ລາຄາໄຟຟ້າແພງຂຶ້ນ ທັ້ງໆທີ່ ມີເຂື່ອນຫຼາຍແຫ່ງ
2024.04.08

ໃນໄລຍະ ປັດຈຸບັນ, ປະເທດລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ຈຳນວນ 97 ແຫ່ງ, ກຳລັງຕິດຕັ້ງທັງໝົດ 4,499,46 ເມກາວັດ. ໃນນັ້ນ ເປັນເຂື່ອນໄຟຟ້າ ພະລັງງານນ້ຳ ກວມເອົາປະມານ 95% ຂອງແຫຼ່ງຜະລິດພະລັງງານ ໄຟຟ້າທັງໝົດ ຂະນະທີ່ ແຫຼ່ງຜະລິດພະລັງງານໄຟຟ້າ ປະເພດຖ່ານຫິນ, ແສງຕາເວັນ ແລະ ພະລັງງານຊີວະມວນ ລວມກັນ ຍັງມີພຽງ 5%. ຊຶ່ງເປັນຜົນຈາກການເປີດຮັບການລົງທຶນ ຈາກຕ່າງປະເທດ ນັບແຕ່ໄລຍະຊຸມປີ 1990 ເປັນຕົ້ນມາ. ໂດຍໃນປີ 2023 ທີ່ຜ່ານມາ, ປະເທດລາວມີລາຍຮັບ ຈາກການຂາຍໄຟຟ້າ ທັງໝົດ 2.36 ຕື້ໂດລ້າຣ໌ສະຫະລັດ ແລະ ເປັນສິນຄ້າສົ່ງອອກ ອັນດັບໜຶ່ງຂອງລາວ.
ຢ່າງໃດກໍຕາມ, ໂຄງການລົງທຶນ ດ້ານເຂື່ອນໄຟຟ້າພະລັງງານນ້ຳ ບໍ່ໄດ້ສ້າງຜົນປະໂຫຍດ ທາງດ້ານເສດຖະກິດການເງິນ ໃຫ້ແກ່ລັດຖະບານລາວ ພໍປານໃດ. ຍ້ອນໂຄງການທັງໝົດ ເປັນການໃຫ້ສຳປະທານ ແກ່ນັກລົງທຶນຕ່າງປະເທດ ເພື່ອກໍ່ສ້າງ ແລະຄຸ້ມຄອງໂຄງການ ຍັງບໍ່ທັນເປັນກຳມະສິດ ຂອງລັດຖະບານລາວເທື່ອ ດັ່ງນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວ ບໍ່ທັນໄດ້ຮັບຜົນປະໂຫຍດ ຈາກໂຄງການເຂື່ອນຕ່າງໆຫຼາຍເທົ່າໃດ. ແລະ ກໍຍັງມີບັນຫາ ການສໍ້ລາດບັງຫຼວງເກີດຂຶ້ນ ນຳດ້ວຍ.
ກ່ຽວກັບເລື່ອງນີ້, ຊາວບ້ານນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສາ 2024 ນີ້ວ່າ ຄ່າໄຟ ໃນໄລຍະປັດຈຸບັນ ແມ່ນແພງຫຼາຍ ຈົນຮອດປະມານ 500,000 ຫາ 600,000 ກີບຕໍ່ເດືອນ ແລະອີກສາເຫດໜຶ່ງ ທີ່ເຮັດໃຫ້ຄ່າໄຟຟ້າແພງ ກໍຍ້ອນວ່າ ອາກາດໃນໄລຍະນີ້ຮ້ອນ ປະຊາຊົນກໍຕ້ອງເປີດແອ ແລະພັດລົມ ຫຼາຍຊົ່ວໂມງຂຶ້ນ ກໍເຮັດໃຫ້ຄ່າໄຟແພງຂຶ້ນນໍາດ້ວຍ:
“ຊ່ວງນັ້ນຫັ້ນ ແມ່ນ 500,000 ປາຍ ລະກະຕໍ່ມາ 600,000 ປາຍ ລະມີແຕ່ ເດືອນທີ່ແລ້ວ ບິນຫຼ້າສຸດຊ່ວງເດືອນແລ້ວນີ້ ທີ່ວ່າອັ່ນ 395,000 ຫັ້ນນ່າ. ແຕ່ວ່າຊ່ວງຫຼັງໆ ຫັ້ນ 500,000-600,000 ເລີຍ.”
