ຊາວກະສິກອນ ຢາກໃຫ້ພາກຣັຖ ຫາຕລາດ ຂາຍຜົລຜລິຕ ໃຫ້

ຈຳປາທອງ
2022.09.21
ຊາວກະສິກອນ ຢາກໃຫ້ພາກຣັຖ ຫາຕລາດ ຂາຍຜົລຜລິຕ ໃຫ້ ຕລາດ ຂາຍຜົລຜລິຕ ກະສິກັມ ແຫ່ງນຶ່ງ ໃນແຂວງພາກເໝືອ, ເດືອນມິຖຸນາ ປີ 2022.
ຮູບພາບ: ນັກຂ່າວພົລເມືອງ

ເມື່ອບໍ່ດົນຜ່ານມານີ້ ທ່ານ ເພັດ ພົມພິພັກ ຣັຖມົນຕຣີ ກະຊວງກະສິກັມ ແລະປ່າ ໄມ້ ໄດ້ຣາຍງາຍຕໍ່ກອງປະຊຸມ ສລຸບຕີລາຄາ ການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງ ຮາກຖານການເມືອງ, ພັທນາຊົນນະບົດຮອບດ້ານ ແລະວຽກງານ 3 ສ້າງໃນໄລຍະ 2016-2020 ແລະທິດທາງ ຮອດປີ 2025 ວ່າ ປັດຈຸບັນ ທົ່ວປະເທດ ມີກຸ່ມການຜລິຕກະສິກັມ 4,023 ກຸ່ມ ແລະ 64 ສະຫະກອນ.  ໃນນັ້ນຍັງຫລາຍຈຸດອ່ອນ ແລະຂໍ້ຄົງຄ້າງ ຫລາຍຢ່າງ ທີ່ຈະຕ້ອງໄດ້ຮັບ ການປັບປຸງແກ້ໄຂ, ອີງຕາມການຣາຍງານ ຂອງວິທຍຸຊາວໜຸ່ມລາວ ວັນທີ 18 ກັນຍານີ້.

ເວົ້າສະເພາະ ສະຫະກອນກະສິກັມອິນຊີ ຢູ່ເມືອງແປກ ແຂວງຊຽງຂວາງ ແມ່ນຢາກໃຫ້ພາກສ່ວນ ທາງການທີ່ກ່ຽວຂ້ອງ ຊ່ອຍທຶນໃຫ້ຊາວໜຸ່ມ ໄດ້ຮຽນຮູ້ ຮວມທັງດ້ານບັນຊີ ການເງິນ ແລະການບໍລິຫານ ຄຸ້ມຄອງສະຫະກອນ, ອີງຕາມຄໍາເວົ້າ ຂອງຄະນະກັມມະການ ສະຫະກອນກະສິກັມ ອິນຊີ ຢູ່ເມືອງແປກ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 21 ກັນຍານີ້.

ຢາກໃຫ້ພັກ-ຣັຖຂັ້ນເທິງ ຊ່ວຍສ້າງວັຍໜຸ່ມນີ້ ຫລືວ່າຂໍທຶນໃຫ້ວັຍໜຸ່ມ ໄດ້ຮຽນຮູ້ 1. ​ແມ່ນລະບົບບັນຊີການເງິນ ເພື່ອມາຄຸ້ມຄອງ ເງິນຄໍາ ຕລາດພວກເຮົາ ອັນ 2. ລະດັບຂອງຄະນະບໍຣິຫານ ຄົນອາຍຸສູງ ແລ້ວລະດັບບໍ່ພຽງພໍ ກ່ອນເຮົາຊິຂຽນບົດວິພາກ, ຂຽນໂຄງການໄດ້ ມັນບໍ່ແມ່ນທັມມະດາ. ເຮົາກໍບໍ່ສາມາດຂຽນຂໍໄດ້ ກໍຢາກໄດ້ຢູ່ ຄວາມຢາກໄດ້ທີ່ວ່າ ເປັນທຶນຊ່ວຍເຫລືອລ້າ ຈາກຕ່າງປະເທດ ເຖິງຈະແມ່ນໜ້ອຍແມ່ນຫລາຍ ຈຸແມ່ປ້າກໍຍອມຮັບ.

