ເຈົ້າຂອງເຂື່ອນບໍ່ເຮັດຕາມ ສັນຍາ
2020.03.11
ໂຄງການເຂື່ອນໄຟຟ້າເຊລະນອງ 1 ຢູ່ແຂວງສວັນນະເຂດ ຊຶ່ງ ບໍຣິສັດຈີນ ເປັນເຈົ້າຂອງ ບໍ່ປະຕິບັດຕາມສັນຍາ ຊຶ່ງໄດ້ໃຫ້ໄວ້ກັບປະຊາຊົນ ທີ່ໄດ້ຮັບຜົລກະທົບ ໂດຍສະເພາະ ຍັງບໍ່ສ້ອມແປງຫົນທາງເຂົ້າບ້ານ, ຍັງບໍ່ເຈາະນໍ້າບາດານ, ຍັງບໍ່ບຸກເບີກ ເນື້ອທີ່ທຳການຜລິດ ແລະ ການປຸກເຮືອນຈັດສັນໃຫ້ກໍຍັງບໍ່ແລ້ວ, ດັ່ງປະຊາຊົນໃນເຂດບ້ານຈັດສັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອທ້າຍເດືອນກຸມພາ ທີ່ຜ່ານມາວ່າ:
"ຍັງບໍ່ໄດ້ຮັບອີກ ຍັງບໍ່ບອກຈັກມື້ໃດ ຈ່າຍຫັ້ນ, ຊິໄດ້ເຮັດຢູ່ນ່າ ມັນກໍຖ້ວມໝົດແລ້ວ, ຈັດສັນກໍຄືຫັ້ນແລ້ວ ຄັນບຸກເບີກຄັກແນ່ ກໍຊິເອົາຢູ່ ບໍ່ໄດ້ຕິດດອກຮັບບໍ່ໄດ້ເລີຍ ຊິນຳໃຊ້ບໍ່ໄດ້ ຢາກຖາງກໍບໍ່ພໍຖາງ ຈູດເອົາກໍບໍ່ໄໝ້. ກົບໄມ້ ໄມ້ແປ້ນຝາເຮືອນນ່າ ບໍ່ມີ ບ່ອນນອນແລ້ວລົມມາ ເຮືອນຈັດສັນຫັ້ນແລ້ວເຂົາແອ້ມ ພັດແອ້ມເຄິ່ງນຶ່ງ ເຂົ້າບໍ່ໄດ້ແອ້ມໝົດເລີຍ ເຮັດອັນນີ້ເຮັດແບບຢູ່ທຸກ ບໍ່ແມ່ນຊິເຮັດໃຫ້ສະບາຍ ຢູ່ດີຄືເຮືອນ ບໍ່ແມ່ນແຕ່ຜູ້ດຽວ 2 ບ້ານ ຄືດຽວໝົດ, ເຂົາເຮັດ."
ປັດຈຸບັນປະຊາຊົນ ທີ່ຖືກໂຍກຍ້າຍໄປຢູ່ເທິງພູ ຫ່າງຈາກບ້ານເດີມ 10 ກິໂລແມັດ ນັ້ນມີທັງໝົດ 80 ປາຍຄອບຄົວ. ຢູ່ບ້ານຈັດສັນພວກ ເຂົາເຈົ້າມີຄວາມລຳບາກຫລາຍ, ຍັງຂາດ ເຂີນນໍ້າກິນ-ນໍ້າໃຊ້ ຍ້ອນວ່າໄລຍະນີ້ ນໍ້າບາດານທີ່ທາງໂຄງການ ເຈາະໃຫ້ບົກແຫ້ງຫຼາຍ ນໍ້າ ບໍ່ພໍໃຊ້ ຊຶ່ງເປັນບັນຫາ ທີ່ຊາວບ້ານໄດ້ຮຽກຮ້ອງ ໃຫ້ທາງພາກຣັຖ ເຂົ້າມາຊ່ອຍແກ້ໄຂ ແຕ່ດົນແລ້ວ ແຕ່ກໍຍັງມິດງຽບຢູ່.
