ເງິນຕຣາ ຕ່າງປະເທດ ຂາດແຄນ ເປັນບັນຫາ ແກ້ໄຂຕໍ່ ໃນສະພາ
2022.06.13

ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໄດ້ໄຂຂຶ້ນຢ່າງເປັນທາງການ ເມື່ອວັນທີ 13 ມິຖຸນາ 2022 ຜ່ານມາ. ປະເດັນທີ່ສຳຄັນ ທີ່ປະຊາຊົນໃຫ້ຄວາມສົນໃຈ ກໍຄືມາຕການ ການແກ້ໄຂບັນຫາ ໃນສະພາບການ ເງິນກີບອ່ອນຄ່າ, ຂາດເງິນຕຣາຕ່າງປະເທດ ຊຶ່ງມັນກ່ຽວພັນເຖິງການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາດ ຄາດວ່າໃນປີີນີ້ ຈະບໍ່ບັນລຸຕາມເປົ້າໝາຽ.
ຕໍ່ບັນຫາດັ່ງກ່າວ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທນາຄານແຫ່ງ ສປປ ລາວ ໄດ້ຣາຍງານວ່າ. ປັດໄຈພື້ນຖານເສຖກິຈ ພາຍໃນຍັງບອບບາງ ແລະຍັງຢູ່ໃນໄລຍະຟື້ນໂຕ ລາຍຮັບທີ່ເປັນເງິນຕຣາຕ່າງປະເທດ ຍັງມີຈຳກັດ ແຕ່ພັນທະໃນການສຳຣະ ໃຫ້ຕ່າງປະເທດຊໍ້າພັດມີສູງ.
“ອັດຕຣາແລກປ່ຽນສະເລັ່ຽ 5 ເດືອນຕົ້ນປີ 2022 ທຽບໃສ່ຕົ້ນປີ 2021 ເງິນກີບທຽບໃສ່ເງິນໂດລາອ່ອນຄ່າ 7.8% ຖ້າທຽບໃສ່ເງິນບາດອ່ອນຕ່າ 8.4% ສ່ວນຕ່າງອັດຕຣາແລກປ່ຽນ ທນາຄານ ແລະຕລາດນອກລະບົບ ຢູ່ໃນລະດັບ 9% ສຳລັບເງິນກີບທຽບ ໃສ່ເງິນໂດລ້າຣ໌ ແລະຢູ່ໃນລະດັບ 2.9% ສຳລັບເງິນກີບ ທຽບໃສ່ເງິນບາດ (ໄທຍ) ອັດຕຣາເງິນເຟີ້ສະເລັ່ຽ 5 ເດືອນ ຢູ່ໃນລະດັບ 9%. ຄັງສຳຮອງ ເງິນຕຣາຕ່າງປະເທດ ຮອດທ້າຍເດືອນພຶສພາ 2022 ສາມາດ ກຸ່ມການນຳເຂົ້າໄດ້ 4.1 ເດືອນ.”