ນາງເວົ້າຕື່ມວ່າ ສະຫະກອນກະສິກັມ ອິນຊີຢູ່ເມືອງແປກນີ້  ມີສະມາຊິກ 165 ຄົນ ຢູ່ໃນ 6 ກຸ່ມ, 9 ບ້ານ ຮວມທັງບ້ານມອນ, ບ້ານໂພນສະຫວ່າງ ແລະບ້ານໂພນຄໍາ, ໄດ້ປູກຜັກປອດສານພິດ ແບບລວມໝູ່ ທີ່ສມັກໃຈ ຮ່ວມກັນເຮັດທຸຣະກິຈຂາຍຜັກຂນາດນ້ອຍ, ມີກອງທຶນຊ່ອຍເຫລືອ ໃນໝູ່ສະມາຊິກດ້ວຍກັນ, ໃຫ້ກູ້ຢືມສຸກເສີນ ດ້ວຍດອກເບັ້ຍ  1% ຕໍ່ປີ ແລະມີກອງທຶນສະສົມ ເພື່ອໃຊ້ຈ່າຍເປັນຄ່ານໍ້າມັນຣົຖ, ຄ່າຕື່ມບັດໂທຣະສັບ ແລະຄ່າອາຫານ ຫາກມີກອງປະຊຸມ.

ສະມາຊິກສະຫະກອນນີ້ ກໍເວົ້າໃນມື້ດຽວກັນນີ້ວ່າ ແຕ່ປີ 2019 ເຖິງປັດຈຸບັນ ສະມາຊິກສະຫະກອນກະສິກັມອິນຊີ ເມືອງແປກ ມີຊີວິຕການເປັນຢູ່ດີຂຶ້ນ,  ລາຍໄດ້ສເລັ່ຍເດືອນນຶ່ງ 2.7-3 ລ້ານກີບ. ແຕ່ກ່ອນ ເປັນແມ່ບ້ານ, ຮັບລ້ຽງເດັກນ້ອຍ ທີ່ໄດ້ເສັຍຄ່ານໍ້າມັນຣົຖ, ບໍ່ມີເວລາຢູ່ກັບຄອບຄົວ, ສເລັ່ຍແລ້ວໄດ້ເດືອນນຶ່ງ 800,000-1,000,000 ກີບ, ແຕ່ກໍຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຊອກຫາຕລາດ ຮອງຮັບຜົລຜລິຕ ຢູ່ຕ່າງແຂວງໃຫ້ ຍ້ອນວ່າ ໃນຣະດູແລ້ງ ມີຜົລຜລິຕຫລາຍ ແຕ່ໄດ້ຂາຍພຽງແຕ່ ຢູ່ໃນຕລາດເອກກະຊົນ ຢູ່ເມືອງແປກ ອາທິດນຶ່ງ 2 ມື້ເທົ່ານັ້ນ, ເຮັດໃຫ້ຜັກອັ່ງ, ເຫລືອຂາຍ.

ຊີວິຕດີຂຶ້ນ. ດີຫລາຍກວ່າທີ່ຜ່ານມາ, ແຕ່ກ່ອນເຂົາເຈົ້າ ຍັງບໍ່ທຳມາກິນ ຜັກປອດສານພິດເນາະ ລາຍຮັບເຮົາກໍບໍ່ຄ່ອຍ ແຕ່ມາຊ່ວງນີ້ ໃຜກໍຮູ້ລາຍຮັບເຮົາ ພັດໄດ້ຫລາຍ. ຢາກໃຫ້ຊອກທາງອອກ ອັນຕລາດຮອງຮັບແບບວ່າ ເຮົາເຮັດແລ້ວ ອອກໄປສົ່ງ ໄປທາງຕ່າງແຂວງ. ບາງເທື່ອ ມັນເປັນຕາມຣະດູເນາະ ຣະດູນີ້ ຜັກຈະແພງ, ຣະດູຕໍ່ໄປເຮົາເຮັດໄດ້ ຜັກມັນຈະຫລາຍ ເຮົາໄປຂາຍຢູ່ສະເພາະ ຂາຍຢູ່ຕລາດຫັ້ນ ກໍມີທິດນຶ່ງ 2 ເທື່ອແລ້ວບາດນີ້ ຜັກເຮົາເຕັມມັນພັດອັ່ງໄວ້.

