ທຄຕລ ຍົກເລີກ ແຈ້ງການ ເມື່ອວັນທີ 9 ມິຖຸນາ

ສຸພັດຕາ
2022.06.13
ທຄຕລ ຍົກເລີກ ແຈ້ງການ ເມື່ອວັນທີ 9 ມິຖຸນາ ທະນາຄານ ການຄ້າຕ່າງປະເທດລາວ (ທຄຕລ) ໃນນະຄອນຫຼວງວຽງຈັນ, ເດືອນມິຖຸນາ ປີ 2022.
ນັກຂ່າວ ພົລເມືອງ

ທະນາຄານ ການຄ້າຕ່າງປະເທດລາວ ໄດ້ອອກແຈ້ງການດ່ວນ ໃນຕອນແລງ ຂອງວັນທີ່ 13 ມິຖຸນາ 2022 ນີ້ວ່າ ຍົກເລີກ ທີ່ຈະປະຕິບັດຕາມແຈ້ງການ ທີ່ໄດ້ອອກໄປ ໃນວັນທີ່ 9 ມິຖຸນາ 2022. ໃຫ້ຈ່າຍເງິນໃຫ້ລູກຄ້າ ທີ່ໂອນເງິນຜ່ານລະບົບ (MoneyGram) ເປັນສະກຸນເງິນໂດລ້າຣ໌ ຄືທີ່ຜ່ານມາ.

ພາຍຫຼັງທີ່ ຜູ້ໃຊ້ສື່ສັງຄົມອອນລາຍນ໌ໃນລາວ ໄດ້ເຫັນຂ່າວແຈ້ງການ ໃນວັນທີ່ 9 ມິຖຸນາ ກໍຮູ້ສຶກບໍ່ພໍໃຈ ແລະໄດ້ວິພາກ, ວິຈານຫຼາຍແນວ ເປັນຕົ້ນວ່າ ຜູ້ທີ່ຝາກເງິນໂດລ້າຣ໌ ຜ່ານລະບົບ MoneyGram ໃຫ້ແກ່ທາງຄອບຄົວທີ່ຢູ່ລາວນັ້ນ ທາງຄອບຄົວຢູ່ລາວກໍຄວນໄດ້ຮັບເປັນເງິນໂດລ້າຣ໌ ແລ້ວນໍາໄປແລກປ່ຽນຢູ່ຕາມທະນາຄານ ຫຼືຮ້ານແລກປ່ຽນເງິນຕຣາອີກເທື່ອນຶ່ງ ເພື່ອເປັນການໃຫ້ບໍຣິການຕາມຫຼັກການສາກົລ.

