ລາວ ມີຜູ້ຕິດເຊື້ອໂຄວິດ 24 ຄົນແລ້ວ
2020.10.21

ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຫົວໜ້າກອງເລຂາຄະນະສະເພາະກິດຄວບຄຸມໂຄວິດ-19 ຣາຍງານ ໃນມື້ວັນທີ 21 ຕຸລາ 2020 ນີ້ວ່າໄດ້ກັ່ນກອງ ກວດພົບຜູ້ຕິດເຊື້ອພຍາດ ໂຄວິດ-19, ອີກ 1 ກໍຣະນີ ຄືນັກສຶກສາຊາຍ ຄົນລາວທີ່ເດີນ ທາງມາຈາກປະເທດຣັດເຊັຍ ຊຶ່ງເປັນຄົນ ລ່າສຸດທີ່ຕິດເຊື້ອພຍາດໂຄວິດ-19 ຄື ຄົນທີ 24, ອີງຕາມການຣາຍງານຂອງ ສື່ມວນຊົນລາວ ໃນມື້ວັນທີ 21 ຕຸລານີ້. ດຣ. ພູທອນ ກ່າວວ່າ:
“ພົບຜູ້ຕິດເຊື້ອໃໝ່ 1 ກໍຣະນີ ທີ່ເດີນທາງເຂົ້າມາຜ່ານສນາມບິນ ສາກົລວັດໄຕ ຖືວ່າແມ່ນຜູ້ຕິດເຊື້ອນໍ້າເບີ 24 ຊຶ່ງວ່າເປັນເພດຊາຍອາຍຸ 23 ປີ ຊຶ່ງແມ່ນນັກສຶກສາລາວເຮົານີ໋ ໄປສຶກສາຮໍ່າຮຽນຢູ່ປະເທດ ສະຫະພັນ ຣັຖເຊັຽ ລະກະໄດ້ເດີນທາງກັບຄືນມາບ້ານເກີດ ເມືອງນອນ.”
ທ່ານກ່າວຕື່ມວ່າ ກ່ອນທີ່ຈະເດີນທາງຈາກປະເທດຣັດເຊັຍມາລາວ ຜູ້ກ່ຽວກໍມີອາການຕິດພັນກັບ ພຍາດໂຄວິດ-19 ນີ້ແລ້ວຢູ່ຣັດເຊັຍ ໃນ ຣະຫວ່າງວັນທີ 2 ກັນຍາ ທີ່ຜ່ານມາ, ຜູ້ກ່ຽວມີອາການອິດເມື່ອຍມີໄຂ້ ມີໄອ ແລະ ດັງກໍບໍ່ໄດ້ກິ່ນ. ທາງໂຮງຮຽນໄດ້ກັກບໍຣິເວນຜູ້ກ່ຽວ ຢູ່ໃນຫໍພັກຂອງໂຮງຮຽນນັ້ນ, ບໍ່ໄດ້ໄປພົບແພດ, ມີແຕ່ຮັກສາສຸຂພາບໃຫ້ແຂງແຮງ, ພັກຜ່ອນໃຫ້ພຽງພໍ.
ຫລັງຈາກນັ້ນ ອາການຂອງຜູ້ກ່ຽວກໍດີຂຶ້ນເປັນປົກກະຕິ. ແລະວ່າ ຜູ້ກ່ຽວຢາກກັບມາລາວ ແລ້ວກໍໄປກວດຢູ່ໂຮງໝໍ. ຜູ້ກ່ຽວໄປພົບແພດ ວັນທີ 9 ຕຸລາ ເພື່ອເອົາຕົວຢ່າງໄປກວດ ແລ້ວພົບວ່າ ມີເຊື້ອພຍາດ ໂຄວິດ-19, ແຕ່ບໍ່ມີອາການຫຍັງ. ເມື່ອເປັນຄືແນວນັ້ນ ທາງໂຮງຮຽນຈຶ່ງນໍາ ຜູ້ກ່ຽວ ໄປພັກຢູ່ສູນສະເພາະ ທີ່ທາງການເພິ່ນກໍານົດໃຫ້ ແລະໄດ້ແຈ້ງໃຫ້ທາງສະຖານທູດລາວຊາບ.
