ຄົນລາວ ເສັຍຄ່າໄຟຟ້າແພງ ຂະນະທີ່ມີແຫຼ່ງຜະລິດໄຟຟ້າເກືອບ 100 ແຫ່ງໃນລາວ

ຈຳປາທອງ
2024.08.12
ຄົນລາວ ເສັຍຄ່າໄຟຟ້າແພງ ຂະນະທີ່ມີແຫຼ່ງຜະລິດໄຟຟ້າເກືອບ 100 ແຫ່ງໃນລາວ ຮູບປະກອບ ເຊິ່ງແມ່ນກົ່ງເຕີ້ນັບໄຟ ຂອງຊາວບ້ານ ເດືອນທັນວາ 2023.
ຮູບພາບຈາກພົນລະເມືອງ

ປະເທດລາວ ມີແຫຼ່ງຜະລິດໄຟຟ້າ ເກືອບເຖິງ 100 ແຫ່ງ ແຕ່ປະຊາກອນລາວ ຍັງໄດ້ໃຊ້ໄຟຟ້າໃນລາຄາແພງ ແລະບໍ່ທົ່ວເຖິງຢູ່.

ໃນເມື່ອຢູ່ປະທດລາວ ມີເຂື່ອນ ແລະຜະລິດໄຟຟ້າໄດ້ຫຼາຍ ປະຊາກອນຊົນລາວ ກໍມີຄວາມຫວັງວ່າ ຈະໄດ້ໃຊ້ໄຟຟ້ານັ້ນຢ່າງທົ່ວເຖິງ ແລະຈະໄດ້ເສຍຄ່າໄຟຟ້າຖືກ. ແຕ່ຄວາມເປັນຈິງ ໄດ້ເສຍຄ່າໄຟຟ້າແພງ ແລະປະຊາຊົນ ທີ່ໄດ້ຖືກໃຫ້ໂຍກຍ້າຍອອກຈາກພື້ນທີ່ຂອງໂຄງການເຂື່ອນຕ່າງໆ ກໍບໍ່ໄດ້ໃຊ້ໄຟຟ້າ ໂດຍບໍ່ເສຍຄ່າ ດັ່ງປະຊາຊົນລາວຜູ້ນຶ່ງ ຢູ່ແຂວງບໍລິຄໍາໄຊ ທີ່ໄດ້ສູນເສຍດິນ ແລະຖືກໃຫ້ໂຍກຍ້າຍ ອອກຈາກໂຄງການເຂື່ອນໄຟຟ້ານໍ້າເທີນ 1 ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ສິງຫານີ້ວ່າ ບໍ່ເຖິງວ່າຈະໄດ້ໃຊ້ຟີ ໄດ້ເສຍເຄິ່ງນຶ່ງກໍຍັງດີ.

ເພິ່ນກະຊ່ວຍແຕ່ 3 ເດືອນແຕ່ທໍາອິດພຸ້ນ ຜູ້ຮັບຜິດຊອບນີ້ກະໄດ້ຍິນວ່າກໍາໄລມະຫາສານຢູ່ ເວົ້າເລື້ອງສ້າງເຂື່ອນນີ້ ປຄ່ວ່າຍາມໃດກະວ່າ ມັນລັດຖະບານຕິດລົບຢູ່ຕະຫລອດ ບໍ່ເຖິງວ່າໄດ້ໃຊ້ຟີກະເອົາ 50% ຂອງປະຊາຊົນທົ່ວໄປກະຍັງດີ.

ລາວເວົ້າຕື່ມອີກວ່າ ຊາວບ້ານຈໍານວນຫຼາຍ ທີ່ໄດ້ຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນ ໃໝ່ນັ້ນ ບໍ່ມີທີ່ດິນທໍາກິນ, ຫຼາຍຄອບຄົວທຸກຍາກຕື່ມ, ໄດ້ເສຍຄ່າໄຟຟ້າຄືກັນກັບຄົນອື່ນໆທົ່ວໄປ, ສ່ວນຜົນປະໂຫຍດຈາກໂຄງການ ແມ່ນບໍລິສັດຜູ້ລົງທຶນ ແລະຜູ້ມີອໍານາດໃນຄະນະລັດຖະບານ ໄດ້ໄປໝົດ.

