ເຣື້ອງທີ່ເກັບບັນທຶກໄວ້
2022-06-13
ເນື່ອງຈາກ ສິນຄ້າທຸກປະເພດຢູ່ລາວ ແພງຂຶ້ນຫຼາຍ ເຮັດໃຫ້ຄົນລາວ ຈຳນວນຫຼາຍ ຫຼັງໄຫຼຂ້າມໄປ ປະເທດໄທຍ ໂດຍສະເພາະແຂວງຢູ່ທີ່ຕິດກັບ ປະເທດລາວ ເຊັ່ນແຂວງໜອງຄາຍ ເພື່ອຫາຊື້ເຄື່ອງອຸປໂພກ-ບໍຣິໂພກ ທີ່ມີລາຄາຖືກກວ່າຢູ່ລາວ.
2022-06-13
ເຖິງແມ່ນວ່າ ກອງປະຊຸມ ສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໄດ້ເປີດຂຶ້ນ ຢ່າງເປັນທາງການ ເມື່ອວັນທີ 13 ມິຖຸນາ 2022 ຜ່ານມາ ແຕ່ມີປະເດັນສຳຄັນ ທີ່ປະຊາຊົນ ຄວນໃຫ້ຄວາມສົນໃຈ ເຊັ່ນການແກ້ໄຂບັນຫາ ເງິນກີບອ່ອນຄ່າ, ຂາດເງິນຕຣາ ຕ່າງປະເທດ ກ່ຽວພັນເຖິງການຈັດຕັ້ງ ປະຕິບັດ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາດ ຊຶ່ງຄາດວ່າ ໃນປີີນີ້ ຈະບໍ່ບັນລຸເປົ້າໝາຽ.
2022-06-13
ທະນາຄານ ການຄ້າຕ່າງ ປະເທດລາວ ໄດ້ອອກແຈ້ງການ ກ່ອນໜ້ານີ້ ເຖິງບັນດາ ໂຕແທນ ທີ່ໃຫ້ບໍຣິການ ຮັບເງິນດ່ວນ ຜ່ານລະບົບ MoneyGram ໂດຍເງິນຕ່າງປະເທດ ທີ່ໂອນມາຜ່ານ ລະບົບດັ່ງກ່າວ ໃຫ້ຈ່າຍເປັນເງິນກີບ ຕາມອັດຕຣາ ທະນາຄານ ແຕ່ຫຼ້າສຸດນີ້ ທາງທະນາຄານ ໄດ້ອອກແຈ້ງການ ຍົກເລີກແຈ້ງການ ສະບັບດັ່ງກ່າວ ໂດຍທາງທະນາຄານ ຈະສືບຕໍ່ຈ່າຍເປັນເງິນໂດລ້າຣ໌ ໃຫ້ລູກຄ້າ.
2022-06-13
ບັນຫາໃຫຍ່ ທີ່ຂັດຂວາງ ການຕັ້ງຣັຖບານປະສົມ ສາມຝ່າຍ ຊຶ່ງແມ່ນ ຣັຖບານຝ່າຍຂວາ ໂດຍການນໍາພາ ຂອງນາຍພົນ ພູມີ ໜ່ໍສວັນ ບໍ່ຍອມຮ່ວມມື ກັບຝ່າຍຊ້າຍ ຂອງເຈົ້າສຸພານຸວົງ ເຖິງແມ່ນວ່າ ເຈົ້າໜ້າທີ່ ອາເມຣິກັນ ຈະເກັ້ຽກ່ອມ ປານໃດກໍຕາມ.
2022-06-12
ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ຢ້ຽມຢາມ ສປປ ລາວ ແລະ ສະແດງຄວາມຄິດເຫັນ ກ່ຽວກັບບົດບາດ ຍິງ-ຊາຍ ໃນການພົບປະກັບ ອະດີດນັກສຶກສາ ໂຄງການ YSEALI ໃນວັນທີ 10 ມິຖຸນານີ້ ຢູ່ນະຄອນຫຼວງວຽງຈັນ.
2022-06-12
ວິກິຕການ ດ້ານເສຖກິຈ ຮວມທັງ ເຄື່ອງອຸປໂພກ-ບໍຣິໂພກ ແລະ ນ້ຳມັນເຊື້ອເພີງ ແພງຂຶ້ນ ໃນຂະນະທີ່ ອັຕຣາເງິນເຟີ້ ນັບມື້ນັບສູງຂຶ້ນ ສົ່ງຜົລເດືອດຮ້ອນ ຕໍ່ປະຊາຊົນ ຜູ້ຫາເຊົ້າກິນຄ່ຳ ແລະ ສົ່ງຜົລກະທົບ ປະເທດຊາຕ ຢ່າງໜັກໜ່ວງ.
2022-06-12
ຈົດໝາຍ ຈາກຜູ້ຟັງ: ເກີດບັນຫາຂັດແຍ່ງ ທີ່ດິນລະຫວ່າງ ຊາວບ້ານ ກັບເຈົ້າໜ້າທີ່ ເມືອງອາດສະພັງທອງ, ຕຳຣວດ ແຂວງບໍ່ແກ້ວ ຍຶດຢ້າບ້າໄດ້ 12,000,000 ເມັດ, ສະຫະຣັຖ ອອກຣາຍງານ ການຈຳກັດສິທ ດ້ານສາສນາ ທົ່ວໂລກ.
2022-06-10
ຕໍາຣວດ ແຂວງໄຊສົມບູນ ປ່ອຍປະຊາຊົນ 17 ຄົນ ໃນມື້ວັນທີ 2 ມິຖຸນານີ້ຫລັງຈາກຖືກຈັບ ເມື່ອອາທິດທີ່ແລ້ວ ເພາະຖືກກ່າວຫາວ່າ ລັກຂຸດຄໍາ ໃນເຂດສັມປະທານ ຢູ່ເຂດຍອດນໍ້າເວ້ ບ້ານນໍ້າຍອນ ເມືອງອະນຸວົງ.
