ຜູ້ຕິດເຊື້ອໂຄວິດ-19 ຢູ່ລາວ 15 ຄົນ

ໄຊຍາ
2020.04.08
F-Covid-cases ຜູ້ຕິດເຊື້ອ ຄົນທີ 14 ແລະ 15 ຊຶ່ງເປັນໝູ່ກັນ ທີ່ກັບຈາກ ປະເທດອັງກິດ
ຮູບພາບຈາກ : ນັກຂ່າວພົລເມືອງ

ຄະນະສະເພາະກິດຮຽກຮ້ອງ ໃຫ້ຜູ້ໂດຍສານທີ່ເດີນທາງມາກັບ ສາຍບິນໄທຖ້ຽວບິນ TG574 ໃນວັນທີ 23 ມີນາ 2020 ມາກວດຫາເຊື້ອ ກ່ອນທີ່ຈະຣະບາດລາມອອກໄປ ຫລາຍກວ່ານີ້. ດັ່ງຫລ້າສຸດຜູ້ຕິດເຊື້ອ ກໍຣະນີທີ 15 ທີ່ຕິດເຊື້ອພຍາດໂຄວິດ-19 ກໍໄດ້ເດີນທາງມາກັບ ຖ້ຽວບິນດັ່ງກ່າວ. ໃນຂນະທີ່ຄະນະສະເພາະກິດ ແຈ້ງວ່າຫ້າມຊາວບ້ານຈອມມະນີ ແຕກຕື່ນ ເນື່ອງຈາກຜູ້ກ່ຽວບໍ່ໄດ້ເຂົ້າບ້ານ ຕັ້ງແຕ່ກັບມາ ຮອດລາວ.

ດັ່ງທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງສາທາຣະນະສຸຂ ໄດ້ຖແລງ ຕໍ່ສື່ມວນຊົນໃນວັນທີ 08 ເມສາວ່າ: ລາວມີຜູ້ຕິດເຊື້ອ ພຍາດເພີ່ມຂື້ນອີກ 1 ຄົນ ເຊິ່ງເປັນເພື່ອນກັບກໍຣະນີ 12 ໂດຍທັງສອງ ກັກໂຕຢູ່ເຮືອນສວນຫລັງດຽວກັນ ພາຍຫລັງ ທີ່ເດີນທາງມາຮອດ. ຜູ້ກ່ຽວຖືກຢັ້ງຢືນວ່າຕິດເຊື້ອ ພາຍຫລັງທີ່ເຂົ້າມາກວດຢູ່ໂຮງໝໍ ມິດຕະພາບ ໃນວັນທີ 06 ເມສາ.

"ການກວດຊອກຫາເຊື້ອໃນລາວ ວັນທີ 07 ເມສາ 2020 ທາງສູນເຄາະຣະບາດວິທຍາ ໄດ້ກວດກໍຣະນີສົງໃສທັງໝົດ 36 ຄົນ ໃນນີ້ ນະຄອນຫລວງວຽງຈັນ 28 ຄົນ ແລະ ອີກ 8 ຄົນ ຢູ່ແຂວງຈຳປາສັກ, ບໍ່ແກ້ວ, ໄຊສົມບູນ, ຫລວງນໍ້າທາ, ໄຊຍະບູລີ, ສວັນນະເຂດ, ຄຳມ່ວນ ແລະ ອຸດົມໄຊ. ການກວດຫາເຊື້ອເຣີ້ມແຕ່ ເດືອນມົກຣາ ເຖິງວັນທີ 06 ເມສາ 2020 ຄະນະສະເພາະກິດ ໄດ້ກວດຫາກໍຣະນີ ສົງໃສ 781 ແລະ ກວດພົບຜູ້ຕິດເຊື້ອ 15 ຄົນ. ຜ່ານການກວດ ເມື່ອວັນທີ 07 ເມສາ ໄດ້ພົບຜູ້ຕິດ ເຊື້ອເພີ່ມຂຶ້ນອີກ 1 ຄົນ ຮວມເປັນ 15 ຄົນ ຜູ້ຕິດເຊື້ອທັງ 15 ຄົນນີ້ 03 ຄົນປີ່ນປົວ ຢູ່ໂຮງໝໍແຂວງຫລວງພຣະບາງ ແລະ ອີກ 12 ຄົນ ປີ່ນປົວຢູ່ໂຮງໝໍມິດຕະພາບ."

ທ່ານ ໄດ້ກ່າວຕື່ມວ່າ ກໍຣະນີຜູ້ຕິດເຊື້ອຄົນທີ 15 ເປັນເພດຍິງ ສັນຊາດລາວ ເປັນນັກສຶກສາລາວ ທີ່ໄປສຶກສາ ຕໍ່ ທີ່ລອນດອນ ປະເທດ ອັງກິດ. ປວັດການເດີນທາງຂອງຜູ້ກ່ຽວ ວັນທີ 22-23 ມີນາ ໄດ້ເດີນທາງ ອອກຈາກລອນດອນ ຜ່ານສນາມບິນສຸວັນນະພູມຂອງໄທ ແລະ ມາເຖິງນະຄອນຫລວງວຽງຈັນ ດ້ວຍຖ້ຽວບິນ TG574 ເຊິ່ງເປັນຖ້ຽວບິນດຽວກັນ ກັບຜູ້ຕິດເຊື້ອ ກໍຣະນີ 11 ແລະ 12. ວັນທີ 24 ມີນາ ຫາ 25 ເມສາ ຜູ້ກ່ຽວໄດ້ກັກໂຕຢູ່ສວນ ຮ່ວມກັບໝູ່ທີ່ຮຽນມາຈາກອັງກິດ ນໍາກັນຄື ກໍຣະນີທີ 12. ແຕ່ກໍຣະນີ 12 ສະແດງອາການກ່ອນ ແລະ ໄດ້ຢັ້ງຢືນວ່າຕິດເຊື້ອໃນວັນທີ 05 ເມສາ.

