ເຂື່ອນໄຟຟ້ານໍ້າຮຸ່ງ 1 ເປີດໃຊ້ແລ້ວ, ຊາວບ້ານ ບໍ່ໄດ້ຮັບຄ່າຊົດເຊີຍ ທີ່ເໝາະສົມ
2023.10.30

ເຂື່ອນໄຟຟ້ານໍ້າຮຸ່ງ 1 ທີ່ມີກໍາລັງຕິດຕັ້ງຂນາດ 15 ເມກະວັດຕັ້ງ ຢູ່ເຂດບ້ານຫ້ວຍແກ້ງ ແລະ ບ້ານປາກຮຸ່ງ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ ໃນວັນທີ 28 ຕຸລາ 2023 ນີ້. ຫຼັງຈາກໄດ້ມີການທົດລອງ ຜລິດໄຟຟ້າ ມາຕັ້ງແຕ່ເດືອນພຶສພາ 2023 ຜ່ານມາ. ໂຄງການດັ່ງກ່າວຈະຜລິດໄຟຟ້າຂາຍ ໃຫ້ກັບຣັຖວິສາຫະກິຈໄຟຟ້າລາວ ເພື່ອຊົມໃຊ້ພາຍໃນແຂວງໄຊຍະບູຣີ.
ດັ່ງ ທ່ານ ສີສຸວົງ ດວງພະຈັນ ຮອງປະທານບໍຣິສັດ ສີເມືອງກຣຸບ ຈຳກັດ ກ່າວໃນພິທີເປີດນຳໃຊ້ໂຄງການ ເຂື່ອນໄຟຟ້ານໍ້າຮຸ່ງ 1 ໃນວັນທີ 28 ຕຸລາ 2023 ຜ່ານມາວ່າ:
“ໂຄງການເຂື່ອນນໍ້າຮຸ່ງ 1 ເປັນໂຄງການນຶ່ງທີ່ຖືກກຳນົດໄວ້ ໃນແຜນພັທນາເສຖກິຈ-ສັງຄົມ ທາງດ້ານພະລັງງານ ຂອງແຂວງໄຊຍະບູຣີ ໂດຍໄດ້ຮັບອະນຸມັດ ຈາກອົງການປົກຄອງແຂວງ ໃນການພັທນາກໍ່ສ້າງ ໂຄງການ ແລະໄດ້ເຊັນສັນຍາຄຸ້ມຄອງ ໂຄງການໃນກາງປີ 2015.”
ເຂື່ອນໄຟຟ້ານໍ້າຮຸ່ງ 1 ແມ່ນເປັນເຂື່ອນໄຟຟ້າຂນາດນ້ອຍຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ ຂອງເມືອງໄຊຍະບູຣີ ແຂວງໄຊຍະບູຣີ ຫ່າງຈາກໂຕເມືອງປະມານ 30 ກິໂລແມັດ, ຫ່າງຈາກແມ່ນໍ້າຂອງປະມານ 5,5 ກິໂລແມັດເປັນເຂື່ອນໄຟຟ້າຮູບແບບຝາຍນໍ້າລົ້ນມີເນື້ອທີ່ອ່າງເກັບນໍ້າ 1,52 ກິໂລຕາມແມັດຍາວຕາມສາຍແມ່ນໍ້າຮຸ່ງ.
ປັດຈຸບັນທົ່ວແຂວງໄຊຍະບູຣີບ້ານທີ່ມີໄຟຟ້າຊົມໃຊ້ໃນລະບົບກວມເອົາ 98,6% ແລະ ໄຟຟ້າທີ່ຊົມໃຊ້ນັ້ນສ່ວນໃຫຍ່ແມ່ນຊື້ມາຈາກປະເທດໄທຍເປັນຫຼັກ. ເພື່ອຫຼຸດຜ່ອນການນຳເຂົ້າໄຟຟ້າຈາກຕ່າງປະເທດ ແລະ ເຮັດໃຫ້ໄຟຟ້າພຽງພໍຕໍ່ການຊົມໃຊ້ທາງການ ແຂວງໄຊຍະບູຣີຈຶ່ງໄດ້ອະນຸມັດໃຫ້ບໍຣິສັດເອກະຊົນລາວສ້າງເຂື່ອນໄຟຟ້າແຫ່ງດັ່ງກ່າວຂຶ້ນ.
ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູຣີໄດ້ກ່າວໃນພິທີເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານໍ້າຮູ່ງ 1 ວ່າເຂື່ອນໄຟຟ້ານໍ້າຮຸ່ງ 1 ແມ່ນເປັນເຂື່ອນໄຟຟ້າ ທີ່ຢູ່ໃນແຜນພັທນາ ເສຖກິຈ-ສັງຄົມດ້ານພະລັງງານ ຂອງແຂວງໄຊຍະບູຣີ ເຊິ່ງທາງການແຂວງໄຊຍະບູຣີ ຄາດຫວັງວ່າ ໂຄງການດັ່ງກ່າວຈະສ້າງຜົລປໂຍດ ໃຫ້ກັບແຂວງ ແລະປະຊາຊົນ ພາຍໃນແຂວງໄດ້ເປັນຢ່າງດີ.
ດັ່ງທ່ານ ກ່າວຕອນນຶ່ງວ່າ:
“ສະເພາະແຂວງໄຊຍະບູຣີ ພວກເຮົາປັດຈຸບັນມີກໍາລັງຊົມໃຊ້ໄຟຟ້າສູງຂຶ້ນ ເຫັນວ່າຍັງບໍ່ທັນພຽງພໍມີບາງຄັ້ງຍັງພົບບັນຫາ ໄຟຕົກ ໄຟມອດ ເຮັດໃຫ້ມີຜົລກະທົບຕໍ່ການຜລິດ ການທຸຣະກິຈ ແລະ ຄົວເຮືອນ. ດັ່ງນັ້ນພັກ-ຣັຖບານກໍຄືແຂວງໄຊຍະບູຣີ ຈຶ່ງໄດ້ນຳໃຊ້ທ່າແຮງທັມມະຊາຕ ໃຫ້ເກີດຜົລປໂຍດສູງສຸດ ໂດຍໄດ້ມອບໃຫ້ບໍຣິສັດສີເມືອງກຣຸບ ເປັນຜູ້ສຶກສາສຳຣວດ ແລະ ກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ ແຫ່ງນີ້ຂຶ້ນ.”
ສໍາລັບໂຄງການ ເຂື່ອນໄຟຟ້ານໍ້າຮຸ່ງ 1 ໄດ້ສົ່ງຜົລກະທົບໃຫ້ກັບຊາວບ້ານຈໍານວນ 2 ບ້ານ ລວມ 87 ຄອບຄົວສູນເສັຍທີ່ດິນທັງໝົດ 134 ປາຍເຮັກຕ້າຣ໌ ລວມເອົາກາຊົດເຊີຍທີ່ດິນ, ຕົ້ນໄມ້ອຸດສາຫະກັມ, ຕົ້ນໄມ້ໃຫ້ໝາກ ລວມມູນຄ່າການຊົດເຊີຍທັງໝົດ 3,400 ລ້ານປາຍກີບ ເຊິ່ງໄດ້ມີການຈ່າຍເງິນຊົດເຊີຍໃຫ້ຊາວບ້ານ ໄປແລ້ວເມື່ອປີ 2020 ທີ່ຜານມາດັ່ງນີ້.
- ບ້ານປາກຮຸ່ງ ຕອນດິນທີ່ຖືກຜົລກະທົບ ທັງໝົດ 50 ຕອນ ມີ 36 ຄອບຄົວ ປະເພດຕອນດິນທຳການກະເສດ 15 ຕອນ, ດິນສວນໄມ້ອຸດສາຫະກັມ 31 ຕອນ, ດິນລວມບ້ານ 2 ຕອນ ແລະ ດິນປ່າທັມມະຊາຕ 2 ຕອນ ລວມມູນຄ່າ ການຊົດເຊີຍ 2,183 ລ້ານກີບ.