ຢູ່ນະຄອນຫລວງວຽງຈັນ ສະມາຊິກກຸ່ມສະຫະກອນ ກະສິກັມອິນຊີ ກໍມີຊີວິຕ ການເປັນຢູ່ດີຂຶ້ນ ຍ້ອນຜັກອິນຊີ ມີລາຄາສູງກວ່າຜັກທົ່ວໄປ, ແຕ່ການປູກຜັກ ຂອງສະຫະກອນນັ້ນ ຍັງຕ້ອງການຜູ້ຊ່ຽວຊານວິໄຈດ້ານການປາບສັດຕູພືດຊະນິດໃໝ່ ດ້ວຍການໃຊ້ສມຸນໄພ ຍ້ອນວ່າ ສມູນໄພ ທີ່ເຄີຍໃຊ້ມາ ໃຊ້ການບໍ່ໄດ້ແລ້ວ ແລະຕ້ອງໄດ້ປັບປຸງ ທາງດ້ານເຕັກນິກ ວິຊາການຕື່ມອີກ, ອີງຕາມຄໍາເວົ້າ ຂອງຄະນະກັມມະການກຸ່ມສະຫະກອນອິນຊີ ນະຄອນຫລວງວຽງຈັນ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 21 ກັນຍານີ້.

ກໍສລຸບໄດ້ຄ້າວໆ ກໍມັນເຮັດໃຫ້ຊີວິຕ ການເປັນຢູ່ດີຂຶ້ນ ແຕ່ວ່າບາງຢ່າງ ມັນກໍຕ້ອງເຮັດໃໝ່, ວິໄຈໃໝ່ເນາະ. ຕົວຢ່າງວ່າສັດຕູພືດ ມັນກໍເກີດມາແບບໃໝ່ ການປ້ອງກັນ ໃນເຣື່ອວຂອງການ ຟໍໂລອັບ (ຕິດຕາມ) ມາຕຖານ ກະສິກັມອິນຊີ ອີ່ຫຍັງຕ່າງໆ ມັນກໍຕ້ອງມີການຄົ້ນຄວ້າ ຕົວຢ່າງວ່າສມຸນໄພ ກໍາຈັດຂັບໄລ່ສັດຕູພືດ ຕ່າງໆ ຊ່ວຍຊາວກະສິກອນຫັ້ນ.

ພ້ອມດຽວກັນນັ້ນ ທ່ານກໍກ່າວຕື່ມວ່າ ກຸ່ມສະຫະກອນນີ້ຍັງມີຈຸດອ່ອນ ທີ່ຕ້ອງ ການໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍເຫລືອ ຄືການເຂົ້າເຖິງແຫລ່ງທຶນ ຂອງທະນາຄານສົ່ງເສີມກະສິກັມ ຍ້ອນສະມາຊິກບໍ່ມີຫລັກຄໍ້າປະກັນເງິນກູ້ ໃນອັດຕຣາດອກເບັ້ຍ 3% ຕໍ່ປີ ແລະບໍ່ຮູ້ຈັກຂຽນບົດວິພາກ ເພື່ອຂໍກູ້ຢືມເງິນນໍາທະນາຄານ ເຖິງຣັຖບານ ຈະມີນະໂຍບາຍສົ່ງເສີມ.

ຣັຖບານເຂົາເຈົ້າ ກະມີນະໂຍບາຍສົ່ງເສີມ ຫລາຍຢູ່ເນາະ ແຕ່ວ່າການເຂົ້າເຖິງແຫລ່ງທຶນ ມັນກໍບໍ່ສະດວກປານໃດ ຢູ່ໂຕຫລັກຊັຍແຫລະ ຄວາມຈິງ ໂຕອັດຕຣາດອກເບັ້ຽ 3% ຕໍ່ປີບໍ່ ບາງເທື່ອກໍເໝາະສົມຢູ່ ເຂົາເຈົ້າກໍເປັນຊາວກະສິກອນເນາະ ເຮັດໄຮ່ ເຮັດສວນຈັ່ງຊີ້ນ່າ ແຕ່ເວລາກູ້ເງິນກັບທະນາຄານ ແນ່ນອນ ຕ້ອງມີການຂຽນບົດວິພາກວ່າ ຊິກູ້ເງິນມາເຮັດຫຍັງ ລາຍຮັບເທົ່າໃດ ລາຍຈ່າຍເທົ່າໃດ ຕໍ່ປີ ດອກເບັ້ຽເທົ່າໃດ ຄືນທຶນຈັກປີ ອີ່ຫຍັງຕ່າງໆ ການຄິດໄລ່ ໃນຈຸດນີ້ກໍຖືວ່າ ຊາວກະສິກອນ ກໍບໍ່ໄດ້ມີຄວາມຊໍານານ.

