ເຂື່ອນໄຟຟ້າ 2 ແຫ່ງ ຢູ່ໄຊສົມບູນ ສ້າງບໍ່ໄດ້ຕາມແຜນ

ຈຳປາທອງ
2024.03.20
ເຂື່ອນໄຟຟ້າ 2 ແຫ່ງ ຢູ່ໄຊສົມບູນ ສ້າງບໍ່ໄດ້ຕາມແຜນ ພິທີມອບ-ຮັບ ມູນຄ່າທົດແທນໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການຈັດສັນດິນ ທຳການຜະລິດເປັນດິນສວນ ແລະ ດິນນາ, ທີ່ ບ້ານຊຽງແດດ, ເມືອງພູກູດ, ແຂວງຊຽງຂວາງ, ວັນທີ 15 ທັນວາ 2021.
Credit Photo: ບໍຣິສັດໄຟຟ້ານ້ຳງື່ມ 3 ພາວເວີ ຈຳກັດ

ໂຄງການ ເຂື່ອນໄຟຟ້ານໍ້າງື່ມ 3 ຂະໜາດ 480 ເມກະວັດ ຢູ່ບ້ານລ່ອງແຈ້ງ, ເມືອງລ່ອງແຈ້ງ ແລະໂຄງການ ເຂື່ອນໄຟຟ້ານໍ້າງຽບ 2C ຂະໜາດ 14.5 ເມກະວັດ ຢູ່ບ້ານຊຽງຄົງ, ເມືອງທ່າໂທມ, ແຂວງໄຊສົມບູນ ກໍ່ສ້າງບໍ່ແລ້ວຕາມກໍານົດ ຍ້ອນບໍຣິສັດເຈົ້າຂອງທັງ 2 ໂຄງການນີ້ ມີບັນຫາຫຍຸ້ງຍາກທາງດ້ານການເງິນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ພະລັງງານ ແລະບໍ່ແຮ່ ແຂວງໄຊສົມບູນ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ມີນານີ້.

ແມ່ນແຫລະ ໂຕນໍ້າງຽບ (2C) ຂະໜາດນ້ອຍ ບໍຣິສັດນໍ້າງື່ມ 3 ບໍ່ແລ້ວຕາມກໍານົດວ່າຊັ້ນສາ ອີງໃສ່ສະພາບເສຖກິຈ ອັດຕາເງິນເຟີ້ ແນ່ນອນແຫລະຕ້ອງໄດ້ຊະລໍ. ລໍຖ້າງົບປະມານຫັ້ນແຫລະ. ເຫັນວ່າມາຮອດ 2024 ຍັງບໍ່ທັນໄດ້ລົງມືເລີຍ ຄັນບໍ່ໂອເຄກະ ຊິປະໄປເປັນ 2025-2026 ພຸ້ນແຫລະ.

ທ່ານກ່າວຕື່ມວ່າ ຈາກການຕິດຕາມ-ກວດກາ ໂຄງການເຂື່ອນໄຟຟ້າ ທັງ 2 ແຫ່ງນີ້ ເຫັນວ່າ ບໍຣິສັດເຈົ້າຂອງໂຄງການ ແລະທັງບໍຣິສັດຮັບເໝົາກໍ່ສ້າງ ກໍາລັງປະເຊີນກັບການຂາດເຂີນເງິນ ສໍາລັບໃຊ້ຈ່າຍໃນການກໍ່ສ້າງ, ຄ່າຊື້ວັດສະດຸ-ອຸປະກອນ ການກໍ່ສ້າງ ທີ່ຈະນໍາເຂົ້າມາ, ຄ່າຂົນສົ່ງ ແລະຄ່າໃຊ້ຈ່າຍອື່ນໆ.