ທ່ານໄດ້ກ່າວຕື່ມວ່າ ລາຍຮັບທີ່ເງິນຕຣາ ຕ່າງປະເທດຍັງມີຈຳກັດ ແຕ່ພັນທະໃນການສຳຣະ ໃຫ້ຕ່າງປະເທດ ມີສູງຕໍ່ເນື່ອງການຈັດຕັ້ງປະຕິບັດ ນະໂຍບາຍ ແລະມາຕການດ້ານການຄຸ້ມຄອງເງິນຕຣາ ຕ່າງປະເທດ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນກົມກຽວຮອບດ້ານ ແລະການປະຕິບັດລະບຽບກົດໝາຽ ຍັງບໍ່ທັນເຂັ້ມງວດ ເທົ່າທີ່ຄວນ ສົ່ງຜົລໃຫ້ມີສະພາບ ລາຍຮັບທີ່ເປັນເງິນຕຣາຕ່າງປະເທດ ແລະເງິນລົງທຶນ ຈາກຕ່າງປະເທດຈຳນວນຫຼາຍ ຍັງບໍ່ທັນເຂົ້າມາຕາມລະບຽບການ ຍັງມີການເຄື່ອນໄຫວ ທຸຣະກັມທີ່ຕິດພັນກັບ ເງິນຕຣາຕ່າງປະເທດ ແບບບໍ່ຖືກຕ້ອງຕາມກົດໝາຽ ເຮັດໃຫ້ເງິນຕຣາຕ່າງປະເທດ ເຂົ້າສູ່ລະບົບທນາຄານ ໜ້ອຍກ່ວາທີ່ຄວນຈະເປັນ ສົ່ງຜົລກະທົບຕໍ່ປະຣິມານການສນອງ ເງິນຕຣາຕ່າງປະເທດຂອງ ລະບົບທນາຄານໃນສະພາບ ທີ່ລາຄາສິນຄ້ານຳເຂົ້າ ທີ່ຈຳເປັນຕໍ່ການດຳຣົງຊີວິດ ໄດ້ເພີ່ມຂຶ້ນສູງຫຼາຍ ນອກເໜືອຈາກພັນທະໜີ້ສິນ ຕໍ່ກັບຕ່າງປະເທດໃນ 5 ເດືອນຕົ້ນປີ 2022 ເຖິງແມ່ນວ່າໂຕເລຂ ມູນຄ່າຂາດດຸນການຄ້າ ດ້ານສິນຄ້າຂອງ ສປປ ລາວໄດ້ເກີນດຸນຢູ່ໃນລະດັບ 548.93 ລ້ານໂດລ້າຣ໌ສະຫະຣັຖ ດີກ່ວາໃນໄລຍະດຽກັນ ຂອງປີຜ່ານມາ 9.62% ແຕ່ໃນນີ້ ມີພຽງ 32% ຂອງມູນຄ່າ ການສົ່ງອອກເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດ ຜ່ານລະບົົບທນາຄານ ໃນຂະນະທີ່ 92% ຂອງມູນຄ່າການນຳເຂົ້ານັ້ນ ແມ່ນໄດ້ມີການໂອນອອກ ຜ່ານລະບົບທນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບ ສະພາບການມີການກະແສເງິນ ອອກປະເທດຜ່ານລລະບົບທນາຄານ ໃນລະດັບທີ່ສູງ ສະພາບດັ່ງກ່າວ ໄດ້ສົ່ງຜົລກະທົບ ເຮັດໃຫ້ທນາຄານ ທຸຣະກິຈ ສາມາດເກັບຊື້ເງິນຕຣາ ຕ່າງປະເທດ ໄດ້ໜ້ອຍກ່ວາລະດັບ ທີ່ຄວນຈະເປັນ ຫຼືໜ້ອຍກວ່າມູນຄ່າສົ່ງອອກ ແລະ ມູນຄ່າການລົງທຶນ ຈາກຕ່າງປະເທດຫຼາຍ ແຕ່ຄວາມຮຽກຮ້ອງຕ້ອງ ການເງິນຕຣາຕ່າງປະເທດ ຂອງທົ່ວສັງຄົມເພື່ອການສຳຮອງ ສະສາງກັບຕ່າງປະເທດ ຍັງສືບຕໍ່ຢູ່ໃນລະດັບສູງ ແລະເພີ່ມຂຶ້ນຕໍ່ເນື່ອງ.
ໃນຂະນະທີ່ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄດ້ຣາຍງານຕໍ່ກອງປະຊຸມສະພາ ມີບາງຕອນທ່ານໄດ້ກ່າວເຖິງ ແຜນການສຳຣະໜີ້ ສາທາຣະນະ ທັງພາຍໃນ ແລະປະເທດ ໃນປີ 2022 ໂດຍສະເພາະເງິນຕຣາ ຕ່າງປະເທດ ຕົກຢູ່ 1,598 ລ້ານໂດລ້າຣ໌ສະຫະຣັຖ.