ຢູ່ເມືອງກາສີ ຊຶ່ງເປັນເມືອງທີ່ມີຊື່ສຽງ ດ້ານການຜລິຕ ກະສິກັມສະອາດ ຂອງແຂວງວຽງຈັນ ກໍມີກຸ່ມຜລິຕກະສິກັມ 11 ກຸ່ມ, ໃນແຕ່ລະຣະດູການຜລິຕ ແຕ່ເດືອນພຶສຈິກາ ຫາເດືອນພຶສພາ ສະມາຊິກກຸ່ມແຕ່ລະຄອບຄົວ ມີລາຍໄດ້ປະມານ 50-60 ລ້ານກີບ. ແຕ່ກໍມີບັນຫາຢູ່ວ່າ ຕລາດໃນຣະດູແລ້ງ ບໍ່ພຽງພໍ, ຜັກມີລາຄາຖືກ, ໃນລະດູຝົນ ເນື້ອທີ່ປູກຝັງບໍ່ພຽງພໍ, ຊາວກະສິກອນ ຈະປູກເຂົ້າ, ຜັກມີລາຄາແພງ. ແຕ່ເຖິງຢ່າງໃດ ຊີວິຕການເປັນຢູ່ ຂອງສະມາຊິກກຸ່ມກໍດີຂຶ້ນ.

ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ເມືອງກາສີ ກ່າວໃນມື້ດຽວກັນນີ້ວ່າ:

ແກ້ໄຂຊີວິຕການເປັນຢູ່ ຂອງປະຊາຊົນກໍຫາກໄດ້ ເຣື່ອງຫລຸດພົ້ນ ການຫລຸດພົ້ນ ເຂົາເຈົ້າກະມີຢູ່ ມີກິນ ກໍ ມີຣົຖ ມີລາງຂີ່, ຍ້ອນອັນນີ້ກະດາຍເນາະ ແຕ່ວ່າຄັນວ່າເບື້ອງຣັຖເຮົາ ຢາກຊ່ວຍ ກໍຊ່ວຍເຣື່ອງເບື້ອງການຕລາດນີ້ເນາະ ຫລັກໆກໍແມ່ນຣະດູຝົນນີ້ແຫລະ ມັນເຮັດຢາກ ເວົ້າເຣື່ອງປູກຜັກ ປູກຫຍັງ ມັນກໍເຮັດຍາກ ແຕ່ວ່າລາຄາມັນແພງ ແຕ່ວ່າມັນເຮັດຍາກ ພື້ນທີ່ມັນບໍ່ມີບາດນີ້.

ທ່ານເວົ້າຕື່ມວ່າ ທີ່ຜ່ານມາ ອົງການຈັດຕັ້ງສາກົລ ໄດ້ຝຶກອົບຮົມໃຫ້ຊາວກະສິກອນ ປູກຜັກກາດໃນຣະດູຝົນ, ແຕ່ກໍບໍ່ສາມາດປະຕິບັດໄດ້ ເນື່ອງຈາກບໍ່ມີເນື້ອທີ່ປູກ. ເຣຶ່ອງການຊຸກຍູ້ສົ່ງເສີມ ຊາວກະສິກອນ ແມ່ນເຣີ່ມແຕ່ລະດັບຄອບ ຄົວ ໄປເຖິງການສ້າງຕັ້ງ ເປັນກຸ່ມການຜະລິຕກະສິກັມ ແລະສະຫະກອນ ເພື່ອຍົກລະດັບຊີວິຕ ການເປັນຢູ່ໃຫ້ດີຂຶ້ນ ແລະການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ກຸ່ມສະຫະກອນທີ່ພົ້ນເດັ່ນ ແມ່ນສະຫະກອນ ກາເຟພູພຽງບໍລິເວນ ແຂວງຈໍາປາສັກ, ສະຫະກອນ ສົ່ງເສີມກະສິກັມ ເມືອງຫົງສາ ແຂວງໄຊຍະບູຣີ, ສະຫະກອນກະສິກັມ ອິນຊີທົ່ງມັ່ງ ນະຄອນຫລວງວຽງຈັນ, ສະຫະກອນກາເຟວັນໃໝ່ ແຂວງຫົວພັນ, ອີງຕາມຄໍາເວົ້າ ຂອງທ່ານ ເພັດ ພົມພິພັກ ຣັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.