ມາເຖິງວັນທີ 12 ຕຸລາ ແພດໄດ້ກວດຜູ້ກ່ຽວຕື່ມອີກ ແຕ່ບໍ່ພົບເຊື້ອພຍາດໂຄວິດ-19 ແລ້ວທາງສູນດັ່ງກ່າວ ຈຶ່ງໃຫ້ຜູ້ກ່ຽວກັບມາ ຢູ່ຫໍພັກ ຂອງໂຮງຮຽນ ຄືນຈົນຮອດວັນທີ 14 ຕຸລາ ຜູ້ກ່ຽວຈຶ່ງໄດ້ເດີນທາງຈາກ ຣັດເຊັຍ ມາລາວ ຜ່ານປະເທດຝຣັ່ງເສດ ແລະ ເກົາຫລີໃຕ້ ດັ່ງທີ່ທ່ານກ່າວວ່າ:
“ຈົນຮອດວັນທີ 14 ທີ່ຜູ້ກ່ຽວ ຈຶ່ງເດີນທາງອອກຈາກໂມສກູ ຫັ້ນລະກຽມກັບປະເທດລາວເຮົາ ກວດເຊື້ອບໍ່ພົບເລີຍ ອອກຈາກໂມສກູ ໄປ ຂຶ້ນຍົນຢູ່ປະເທດຝຣັ່ງ ເມືອງປາຣີ ຫັ້ນ ລະເດີນທາງຈາກປາຣີ ມາຫາປະເທດສາທາຣະນະຣັຖ ເກົາຫລີ.”
ຜູ້ກ່ຽວເດີນທາງຈາກເກົາຫລີໃຕ້ວັນທີ 17 ຕຸລາ ຕາມສາຍການບິນລາວ ມາເຖິງສນາມບິນສາກົນວັດໄຕ ວັນທີ 18 ຕຸລາ, ຕາມຣະບຽບ ການແມ່ນທຸກຄົນທີ່ເດີນທາງເຂົ້າມາປະເທດ ຕ້ອງຖືກກັກໂຕ 14 ມື້. ທາງແພດໄດ້ເກັບຕົວຢ່າງ ຜູ້ກ່ຽວມາກວດ ແລ້ວພົບວ່າມີເຊື້ອ ໂຄວິດ-19 ແລະ ວັນທີ 20 ຕຸລາ ກໍຢືນຢັນອີກຕື່ມວ່າ ຍັງມີເຊື້ອພຍາດນັ້ນຢູ່ ດັ່ງທີ່ ດຣ. ພູທອນ ເມືອງປາກ ກ່າວວ່າ:
“ໜ່ວຍງານເຝົ້າຣະວັງຂອງພວກເຮົາ ກະໄດ້ເກັບຕົວຢ່າງມາກວດ ລະເກັບຕົວຢ່າງມາກວດ ລະເວລານີ້ ເຮົາຈຶ່ງພົບວ່າມີເຊື້ອ ໂຄວິດ-19 ອີກຢູ່ໃນ ໂຕລາວຫັ້ນ. ວັນທີ 20 ນີ້ມື້ວານນີ້ ລະເຮົາຈຶ່ງຢືນຢັນວ່າ ຍັງມີເຊື້ອ ຈັ່ງຊັ້ນຈຶ່ງໄດ້ນໍາ ຜູ້ກ່ຽວ ໄປແຍກປ່ຽວ ຢູ່ໂຮງໝໍ.”
ເວົ້າເຖິງຄົນທີ່ໄດ້ຢູ່ໃກ້ຊິດ ກັບນັກສຶກສາລາວ ທີ່ຕິດເຊື້ອໂຄວິດ-19 ຊຶ່ງ ມີທັງໝົດ 27 ຄົນ. ໃນນັ້ນ 14 ຄົນ ມານໍາເຮືອບິນລໍາດຽວກັນ ແລະອີກ 13 ຄົນ ຂີ່ຣົດເມຈາກສນາບິນ ສາກົນວັດໄຕ ໄປຫາສູນກັກ ບໍຣິເວນ ທັງໝົດກໍໄດ້ ຖືກກວດ ແຕ່ບໍ່ພົບເຊື້ອພະຍາດນັ້ນ ແລະ ໃຫ້ຢູ່ສູນກັກ ບໍຣິເວນ 14 ມື້.
ໃນເຮືອບິນລໍາດັ່ງກ່າວ ມີຜູ້ໂດຍສານທັງໝົດ 122 ຄົນ, ໄດ້ກວດຫາເຊື້ອໂຄວິດ-19 ແຕ່ບໍ່ພົບ. ສໍາລັບກໍຣະນີທີ 23 ທີ່ຕິດເຊື້ອພຍາດນັ້ນ ກໍແມ່ນນັກກິລາລາວ ທີ່ກັບມາຈາກ ປະເທດຣັດເຊັຍ ເຊັ່ນດຽວກັນ ຊຶ່ງປັດຈຸບັນ ຜູ້ກ່ຽວຍັງຖືກກັກຢູ່ຕຶກ ແຍກດ່ຽວ ໃນໂຮງໝໍ.