ໂຣຄໃໝ່ໃນບັນດາຊາວເອເຊັຽ
2013.10.22

ມີຣາຍງານວ່າປັຈຈຸບັນນີ້ ໃນບັນດາປະເທດເຂດເອເຊັຍ-ປາຊີຟິກ ກຳລັງປະສົບກັບບັນຫາ ໂຣຄແບບໃໝ່ ຫລືຮູບແບບ ທາງສັງຄົມ ໂດຽສະເພາະເຮັດໃຫ້ຜູ້ຄົນ ອາຍຸແກ່ໄວກວ່າປົກະຕິ ບໍ່ຄືໃນສມັຍ ກ່ອນ.
ທ່ານ Shin Young-soo ຜູ້ອຳນວຍການ ຂອງອົງການອະນາມັຍ ໂລກ ຫລື WHO ປະຈຳເຂດເອເຊັຽ ປາຊີຟິກ ໄດ້ນຳເອົາຜົນການ ສຳຣວດວິຈັຍອອກເຜີຍແພ່ ໃນມື້ວັນຈັນນີ້ວ່າ ບັນດາຊາວຈີນ ທັງຜູ້ ຍິງແລະຊາຍ ທີ່ແກ່ໂຕແລ້ວນັ້ນ ມັກຈະມີບັນຫາ ກ່ຽວກັບໂຣຄເບົາ ຫວານຫລາຍເຖີງ 12% ແລະອີກປະມານ 50% ແມ່ນຢູ່ໃນຂັ້ນທີ່ ກຳລັງຈະເກີດເປັນໂຣຄເບົາຫວານ ຊື່ງສະແດງໃຫ້ເຫັນວ່າ ຕົວເລັກ ດັ່ງກ່າວສູງຂຶ້ນຫລາຍ ຖ້າທຽບໃສ່ປີ 1990 ທີ່ວ່າມີພຽງປະມານ 3 ຫາ 4 ເປີເຊັນເທົ່ານັ້ນ.
ທ່ານ Shin Young-soo ໄດ້ຖແລງ ທີ່ກອງປະຊຸມ ຢູ່ກຸງມະນີລາ ວ່າພວກຜູ້ສູງອາຍຸໃນຍ່ານອາຍຸດຽວກັນ ຢູ່ປະເທດເກົາຫລີໃຕ້ ຍີ່ປຸ່ນ ຫລືວຽດນາມ ທີ່ຢູ່ໃນກຸ່ມຄົນ ທີ່ຖືກສໍາຣວດມາແລ້ວນັ້ນ ພົບວ່າມີປະ ມານ 10% ມີສະພາບເປັນໂຣຄເບົາຫວານ ຊຶ່ງທັງໝົດນີ້ເກີດຈາກ ການກິນອາຫານ ທີ່ບໍ່ຖືກຫລັກອະນາມັຍ ແລະຂາດການອອກລັງກາຍ ແລະໂຣຄດັ່ງກ່າວນີ້ປາກົດວ່າ ຈະມີຫລາຍກວ່າໃນບັນດາປະເທດຕາ ເວັນຕົກໂດຍສະເພາະຢູ່ໃນປະເທດເຂດເອເຊັຍປາຊີຟິກ ໃນຈຳນວນ 40% ຂອງຜູ້ມີອາຍຸ ມີບັນຫາກ່ຽວກັບໂຣຄເບົາຫວານ ສູງກວ່າໝູ່ເຖີງ 75 ຫາ 80 ເປີເຊັນ.
ທ່ານ Shin ເວົ້າວ່າເພື່ອຕ້ານໂຣຄດັ່ງກ່າວນີ້ປະຊາຄົມ ໃນຂົງເຂດເອເຊັຍ Pacific ຕ້ອງປ່ຽນວິຖີຊິວິການເປັນຢູ່ຂອງພວກເຂົາເຈົ້າ ໂດຍສະ ເພາະໃນດ້ານປຸງແຕ່ງອາຫານ ແລະ ການອອກກໍາລັງກາຍ ຢ່າງສມໍ່າສເມີ.