ມ.ສນາມໄຊ ຈະມີອີກ ນຶ່ງເຂື່ອນ
2020.03.13

ທາງການ ສປປລາວ ກຽມສ້າງເຂື່ອນໄຟຟ້າເຊກອງຕອນລຸ່ມ-A ຂນາດ 86 MW ຢູ່ບ້ານໝາກນາວ ເມືອງສນາມໄຊ ແຂວງອັດຕະປື ໃນ ທ້າຍປີ 2020 ນີ້ຫລັງຈາກໄດ້ສຶກສາຄວາມເປັນໄປໄດ້ມາແຕ່ປີ 2015 ແລະສໍາເຣັດໃນປີກາຍ. ປັດຈຸບັນບໍຣິສັດກໍ່ສ້າງ ແລະທິມວິຊາການ ຈໍານວນນຶ່ງ ກໍາລັງຂົນເຄື່ອງຈັກ ແລະອຸປກອນເຂົ້າໄປໃນເຂດ ທີ່ຈະກໍ່ສ້າງເຂື່ອນນັ້ນແລ້ວ, ດັ່ງ ເຈົ້າໜ້າທີ່ຫ້ອງວ່າການປົກຄອງ ແຂວງ ອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມິນາ ນີ້ວ່າ:
”ເຊກອງຕອນໃຕ້ນີ້ ເລີ້ມແລ້ວໃດ໋ເລີ້ມມານໍາແລ້ວ ພວມນໍາເຄື່ອງຂອງເຂົ້າມາຈໍານວນນຶ່ງ ແລ້ວກໍວິຊາການຈໍານວນນຶ່ງ ຈຸດຕັ້ງແມ່ນຢູ່ບ້ານ ຄັນໝາກນາວ ເກັບຜົລກະທົບທີ່ວ່າເນື້ອທີ່ການຜລິດຂອງຊາວບ້ານນັ້ນ ກໍສິບໍ່ມີເລຶ່ອງການ ໂຍກຍ້າຍ ເພາະວ່ານໍ້າມາສາມາດ ປິດ-ເປີດໄດ້ ຕາມວິຊາການເພີ່ນວ່າແນວນັ້ນ ນໍ້າຂຶ້ນກໍເຮັດປ່ອຍລະບາຍອອກ.”
ທ່ານເວົ້າວ່າ ບົດຣາຍງານເຮຶ່ອງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ຂອງບໍຣິສັດກໍ່ສ້າງ ໃນມື້ວັນທີ 12 ມິນານີ້ ຣະບຸວ່າ ໂຄງການນີ້ຈະ ໃຊ້ເນື້ອທີ່ທັງໝົດ 3 ພັນປາຍເຮັກຕາ ທີ່ຈະກວມເອົາເຂດກໍ່ສ້າງເຂື່ອນ, ເຮືອນຈັກ, ຫົນທາງ ແລະອາຄານປະຕິບັດການຕ່າງໆ ຊຶ່ງທາງການ ລາວ ກໍເຫັນດີຕາມຜົລຂອງການສຶກສານັ້ນແລ້ວ.
ອີງຕາມຣາຍງານຂອງຜົລກະທົບ ຈະມີປະຊາຊົນຈໍານວນ 5 ບ້ານຄືບ້ານ ຄັນໝາກນາວ, ບ້ານຫາດຊາຍສູງ, ບ້ານນໍ້າກົງ, ບ້ານຫາດຍາວ ແລະບ້ານມິດສໍາພັນ ຢູ່ເມືອງສນາມໄຊ ທີ່ຈະຕ້ອງໄດ້ສູນເສັຽທີ່ດິນຈໍານວນນຶ່ງ ໃຫ້ແກ່ ໂຄງການ ແຕ່ຈະບໍ່ໄດ້ຖືກໃຫ້ໂຍກຍ້າຍ ອອກຈາກ ບ້ານເດີມ ຊຶ່ງຂນະນີ້ກໍາລັງຢູ່ໃນລະຍະການເຈຣະຈາ ເຣຶ່ອງຄ່າຊົດເຊີຍຄວາມເສັຽຫາຍ ຂອງປະຊາຊົນນັ້ນຢູ່.