ເຣີ້ມແຕ່ວັນທີ 23 ມີນາ ເຖິງ ວັນທີ 07 ເມສາ 2020 ນີ້ ຄະນະສະເພາະກິດໄດ້ຕິດຕາມຜູ້ທີ່ຢູ່ໃກ້ຊິດກັບຜູ້ຕິດພຍາດໂຄວິດ-19 ຈຳນວນ 262 ຄົນ ຄົບກຳນົດ 14 ວັນແລ້ວ ແຕ່ 205 ຄົນ ບໍ່ມີອາການຫຍັງ ແລະ ເຫຼືອອີກ 52 ຄົນ ຈະໄດ້ນຳເອົາມາກວດໃນນັ້ນ ນະຄອນຫຼວງ ວຽງຈັນ 38 ຄົນ, ຫລວງພຣະບາງ 02 ຄົນ, ຄຳມ່ວນ 02 ຄົນ, ແຂວງໄຊສົມບູນ 10 ຄົນ ທີ່ຢູ່ໃນກຸ່ມ ບໍຣິສັດ ພູເບັ້ຽ ມາຍນິ້ງ ຫັ້ນ.

ອີກບັນຫານຶ່ງທີ່ປະຊາຊົນ ໃຫ້ຄວາມສົນໃຈ ແມ່ນການຊ່ອຍເຫລືອຂອງສາກົລ ໃນການຕ້ານພຍາດໂຄວິດ-19 ທ່ານ ພູທອນ ເມືອງປາກ ໄດ້ຊີ້ແຈງ ມັນກ່ຽວຂ້ອງກັບສະພາບການ ຖ້າສະພາບການເປັນແນວນີ້ ອັດຕຣາ ການຣະບາດຈະເພີ່ມຂຶ້ນ ເຊິ່ງຣັຖບານຕ້ອງໄດ້ນໍາໃຊ້ ການຊ່ອຍເຫລືອໃຫ້ທາງການແພດກ່ອນ ພ້ອມທັງກຽມແຜນຮອງຮັບ.

"ທາງດ້ານອຸປກອນ ທາງດ້ານບຸຄລາກອນ ທີ່ໄດ້ຮັບການຊ່ອຍເຫລືອ ມານີ້ເຮົາ ຈະຕ້ອງມີຄັງແຮໄວ້ ຢູ່ສາງເພື່ອຮັບໃຊ້ການຣະບາດໃຫຍ່ ທາງດ້ານສະຖານທີ່ ປັດຈຸບັນນີ້ເຮົາກຳນົດໂຮງໝໍ ມິຕພາບເປັນບ່ອນ ປີ່ນປົວ ແລະ ທາງອຳນວຍການກາໄດ້ຈັດສັນແລ້ວ ໂຮງໝໍຫລັງໃໝ່ ອັນ 308 ຕຽງ ເອົາຄົນທີ່ເປັນພຍາດໂຄວິດ-19 ໄປນອນຢູ່ພຸ້ນ ທັງຕ້ອງມີສະຖານທີ່ ເພື່ອສຳລັບຜູ້ຕິດເຊື້ອປີ່ນປົວ ສຳລັບຜູ້ຈະໄປຄັດແຍກ ອັນທີສາມຕ້ອງມີສະຖານທີ່ ເພື່ອໃຫ້ແພດໝໍ ທີ່ເຮັດປະຈຳ ບໍ່ໃຫ້ເຂົາເຈົ້າໄປບ້ານ, ສະຖານທີ ທີ 4 ກາຕ້ອງມີສະຖານທີ່ ຫລັງຈາກແພດ ໝົດ ປະຈຳການແລ້ວ ເຂົາເຈົ້າຕ້ອງໄດ້ກັກ ບໍຣິເວັນ ເຂົາເຈົ້າ 14 ມື້. ປັດຈຸບັນ ພວກເຮົາກາແນ່ໃສ່ ໄດ້ເບີ່ງຫໍພັກ ຂອງກະຊວງແຮງງານ ສວັດດີການສັງຄົມ ໂຮງຮຽນ ທິສດີ ຂອງນະຄອນຫລວງວຽງຈັນ ຫລືວ່າສນາມກິລາຫລັກ 16 ໂຮງແຮມບ້ານພັກຕ່າງໆ."

ສລຸບມາເຖິງວັນທີ 08 ເມສາ ລາວ ມີຜູ້ຕິດເຊື້ອພຍາດໂຄວິ-19 ຮວມ 15 ຄົນ ຈາກການກວດ 781 ກໍຣະນີ. ສລຸບທົ່ວໂລກ ມີຜູ້ຕິດເຊື້ອ ພຍາດໂຄວິດ-19 ປະມານ 1,431,375 ຄົນ ເສັຽຊີວິດ 82,145 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.