ກ່ອນໜ້ານີ້ ໃນທີ່ 9 ມິຖຸນາ 2022 ທະນາຄານການຄ້າຕ່າງປະເທດລາວ ໄດ້ອອກແຈ້ງການ ເຖິງບັນດາໂຕແທນທີ່ໃຫ້ບໍຣິການຮັບເງິນດ່ວນ ຜ່ານລະບົບ MoneyGram ໂດຍເງິນຕ່າງປະເທດທີ່ໂອນມາຜ່ານລະບົບດັ່ງກ່າວນີ້ ໃຫ້ຈ່າຍເງິນໃຫ້ລູກຄ້າເປັນເງິນກີບ ດ້ວຍອັດຕຣາແລກປ່ຽນທາງການ ຊຶ່ງວ່າເປັນອັດຕຣາທີ່ຕໍ່າ ໂຕຢ່າງ ອັດຕຣາແລກປ່ຽນເງິນຕຣາຕ່າງປະເທດ ຂອງທະນາຄານການຄ້າຕ່າງປະເທດລາວ ໃນວັນ ທີ່ 13 ມິຖຸນາ 2022 ນຶ່ງໂດລ້າຣ໌ ໄດ້ 14,876 ກີບ ສ່ວນອັດຕຣາແລກປ່ຽນຢູ່ຮ້ານແລກປ່ຽນທົ່ວໄປ 1 ໂດລ້າຣ໌ ໄດ້ 18,300 ກີບ ຄືໄດ້ຫຼາຍກວ່າທະນາຄານ ປະມານ 3-5 ພັນກີບ ຕໍ່ 1 ໂດລ້າຣ໌ ໂດຍແຈ້ງການດັ່ງກ່າວນັ້ນ ແມ່ນໃຫ້ເຣີ່ມນໍາໃຊ້ ຕັ້ງແຕ່ວັນທີ່ 21 ມິຖຸນາ 2022 ນີ້ເປັນຕົ້ນໄປ ເຊິ່ງຈະເຮັດໃຫ້ລູກຄ້າຊາວລາວ ທີ່ຮັບເງິນຈາກຄອບຄົວ ຫຼືຍາດພີ່ນ້ອງ ທີ່ໂອນມາຈາກຕ່າງປະເທດຜ່ານລະບົບດັ່ງກ່າວ ຈະໄດ້ຮັບເງິນໜ້ອຍລົງ ຕາມສະພາບເງິນກີບເຟີ້ ສົ່ງຜົລເຮັດໃຫ້ຜູ້ປະກອບການທຸຣະກິຈ ຮັບເງິນຕ່າງປະເທດຜ່ານລະບົບ MoneyGram ບໍ່ຢາກພໍໃຈປານໃດ ຍ້ອນຢ້ານມີລູກຄ້າມາໃຊ້ບໍຣິການໜ້ອຍລົງ.

ດັ່ງຜູ້ປະກອບການທຸຣະກິຈ ຮັບເງິນຕ່າງປະຕ່າງປະເທດ ຜ່ານລະບົບ MoneyGram ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 13 ມິຖຸນາ ນີ້ວ່າ:

“ໂຕນີ້ກະຖ້າຟັງເບິ່ງວ່າ ຈະປັບແນວໃດ ເພາະວ່າ ການຕອບສນອງຂອງລູກຄ້າ ກະເພິ່ນກະບໍ່ພໍໃຈປານໃດ ເພາະວ່າເພິ່ນສົ່ງມາກະເປັນເງິນຕ່າງປະເທດ ສ່ວນຫຼາຍປະຊາຊົນບ້ານເຮົານ່າ ເວລາຜ່ອນຣົຖອິຫຍັງ ຈະເປັນໂດລາ ຜ່ອນເຮືອນຜ່ອນອິຫຍັງ ເພິ່ນຕ້ອງຈ່າຍເປັນໂດລ້າຣ໌.”

ຂະນະທີ່ ຜູ້ປະກອບການທີ່ໃຫ້ບໍຣິການ ຮັບເງິນຈາກຕ່າງປະເທດ ອີກນາງນຶ່ງ ກ່າວວ່າ ປັດຈຸບັນ ລາວເອງກໍກໍາລັງເຮັດໃບສເນີ ຫາທະນາຄານການຄ້າຕ່າງປະເທດລາວ ເພື່ອຂໍເພີ່ມເລຂບັນຊີເພີ່ມຕື່ມ ສໍາລັບຮັບເງິນຕ່າງປະເທດ ຈາກລະບົບ MoneyGram ສ່ວນວ່າ ຈະເຮັດໃຫ້ມີລູກຄ້າ ມາໃຊ້ບໍຣິການໜ້ອຍລົງຫຼືບໍ່ນັ້ນ ກໍຍັງບໍ່ທັນໃຫ້ຄໍາຕອບໄດ້ເທື່ອ.

ດັ່ງຍານາງ ກ່າວວ່າ:

“ແມ່ນດຽວນີ້ ທະນາຄານການຄ້າ ເຂົາກໍາລັງຊິໃຫ້ ເຮັດໃບສເນີເພີ່ມເລຂບັນຊີ ແຕ່ຊິໄດ້ນໍາໃຊ້ ໃນວັນທີ່ 21 ສະເພາະ MoneyGram ໃດ໋.”

