ສັມພາດ ທ່ານໝໍ ໃນການປ້ອງກັນ ພຍາດຖອກທ້ອງ
2022.06.10

ເມື່ອກ້າວຈະເຂົ້າສູ່ຣະດູຝົນຂອງທຸກປີ, ແພດແລະໝໍ ຈາກໂຮງໝໍນ້ອຍ ຫຼື ສຸຂສາຣາ ໃນເມືອງ ແລະແຂວງຕ່າງໆຂອງລາວ ທີ່ລົງໄປສັກວັກຊິນ ປ້ອງກັນພຍາດຕ່າງໆ ຮວມທັງວັກຊິນ ປ້ອງກັນເຊື້ອໂຄວິດ-19 ໃຫ້ປະຊາຊົນໃນເຂດຊົນນະບົດ ໄດ້ມີການເຜີຍແຜ່ຄວາມຮູ້ ກ່ຽວກັບການປ້ອງກັນໂຕເອງ ຈາກພຍາດຕ່າງໆຕາມຣະດູການ ທີ່ອາຈເກີດຂຶ້ນ ເປັນຕົ້ນ: ພຍາດຖອກທ້ອງ ແລະພຍາດໄຂ້ຍຸງໃນຣະດູຝົນ ເນື່ອງຈາກດິນຟ້າອາກາດ ມີການປ່ຽນແປງ ອາກາດຮ້ອນອົບເອົ້າ ແລະ ບວກກັບການຢູ່, ການກິນອາຫານປະຈໍາວັນ ໃຫ້ປະຊາຊົນຮັບຮູ້ນໍາດ້ວຍ ເຊິ່ງໃນມື້ນີ້ ຂ້າພະເຈົ້າ ສຸພັດຕາ ໄດ້ມີໂອກາດສັມພາດ ທ່ານໝໍ ປະຈໍາໂຮງໝໍ ເມືອງແຕງ ແຂວງຫຼວງພຣະບາງ ໂດຍທ່ານແລະທີມງານ ໄດ້ລົງໄປສັກວັກຊິນ ໃຫ້ຊາວບ້ານໃນເຂດຊົນນະບົດ ຫ່າງໄກສອກຫຼີກ ທ່ານໄດ້ເວົ້າເຖິງສາເຫດ ແລະ ວິທີປ້ອງກັນພຍາດຖອກທ້ອງ ເກີດຂຶ້ນມາຈາກໃສ ແລະມີຄວາມອັນຕຣາຍແນວໃດແດ່ ຮວມທັງ ຄວນກິນຢູ່ແນວໃດ ເພື່ອໃຫ້ຫ່າງຈາກພຍາດຖອກທ້ອງ, ນອກຈາກນີ້ ທ່ານຍັງໄດ້ເວົ້າເຖິງຄວາມຫຍຸ້ງຍາກ ໃນການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ໃຫ້ກັບຊາວບ້ານໃນເຂດຊົນນະບົດນີ້ນໍາດ້ວຍ ເພາະຍັງມີຊາວບ້ານບາງບ້ານ ທີ່ຍັງບໍ່ທັນເຂົ້າໃຈເຖິງຄວາມສໍາຄັນ ຂອງວັກຊິນປ້ອງກັນເຊື້ອໂຄວິດ-19.

ດັ່ງທ່ານກ່າວວ່າ:
ຟັງສຽງສັມພາດ...
ທີ່ທ່ານໄດ້ຮັບຟັງຈົບລົງໄປນັ້ນ ແມ່ນການສັມພາດ ທ່ານໝໍ ຈໍາໂຮງໝໍເມືອງແຕງ ແຂວງຫຼວງພຣະບາງ ກ່ຽວກັບການປ້ອງກັນໂຕເອງ ແລະຄົນໃນຄອບຄົວ ໃຫ້ຫ່າງຈາກພຍາດຖອກທ້ອງ. ສະບາຍດີ