ຜູ້ຊົມໃຊ້ ຂໍໃຫ້ແກ້ໄຂ ໄຟຕົກ-ໄຟດັບ ເລັ່ງດ່ວນ ພ້ອມປະຕິຮູບໄຟຟ້າລາວ
2024.06.26
ຜູ້ຊົມໃຊ້ໄຟຟ້າເຫັນດີ ໃຫ້ທາງພາກລັດຖະບານ ປະຕິຮູບການປະຕິບັດງານ ຂອງເຈົ້າໜ້າທີ່ລັດວິສາຫະກິດ ໄຟຟ້າລາວ ໃຫ້ເປັນເອກະພາບທົ່ວປະເທດ ເປັນຕົ້ນເລື່ອງຄ່າໄຟຟ້າ, ຊ່ອງທາງໃນການສຳລະຄ່າໄຟຟ້າ ແລະ ເຮັດໃຫ້ລະບົບໄຟຟ້າ ມີຄວາມສະຖຽນກ່ວາເກົ່າ ເພາະປະຈຸບັນນີ້ເກີດມີ ໄຟຕົກ-ໄຟດັບ ຢູ່ເປັນປະຈຳກະທົບ ຕໍ່ຊີວິດການເປັນຢູ່.
ດັ່ງປະຊາຊົນ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ມິຖຸນາ ນີ້ວ່າ:
“ຍາມຝົນນີ້ຢາກມີປະຈໍາແຫຼະ ເລື່ອງໄຟດັບເກືອບໝົດມື້ ໝົດຄືນຟ້າຮ້ອງຟ້າຫຍັງ ມັນກາມອດເນາະ ໄຟມັນກາດັບນ່າກາບໍ່ເຂົ້າໃຈ ມັນເປັນຍ້ອນຫຍັງຄືມາດັບດຸຸແທ້ ຄ່າໄຟກາຂຶ້ນໜ້ອຍໜຶ່ງຂຶ້ນ ຈາກຜ່ານມາຫັ້ນປະມານອີກ 8-9 ພັນກີບ. ຈົ່ມຜູ້ໃດກາຈົ່ມທົ່ວທີບແຫຼະ ຄ່າໄຟກາແພງແລ້ວຍັງບໍ່ໄດ້ໃຊ້ເປັນປົກກະຕິເສດຖະກິດກາຍໍ່າແຢ້.”
ປະຊາຊົນແຂວງຊຽງຂວາງ ກ່າວຕື່ມວ່າສະພາບເສດຖະກິດ ຂອງປະເທດຕົກຕໍ່າ, ຫາເງິນຍາກຂຶ້ນນັບມື້ແຕ່ຄ່າໄຟຟ້າ ກາບໍ່ໄດ້ຫຼຸດລົງຈັກເທື່ອ, ຜ່ານມາປະຊາຊົນລາວຍັງປະເຊີນກັບໄຟຟ້າຕົກ-ໄຟດັບ ຢູ່ເປັນປະຈຳໂດຍສະເພາະ ໃນລະດູຮ້ອນ ແລະ ລະດູຝົນກໍ່ຢາກໃຫ້ລັດວິສາຫະກິດໄຟຟ້າລາວ ຊ່ອຍແກ້ໄຂໃຫ້ເປັນຮູບປະທຳ.
ປະຊາຊົນ ແຂວງສະຫວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າຕົວນາງເອງມີອາຊີບ ເຮັດເຮືອນພັກໃຫ້ເຊົ່າຈຳນວນ 20 ຫ້ອງກ່າວວ່າ ເພາະປະຈຸບັນເສດຖະກິດຕົກຕໍ່າ, ເງິນກີບອ່ອນຄ່າ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫຼຸດລົງເຮັດໃຫ້ລາຍໄດ້ຫຼຸດລົງ, ສ່ວນລາຍຈ່າຍໃນຄ່າໄຟຟ້າແຕ່ລະເດືອນຊໍ່າເກົ່າ ຫຼືບາງເດືອນກາເພີ່ມຂຶ້ນ, ຄວາມສະຖຽນຂອງລະບົບໄຟຟ້າ ບໍ່ໄດ້ມາດຕະຖານເກີດໄຟດັບ-ໄຟຕົກ ເກືອບທຸກມື້ 1-3 ຊົ່ວໂມງ ໂດຍສະເພາະ ໄລຍະລະດູຝົນ ເພາະສະນັ້ນ ຢາກສະເໜີໃຫ້ລັດວິສາຫະກິດໄຟຟ້າລາວ ຊ່ວຍແກ້ໄຂປັບປຸງເລື່ອງລະບົບໄຟຟ້າ.