ກ່ຽວກັບເຣຶ່ອງນີ້ ປະຊາຊົນໃນເມືອງສນາມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ປະຊາຊົນໃນເມືອງສນາມໄຊກັງວົນບໍ່ຢາກໃຫ້ ສ້າງເຂື່ອນນັ້ນຍ້ອນວ່າທີ່ຜ່ານມາໃນຍາມຝົນ ຝົນຕົກຕາມລະດູການນໍ້າກໍຖ້ວມໄປທົ່ວ ເມືອງຢຸ່ແລ້ວຖ້າສ້າງຂຶ້ນມາອີກ ກໍບໍ່ຮູ້ວ່າອະນາຄົດ ຈະເປັນແນວໃດຕື່ມ ແຕ່ກໍຄັດຄ້ານເພິ່ນບໍ່ໄດ້ ດັ່ງທີ່ທ່ານກ່າວວ່າ:
"ກຽມທຸກກຽມຍາກ ນໍ້າສິບໍ່ຖ້ວມສນາມໄຊ ສິບໍ່ໄຫລອ່ອງລ່ອງເບາະບາດນີ້ ເຫລືອແຕ່ຕົວດຽວນີ້ໜາ ຈັກສິແນວໃດດຸ ເພາະວ່າໝູ່ຕາຍເຮົາ ກໍຕາຍເທົ່ານັ້ນລະ ຝົນຕົກຊື່ໆ ກໍຍັງຖ້ວມ ມີແຕ່ສິສ້າງຕື່ມໃໝ່ລູກເອີຍ.”
ໃນກອງປະຊຸມປຶກສາຫາລືກ່ຽວກັບວຽກງານການກໍ່ສ້າງເຂື່ອນແຫ່ງນີ້ ໃນມື້ວັນທີ 12 ມິນາ 2020 ຜູ້ຕາງໜ້າອໍານາດການປົກຄອງ ແຂວງ ອັດຕະປື ເວົ້າວ່າ ໃນການກໍ່ສ້າງເຂື່ອນໄຟຟ້າ ເຊກອງຕອນລຸ່ມ-A ນີ້ ຈໍາເປັນຕ້ອງຫລີກລ້ຽງ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ ຈະເກີດຂຶ້ນ ຕໍ່ປະຊາຊົນໃນພື້ນທີ່ ໃຫ້ຫຼາຍທີ່ສຸດເນື່ອງຈາກວ່າລະຍະຜ່ານມາ ແຂວງອັດຕະປື ມີຫຼາຍໂຄງການສ້າງເຂື່ອນ ທີ່ ປະຊາຊົນ ຜູ້ຖືກຜົລກະທົບ ໄດ້ຮັບຄ່າຊົດເຊີຍຄວາມ ເສັຽຫາຍ ແບບບໍ່ສົມເຫດສົມຜົລ.
ແລະວ່າ ທຸກຂໍ້ມູນຂອງໂຄງການນນີ້ ຕ້ອງໄດ້ຮັບການຢັ້ງຢືນ ດ້ານມາດຕະຖານ ຈາກກະຊວງພະລັງງານ ແລະບໍ່ແຮ່, ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ, ຈາກກະຊວງກະສິກັມ ແລະປ່າໄມ້ ແລະພາກສ່ວນທີ່ ກ່ຽວຂ້ອງຢ່າງລະອຽດ ເພື່ອປ້ອງກັນບໍ່ໃຫ້ເກີດເຫດ ສຸກເສີນ ແລະຄວາມສ່ຽງ ທີ່ອາດຈະເກີດຂຶ້ນໃນຂ້າງໜ້າ.
ເຂື່ອນໄຟຟ້າເຊກອງຕອນລຸ່ມ-A ຈະເປັນເຂື່ອນແບບຝາຍນໍ້າລົ້ນ ຄືກັນກັບເຂື່ອນໃນແມ່ນໍ້າຂອງ. ໂຄງການນີ້ ເປັນໂຄງການຮ່ວມລົງທຶນ ຣະຫວ່າງຣັຖບານ ສປປລາວ ແລະ ບໍຣິສັດ InnoGreen Engineering ຂອງວຽດນາມ ແຕ່ຍັງບໍ່ມີການເປີດເຜີຍ ຣາຍລະອຽດເຣຶ່ອງ ຜົລກະທົບ ແລະເຣຶ່ອງອັດຕຣາສ່ວນ ຂອງການຖືຫຸ້ນ ແລະ ມູນຄ່າການກໍ່ສ້າງເຂື່ອນນັ້ນເທື່ອ.