ຈີນ ມີໂຄຕ້າ ຮັບຊື້ງົວຈາກລາວ 5 ແສນໂຕ ໃນປີນີ້

ສຸພັດຕາ
2023.07.12
ຈີນ ມີໂຄຕ້າ ຮັບຊື້ງົວຈາກລາວ 5 ແສນໂຕ ໃນປີນີ້ ໂຕຢ່າງງົວໃຫຍ່ ສາຍພັນບຣາມັນ ທີ່ໄດ້ນ້ຳໜັກມາຕຖານ ທີ່ຕລາດຈີນຕ້ອງການ ແລະ ສາມາດສົ່ງໄປຈີນໄດ້, ເດືອນທັນວາ 2021.
ຂອບໃຈຮູບພາບຈາກ ຟາມງົວໃຫຍ່ ໂພນເລົາ

ຈີນ ມີໂຄຕ້າ ຮັບຊື້ງົວຈາກລາວ ຈໍານວນ 5 ແສນໂຕ ໃນປີ 2023 ແຕ່ຊາວກະສິກອນລາວ ຈະບໍ່ຈະສາມາດ ປະຕິບັດໄດ້ຕາມໂຄຕ້າ ຂອງຈີນ ຍ້ອນຄຸນນະພາບຂອງງົວ ຢູ່ລາວ ຍັງບໍ່ໄດ້ມາຕຖານທີ່ຈີນຕ້ອງການ ເຊິ່ງຜູ້ຊື້ (ນັກລົງທຶນ) ຈາກຈີນ ຕ້ອງການງົວ ທີ່ມີອາຍຸບໍ່ເກີນ 4 ປີ ທີ່ມີນໍ້າໜັກບໍ່ຕໍ່າກວ່າ 350 ກິໂລກຣາມ ແລະຕ້ອງບໍ່ມີຍາດ, ອີງຕາມການຣາຍງານ ຂອງທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນ ຕໍ່ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ເມື່ອບໍ່ດົນມານີ້.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຂແນງລ້ຽງສັດ ໃນຫຼາຍແຂວງທາງພາກເໜືອ ກໍຍອມຮັບວ່າ ເປັນເຣື່ອງຍາກ ທີ່ຈະສົ່ງງົວໄປຈີນ ໄດ້ຮອດ 5 ແສນໂຕໃນປີນີ້ ຍ້ອນການລ້ຽງງົວ ໃນແຕ່ລະແຂວງມີຂໍ້ຈໍາກັດ ເຮັດໃຫ້ງົວບໍ່ໄດ້ຄຸນນະພາບ ຕາມທີ່ຕລາດຈີນຕ້ອງການ ເປັນຕົ້ນ ຢູ່ແຂວງຫຼວງນໍ້າທາ ກໍມີແຜນຈະສົ່ງງົວໄປຈີນ ພຽງແຕ່ຈໍານວນ 3,000 ໂຕເທົ່ານັ້ນໃນປີນີ້ ເນື່ອງຈາກຊາວກະສິກອນ ບໍ່ສາມາດສນອງງົວໃຫ້ໄດ້ຫຼາຍໄປກວ່ານີ້ ອີກທີ ຍັງປະສົບບັນຫາງົວເປັນພະຍາດຕ່າງໆ.

ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ກໍຣະກະດາ ນີ້ວ່າ:

“ເບື້ອງຕົ້ນນີ້ 3,000 ຕາມແຜນແມ່ນໃນໄວໆນີ້ເນາະ ປາຍເດືອນ 8 ນີ້ເນາະ. ປະມານ 3,000 ໂຕ ມີກໍຣະນີ ພະຍາດເກີດຣະບາດອີ່ຫຍັງ ຄິດວ່າ ບໍ່ບັນຫຼຸ ຮອດ 5 ແສນໂຕ.”

ໃນຂະນະທີ່ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ທ່ານນຶ່ງ ກໍເຫັນວ່າ ການທີ່ຈະສົ່ງງົວຈາກລາວໄປຈີນ ຮອດ 5 ແສນໂຕໃນປີນີ້ນັ້ນ ຈະເປັນໄປບໍ່ໄດ້ ຍ້ອນຊາວກະສິກອນຫຼາຍແຂວງ ບໍ່ສາມາດສນອງງົວໃຫ້ໄດ້ ຮອດເຄິ່ງລ້ານໂຕ, ສະເພາະຢູ່ແຂວງຊຽງຂວາງ ກໍໍມີແຜນສົ່ງງົວໄປຈີນ ໃນລະຫວ່າງເດືອນສິງຫາ ຫຼື ເດືອນກັນຍາ ປີນີ້ ແຕ່ຍັງບໍ່ລະບຸຄັກແນ່ວ່າ ຈະສົ່ງໄປຈັກໂຕ.