ໂຄງການ ເຂື່ອນໄຟຟ້ານໍ້າງື່ມ 3 ຢູ່ບ້ານລ່ອງແຈ້ງ ມີມູນຄ່າການລົງທຶນ 1.4 ຕື້ໂດລ້າຣ໌ສະຫະຣັຖ ຊຶ່ງເປັນເງິນກູ້ຢືມ ຈາກທະນາຄານ Exim Bank ຂອງຈີນ ແລະມີບໍຣິສັດ Sinohydro ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງໄດ້ເຣີ່ມສ້າງມາຕັ້ງແຕ່ປີ 2015 ແລະມີກໍານົດສ້າງໃຫ້ແລ້ວ ໃນທ້າຍປີ 2021, ແຕ່ກໍສ້າງບໍ່ແລ້ວ ຍ້ອນການຣະບາດຂອງໂຄວິດ-19, ແລະມາເຖິງປີ 2022 ກໍຍັງກໍ່ສ້າງບໍ່ແລ້ວ ແລະໄດ້ເລື່ອນມາເຖິງປັດຈຸບັນ ກໍຍັງສ້າງບໍ່ທັນແລ້ວເທື່ອ.

ໂຄງການທີ່ວ່ານີ້ ແມ່ນບໍຣິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ຖືຫຸ້ນ 55%, ຣັຖວິສາຫະກິຈໄຟຟ້າລາວ ຖືຫຸ້ນ 20% ແລະບໍຣິສັດໄຟຟ້າ ການຜລິດ ແຫ່ງປະເທດໄທຍ ອິນເຕີເນຊັ່ນແນລ (EGATi) ຖືຫຸ້ນ 25%. ໄຟຟ້າທີ່ຜລິດແມ່ນຈະຂາຍໃຫ້ ການໄຟຟ້າຜລິດ ແຫ່ງປະເທດໄທຍ.

ສໍາລັບໂຄງການ ເຂື່ອນໄຟຟ້ານໍ້າງຽບ 2C ຢູ່ບ້ານຊຽງຄົງ ເມືອງທ່າໂທມ ມີກຸ່ມບໍຣິສັດ Nonghai Group ຂອງຄົນລາວ ເປັນເຈົ້າຂອງໂຄງການ ແລະບໍຣິສັດ Chongqing Water Turbine Works ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ. ໂຄງການນີ້ ບໍ່ເປີດເຜີຍຂໍ້ມູນ ຮວມທັງມູນຄ່າການລົງທຶນ. ໄຟຟ້າທີ່ຜລິດໄດ້ທັງໝົດ ຈະຂາຍໃຫ້ຣັຖວິສາຫະກິຈ ໄຟຟ້າລາວ ຫລື EDL.

ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ຂັ້ນສູນກາງທ່ານນຶ່ງ ກ່າວເຖິງໂຄງການເຂື່ອນໄຟຟ້າທັງ 2 ແຫ່ງ ທີ່ກໍ່ສ້າງບໍ່ແລ້ວ ຕາມກໍານົດເວລານັ້ນວ່າ ທາງພາກ ສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ບໍຣິສັດຜູ້ລົງທຶນ, ກະຊວງພະລັງງານ ແລະບໍ່ແຮ່ ແລະຣັຖວິສາຫະກິຈໄຟຟ້າລາວ ໃນຖານະຜູ້ຖືຫຸ້ນ ແລະຮັບຊື້ໄຟຟ້າ ກໍໄດ້ປຶກ ສາຫາລືກັນຫລາຍເທື່ອແລ້ວ ເພື່ອຫາແນວທາງແກ້ໄຂ ແລະເຮັດໃຫ້ 2 ໂຄງ ການນີ້ ກັບມາກໍ່ສ້າງໄດ້ຕາມປົກກະຕິ.

ສ່ວນໂຄງການຂະໜາດນ້ອຍ ທີ່ບໍຣິສັດເອກກະຊົນລາວ ເປັນເຈົ້າຂອງໂຄງການ ຊຶ່ງປະເຊີນກັບບັນຫາການເງິນຄືກັນນັ້ນ ກໍສ້າງບໍ່ແລ້ວຕາມແຜນ ຕ້ອງໄດ້ຊະລໍ ຫລືຢຸດການກໍ່ສ້າງອອກໄປ ຈົນກວ່າທາງບໍຣິສັດ ຈະມີເງິນມາກໍ່ສ້າງຕໍ່.

ສໍາລັບໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ຊຶ່ງຣັຖວິສາຫະກິຈໄຟຟ້າລາວ ເປັນຜູ້ຄຸ້ມຄອງນັ້ນ ທ່ານກ່າວວ່າ ຫລາຍພາກສ່ວນທີ່ກ່ຽວຂ້ອງ ເຫັນສົມຄວນ ທີ່ຈະຂາຍຫຸ້ນຂອງບໍຣິສັດ ໃຫ້ນັກລົງທຶນຕ່າງປະເທດ ທີ່ສົນໃຈ ຫລືຂາຍພັນທະບັດ ຂອງຣັຖວິສາຫະກິຈໄຟຟ້າລາວ ແລະພັນທະບັດ ຂອງກະຊວງພະລັງງານແລະບໍ່ແຮ່ ເພື່ອກໍ່ສ້າງເຂື່ອນນັ້ນ ໃຫ້ສໍາເລັດໄວທີ່ສຸດ, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ມີແນວທາງແກ້ໄຂ ທີ່ຈະແຈ້ງເທື່ອ.

ຕາມກອງປະຊຸມ ຮ່ວມກັບກະຊວງພະລັງງານ 2 ເທື່ອ 3 ເທື່ອແຫລະຍັງຫາແຫລ່ງທຶນຢູ່ ແຕ່ວ່າເຮົາຊິປ່ອຍຂາຍພັນທະບັດ ປະມານນີ້ແຫລະ ແຕ່ວ່າສິລະດົມທຶນແຫລະ ມີແຕ່ເຂື່ອນລະດັບໂຄງການໃຫຍ່ໆ ທີ່ຈະມີບັນຫາ.

ໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ເຮັດໃຫ້ຊາວບ້ານ ຢູ່ບ້ານຊຽງແດດ ເມືອງພູກູດ ແຂວງຊຽງຂວາງ 158 ຫລັງຄາເຮືອນ, 161 ຄອບຄົວ ໄດ້ຮັບຜົລກະທົບ ສູນເສັຽທີ່ດິນທໍາການກະເສດ ແລະຖືກໃຫ້ໂຍກຍ້າຍ, ພວກເຂົາເຈົ້າ ໄດ້ຮັບເງິນຄ່າຊົດເຊີຍຄວາມເສັຍຫາຍ ໝົດແລ້ວ ເມື່ອ 2-3 ປີກ່ອນ ແລະໃນມື້ວັນທີ 20 ມີນາ 2024 ນີ້ ກໍເປັນມື້ຄົບ 3 ປີຕາມກໍານົດ ທີ່ຊາວບ້ານບ້ານດັ່ງກ່າວ ຈະໄດ້ຮັບການຊ່ອຍເຫລືອ ການຟື້ນຟູຄຸນນະພາບຊີວິດການເປັນຢູ່ ຮວມທັງເຂົ້າສານ. ຫລັງຈາກນີ້ໄປ ຊາວບ້ານ ກໍຕ້ອງໄດ້ດີ້ນຮົນ ທໍາມາຫາກິນດ້ວຍຕົນເອງ, ອີງຕາມຄໍາເວົ້າຂອງຊາວບ້ານຜູ້ນຶ່ງ ຢູ່ບ້ານຊຽງແດດ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ມີນານີ້.

ຜູ້ທີ່ມັນຖືກກະທົບ ກະໄດ້ໝົດແລ້ວ 2-3 ປີຫລັງພຸ້ນແຫລະ. ກະໄດ້ໝົດແລ້ວ ມື້ນີ້ຂະເຈົ້າ ໂຄງການນໍ້າງື່ມ 3 ກະມາເປັນວັນສຸດທ້າຍ ຂອງການຊ່ວຍເຫລືອ ຈ່າຍເຂົ້າກິນໃຫ້ປະຊາຊົນຫັ້ນ ຈົບມື້ນີ້ ໄລຍະ 36 ເດືອນຫັ້ນນ່າ. ປີຕໍ່ໄປກະໃຫ້ປັບປຸງຄອບຄົວ ຂອງໄຜຂອງມັນຫັ້ນແຫລະ.