“ແຜນສຳຣະໜີ້ສິນ ທັງພາຍໃນ ແລະຕ່າງປະເທດ ປີ 2022 ມີທັງໝົດ ເປັນເງິນກີບ 7 ຕື້ກີບ ແລະ ເປັນເງິນຕຣາ ຕ່າງປະເທດ 1,598 ລ້ານໂດລ້າຣ໌ສະຫະຣັຖ ຊຶ່ງໄລຍະຜ່ານມາ ພວກເຮົາສາມາດປະຕິບັດ ການສຳຣະ ໄດ້ຕາມແຜນການ ທີ່ໄດ້ກຳນົດໄວ້ ໂດຍສະເພາະ ຕາມກຳນົດສັນຍາ ແຕ່ທາງຣັຖບານກໍສາມາດຮັບຮອງວ່າການຄຸ້ມຄອງ ການສຳຣະ ການບໍຣິຫານໜີ້ສິນພາຍໃນແລະຕ່າງປະເທດ ຈະໃຫ້ໄດ້ຕາມທີ່ ແຜນການທີ່ກຳນົດໄວ້ເດັດຂາດ ບໍ່ໃຫ້ປະເທດເຮົາ ຕົກເປັນປະເທດ ທີ່ບໍ່ສາມາດສຳຣະໜີ້ສິນໄດ້.”
ຕໍ່ບັນຫາ ເງິນກີບອ່ອນຄ່າ ຂາດເງິນຕຣາຕ່າງປະເທດ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈຳ ສະພາແຫ່ງຊາດ ໄດ້ຣາຍງານວ່າ ກອງປະຊຸມສະພາ ແຫ່ງຊາດເທື່ອນີ້ ສະມາສິກສະພາແຫ່ງຊາດ ຈະໄດ້ປະກອບຄຳເຫັນ ໃສ່ຂໍ້ສເນີຂອງຣັຖບານ ກ່ຽວກັບການຂໍດັດແກ້ຕົວເລຂ ຄາດໝາຽເສຖກິຈ ມະຫາພາກ ຂອງແຜນການປີ 2022 ເປັນຕົ້ນ ການສເນີດັດແກ້ຄາດໝາຽ ອັດຕຣາແລກປ່ຽນ ຈາກການຄຸ້ມຄອງ ອັດຕຣາແລກປ່ຽນ ເງິນກີບທຽບໃສ່ເງິນໂດລ້າຣ໌ ເໜັງຕີງໃນຂອບເຂດ ບໍ່ເກີນ +5% ຫຼື -5% ມາເປັນຄຸ້ມຄອງອັດຕຣາ ແລກປ່ຽນໃຫ້ເໜັງຕີງ ໃນລະດັບທີ່ ສາມາດຮັບປະກັນ ການປະຕິບັດຄາດໝາຽ ວາຣະແຫ່ງຊາດ ແລະບໍ່ສ້າງແຮງກົດດັນ ໃຫ້ອັດຕຣາເງິນເຟີ້ ເກີນຄາດໝາຽ.
ການສເນີຂໍດັດແກ້ ຄາດໝາຽດ້ານການຂຍາຍໂຕ ຂອງປະຣິມານເງິນ M2 (ການຄິດໄລ່ປະຣິມານເງິນ) ຈາກຂຍາຍໂຕບໍ່ເກີນ 22% ທຽບໃສ່ປີຜ່ານມາ ມາເປັນຂຍາຍໂຕບໍ່ເກີນ 28% ທຽບໃສ່ ປີຜ່ານມາ ແລະການສເນີຂໍດັດແກ້ຄາດໝາຽ ດ້ານອັດຕຣາເງິນເຟີ້ ຈາກການຄວບຄຸມ ອັດຕຣາເງິນເຟີ້ສະເລັ່ຽໝົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 5% ມາເປັນ ຄວບຄຸມອັດຕຣາເງິນເຟີ້ ສະເລັ່ຽໝົດປີໃຫ້ຢູ່ ໃນລະດັບບໍ່ເກີນ 12%.