“ມັນກາເຮົາບໍ່ມີແຂກກາສອງລ້ານ-ສອງລ້ານປາຍ ເສຍຄ່າໄຟຟ້າກາແພງຢູ່ ມັນບໍ່ຄືແຕ່ກ່ອນໄດ້ມອດເລີຍໆ ວານນີ້ມື້ຊືນນີ້ກາມອດຈົນແຕ່ສາມໂມງແລງ ຈົນຮອດໜຶ່ງໂມງກາງຄືນຈັ່ງໄດ້ມາເລີຍໆ ໂລດແຫຼະຝົນຢ່າຕົກແລ້ວກາບໍ່ມີແລ້ວ ໄຟຫັ້ນຟ້າດັງໜ້ອຍໜຶ່ງ ກາມາປິດ.”
ເຈົ້າໜ້າທີ່ໂຮງໝໍເມືອງບຸນໃຕ້ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຢູ່ໂຮງໝໍເມືອງບຸນໃຕ້ ໄຟກໍ່ດັບ-ໄຟຕົກຢູ່ເປັນປະຈຳ ເມື່ອໄຟດັບເຈົ້າໜ້າທີ່ ໂຮງໝໍກໍ່ແຈ້ງໄປລັດວິສາຫະກິດໄຟຟ້າປະຈຳເມືອງ ຮີບດ່ວນເພື່ອບໍ່ໃຫ້ເກີດຜົນກະທົບ ຕໍ່ເຈົ້າໜ້າທີ່ ແລະ ຄົນເຈັບທີ່ປີ່ນປົວໃນໂຮງໝໍ ແຕ່ເຈົ້າໜ້າເໜັ້ນຢໍ້າວ່າ ໄຟດັບ-ໄຟຕົກແຕ່ລະຄັ້ງຍັງບໍ່ເຖິງຂັ້ນເປັນຜົນກະທົບໜັກ.
“ເລື່ອງໄຟຟ້ານີ້ກາດັບດັບນີ້ດັບແຕ່ວ່າ ມັນບໍ່ເປັນມື້ດັບກາດັບດ້າມຊົ່ວໂມງໜຶ່ງ ສອງຊົ່ວໂມງກາມາມື້ໃດມີຝົນແຮງຟ້າລົມຈັ່ງຊິກາຕົກ ປົກກະຕິຄັນບໍ່ຕົກບໍ່ເປັນບັນຫາ ເພາະວ່າດັບໄປໜ້ອຍໜຶ່ງ ຂະເຈົ້າກາໄປແປງກາມາອີກ.”
ກ່ຽວກັບການຈ່າຍຄ່າໄຟຟ້າ ທາງເຈົ້າໜ້າທີ່ລັດສິວາສະກິດໄຟຟ້າລາວ ສາຂາແຂວງຫົວພັນກ່າວຕໍ່ກັບວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ປະຈຸບັນຖືວ່າມີຄວາມສະດວກ ຫຼາຍເພາະວ່າ ປະຊາຊົນສາມາດຊໍາລະຄ່າໄຟຟ້າ ຜ່ານລະບົບທະນາຄານໄດ້ແລ້ວ, ສ່ວນຜູ້ຢູ່ເຂດຫ່າງໄກສອກຫຼີກ ບໍ່ສະດວກໃນການເດີນທາງ ຫຼື ບໍ່ມີໂທລະສັບມືຖື ກໍ່ຍັງໃຊ້ລະບົບຈ່າຍຜ່ານຕົວແທນບ້ານ ຫຼືກຸ່ມບ້ານ ຈາກນັ້ນກໍ່ມີຕົວແທນ ສາຂາໄຟຟ້າແຂວງຫົວພັນ ໄປເກັບເອົາຕົວແທນກຸ່ມບ້ານ.