ນາງກ່າວ ອີກວ່າ ຊາວບ້ານ ໄດ້ຖາມໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແລ້ວວ່າ ເປັນຫຍັງ ຄ່າໄຟຈຶ່ງແພງຂຶ້ນ. ແຕ່ພັດໄດ້ຮັບຄຳຕອບວ່າ ເປັນຄວາມຜິດພາດ ຂອງເຈົ້າໜ້າທີ່ເກັບເງິນ ທີ່ໄດ້ອອກໃບແຈ້ງຄ່າໄຟ ເກີນຄວາມເປັນຈິງ ແລະຊາວບ້ານ ກໍໄດ້ຄ່າໄຟຕາມໃບບິນທີ່ລາວໃຫ້ ຊຶ່ງຊາວບ້ານຮູ້ສຶກວ່າ ບໍ່ເປັນທຳ ກັບພວກເຂົາເຈົ້າຫຼາຍ.
“ຊ່ວງທີ່ວ່າຂຶ້ນຫັ້ນນ່າເນາະ ແລະອັ່ນມັນຂຶ້ນຫຼາຍເກີນໄປ ລະທາງຊາວບ້ານບາງຄົນນ່າ ເຂົາເຈົ້າກະໄປອັ່ນ ແຈ້ງທາງຫ້ອງການເມືອງຫັ້ນນ່າເນາະ ຫ້ອງການໄຟຟ້າເມືອງຫັ້ນນ່າ ວ່າໄຟຟ້າຫັ້ນຂຶ້ນຫຼາຍ ຜິດປົກກະຕິຫັ້ນນ່າ ລະທາງຫ້ອງການໄຟຟ້າຫັ້ນ ກະຕອບວ່າ ບິນລະ ເຂົາເຈົ້າຜູ້ເກົ່າຫັ້ນ ເຂົາເຈົ້າໄລ່ຜິດເບາະ ແລ້ວມັນຈະສືບຕໍ່ ເປັນແບບນີ້ໄປເລີຍຕະຫຼອດຫັ້ນນ່າ.”
ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ທາງພາກສ່ວນ ທີ່ກ່ຽວຂ້ອງ ກໍມີວິທີການຄິດໄລ່ຄ່າໄຟຟ້າ ຕາມມາດຕະຖານ:
“ບໍ່ແມ່ນ. ຄິດໄລ່ ມັນຈະມີໂຕຄູນ, ມີອັ່ນ 5 ຂັ້ນ. ຄືເຮົາກະໄລ່ຕາມກິໂລວັດ ທີ່ເຮົາໃຊ້ ໃນແຕ່ລະເດືອນເນາະ. ພາຍໃນເດືອນເຮົາໃຊ້. ສົມມຸດວ່າ ເຮົາໃຊ້ 200 ກິໂລວັດເນາະ. ເພິ່ນກໍຈະມາຄູນ ມັນມີສູນ ຫາ 25 ກິໂລວັດ ລາຄາ 300 ປາຍ (ກີບ) ຫຍັງນ່າ. ໄປຮອດຂັ້ນສຸດທ້າຍ ຈຶ່ງຄ່ອຍຄູນພັນປາຍ ໂຕວິທີຄິດໄລ່ຂອງເຮົາຫັ້ນນ່າ.”