ກ່ຽວກັບເຣື່ອງນີ້ ຊາວລາວຫຼາຍຄົນ ທີ່ມັກຮັບເງິນໂອນຈາກຕ່າງປະເທດ ຜ່ານລະບົບ  MoneyGram ກໍຮູ້ສຶກບໍ່ພໍໃຈ ແລະເຫັນວ່າ ເປັນການເອົາປຽບຜູ້ໃຊ້ບໍຣິການຫຼາຍເກີນໄປ ເປັນຕົ້ນ: ຜູ້ທີ່ຮັບເງິນຈາກສະມາຊິກໃນຄອບຄົວ ທີ່ເຮັດວຽກຢູ່ຕ່າງປະເທດ ເຊິ່ງມັກໄດ້ຮັບເງິນໂອນ ເປັນເງິນຕ່າງປະເທດ ເພື່ອນໍາໄປໃຊ້ໜີ້ສິນຕ່າງໆໃນລາວ ແຕ່ຄັນຕໍ່ໄປໄດ້ຮັບເປັນເງິນກີບ ກໍຈະບໍ່ຄຸ້ມຄ່າ.

ດັ່ງຊາວລາວ ນາງນຶ່ງ ກ່າວວ່າ:

“ຖ້າສົມມຸດວ່າ ມີຄົນເງິນຝາກເງິນຕ່າງປະເທດມາ ຜ່ານ MoneyGram ແລ້ວຢາກໄດ້ເງິນຕຣາຕ່າງປະເທດໄປຈ່າຍ ທີ່ວ່າຜ່ອນຣົຖຫັ້ນນ່າ ເຮົາຈໍາເປັນ ມີຄວາມຈໍາເປັນທີ່ວ່າ ຕ້ອງຈ່າຍເປັນເງິນໂດລາ ໂຕນີ້ຫັ້ນນ່າ ມາຈ່າຍເປັນເງິນກີບ ອັດຕຣາແລກປ່ຽນ ແຕ່ລະມື້ມັນກະບໍ່ຄືກັນ ກະບໍ່ເຂົ້າໃຈຄືກັນນ່າ.”

ໃນຂະນະດຽວກັນ ຊາວລາວອີກນາງນຶ່ງ ທີ່ເຮັດທຸຣະກິຈດ້ານຄ້າຂາຍ ກໍເຫັນວ່າ ຄັນເງິນຈາກຕ່າງປະເທດ ໂອນເຂົ້າມາຜ່ານລະບົບ MoneyGram ແຕ່ເມື່ອມາຮອດລາວແລ້ວ ຈະຈ່າຍເປັນພຽງແຕ່ເງິນກີບນັ້ນ ກໍຈະເຮັດໃຫ້ລູກຄ້າທີ່ຮັບເງິນຈາກຕ່າງປະເທດ ຜ່ານລະບົບດັ່ງກ່າວ ຈະເສັຽປຽບ ຍ້ອນເງິນກີບແຫ່ງຕົກຕໍ່າລົງທຸກມື້ ຈົນບໍ່ມີໃຜຢາກຖືຄອງເງິນກີບແລ້ວ.

ດັ່ງຍານາງ ກ່າວວ່າ:

“ໂອນໂດລາ ແມ່ນເພິ່ນຈະຈ່າຍກີບຢ່າງດຽວ ເງິນກີບແຫ່ງຕໍ່າຄືເກົ່າ ທຽບໃສ່ຄ່າເງິນບາດຫັ້ນນ່າ ຄັນຢູ່ຕ່າງປະເທດນີ່ ໂອນເງິນມາ ຍົກໂຕຢ່າງວ່າ 2,000-3,000 ບາດຊິນ່າ ມາລາວ ຈະໄດ້ຮັບແຕ່ເປັນເງິນກີບເລີຍຊີ້ນ່າ.”

