ສສຊ ສເນີແກ້ໄຂ ບັນຫາ ນ້ຳມັນແພງ, ເງິນເຟີ້

ໄຊຍາ
2022.06.15
ສສຊ ສເນີແກ້ໄຂ ບັນຫາ ນ້ຳມັນແພງ, ເງິນເຟີ້ ນ້ຳມັນຂາດແຄນ, ຄາລານ້ຳມັນແພງ ແລະສະພາວະເງິນເຟີ້, ຣົຖໄຟລາວ-ຈີນ ຈຶ່ງເປັນທາງເລືອກນຶ່ງ ທີ່ປະຊາຊົນ, ນັກທຸຣກິຈ ແລະນັກທ່ອງທ່ຽວ ເລືອກໃຊ້ບໍຣິການ, ວັນທີ 14 ມິຖຸນາ 2022.
ນັກຂ່າວ ພົລເມືອງ

ນໍ້າມັນແພງ-ຂາດແຄນ ອັດຕຣາເງິນເຟີ້ ເປັນປະເດັນຮ້ອນໃນກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ທີ່ໄດ້ເຣີ້ມເປີດກອງປະຊຸມມາຕັ້ງແຕ່ວັນທີ 13 ມິຖຸນາ ເປັນຕົ້ນມາ. ສອງບັນຫາດັ່ງກ່າວ ມັນກະທົບໃສ່ທຸກຂແນງ ໃນຂະນະທີ່ມາຕການ ແກ້ໄຂຂອງຣັຖບານ ຍັງບໍ່ສາມາດແກ້ໄຂສະພາບການດັ່ງກ່າວ ໃຫ້ເຂົ້າສູ່ພາວະປົກກະຕິໄດ້.

ດັ່ງ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ໄດ້ກ່າວຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດໃນວັນທີ 13 ມິຖຸນາ 2022 ຜ່ານມາວ່າ. ໃນໄລຍະຜ່ານມາຣັຖບານລາວ ຍັງມີຄວາມອາດສມາດປະຄັບປະຄອງ ເສຖກິຈບໍ່ໃຫ້ຕົກເຂົ້າສູ່ວິກິຈໄດ້.

ໃນການແກ້ໄຂບັນຫາລວມ ຂອງຊາດຈຶ່ງໄດ້ເຮັດໃຫ້ພວກເຮົາ ສາມາດປະຄັບປະຄອງເສຖກິຈ ຂອງປະເທດບໍ່ໃຫ້ຕົກເຂົ້າວິກິຈ ໜັກໜ່ວງສັງຄົມມີຄວາມສງົບ ແລະເປັນລະບຽບຮຽບຮ້ອຍ ໄດ້ໂດຍພື້ນຖານການຂຍາຍໂຕ ທາງດ້ານເສຖກິຈໄດ້ຊຸກຍູ້ ໃຫ້ຫົວໜ່ວຍພື້ນຖານການຜລິດ ກະສິກັມ ອຸດສາຫະກັມ ແລະ ບໍຣິການທີ່ເປັນທ່າແຮງຂັບເຂື່ອນ ການຂຍາຍໂຕຂອງເສຖກິຈໃຫ້ດີຂຶ້ນ ອີງໃສ່ການຄິດໄລ່ ໃສ່ຈີດີພີໃນໄລຍະຫົກເດືອນຕົ້ນປີ ເຫັນວ່າເສຖກິຈແຫ່ງຊາດ ຂຍາຍໂຕໃນລະດັບ 4.3% ແລະ ຄາດວ່າໝົດປີຈະຂຍາຍໂຕ ໃນລະດັບ 4.5% ຊຶ່ງເປັນທ່າອ່ຽງຂຍາຍໂຕ ທີ່ດີຂຶ້ນຖ້າສົມທຽບໃສ່ປີກາຍໃນປີຜ່ານມາ.

ໃນຂະນະດຽວກັນສອງພາກສ່ວນ ທີ່ກ່ຽວຂ້ອງກັບເຣື່ອງນັບມັນແພງ-ຂາດແຄນ ແລະ ອັດຕຣາເງິນເຟີ້ໂດຍຕຣົງ ກໍຄືກະຊວງການເງິນ ແລະ ທນາຄານແຫ່ງ ສປປ ລາວ ຊຶ່ງ ເປັນສອງຂແນງການທີ່ ສະມາຊິກສະພາ ແຫ່ງຊາດເລັ່ງໃສ່ຊັກຖາມເຖິງ ມາຕການແກ້ໄຂບັນຫາດັ່ງກ່າວ.

ດັ່ງຍານາງ ວາລີ ເວດສະພົງ ສສຊ ເຂດ 01 ນະຄອນຫຼວງວຽງຈັນ ໄດ້ອອກຄຳເຫັນຕໍ່ ກະຊວງການເງິນ ແລະ ທນາຄານແຫ່ງ ສປປ ລາວ ບາງຕອນວ່າ. ຣັຖບໍ່ປະຕິບັດກົດໝາຽຢ່າງເຂັ້ມງວດ ຈຶ່ງສົ່ງຜົລເຮັດໃຫ້ເງິນຕຣາຂາດແຄນ.