“ມີແຕ່ລະວ່າອັນເຂດຫ່າງໄກສອກຫຼີກ ລະແມ່ນຍັງແມ່ນຕົວແທນບ້ານເກັບຄືເກົ່າ ແຕ່ກີ້ເນາະ ແລ້ວອ້າຍນ້ອງພະນັກງານເຮົາ ຈະລົງໄປເກັບນໍາຕົວແທນບ້ານອີກເທື່ອໜຶ່ງ ຜູ້ໃດສະດວກມີບັນຊີ ໂອນລະເພິ່ນກາໂອນເລີຍ.”
ເຈົ້າໜ້າທີ່ລັດ ວິສາຫະກິດໄຟຟ້າ ສາຂາແຂວງໄຊຍະບູລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນກ່ຽວກັບລະບົບໄຟຟ້າ ໃນປະເທດລາວວ່າ ຍັງບໍ່ໄດ້ມາດຕະຖານສາກົນ ເພາະຍັງມີໄຟດັບ-ໄຟຕົກເກີດຂຶ້ນ ເປັນປະຈຳບວກກັບເຈົ້າໜ້າທີ່ ປະຕິບັດງານໃນຂະແໜງການຕ່າງໆ ມີໜ້ອຍ, ພາຫະນະການລົງພື້ນທີ່ກາມີຈຳກັດເຮັດໃຫ້ການຊ່ວຍເຫຼືອ ກໍລະນີເກີດເຫດໄຟດັບ-ໄຟຕົກ ໃນໄລຍະລະດູຝົນ ເກືອບວ່າຈະບໍ່ມີເຈົ້າໜ້າທີ່ມາປະຕິບັດງານ ຢູ່ຫ້ອງການ.
“ມັນກາມີບາງຊ່ວງກັບຝົນຕົກແລ້ວມັນຕົກສື່ໆ ການຊ່ວຍເຫຼືອສຸກເສິນບໍ່ມີໆ ປະມານຈັກ 20 ນາທີ ຫຼື 30 ນາທີ່ນີ້ແຫຼະຄົນໜ້ອຍ, ເຈົ້າໜ້າທີ່ສ່ວນຫຼາຍຂະເຈົ້າຊິບໍ່ມາ. ເອີ! ເວລາລົງໄປແຕ່ລະເທື່ອໄປປ່ຽນໄຟ ຫຼືວ່າສັບໄຟກາມີຢູ່ອຸປະກອນນໍາໃຊ້ມີຢູ່.”
ເຈົ້າໜ້າທີ່ ລັດວິສາຫະກິດໄຟຟ້າລາວ ສໍານັກງານໃຫຍ່ກ່າວຍອມຮັບ ຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບການປະຕິຮູບວ່າ ການປະຕິຮູບ ລັດວິສາຫະກິດໄຟຟ້າລາວ ຖືເປັນຄວາມທ້າທາຍ ແລະ ຫຍຸ້ງຍາກຫຼາຍ. ປະຈຸບັນລັດ ວິສາຫະກິດໄຟຟ້າລາວ ມີໜີ້ສິນເປັນຈຳນວນຫຼາຍ ເຮັດໃຫ້ການແກ້ໄຂປັບປຸງວຽກງານ ຕ່າງໆ ໃຫ້ເປັນມາດຕະຖານນັ້ນ ຍັງມີຄວາມຊັກຊ້າບໍ່ໄດ້ຕາມແຜນການ ຂອງລັດຖະບານ.
“ເພິ່ນບໍ່ມີງົບປະມານ ໃນການມາຮັບຜິດຊອບຕົວນີ້ ຕົວຢ່າງຊິບົວລະບັດອານາໄມ ປ່ຽນດອກໄຟຕາມເສັ້ນທາງ ແຕ່ລະເສັ້ນພາຫະນະກາບໍ່ພຽງພໍ, ສອງງົບປະມານກາບໍ່ມີຈັ່ງຊິນີ້ນ່າ ຄວາມສາມາດໃນການສ້ອມແປງ ປ່ຽນຖ່າຍບໍາລຸງຮັກສາ. ເຮົາມີງົບປະມານໄຟຟ້າລາວ ຕິດໜີ້ເພິ່ນກຳລັງຄົ້ນຄ້ວາກັນຢູ່ ສະພາຫາທາງຊ່ວຍລັດ ວິສາຫະກິດນີ້.”