ທາງດ້ານພະນັກງານ ທະນາຄານ ການຄ້າຕ່າງປະເທດ ຢູ່ແຂວງໄຊຍະບູຣີ ກໍຢືນຢັນວ່າ ແຈ້ງການດັ່ງກ່າວ ມີກໍານົດເລີ່ມນໍາໃຊ້ ຕັ້ງແຕ່ວັນທີ່ 21 ມິຖຸນາ ນີ້ເປັນຕົ້ນໄປ ໂດຍເງິນຕ່າງປະເທດ ທຸກສະກຸນເງິນ ທີ່ໂອນມາລາວ ຜ່ານລະບົບ MoneyGram ທາງລະບົບ ກໍຈະຈ່າຍໃຫ້ແກ່ລູກຄ້າ ຜູ້ຮັບເງິນໃນລາວເປັນເງິນກີບ.

ດັ່ງທ່ານກ່າວວ່າ:

“ວັນທີ່ 21 ໂອນມາລາວ ຈະໄດ້ປ່ຽນເປັນກີບເອົາເນາະ ທາງເບື້ອງທະນາຄານ ຈະງົດຈ່າຍ ເປັນເງິນໂດລາເນາະ ຈ່າຍເປັນເງິນກີບໃຫ້ລູ້ຄ້າ.”

ສ່ວນພະນັກງານ ທະຄານ ການຄ້າຕ່າງປະເທດລາວ ຢູ່ແຂວງຫຼວງພຣະບາງ ຊີ້ແຈງຕື່ມວ່າ ການຮັບເງິນໂອນຈາກຕ່າງປະເທດ ແລ້ວຈ່າຍເງິນເປັນເງິນກີບຢູ່ລາວນັ້ນ ຈະເປັນພຽງແຕ່ ຜ່ານລະບົບ MoneyGram ເທົ່ານັ້ນ ສ່ວນການໂອນເງິນຕ່າງປະເທດ ເຂົ້າບັນຊີທະນາຄານອື່ນໆ ກໍຈະຍັງໄດ້ຮັບເປັນເຫຼດເງິນຕ່າງປະເທດຢູ່ຄືເກົ່າ.

ດັ່ງຍານາງ ກ່າວວ່າ:

“ໂຕນີ້ ເປັນລະບົບຂອງ MoneyGram ເນາະ ມີແຕ່ລະບົບ MoneyGram ນີ້ ເພິ່ນຈະຈ່າຍເປັນເງິນກີບ ຖ້າລູກຄ້າມີບັນຊີໂດລາ ຄັນລູກຄ້າຝາກມາແຕ່ຕ່າງປະເທດເນາະ ລູກຄ້າຝາກເຂົ້າບັນຊີລະ ລູກຄ້າກໍຈະໄດ້ເງິນໂດລາຄືເກົ່າ.”

ກ່ຽວກັບສາເຫດທີ່ຄັກແນ່ ຂອງການຮັບເງິນຕ່າງປະເທດ ຜ່ານລະບົບ MoneyGram  ມາລາວ ແລ້ວຈ່າຍເປັນເງິນກີບນັ້ນ ບໍ່ມີທັງພະນັກງານ ແລະເຈົ້າໜ້າທີ່ ທະນາຄານການຄ້າ ຕ່າງປະເທດລາວ ຄົນໃດ ສາມາດເວົ້າ ເຖິງຣາຍລະອຽດເພີ່ມຕື່ມໄດ້.

ໃນແຈ້ງການດັ່ງກ່າວ ຂອງທະນາຄານການຄ້າ ຕ່າງປະເທດລາວ ໄດ້ລະບຸຕື່ມວ່າ ການນໍາໃຊ້ອັດຕຣາແລກປ່ຽນເງິນ ຈາກຕ່າງປະເທດເປັນເງິນກີບ ຜ່ານລະບົບ MoneyGram  ໃຫ້ນໍາໃຊ້ອັດຕຣາຂາຍສະກຸນເງິນໂດລ້າຣ໌ ທີ່ທະນາຄານການຄ້າ ຕ່າງປະເທດລາວ ປະກາດນໍາໃຊ້ ໃນແຕ່ລະມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.