ທ່ານນາຍົກເອງ ກໍໄດ້ບອກວ່າມີເຂົ້າ, ມີອອກ, ມີຂຶ້ນມີລົງ ສະນັ້ນຖ້າວ່າ. ສະນັ້ນຖ້າວ່າເກືອບເຄິ່ງສມັຍແລ້ວ ນີ້ຖ້າວ່າທ່ານນາຍົກ ຫຼືວ່າພາກສ່ວນຂອງຣັຖບານ ໄດ້ສາມາດປະຕິບັດເອົາຄຸນນະພາບ ຂອງບຸກຄາລະກອນ ເພາະແປງບໍ່ໄດ້ເດກົດໝາຽ ກໍເຮັດບໍ່ໄດ້ບໍ່ສັກສິດ ກໍມີແຕ່ຈົ່ມກັນສື່ໆ ສະນັ້ນກາແກ້ຄົນ ຍົກໂຕຢ່າງເນາະຖ້າແກ້ຄົນໄດ້ ເບິ່ງເບິ່ງວ່າສິກ້າເຮັດບໍ່ພວກປະຊາຊົນ ຫຼື ສສຊ ກໍຄຶດວ່າຫຼາຍທ່ານ ກາສິຕິດຕາມເບິ່ງຢູ່ອັນນີ້ເນາະ.

ສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫຼວງວຽງຈັນໄດ້ກ່າວຕື່ມວ່າ ເຖິງແມ່ນວ່າ ທນາຄານຈະກວດເຫັນວ່າ ມີການເຮັດຜິດໃນເຣື່ອງການເງິນ ແຕ່ກໍບໍ່ສາມາດເຮັດຫຍັງໄດ້ ຊຶ່ງບັນຫາດັ່ງກ່າວມັນກໍກ່ຽວຂ້ອງ ກັບການປະຕິບັດກົດໝາຽເຊັ່ນກັນ.

ອີງໃສ່ບົດຣາຍງານ ຂອງທນາຄານກາງ ເຫັນວ່າເພິ່ນບໍ່ໝົດບັນຫາ ແຕ່ວ່າກວດເຫັນ ກາເຮັດຫຍັງບໍ່ໄດ້ ນີ້ກາອີກນຶ່ງທີ່ເວົ້າເຣື່ອງກົດໝາຽ ແຈ້ງຈົດຍົກໂຕຢ່າງນັກລົງທຶນຕ່າງປະເທດ ເງິນເຂົ້າມາມະຫາສານ ແຕ່ວ່າແຈ້ງເທົ່ານີ້ກວດເຫັນ 4 ເທົ່າ ຕາມການທີ່ຮອງຜູ້ວ່າໄດ້ຣາຍງານ ຢູ່ໂຕສຳມະນາຫັ້ນລະ ເຮົາເຮັດຫຍັງໄດ້ເຮົາບໍ່ເຮັດຫຍັງໄດ້ ເຮົາກວດລະບໍ່ຮູ້ວ່າເງິນໄປໃສ ນີ້ມັນສະແດງເຖິງຄວາມອ່ອນແອ ຂອງການຄຸ້ມຄອງເງິນຕຣາ ຕ່າງປະເທດເພາະວ່າຂແນງການນີ້ ແມ່ນນຶ່ງໃນເສົາຄໍ້າຫຼັກ ຂອງເສຖກິຈມຫາພາກ.

ສ່ວນທ່ານ ພັນໂທ ເນັ່ງສີດາ ເບຣຍລີມົວ ສະມາຊິກສະພາ ເຂດ 5 ແຂວງບໍ່ແກ້ວ ໄດ້ ສເນີວ່າອັດຕຣາແລກປ່ຽນ ຂອງທນາຄານກັບນອກລະບົບ ແຕກໂຕນກັນຫຼາຍ ທາງການບໍ່ປະຕິບັດລະບຽບ ມີບາງກຸ່ມຄົນຫາຜົລປໂຍດ ໃນຍາມວິກິຈເງິນຕຣາ.

ລະຫວ່າງຄວາມແຕກໂຕນ ຂອງອັດຕຣາແລກປ່ຽນທນາຄານ ແລະການແລກປ່ຽນນອກລະບົບ. ປັດຈັຍຕົ້ນຕໍມາຈາກ ຍ້ອນບໍ່ປະຕິບັດການຄຸ້ມຄອງ ເງິນຕຣາລະຫວ່າງທນາຄານ ແລະຮ້ານແລກປ່ຽນ ນອກລະບົບ ບໍ່ເຂົ້າສູ່ລະບົບ ຫຼັກການຈຶ່ງພາໃຫ້ມີການປັ່ນປ່ວນ ເງິນຕຣາທຸກຊົ່ວໂມງ ຈຶ່ງເຮັດໃຫ້ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ສ່ວນບຸກຄາລາກອນ ແລະພນັກງານຈຳນວນນຶ່ງ ຫາຜົລປໂຍດສ່ວນໂຕ ບໍ່ໂປ່ງໃສ່ບໍ່ເດັດຂາດ ບໍ່ເປັນມືອາຊີບຂາດຈັນຍາບັນ ຈັນຍາທັມ. ນໍ້າມັນເຊື້ອໄຟ ມີຜົລກະທົບແຮງ ຕໍ່ການເຄື່ອນໄຫວ ດຳຣົງຊີວິດຕໍ່ທະຫານ, ຕຳຣວດ, ພໍ່ແມ່ປະຊາຊົນ ຜູ້ປະກອບການປະຊາຊົນ ຊົນເຜົ່າທຸກຊັ້ນຄົນພົບຄວາມຫຍຸ້ງຍາກ.