- ບ້ານຫ້ວຍແກ້ງ ມີຕອນດິນທີ່ຖືກຜົລກະທົບ ທັງໝົດ 92 ຕອນ ມີ 51 ຄອບຄົວ ປະເພດຕອນດິນທຳການກະເສດ 47 ຕອນ, ດິນນາ 2 ຕອນ, ດິນໜອງປາ 1 ຕອນ, ດິນສວນໄມ້ອຸດສາຫະກັມ 31 ຕອນ, ດິນປຸກສ້າງ 3 ຕອນ ດິນລວມບ້ານ 4 ຕອນ ແລະ ດິນປ່າທັມມະຊາຕ 4 ຕອນ ລວມມູນຄ່າການຊົດເຊີຍ 1,200 ລ້ານປາຍກີບ.
ກ່ຽວກັບເຣື່ອງນີ້ຊາວບ້ານ ບ້ານປາກຮຸ່ງ ເມືອງໄຊຍະບູຣີ ທີ່ຖືກຜົລກະທົບ ສູນເສັຍທີ່ດິນປະເພດ ດິນສວນໄມ້ອຸດສາຫະກັມ ກ່າວວ່າ ຊາວບ້ານທີ່ຖືກຜົລກະທົບ ຖືວ່າໄດ້ຮັບເງິນຊົດເຊີຍໝົດແລ້ວ ແຕ່ເງິນຊົດເຊີຍທີ່ໄດ້ຮັບມານັ້ນ ກໍໄດ້ໜ້ອຍບໍ່ສົມເຫດສົມຜົລ ທີ່ຊາວບ້ານຕ້ອງສູນເສັຍທີ່ດິນ ໃຫ້ໂຄງການດັ່ງກ່າວ.
ນອກຈາກນີ້ ຍັງມີຊາວບ້ານອີກຈໍານວນນຶ່ງ ໄດ້ຮັບຜົລກະທົບຕື່ມຍ້ອນລະດັບນໍ້າເພີ່ມສູງຂຶ້ນ ຢູ່ບໍຣິເວນໜ້າເຂື່ອນ ແລ້ວໄປຖ້ວມສວນໄມ້ອຸດສາະຫະກັມ ໄມ້ສັກທີ່ປູກໄວ້ຕາມແຄມແມ່ນໍ້າຮຸ່ງ ຈົນບໍ່ສາມາດນໍາໃຊ້ໄດ້ອີກ ເຊິ່ງຊາວບ້ານກໍໄດ້ຮຽກຮ້ອງໃຫ້ ບໍຣິສັດຜູ້ພັທນາໂຄງການຈ່າຍເງິນຊົດເຊີຍ ກັບຊາວບ້ານແລ້ວ ແຕ່ບໍຣິສັດ ກໍມິດງຽບ ບໍ່ມີທ່າທີແນວໃດເທື່ອ.
ດັ່ງຊາວບ້ານ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 30 ຕຸລາ ນີ້່ວ່າ:
“ເງິນຊົດເຊີຍຍັງໆ ຈໍານວນທີ່ວ່າອັນສ່ວນທີ່ຍັງເຫຼືອ ຂະເຈົ້າບໍ່ຊົດເຊີຍນ່າຢູ່ໜ້າເຂື່ອນ ໄປໝົດແຫຼະ ປ່າໄມ້ສັກປ່າເຂົາຫຍັງເຂົານ່າ, ກາສເນີເພິ່ນວ່າເພິ່ນວ່າຊິພາກັນຄົ້ນຄ້ວາຄືນເບິ່ງ (ເງິນຊົດເຊີຍເໝາະສົມບໍ່) ໂອ້ບໍ່ຄຸ້ມແຫຼະ ຄັນເວົ້າບໍ່ຄຸ້ມຜູ້ເຂົາໄດ້ຫຼາຍ ກາຊິຄຸ້ມຜູ້ໄດ້ໜ້ອຍມັນບໍ່ຄຸ້ມນ່າ.”
