງມີໄລຍະທາງໄກ ເປືອງຄ່ານ້ຳມັນຣົດ ໄດ້ເງິນມາ ກໍບໍ່ກຸ້ມຄ່າ.

ເມື່ອຕົ້ນປີຜ່ານມາ, ທາງການລາວ ໄດ້ນຳໄຟຟ້າ ໄປຕິດຕັ້ງ ໃຫ້ກັບທຸກຄອບຄົວ, ແຕ່ເປັນຄອບຄົວ ທີ່ທຸກຍາກ ຕ້ອງໄດ້ຈ່າຍ ຄ່າໄຟຟ້າທຸກຄົນ ແລະ ຄ່າບຳຣຸງກົ່ງເຕີ້ ເດືອນລະ 15 ພັນກີບ. ຊາວບ້ານເຫຼົ່ານັ້ນ, ຈຶ່ງຮຽກຮ້ອງ ໃຫ້ທາງການລາວ ເລັ່່ງສົ່ງເສີມອາຊີພ ແລະ ຣາຍໄດ້ ໃຫ້ກັບຊາວບ້ານ ແບບໝັ້ນຄົງ.

ຊາບ້ານ ອີກຄົນນຶ່ງ ຢູ່ເມືອງຊານໄຊ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ  ຊາວບ້ານ ມີອາຊີພຫຼັກ ຄືເຮັດນາ ເຮັດສວນ, ແຕ່ບໍ່ກຸ້ມກິນຈັກປີ ຍ້ອນວ່າ ແຕ່ລະປີ ຊາວບ້ານ ຂາຍເຂົ້ານາໄດ້ ກໍມາເສັຽຄ່ານ້ຳ ຄ່າໄຟຟ້າ ໃຫ້ກັບທາງການລາວ ປະມານ 7-8 ແສນກີບ ຕໍ່ປີ ຮວມທັງຝຸ່ນປຸ໋ຍ ແລະ ຄ່າໃຊ້ຈ່າຍອື່ນໆ.

"ເຮັດນາເປັນຫຼັກ, ສອງຣະດູ. ສຳຄັນແມ່ນນາແຊງ ກັບນາປີ ຫຼາຍໆປີຜ່ານມາ ກະບໍ່ກຸ້ມຫັ້ນແຫຼະ ຈົນຢາກເຊົາພຸ້ນແຫຼະ. ເຊົາເຮັດ ມີແຕ່ຣາຍຈ່າຍ ເພາະວ່າ ມາເບີ່ງຂໍ້ມູນຈິງ ກໍຫນັກເຕີບ, ຫັ້ນນ່າ. ກະບໍ່ກຸ້ມປານໃດແຫຼະ, ແຕ່ມັນ ກໍບໍ່ມີທາງເລືອກ, ວ່າຊັ້່ນສ່າ."

ທ່ານກ່າວຕື່ມວ່າ ຊາວບ້ານ ຜູ້ທຸກຍາກ ຕ່າງກໍດີໃຈ ມີໄຟຟ້າ ໃຊ້ຖາວອນ, ແຕ່ມາຮອດປັດຈຸບັນ ຊາວບ້ານ ພາກັນຈົ່ມ ບໍ່ມີເງິນ ມາຈ່າຍຄ່າໄຟຟ້າ ເພາະຄ່າໄຟຟ້າ ແພງຫຼາຍ.

ຊາວບ້ານ ອີກຜູ້ນຶ່ງ ຢູ່ເມືອງຊານໄຊ ກ່າວວ່າ ຊາວບ້່ານ ເຂດບ້ານວັງຕັດ ແລະ ບ້ານໃກ້ຄຽງ ຕິດກັບຊາຍແດນ ວຽດນາມ ມີໄຟຟ້າ ໃຊ້ມາໄດ້ 1 ປີແລ້ວ, ແຕ່ຍັງທຸກຍາກ ບໍ່ມີອາຊີພໝັ້ນຄົງ ບໍ່ມີຣາຍໄດ້ ມີຄວາມລຳບາກ ຫຼາຍສົມຄວນ.

"ໂດຍໆ ມີໄຟຟ້າເຈົ້າ, ຄືຊານໄຊນີ້ ກະຍາກເຕີບ. ແມ່ນແຫຼະ ມັນກະໄກເຕີບ ແຖວວັງຕັດ ອີ່ຫັຍງ, ຫັ້ນນ່າ ຂະເຈົ້າຊິມີບັນຫາ. ປູກຜັກ ຫຼືວ່າຕ່ຳສິ້ນ ມັນກະສ່ວນໜ້ອຍ, ຫັ້ນນ່າ."