ເຈົ້າໜ້າທີ່ທ່ານກ່າວຕື່ມວ່າ ການປັບໂຄງສ້າງລາຄາຄ່າໄຟຟ້າ ກາຕ້ອງຍອມຮັບອີກວ່າ ບໍ່ສາມາດຈະປັບຫຼຸດໃຫ້ຕໍ່າກ່ວານີ້ໄດ້. ເນື່ອງຈາກລັດ ວິສາຫະກິດໄຟຟ້າລາວ ຕ້ອງມີລາຍໄດ້ສ່ວນນີ້ ເພື່ອນໍາໄປສຳລະໜີ້ສິນກັບຕ່າງປະເທດ. ສ່ວນການປະຕິຮູບວຽກງານອື່ນໆ ກໍ່ຍັງຄ່ອຍເປັນຄ່ອຍໄປເຊັ່ນ ການນໍາໃຊ້ລະບົບເຕັກໂນໂລຢີ ຄີວອາຣ໌ໂຄດ ເພື່ອຊໍາລະຄ່າໄຟຟ້າ ຜ່ານລະບົບທະນາຄານ ເພື່ອຫຼຸດຜ່ອນການຮົ່ວໄຫຼ ຂອງຄ່າໄຟຟ້າ, ສ່ວນພື້ນທີ່ໃດທີ່ຍັງບໍ່ມີຄວາມພ້ອມກໍ່ ຍັງນໍາໃຊ້ລະບົບເກົ່າ ຄືຊໍາລະຜ່ານນາຍບ້ານ ຫຼືຕົວແທນກຸ່ມບ້ານ.
ນອກຈາກນີ້ ພະຍາຍາມສ້າງບຸກຄະລາກອນເພີ່ມຕື່ມ ໃຫ້ມີຄວາມຮູ້, ຄວາມສາມາດ ໃນການປະຕິບັດໜ້າທີ່ເລື່ອງການສ້ອມແປງ ສາຍສົ່ງໄຟຟ້າ, ໝໍ້ແປງໄຟຟ້າ, ກົງເຕີ້ໄຟຟ້າ ເມື່ອເກີດເຫດສຸກເສິນຂຶ້ນ ຕາມເຂດຕ່າງໆ ຈະໄດ້ດຳເນີນໄດ້ທັນທີ ໂດຍບໍ່ຕ້ອງລໍຖ້າເຈົ້າໜ້າທີ່ ຄືກັບປະຈຸບັນ.
ບັນຫາໄຟຕົກ-ໄຟດັບ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອວັນທີ 17 ພຶດສະພາ 2024 ວ່າ ແມ່ນເກີດມາຈາກຫຼາຍສາເຫດ ທັງໃນໂຕ ແລະນອກໂຕ. ໃນນີ້ເບື້ອງຕົ້ນຖ້າເຫດການໄຟຕົກ-ໄຟດັບ ເກີດຈາກລະບົບພາຍໃນ ຂອງໄຟຟ້າລາວ ບໍ່ວ່າຈະເປັນການມອດໄຟ ສຸກເສິນ, ບໍາລຸງຮັັກສາ, ສ້ອມແປງ, ປ່ຽນຖ່າຍອຸປະກອນ, ມອດໄຟໃຫ້ບັນດາບໍລິສັດຜູ້ປະກອບການກໍ່ສ້າງ ແລະຕິດຕັ້ງໄຟຟ້າເພື່ອຂະຫຍາຍໄຟຟ້າ ໃຫ້ກັບລູກຄ້າໃນກໍລະນີ້ໄຟຟ້າລາວຈະມີແຈ້ງການ ຢ່າງເປັນທາງການ.