ຊາວບ້ານອີກທ່ານນຶ່ງ ຢູ່ບ້ານຫ້ວຍແກ້ງ ເມືອງໄຊຍະບູຣີກ່າວວ່າເງິນຄ່າຊົດເຊີຍ ທີ່ໄດ້ຮັບນັ້ນຕໍ່າຫຼາຍບໍ່ກຸ້ມຄ່າ ກັບມູນຄ່າຂອງທີ່ດິນທີ່ສູນເສັຍ ໃຫ້ກັບໂຄງການດັ່ງກ່າວ ແຕ່ຊາວບ້ານກໍຄັດຄ້ານຫຍັງບໍ່ໄດ້ ຈຶ່ງຈຳເປັນຕ້ອງຍອມຮັບ ເອົາເງິນຄ່າຊົດເຊີຍ ດັ່ງກ່າວທີ່ບໍ່ໄດ້ພຽງພໍ ທີ່ຈະໄປຊອກຊື້ທີ່ດິນຕອນໃໝ່ໄດ້ ເພາະລາຄາຊື້-ຂາຍທີ່ດິນຢູ່ເມືອງໄຊຍະບູຣີ ສູງເຖີງ 100-200 ລ້ານກີບຕໍ່ເຮັກຕ້າຣ໌. ດັ່ງຊາວບ້ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ສເລັ່ຍຖືກແມັດກາເຣນຶ່ງ 10 ພັນກີບນຶ່ງ ແມ່ນຢູ່ອັນເວົ້າຈໍານວນເງິນຫຼາຍກ່ວາ 100 ລ້ານກີບ ຂອງເນື້ອທີ່ເຂົາຫຼາຍເນາະ ແຕ່ໄປຫານຕໍ່ແມັດກາເຣຕິມັນໄດ້ແຕ່ 10 ພັນແນໃຫ້ມູນຄ່າຕໍ່າຫັ້ນນ່າ ເນາະ.”
ໂຄງການເຂື່ອນໄຟຟ້າ ນໍ້າຮຸ່ງ 1 ມີກໍາລັງຕິດຕັ້ງຂນາດ 15 ເມກະວັດ ໂດຍບໍຣິສັດ ສີເມືອງກຣຸບ ເປັນຜູ້ລົງທືນ 100%, ມູນຄ່າໂຄງການ 34 ລ້ານໂດລ້າຣ໌ສະຫະຣັຖ ມີ 3 ບໍຣິສັດ ຈາກປະເທດເກົາຫຼີໃຕ້ ເປັນຜູ້ອອກແບບ ແລະ ຮັບເໝົາກໍ່ສ້າງ ປະກອບມີ ບໍຣິສັດ Dawoo Engineering JV, ບໍຣິສັດ Phunglinf Industry ແລະ ບໍຣິສັດ Dawoo Construction and Engineering.
ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ເຣີ່ມກໍ່ສ້າງມາຕັ້ງແຕ່ປີ 2015 ມີກຳນົດສ້າງສຳເຣັດໃນປີ 2017 ແຕ່ໂຄງການດັ່ງກ່າວ ໄດ້ຮັບການອອກແບບດ້ານໂຄງສ້າງ ທີ່ບໍ່ໄດ້ມາຕຖານ ຈຶ່ງມີການປັບປຸງແກ້ໄຂຄືນໃໝ່ຈົນມາເຖິງປີ 2018 ໂຄງການດັ່ງກ່າວ ໄດ້ກັບມາດຳເນີນການກໍ່ສ້າງຄືນໃໝ່ ແລະສ້າງສຳເຣັດໃນປີ 2023 ນີ້.