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງອັດຕະປື ກ່າວຕໍ່ເອເຊັຽເສຣີວ່າ ໄລຍະຜ່ານມາ, ທາງການລາວ ໄດ້ສົ່ງເສີມອາຊີພ ໃຫ້ແກ່ຊາວບ້ານ ເຮັດກະສິກັມ ເພື່ອສ້າງຣາຍໄດ້ ໃຫ້ແກ່ຄອບຄົວ, ເປັນຕົ້ນ ປູກຜັກ, ລ້ຽງສັດ ແລະ ພືດອຸດສາຫະກັມ, ແຕ່ບໍ່ໄດ້ຄຳນຶງ ເຖິງຕລາດ ຮອງຮັບສິນຄ້າ ເຮັດໃຫ້ປັດຈຸບັນ ຜົລຜລິຕ ຂອງພວກຂະເຈົ້າ ບໍມີຕລາດຮັບຊື້້. ຊາວບ້ານ ກະປະຖີ້ມ ໃຫ້ເນົ່າເປື່ອຍ ເສັຽເງິນລ້າ.

"ຄືຍາມຣະດູແລ້ງນີ້ເນາະ ມັນກະປູກຜັກ ປູກໝີ່ຫຼາຍ. ຫຼາຍຄົວເຮືອນ ຫັນໜ້າໄປຂາຍ ຢູ່ຕລາດ ມັນກະບໍ່ຄ່ອຍໄດ້ຂາຍ ເພາະວ່າ ມີແຕ່ຜູ້ປູກ ບໍ່ມີຄົນຊື້. ຂາຍກະຂາຍຖືກເນາະ ຍາມປູກຫຼາຍ ຄືຍາມຝົນ ຍາມຫຍັງຫັ້ນ ຂາຍໜ້ອຍ. ບາດຄົນບໍຣິໂພຄ ມັນບໍ່ຫຼາຍ ໄປຈັ່ງຊີ້ ມັນລະບໍ່ສົມດຸນກັນ.

ທ່ານກ່າວຕື່ມວ່າ ເຂດຫ່າງໄກສອກຫຼີກ ບໍ່ວ່າແຂວງໃດກະຕາມ, ຍັງເປັນຄອບຄົວ ທຸກຍາກ ມີອາຊີພ ເຮັດໄຮ່ ເຮັດສວນ ບໍ່ມີຣາຍໄດ້ ໝັ້ນຄົງ. ດັ່ງນັ້ນ, ມີຄວາມຈຳເປັນຫຼາຍ ທີ່ທາງການລາວ ຈະຕ້ອງເລັ່ງ ສ້າງອາຊີພ ໃຫ້ໝັ້ນຄົງ ຊອກຫາຕລາດ ຮັບຊື້ສິນຄ້າ ເພື່ອໃຫ້ຊາວບ້ານ ສາມາດຂາຍ ສິນຄ້າໄດ້ ແລ້ວນຳເງິນ ມາຈ່າຍຄ່າໄຟ ໃນແຕ່ລະເດືອນ.

ຣັຖວິສາຫະກິຈ ໄຟຟ້າລາວ ທີ່ແຂວງອັດຕະປື ຣາຍງານ ໃນມື້ວັນທີ 24 ພຶສຈິກາ ປີ 2020 ວ່າ ມີຊາວບ້ານ ກວ່າ 27 ພັນຄອບຄົວ ຈຳນວນ 140 ບ້ານ, ກວມເອົາ 90.53% ຂອງຄອບຄົວ ທັງຫົມດ ຢູ່ແຂວງອັດຕະປື ມີໄຟຟ້າ ໃຊ້ຖາອວນ, ເຊິ່ງໄຟຟ້າ ທີ່ນຳມາໃຊ້ນັ້ນ ແມ່ນມາຈາກ ເຂື່ອນໄຟຟ້າ ຫ້ວຍເຫາະ,​ ເຂື່ອນໄຟຟ້າ ຫ້ວຍສນອງ ຈາກສະຖານີ ບ້ານສະເພົາທອງ, ​ສະຖານີວຽດນາມ ແລະ ສະຖານີ ແຂວງຈຳປາສັກ.

ພາຍໃນປີ 2030, ປະຊາ­ຊົນລາວ ທົ່ວປະເທດ ຈະມີໄຟຟ້າໃຊ້ ຄົບທຸກຄົວເຮືອນ, ນີ້ເປັນນຶ່ງ ໃນແຜນພັທນາ ເສຖກິຈ-ສັງຄົມ ຂອງທາງການລາວ ເພາະການເຂົ້າເຖິງໄຟຟ້າ ຈະຊ່ອຍ ສົ່ງເສີມອາຊີພ ແລະ ສ້າງຣາຍໄດ້ ໃຫ້ແກ່ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.