ແລະຊາວບ້ານອີກຜູ້ນຶ່ງ ຢູ່ບ້ານດຽວກັນນີ້ ກໍເວົ້າວ່າ ຍັງບໍ່ຮູ້ ເຣື່ອງໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ຈະຊະລໍການກໍ່ສ້າງອອກໄປແບບບໍ່ມີກໍານົດ, ແຕ່ທີ່ຜ່ານມາ ຮູ້ວ່າ ໂຄງການດັ່ງກ່າວ ມີກໍານົດສ້າງໃຫ້ແລ້ວໃນທ້າຍປີ 2022.

ໂອ້... ບໍ່ເຂົ້າໃຈນໍາຂັ້ນເທິງເພິ່ນນ່າ ໄດ້ຍິນແຕ່ຂັ້ນເທິງເພິ່ນເວົ້າວ່າ ທ້າຍປີ 2022 ເນາະ ໃຫ້ແລ້ວນ່າ ກະຕິດຕາມຕອນຕໍ່ໄປ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ ເຖິງໂຄງການເຂື່ອນໄຟຟ້າ ທີ່ສ້າງບໍ່ແລ້ວຕາມແຜນວ່າ ບໍຣິສັດຜູ້ລົງທຶນ ຈະຕ້ອງໄດ້ເຮັດບົດຣາຍງານ ຄວາມຄືບໜ້າ ໃຫ້ກະຊວງພະລັງງານແລະບໍ່ແຮ່ ຮູ້ ແລະຈະຕ້ອງໄດ້ຕໍ່ອາຍຸບົດບັນທຶກຄວາມຂົ້າໃຈກັນ ແລະຈະຕ້ອງມີເງິນຄໍ້າປະກັນ ໃຫ້ຣັຖບານນໍາດ້ວຍ ເພາະຖືວ່າ ກໍ່ສ້າງບໍ່ສໍາເລັດຕາມແຜນ.

ຈະບໍ່ມີກໍານົດ ກະແລ້ວແຕ່ໂຄງການດອກ ແຕ່ວ່າເຈົ້າຕ້ອງມາຕໍ່ອາຍຸຂອງເຂື່ອນ MOU ເວົ້າເຣື່ອງປີນຶ່ງສອງປີ ເຈົ້າ (ບໍຣິສັດຜູ້ລົງທຶນ) ມີເງິນຄໍ້າປະກັນໃຫ້ລັດຖະບານອີກ.

ເມື່ອກ່ອນໜ້ານີ້ ໂຄງການເຂື່ອນໄຟຟ້າເຊກອງ ຕອນລຸ່ມ A ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ມີບໍຣິສັດ V&H Corporation ຂອງວຽດນາມ ເປັນຜູ້ລົງ ທຶນ ແລະບໍຣິສັດ Song Da 6 Joint Stock ຂອງວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ກໍໄດ້ຊະລໍການກໍ່ສ້າງ ອອກໄປໂດຍບໍ່ມີກໍານົດ ຕັ້ງແຕ່ທ້າຍປີ 2023 ມາ ເນື່ອງຈາກບໍຣິສັດຜູ້ລົງທຶນ ແລະບໍຣິສັດຮັບເໝົາກໍ່ສ້າງ ບໍ່ມີທຶນກໍ່ສ້າງ ຍ້ອນບໍຣິສັດຂາດທຶນໜັກໜ່ວງ. ຕາມແຜນການ ການກໍ່ສ້າງ ແມ່ນເຣີ່ມຕົ້ນປີ 2021 ແລະມີກໍານົດສ້າງໃຫ້ແລ້ວ ໃນປີ 2023, ແຕ່ກໍຍັງສ້າງບໍ່ແລ້ວ ຍ້ອນບໍ່ມີທຶນພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.