ກ່ຽວກັບບັນຫາທີ່ວ່ານີ້ ທ່ານ ຄຳເຜີຍ ຜັນທະຈອນ ປະທານ ສະພາປະຊາຊົນ ແຂວງສວັນນະເຂດ ກໍຮັບຮູ້ດ້ວຍຕົນເອງ ແລະ ຈະນໍາສເນີ ຕໍ່ຂັ້ນເທິງ ເພື່ອພິຈາຣະນາ ຊ່ອຍແກ້ໄຂໃຫ້.
ກ່ຽວກັບການຈ່າຍຄ່າຊົດເຊີຍ ຄ່າທີ່ດິນ ແລະຊັບສິນ ໃຫ້ປະຊາຊົນຊັກຊ້າ, ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງສວັນນະເຂດ ໄດ້ຊີ້ແຈງໃຫ້ເຫດຜົລ ວ່າ ທີ່ຈ່າຍເງິນໃຫ້ຊ້າ, ຊ້ານັ້ນກໍຍ້ອນວ່າ ບໍຣິສັດຈີນ ທີ່ເປັນເຈົ້າຂອງໂຄງການ ໃຫ້ເງີນຄ່າ ຊົດເຊີຍນັ້ນມາແລ້ວ ແຕ່ຍັງຈ່າຍບໍ່ທັນໄດ້ຍ້ອນວ່າ ທາງບໍຣິສັດຈີນ ຈະເປັນຕົວແທນຈ່າຍເງີນ ໃຫ້ປະຊາຊົນເອງ ແຕ່ຍັງມາລາວ ບໍ່ທັນໄດ້ ຍ້ອນພຍາດ COVID-19 ຣະບາດຢູ່ຈີນ.
ແຕ່ສໍາລັບຄ່າອາຫານ, ເມື່ອຕົ້ນເດືອນມົກກະຣາ ທີ່ຜ່ານມາ ທ່ານ ອຳຄາ ພູນປະກອນ ຫົວໜ້າຂແນງສິ່ງແວດລ້ອມ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງສວັນນະເຂດ ກັມມະການໂຍກຍ້າຍ ຈັດສັນ ແລະຈ່າຍທົດແທນຄ່າ ເສັຽຫາຍ ໄດ້ມອບເງິນ ຄ່າອາຫານ ງວດທີ 3 ໃຫ້ປະຊາຊົນບ້ານລອຍນໍ້າ 32 ຄອບຄົວ, ບ້ານລະເບົານໍ້າ 56 ຄອບຄົວ ແລະ ບ້ານປະຈະຕຽນ 3 ຄອບຄົວ ທັງໝົດເປັນຈຳນວນ 284 ລ້ານກີບ. ໃນນັ້ນ ມີທັງຄ່າເສັຽເວລາ ທຳມາຫາກິນ ຂອງປະຊາຊົນ ທີ່ຄິດໄລ່ເປັນຄ່າອາຫານ 3 ປີ ນໍາດ້ວຍ.
ແລະກ່ອນໜ້ານັ້ນ ທ່ານ ຊູຊີຫົວ ຮອງຜູ້ຈັດການທົ່ວໄປຂອງໂຄງການເຂື່ອນໂຟຟ້າ ກໍໄດ້ຣາຍງານເມື່ອທ້າຍປີກາຍວ່າ ປັດຈຸບັນ ໂຄງການ ເຂື່ອນໄຟຟ້າເຊລະນອງ 1 ກໍ່ສ້າງໄປໄດ້ 90% ແລ້ວ, ໄດ້ຕິດຕັ້ງເຄື່ອງປັ່ນໄຟສຳເຣັດແລ້ວ 1 ເຄື່ອງ ຂນາດ 35 ເມກາວັດ ແລະຄາດວ່າ ຈະເຣິ້ມທົດລອງ ຜລິດກະແສໄຟຟ້າ ໃນຕົ້ນປີນີ້.
ເຂື່ອນໄຟຟ້າເຊລະນອງ 1 ຂນາດ 105 ເມກາວັດ, ມູນຄ່າ 151 ລ້ານໂດລາສະຫະຣັຖ ແລະສັມປະທານ 30 ປີ, ຕັ້ງຢູ່ຕອນລຸ່ມ ຂອງ ເຊລະນອງ ເຊີ່ງເປັນສາຂາຂອງເຊບັງຫຽງ, ຮ່າງຈາກເມືອງພີນ 42,8 ກິໂລແມັດ.