ດັ່ງທ່ານກ່າວວ່າ:

“ທົ່ວປະເທດລາວ ບໍ່ໄດ້ດອກ 5 ແສນໂຕຕໍ່ປີນີ້ນ່າ. ຕຣຽມຄວາມພ້ອມ ເຣື່ອງໄປຈີນນີ້ ມີແຕ່ວ່າ ອາດປະມານ ເດືອນ 8, ເດືອນ 9. ຣັຖບານຈະອະນຸມັດແລ້ວຫັ້ນນ່າ ກະມີແຜນລ້ຽງເນາະ ສົ່ງເສີມບັນດາຄອບຄົວ ອິຫຍັງຕ່າງໆຫັ້ນ ໃຫ້ເຂົາເຈົ້າຮູ້.”

ໃນຂະນະດຽວກັນ ເຈົ້າຂ້ອງຟາມລ້ຽງງົວ ຢູ່ແຂວງພາກກາງທ່ານນຶ່ງ ກ່າວວ່າ ເປັນໄປບໍ່ໄດ້ ທີ່ລາວຈະສົ່ງງົວໄປຈີນໄດ້ 5 ແສນໂຕຕໍ່ປີ ຍ້ອນທາງຈີນ ມີການຄັດເລືອກ ແລະກວດກາຄຸນນະພາບລະອຽດທີ່ສຸດ ເຊິ່ງງົວທີ່ລ້ຽງພາຍໃນລາວ ບໍ່ມີຄຸນນະພາບຫຼາຍປານນັ້ນ ຈຶ່ງເຫັນວ່າ ເປັນໂຕເລຂທີ່ໄກຈາກຄວາມເປັນຈິງ.

ດັ່ງທ່ານກ່າວວ່າ:

“ໂອ້ເປັນໄປບໍ່ໄດ້ ມີແຕ່ຂ່າວຊື່ໆແຫຼະ ບາດຊິເອົາເຂົ້າຈີນ ກະເງື່ອນໄຂຈັກອີ່ຫຍັງຕໍ່ອີ່ຫຍັງ ໄດ້ຄຸນນະພາບບໍ່ໄດ້ຄຸນນະພາບ ກວດໂຣກກວດນັ້ນ ໂອຍາກ ເປັນໄປບໍ່ໄດ້ ວິທີດຽວ ທີ່ຊິໄປລອດ ມີແຕ່ວ່າ ເຮັດມ້ອງຊໍາແຫຼະຢູ່ນີ້ ແລ້ວເອົາເປັນຊີ້ນໄປດີກວ່າ ຈະໄດ້.”

ເຈົ້າຂອງຟາມລ້ຽງງົວ ຢູ່ແຂວງຫຼວງນໍ້າທາ ນາງນຶ່ງ ກໍເຫັນວ່າ ການທີ່ຈະສົ່ງງົວອອກໄປຂາຍໃຫ້ຈີນ ຕ້ອງໄດ້ຜ່ານການກວດກາ ຫຼາຍຢ່າງຢູ່ ໂດຍສະເພາະ ເຣື່ອງພະຍາດຕິດຕໍ່ທາງງົວ ເປັນຕົ້ນ ພະຍາດປາກເປື່ອຍລົງເລັບແລະອື່ນໆ ແລະໃນໄລຍະນີ້ ຜູ້ຊື້ຈາກປະເທດຈີນ ກໍຍັງບໍ່ເປີດຮັບຊື້ງົວເທື່ອ.

ດັ່ງຍານາງ ກ່າວວ່າ:

“ໂອ້ກະຫຍຸ້ງຍາກຢູ່ໃດ໋ ເພາະວ່າ ທາງຈີນເຂົາເຈົ້າສ້າງຄວາມຫຍຸ້ງຍາກ. ເຂົາເຈົ້າຢາກຈໍາກັດນ່າ ເຣື່ອງພະຍາດ ເຣື່ອງສຸຂອະນາໄມສັດນີ້ແຫຼະ. ຊ່ວງນີ້ ເຂົາບໍ່ຄ່ອຍຮັບປານໃດ ເພາະວ່າ ເຂົາໄປທາງດ່ານນ້ອຍເນາະ ຂຶ້ນພູບໍ່ໄດ້ຫັ້ນນ່າ ແລ້ວເຂົາເຈົ້າຍັງບໍ່ຮັບຊື້ເທື່ອ.”

ສໍາລັບລາຄາ ຊື້-ຂາຍງົວ ຈາກລາວໄປຈີນ ຫຼ້າສຸດ ມີລາຄາຢູ່ທີ່ປະມານ 60,000 ກີບ ຕໍ່ກິໂລກຣາມ, ອີງຕາມຂໍ້ມູນ ຈາກຜູ້ລ້ຽງງົວ.