ໃນຂະນະທີ່ປະຊາຊົນ ຜູ້ຂໍສງວນຊື່ແລະສຽງ ໄດ້ໃຫ້ສັມພາດຕໍ່ RFA ໃນວັນທີ 13 ມິຖຸນາ 2022 ນີ້ວ່າ. ເງິນກີບອ່ອນຄ່າ, ເງິນຕຣາຕ່າງປະເທດຂາດ ເປັນເຫດການທີ່ເກີດຂຶ້ນ ແບບປະຊາຊົນຕັ້ງໂຕ ນໍາບໍ່ທັນ ເມື່ອມັນເຂົ້າຂັ້ນວິກິຕ ອັດຕຣາແລກປ່ຽນຖີບໂຕສູງຂຶ້ນ ສິນຄ້າອຸປໂພກ-ບໍຣິໂພກ ແພງຂຶ້ນ ປະຊາຊົນກໍຮັບບໍ່ໄດ້ ເຮັດໃຫ້ປະຊາຊົນແຕກຕື່ນ.
“ເປັນເຣື່ອງໃຫຍ່ ທີ່ເກີດຂຶ້ນໃນປະເທດລາວ ເຂົ້າຢາກໝາກແພງ ເງິນເຟີ້ນໍ້າມັນເຊື້ອໄຟ ຂາດປະເທດ ທຸກຢ່າງມັນເກີດຂຶ້ນ ແບບປະຊາຊົນ ຮັບບໍ່ໄດ້ ຈົນຕັ້ງໂຕບໍ່ຕິດ ເຮັດໃຫ້ປະຊາຊົນແຕກຕື່ນ.”
ສ່ວນປະຊາຊົນຊາວ ນະຄອນຫຼວງຂໍສງວນຊື່ ແລະສຽງກ່າວວ່າ ຄາດໝາຽ ກໍຄາດໝາຽລ້າໆ ຄວບຄຸມບໍ່ໄດ້ປັດຈຸບັນ 1 ໂດລ້າຣ໌ແລກໄດ້ 20,000 ກີບໄປແລ້ວ ແລະຍັງຈະອ່ອນລົງໄປອີກ ເພາະເງິນກີບລາວ ເຮົາບໍ່ມີຄຳເປັນຫຼັກຄໍ້າປະກັນ ຣັຖບານອະນຸຍາດໃຫ້ ຕ່າງປະເທດຂຸດຄຳ ຈົນແຜ່ນດິນປີ້ນໝົດແລ້ວ ຄຳຈັກໄປຢູ່ໃສໝົດ ຢູຖົງນາຍທຶນບໍ່ ຫຼືຜູ້ມີອຳນາດ ປະຊາຊົນລຳບາກ ຣັຖບານບໍ່ຊ່ອຍຫຍັງ.
ວິຊາກທ່ານນຶ່ງກ່າວວ່າ ໃນໄລຍະທີ່ອັດຕຣາເງິນເຟີ້ ໃນປະເທດລາວຂຶ້ນມາ ເປັນອັນດັບນຶ່ງ ຂອງອາຊ້ຽນແບບນີ້ ນໍ້າມັນກໍຂາດແຄນ ແນ່ນອນວ່າຜົລກະທົບ ອັນດັບທຳອິດເລີຍ ແມ່ນປະຊາຊົນໄດ້ຮັບຜົລກະທົບ ໂດຍຕຣົງ ນອກຈາກນີ້ ຍັງມີຜູ້ປະກອບການ ແລະ ກະທົບຕໍ່ປະເທດ.