ໃນກໍລະນີເກີດຈາກປັດໄຈ ພາຍນອກກະທົບໃສ່ລະບົບໄຟຟ້າລາວ ໂດຍສະເພາະເຫດການ ໄພພິບັດທາງທຳມະຊາດ ເຊັ່ນພາຍຸ, ລົມແຮງ, ຝົນຕົກ, ຟ້າຜ່າ, ນໍ້າຖ້ວມ, ຕົ້ນໄມ້ລົ້ມຫັກທັບສາຍໄຟ, ສາຍໄຟຂາດເຊິ່ງເຫດເລົ່ານີ້ໄຟຟ້າລາວ ຫຼີກລ້ຽງບໍ່ໄດ້ເຊິ່ງມັນໄດ້ສ້າງຄວາມເສຍຫາຍ ແລະຜົນກະທົບຕໍ່ກັບຜູ້ຊົມໃຊ້ໄຟຟ້າ.
ລັດວິສາຫະກິດໄຟຟ້າລາວ ທີ່ເປັນໜ່ວຍງານວິສາຫະກິດ ຂອງລັດຖະບານນັ້ນຍັງມີໜີ້ສິນ ຕ່າງປະເທດກວມເອົາ 30% ຂອງຈຳນວນໜີ້ສິນສາທາລະນະ ຫຼື ຄິດເປັນຈຳນວນເງິນປະມານ 4,350 ລ້ານໂດລ້າສະຫະລັດ. ໂດຍໜີ້ສິນໄດ້ແຍກອອກເປັນ 3 ສ່ວນ ຄືການກູ້ຢືມເງິນຈາກຕ່າງປະເທດ ເພື່ອນໍາມາລົງທຶນສ້າງເຂື່ອນໄຟຟ້າ ຫຼື ແຫຼ່ງພະລັງງານອື່ນໆ, ການກູ້ຢືມເງິນຈາກພາຍໃນເພື່ອຮ່ວມລົງທຶນ ໃນໂຄງການພະລັງງານ ແລະ ການສໍ້ລາດບັງຫຼວງ ຂອງເຈົ້າໜ້າທີ່ລັດວິສາຫະກິດໄຟຟ້າລາວ.
ຕາມການລາຍງານ ຂອງລັດວິສາຫະກິດໄຟຟ້າລາວ ຖ້າບັນດາເຂື່ອນໄຟຟ້າຕ່າງໆ ຍັງບໍ່ສາມາດຜະລິດໄຟຟ້າໄດ້ຕາມປົກກະຕິ, ປະລິມານນໍ້າໃນອ່າງເກັບນໍ້າຍັງເຫຼືອໜ້ອຍໄຟຟ້າລາວ ຈຳເປັນຕ້ອງໄດ້ບໍລິຫານຈັດການພະລັງງານ ດ້ວຍການຫຼຸດກຳລັງການຈ່າຍໄຟ ຫຼື ມອດໄຟບາງເຂດ ຫຼື ບາງໂຄງການລົງທຶນຂອງລັດຖະບານເພື່ອຮັກສາ ຄວາມໝັ້ນຄົງລະບົບໄຟຟ້າ ບໍ່ໄດ້ມອດເປັນວົງກ້ວາງ.
ຈາກສະພາບບັນຫາ ທີ່ມີໄຟຕົກ-ໄຟດັບ ບໍ່ພຽງພໍຕ້ອງຄວາມຕ້ອງການຊົມໃຊ້ ໃນປີ 2024 ລັດວິສາຫະກິດໄຟຟ້າລາວ ຈຳເປັນຕ້ອງໄດ້ຊື້ພະລັງງານ ໄຟຟ້າຈາກປະເທດໄທປະມານ 1,400-1,600 ກິກກາວັດໂມງໝົດປີນີ້. ພ້ອມນີີ້ຍັງໄດ້ນໍາສະເໜີຕໍ່ລັດຖະບານ ເລັ່ງດ່ວນເພື່ອຂໍອະນຸມັດ ນໍາໃຊ້ເງິນກູ້ຢືມ ຈຳນວນໜຶ່ງເພື່ອເລັ່ງປັບປຸງລະບົບ ຈຳໜ່າຍໄຟຟ້າໃນຂອບເຂດທົ່ວປະເທດ ໂດຍສະເພາະໃນນະຄອນຫຼວງວຽງຈັນໃຫ້ມີຄວາມຮັບປະກັນ ຫຼຸດຜ່ອນບັນຫາໄຟຕົກ-ໄຟດັບໃຫ້ໜ້ອຍລົງ.