2022-06-10
ລໍາດັບຕໍ່ໄປ ເຊີນທ່ານຮັບຟັງ ການສັມພາດ ທ່ານໝໍ ປະຈໍາໂຮງໝໍ ເມືອງແຕງ ແຂວງຫຼວງພຣະບາງ ກ່ຽວກັບ ການປ້ອງກັນພຍາດຕາມຣະດູການ ເປັນຕົ້ນ ພຍາດຖອກທ້ອງ.
2022-06-10
ຜູ້ປະກອບການ ປໍ້ານໍ້າມັນ ຕ້ອງປິດໃຫ້ບໍຣິການຊົ່ວຄາວ ເມື່ອຣັຖບານ ສັ່ງຫລຸດລາຄາ ນ້ຳມັນລົງ ເຮັດໃຫ້ເຈົ້າຂອງ ປ້ຳນ້ຳມັນຫຼາຍແຫ່ງ ຂາດທຶນຢ່າງໜັກ, ບໍ່ສາມາດດຳເນີນກິຈການ ໃນຂະນະນີ້ໄປຕໍ່ໄດ້ ຊຶ່ງການຫລຸດ ລາຄານໍ້າມັນເທື່ອນີ້ ແມ່ນເຣີ່ມແຕ່ ມື້ວັນທີ 8 ມິຖຸນານີ້ໄປ.
2022-06-10
ຊາວບ້ານ ຈຳນວນ 5 ຄົນ ຢູ່ບ້ານສີສະຫວາດ ແລະ ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ມີຂໍ້ຂັດແຍ່ງ ທີ່ດິນກັບ ເຈົ້າໜ້າທີ່ທະຫານ ແລະຖືກຈັບຕັ້ງແຕ່ ວັນທີ 10 ເມສາ ທີ່ຜ່ານມານັ້ນ ຍັງບໍ່ໄດ້ຮັບການປ່ອຍ ອອກຈາກຄ້າຍຄຸມຂັງ ທະຫານບ້ານໜອງເຂັງເທື່ອ.
2022-06-10
ຄົນລາວຈຳນວນຫຼາຍ ໄດ້ຫຼັ່ງໄຫຼໄປເຮັດພາສປອຣ໌ດ (Passport) ເພື່ອຈະອອກໄປ ຊອກວຽກເຮັດ ງານທຳ ຢູ່ຕ່າງປະເທດ ເນື່ອງຈາກປັດຈຸບັນນີ້ ປະເທດລາວ ກຳລັງປະສົບ ວິກິຕການ ດ້ານເສຖກິຈ ຢ່າງຮຸນແຮງ, ຂາດແຄນນໍ້າມັນເຊື້ອເພີງ, ເງິນກີບອ່ອນຄ່າ ຢ່າງໜັກໜ່ວງ ເຮັດໃຫ້ປະຊາຊົນ ຈຳນວນຫຼາຍ ຕ້ອງດິນຮົນ ໃນການຈັບຈ່າຍ ໃຊ້ສອຍ ແລະການດຳຣົງ ຊີວິຕປະຈຳວັນ.
2022-06-09
ການຄຸ້ມຄອງ ເງິນຕຣາຕ່າງປະເທດ ຢູ່ສປປລາວ ເປັນໄປໄດ້ຍາກຫຼາຍ ຍ້ອນວ່າ ຮ້ານແລກປ່ຽນເງິນຕຣາ ນອກ ແລະ ໃນລະບົບ ມີຢູ່ທຸກບ່ອນ.
2022-06-09
ຄົນງານລາວ 2 ຄົນຢູ່ເກົາຫລີໃຕ້ ຖືກນາຍຈ້າງດ່າ ແລະທຳຮ້າຍຮ່າງກາຍ ຍ້ອນເຮັດວຽກບໍ່ຖືກໃຈ, ເຮັດວຽກບໍ່ທັນ ຕາມທີ່ນາຍຈ້າງສັ່ງ ແລະມາເຖິງປັດຈຸບັນນີ້ ກໍຍັງບໍ່ທັນມີໜ່ວຍໃດ ໃຫ້ການຊ່ອຍເຫຼືອ ຄົນງານລາວ ທັງ 2 ຄົນນີ້ ເຖິງແມ່ນວ່າ ຜູ້ກ່ຽວຈະຂໍຄວາມຊ່ອຍເຫຼືອ ຈາກສູນຊ່ອຍເຫລືອ ແຮງງານຕ່າງປະເທດ ຫລາຍເທື່ອແລ້ວ ກໍຕາມ.
2022-06-09
ນັບແຕ່ທາງການລາວ ເປີດປະເທດ ຢ່າງເຕັມຮູບແບບ ເມື່ອວັນທີ່ 9 ພຶສພາ ເຖິງປັດຈຸບັນນີ້ ມີນັກທ່ອງທ່ຽວ ເຂົ້າມາປະເທດລາວ ປະມານ 55,753 ຄົນ, ແຕ່ຢ່າງໃດກໍຕາມ ຖືວ່າຫລຸດລົງຫຼາຍ ເມືອທຽບໃສ່ ກ່ອນການຣະບາດ ຂອງເຊື້ອໂຄວິດ-19 ແລະສາຍເຫດນຶ່ງ ກໍອາດເປັນເພາະ ເງິນກີບອ່ອນຄ່າລົງຫຼາຍ ເຮັດໃຫ້ ຄ່າໃຊ້ຈ່າຍຕ່າງໆ ແພງຂຶ້ນ.