ທາງດ້ານນັກວິຊາການດ້ານການລ້ຽງງົວ ທ່ານນຶ່ງ ກ່າວວ່າ ບັນຫາທີ່ພາກສ່ວນທີ່ກ່ຽວຂ້ອງ ຄວນແກ້ໄຂ ຄື ເຮັດແນວໃດ ໃຫ້ງົວຢູ່ລາວມີຄຸນນະພາບ ແລະນໍ້າໜັກຕາມມາຕຖານ ຕາມທີ່ຈີນຕ້ອງການ ເຊິ່ງປັດຈຸບັນ ງົວທີ່ໄດ້ມາຕຖານນັ້ນ ສ່ວນໃຫຍ່ເປັນງົວ ທີ່ນໍາເຂົ້າຈາກປະເທດໄທຍ ແລະປະເທດພະມ້າ ທີ່ນໍາມາລ້ຽງໃນລາວ ແລ້ວສົ່ງຂາຍໃຫ້ຈີນອີກເທື່ອນຶ່ງ.

ດັ່ງທ່ານກ່າວວ່າ:

“ສ່ວນຫຼາຍມັນຈະເປັນເຣື່ອງງົວ ເກຣດງົວເຮົາມັນບໍ່ໄດ້ຫັ້ນນ່າ ໂຄງສ້າງມັນບໍ່ໃຫຍ່ ຕ້ອງໄດ້ນໍາເຂົ້າຫັ້ນນ່າ ນໍາເຂົ້າແບບງົວມາແຕ່ໄທຍ ແຕ່ພະມ້າ ຈັ່ງຊີ້ນ່າ.”

ຢ່າງໃດກໍຕາມ ສໍາລັບການສົ່ງອອກງົວຈາກລາວ ໄປຈີນ ຍັງມີເງື່ອນໄຂກໍານົດໄວ້ຄັກແນ່ ວ່າ ຕ້ອງກັກງົວໄວ້ໃນເຂດທີ່ຕົນເອງລ້ຽງ ເປັນເວລາ 45 ມື້ ແລະຫຼັງຈາກນັ້ນ ກໍສົ່ງງົວໄປຢູ່ເຂດກັກກັນງົວ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ຕື່ມອີກ 30 ມື້ ເພື່ອຫຼຸດຜ່ອນຄວາມສ່ຽງ ການແຜ່ຣະບາດ ຂອງພະຍາດປາກເປື່ອຍລົງເລັບ, ແລະເມື່ອຄົບກໍານົດ 30 ມື້ແລ້ວ ກໍຈະຂົນສົ່ງງົວອອກໄປຈີນ ຜ່ານທາງດ່ານປາງໄຮ ເຊິ່ງເປັນດ່ານ ທີ່ໄດ້ຮັບບຸຣິມະສິດພິເສດ ສໍາລັບການເຄື່ອນຍ້າຍສັດ ລະຫວ່າງ ລາວ-ຈີນ.

ປັດຈຸບັນ ທົ່ວປະເທດລາວ ມີຟາມລ້ຽງສັດທັງໝົດປະມານ 2,100 ປາຍແຫ່ງ ເຊິ່ງມີສັດລ້ຽງປະເພດ ງົວ, ຄວາຍ, ແບ້, ໝູ, ໄກ່ ແລະເປັດ ຫຼາຍກວ່າ 5,700,000 ໂຕ ໂດຍໃນນັ້ນ ມີຟາມລ້ຽງສັດ ຈໍານວນ 143 ແຫ່ງ ທີ່ລ້ຽງງົວ ສໍາລັບສົ່ງຂາຍໃຫ້ຈີນ, ອີງຕາມການຣາຍງານ ຂອງກະຊວງກະສິກັມ ແລະປ່າໄມ້ ໃນເດືອນກໍຣະກະດາ ປີ 2023 ນີ້.

ນັບແຕ່ປີ 2021 ເປັນຕົ້ນມາ ຣັຖບານຈີນ ແລະລາວ ໄດ້ເຊັນສັນຍາສົ່ງອອກງົວຈາກລາວໄປຈີນ ປີລະ 5 ແສນໂຕ ແລະທາງການລາວ ກໍໄດ້ຫຼຸດໂຄຕ້າ ເຫຼືອແຕ່ພຽງ 50,000 ໂຕ, ແຕ່ຄວາມຈິງ ສາມາດສົ່ງໄດ້ພຽງປະມານ 8,100 ໂຕ ເທົ່ານັ້ນ ຍ້ອນການແຜ່ຣະບາດ ຂອງໂຄວິດ-19 ແລະພະຍາດຜິວໜັງອັກເສບຂອງງົວ ແລະຄວາຍ, ອີງຕາມການຣາຍງານ ຂອງວິທຍຸ ເອເຊັຽ ເສຣີ ໃນປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.