ເຊັ່ນດຽວກັນກັບຊາວບ້ານ ຢູ່ແຂວງຄໍາມ່ວນ ນາງນຶ່ງ ຊຶ່ງໄດ້ເສັຍດິນ ແລະໄດ້ຖືກໃຫ້ໂຍກຍ້າຍ ອອກຈາກໂຄງການເຂື່ອນໄຟຟ້ານໍ້າເທີນ 2 ທີ່ເວົ້າໃນມື້ດຽວກັນນີ້ວ່າ ໄດ້ໃຊ້ໄຟຟ້າຟີພຽງແຕ່ເດືອນດຽວ, ຫຼັງຈາກນັ້ນກໍຕ້ອງໄດ້ຈ່າຍຄ່າໄຟຟ້າເຕັມຄ່າ ແລະບໍ່ມີດິນທໍາການຜະລິດ, ມີແຕ່ແນວເສຍຜົນປະໂຫຍດ, ທຸກລົງໄປເລື້ອຍໆ ດັ່ງທີ່ນາງເວົ້າວ່າ:

ອັນເກັບປົກກະຕິ ໃຊ້ຟີແຕ່ເດືອນດຽວ ໃຫ້ໃຊ້ເດືອນດຽວ ໂອ້ ຈ່າຍປົກກະຕິ ຕາມກົງເຕີນ່າລູກເອີຍ ມາຮອດຄູ່ມື້ນີ້ແຫລະ.

ເວົ້າເຖິງເລື່ອງປະຊາຊົນບໍ່ມີໄຟຟ້າໃຊ້ ເຈົ້າໜ້າທີ່ພະແນກພະລັງງານ ແລະບໍ່ແຮ່ ແຂວງສະຫວັນນະເຂດ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ສິງຫານີ້ວ່າ ສະເພາະແຂວງນີ້ ກໍມີຫຼາຍເຂດ ໂດຍສະເພາະບ້ານ ທີ່ຢູ່ຫ່າງໄກສອກຫຼີກ, ບ້ານຊົນເຜົ່າ ແລະບ້ານຢູ່ພູດອຍ ທີ່ບໍ່ມີທາງໄປສະດວກ ກໍຍັງບໍ່ມີໄຟຟ້າຟ້າໃຊ້ ຍ້ອນບໍ່ມີງົບປະມານ ທີ່ຈະສ້າງສາຍສົ່ງໄຟຟ້າໄປເຖິງ ດັ່ງທີ່ທ່ານກ່າວວ່າ:

ໂອ້ ເລື້ອງເຮັດນີ້ມັນເຮັດໄດ້ ຊຸດຊົນນ້ອຍກະເຮັດໄດ້ ເວົ້າເລື້ອງງົບເດ້ ມັນຈັກກິໂລບາດນີ້ ຈາກຕາຂ່າຍເຮົາໄປນີ້ ມມັນມີແຜນຂອງຂະເຈົ້າແຕ່ລະເມືອງເດ້ ມັນຢູ່ນໍາແຜນພະລັງງານ ງົບກະຢາກສິຍາກຢູ່ຕົວນີ້.

ເລື່ອງລາຍໄດ້ຈາກເຂື່ອນໄຟຟ້າ ເຈົ້າໜ້າທີ່ທະນາຄານພັດທະນາອາຊີ ຫຼື ADB ປະຈໍາລາວ ເວົ້າວ່າ ແຫຼ່ງພະລັງງານໄຟຟ້າ ເກືອບທັງໝົດ ໃນທົ່ວປະເທດລາວ ເປັນຂອງບໍລິສັດເອກະຊົນ ທັງພາຍໃນ ແລະຕ່າງປະເທດ. ສະນັ້ນແລ້ວ ລາຍໄດ້ຈາກການຂາຍໄຟຟ້າ ຈຶ່ງຕົກເປັນຂອງບໍລິສັດຜູ້ລົງທຶນ ເປັນສ່ວນໃຫຍ່. ສ່ວນຜູ້ຖືຫຸ້ນລາຍຍ່ອຍ ເຊັ່ນ ລັດຖະບານລາວ ທີ່ຖືຫຸ້ນໃນໂຄງການເຂື່ອນນໍ້າເທີນ 1 15% ກໍຈະມີລາຍຮັບພຽງ 15% ໄປຈົນກວ່າວ່າ ໂຄງການເຂື່ອນນັ້ນ ຈະໝົດສັນຍາສໍາປະທານ. ສ່ວນຄ່າເຊົ່າ ຫຼືສໍາປະທານທີ່ດິນ ຂອງຫຼາຍໂຄງ ການລົງທຶນ ກໍມີການຍົກເວັ້ນພາສີ ແລະອາກອນ ຈາກລັດຖະບານ ເຮັດໃຫ້ລາຍໄດ້ໃນສ່ວນນີ້ ມີພຽງໜ້ອຍດຽວ ແລະຂ້ອນຂ້າງເສຍຜົນປະໂຫຍດ ດັ່ງທີ່ທ່ານກ່າວວ່າ:

ປັດຈຸບັນນີ້ມີການສໍາລວດ ເກືອບໝົດແລ້ວ ມັນສິຕົກປະມານ 30 ພັນເມກາວັດທົ່ວປະເທດທີ່ວ່າຈະສາມາດເຮັດໄດ້ ແຕ່ວ່າແຕ່ລະໂຄງການເນາະ ຜູ້ສະໜອງເງິນບໍ່ແມ່ນລັດຖະບານ ລາວ ພາກເອກກະຊົນເປັນຜູ້ສະໜອງເງິນ ແລະພາກເອກກະຊົນລົງທຶນໝົດ ສິ່ງທີ່ມັນບໍ່ໄດ້ຕອບໂຈດເຮົາ ຄືການສົ່ງອອກໄຟຟ້າ ມັນກະບໍ່ໄດ້ນໍາເງິນເຂົ້າມາເທື່ອ.

ປະຊາຊົນລາວໃນທົ່ວປະເທດ ໄດ້ໃຊ້ໄຟຟ້າ 95% ຂອງຈໍານວນຄອບຄົວທັງໝົດ ຫຼືປະມານ 1,276,921 ຄອບຄົວ ແລະໄດ້ເສຍຄ່າໄຟຟ້າແພງ, ຍັງບໍ່ມີໄຟຟ້າໃຊ້ 5% ຫຼືເກືອບ 50,000 ຄອບຄົວ ໃນຂະນະທີ່ລັດຖະບານລາວ ມີແຜນທີ່ຈະເຮັດໃຫ້ປະເທດ ກາຍເປັນແບດເຕິຣີແຫ່ງອາຊຽນ.

ປະຊາຊົນ ທີ່ບໍ່ໄດ້ໃຊ້ໄຟຟ້າ ສ່ວນຫຼາຍຈະເປັນຄອບຄົວທຸກຍາກ, ບໍ່ມີລາຍໄດ້, ຢູ່ເຂດຫ່າງໄກ, ຕາມຊາຍແດນ, ເປັນບ້ານນ້ອຍ ກະຈາຍກັນຢູ່ຕາມເຂດຕ່າງໆ ຊຶ່ງລັດຖະບານ ບໍ່ມີນະໂຍບາຍ ທີ່ຈະສ້າງສາຍສົ່ງໄຟຟ້າໄປເຖິງ ຍ້ອນບໍ່ກຸ້ມຄ່າກັບການລົງທຶນ.

ແຕ່ທາງການລາວ ກໍເວົ້າວ່າ ຈະສະໜອງໄຟຟ້າໃຫ້ປະຊາຊົນໄດ້ໃຊ້ຢ່າງທົ່ວເຖິງ ແລະພຽງພໍ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ຄືໃຫ້ໄດ້ 98% ໃນປີ 2025 ແລະໃຫ້ໄດ້ 100% ໃນປີ 2030.

ມາເຖິງປັດຈຸບັນ ປະເທດລາວ ມີແຫຼ່ງພະລັງງານໄຟຟ້າ 98 ແຫ່ງ ຊຶ່ງປະກອບດ້ວຍ ເຂື່ອນໄຟຟ້າ, ພະລັງງານລົມ, ພະລັງງານແສງຕາເວັນ ແລະພະລັງງານຖ່ານຫີນ ຊຶ່ງໃນຈໍານວນນັ້ນ ບໍລິສັດຜະລິດໄຟຟ້າລາວມະຫາຊົນ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງລັດວິສາຫະກິດໄຟຟ້າລາວ ເປັນຜູ້ຄຸ້ມຄອງພຽງ 10 ແຫ່ງ, ສ່ວນທີ່ເຫຼືອ ເປັນຂອງບໍລິສັດເອກະຊົນ ທັງພາຍໃນ ແລະຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.