ທ່ານ ອາຈານ ອະດິສອນ ເສມແຍ້ມ, ນັກວິຊາການ ດ້ານລາວສຶກສາ ຈາກຈຸລາລົງກອນມະຫາວິທະຍາໄລ ຂອງໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຄງການໄຟຟ້າພະລັງງານນ້ຳ ຂອງລາວໃນປັດຈຸບັນ ສ່ວນຫຼາຍແມ່ນເປັນຂອງຈີນ ແລະໄທ ຊຶ່ງຜູ້ຮັບສຳປະທານ ຈະໄດ້ຮັບຜົນປະໂຫຍດ ຈາກໂຄງການກໍ່ສ້າງ ແລະ ຄຸ້ມຄອງເຂື່ອນໄຟຟ້າ ຕະຫຼອດໄລຍະເວລາສຳປະທານ ຂະນະທີ່ ລັດຖະບານລາວ ຈະໄດ້ຮັບປະໂຫຍດ ຈາກເງິນ ຄ່າທຳນຽມສຳປະທານ ແລະ ພາສີອາກອນ ຈົນກວ່າເຂື່ອນດັ່ງກ່າວ ເປັນກຳມະສິດ ຂອງລັດຖະບານລາວ:
“ສ່ວນຫຼາຍແລ້ວ ປັດຈຸບັນ ທີ່ເຂົ້າມາລົງທຶນໃນເຂື່ອນນີ້ ອັນດັບໜຶ່ງ ແມ່ນໜ້າຈະກາຍເປັນຈີນ. ແຕ່ວ່າ ເຂື່ອນໃຫຍ່ໆນີ້ ມັນເປັນ ລັດວິສາຫະກິດຂອງຈີນ ພວກຊິໂນໄຮໂດຣ. ບາດນີ້ຂອງໄທ ສ່ວນຫຼາຍ ແມ່ນເປັນບໍລິສັດກໍ່ສ້າງ ທີ່ລົງທຶນຄ້າຍໆກັບກໍລະນີ ຂອງອິຕາລ້ຽນ-ໄທ ແຕ່ສ່ວນຫຼາຍ ແມ່ນ ຊໍ ການຊ່າງ. ການລົງທຶນນີ້ ຂອງບໍລິສັດກໍ່ສ້າງນີ້ ມັນຈະໄດ້ທັງວຽກງານການກໍ່ສ້າງ ແລະ ກໍຈະໄດ້ ລາຍໄດ້ ຈາກເຂື່ອນ.”
ທ່ານກ່າວອີກວ່າ ໃນປັດຈຸບັນ ສິ່ງທີ່ລັດຖະບານລາວ ພະຍາຍາມເຮັດ ເພື່ອທີ່ຈະລະດົມທຶນ ໃນເຂື່ອນໄຟຟ້າລາວ ກໍຄື ການອອກພັນທະບັດຢູ່ປະເທດໄທ ທີ່ເອີ້ນວ່າ “ບາດບອນດ໌” (Baht Bond) ໂດຍໃຫ້ອັດຕາດອກເບ້ຍ ສູງເຖິງ 6.1 ຫາ 6.6% ຕໍ່ປີ ໃນລາຄາໜ່ວຍລະ 1,000 ບາດ ໂດຍນັກລົງທຶນໄທ ຕ້ອງຊື້ຂັ້ນຕ່ຳ ທີ່ 100 ໜ່ວຍ ຫຼື 100,000 ບາດ ຜ່ານສະຖາບັນການເງິນຂອງໄທ.
ໂດຍໃນບົດລາຍງານສະຖິຕິເງິນຕາ ປະຈຳໄຕມາດ ທີ 3 ປະຈຳປີ 2023 ຍັງລະບຸວ່າ: ລາວ ຍັງຂາດດຸນການຊຳລະໜີ້ສິນ ກັບຕ່າງປະເທດ ເປັນຈຳນວນເງິນເຖິງ 159.12 ລ້ານໂດລ້າສະຫະລັດ. ຊຶ່ງກໍສະແດງເຖິງບັນຫາໜີ້ສິນ ທີ່ລັດຖະບານລາວ ພວມປະເຊີນຢູ່.
ຢ່າງໃດກໍຕາມ, ປັດຈຸບັນ ລັດຖະບານລາວ ຍັງສາມາດຊຳລະໜີ້ສິນ ຕາມໄລຍະເວລາ ທີ່ກຳນົດໄດ້. ໂດຍດຸນບັນຊີ ຊຳລະປົກກະຕິ ເກີນດຸນ 57.49 ລ້ານໂດລ້າສະຫະລັດ ແລະ ດຸນບັນຊີການເງິນ ມີກະແສເງິນ ໄຫຼເຂົ້າສຸດທິ 462.78 ລ້ານໂດລ້າສະຫະລັດ. ແຕ່ດ້ວຍ ສະພາບການເສດຖະກິດຝືດເຄືອງ ກໍຍັງເປັນທີ່ໜ້າກັງວົນວ່າ ລັດຖະບານລາວ ຈະສາມາດ ຊຳລະໜີ້ສິນ ໄດ້ອີກດົນທໍ່ໃດ.