ໃນຂະນະທີ່ ທ່ານ ມະນີໂສ ຊາມຸນຕີ ສະມາຊິກສະພາແຫ່ງຊາດ ເຂດ 17 ແຂວງອັດຕະປືໄດ້ສເນີວ່າຄວນເບິ່ງຄືນ ກົດໝາຍທນາຄານ ເພາະກົດໝາຽເປີດຊ່ອງຫວ່າງ ໃຫ້ເປີດຮ້ານແລກປ່ຽນອັດຕຣາ ຊຶ່ງມັນມີຫຼາຍເກີນໄປ ບໍ່ສາມາດຄວບຄຸມໄດ້ ເຮັດໃຫ້ເງິນເຟີ້, ເງິນຄັງສຳຮອງຂາດ.

ພວກເຮົາ ເປີດຮ້ານແລກປ່ຽນນີ້ຫຼາຍເກີນໄປ ແລ້ວບໍ່ສາມາດຄຸ້ມຄອງໄດ້ ການຄຸ້ມຄອງບໍ່ມີປະສິດທິພາບ ກົດໝາຽວ່າດ້ວຍທນາຄານທຸຣະກິຈ ໃນນັ້ນມາຕຣາທີ 37 ໄດ້ກຳນົດ ແຈ້ງບັນດາທ່ານ ໝາຽຄວາມວ່າໃຫ້ທນາຄານ ທຸຣກິຈນີ້ສາມາດເປີດຮ້ານ ອັດຕຣາແລກປ່ຽນດ້ວຍໂຕເອງ ຫຼືວ່າ ຊື້-ຂາຍເງິນຕຣາຕ່າງປະເທດ ດ້ວຍໂຕເອງ ມັນເປັນການເປີດກ້ວາງ ທົ່ວໄປຊຶ່ງບໍ່ສາມາດຄຸ້ມຄອງໄດ້ ດັ່ງນັ້ນ ນີ້ເພື່ອຢາກຈຳກັດບັນຫາ ຜູ້ແທນກາໄດ້ສເນີຫຼາຍທ່ານ ສເນີວ່າຄວນຈຳກັດບັນຫານີ້ ຍຸບ ຫຼືຍົກເລີກ. ຄວາມຈິງແລ້ວມັນບໍ່ແມ່ນເຣື່ອງ່າຍ ຄືແນວນັ້ນເພາະຫຍັງກົດໝາຽ ເປີດຊ່ອງໃຫ້.

ຕໍ່ການຊັກຖາມດັ່ງກ່າວ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ກໍໄດ້ຕອບເຖິງແນວທາງໃນການແກ້ໄຂເງິນເຟີ້ ແລະ ການສນອງນໍ້າມັນ ຊຶ່ງທ່ານຣັຖມົນຕຣີກະຊວງການເງິນ ໄດ້ຢືນຢັນເຣີ່ມສັປດາໜ້າ ຈະສນອງນໍ້າມັນເປັນປົກກະຕິ ທົ່ວປະເທດຈຳນວນ 200 ລ້ານລິດ.

ພວມດຳເນີນການ ແກ້ໄຂທາງດ້ານບັນຫາ ອັດຕຣາແລກປ່ຽນອັດຕຣາເງິນເຟີ້ ຖ້າອັດຕຣາແລກປ່ຽນຍັບລົງເທົ່າໃດ ລາຄານໍ້າມັນຈະຍັບລົງເທົ່ານັ້ນ ພວກເຮົາອັດຕຣາອາກອນນີ້ ມາເປັນບ່ອນດັດສົມຊ່ວຍໜູນ ໃນເວລາທີ່ມັນເໜັງຕີງແຮງອັນນີ້ ກາແມ່ນຣັຖບານໄດ້ຕົກລົງ ເປັນການຊ່ອຍໜູນ ໃຫ້ແກ່ຊີວິດການເປັນຢູ່ພນັກງານ, ທະຫານ, ຕຳຣວດ, ປະຊາຊົນ ເຖິງວ່າຈະບໍ່ເອົາເງິນໃຫ້ ໃນໂຕກໍແມ່ນປະຢັດເງິນຢູ່ຫັ້ນແຫຼະ 100 ລິດກາແມ່ນ 400,000 ກີບເປັນຣັຖຊ່ອຍ ຂໍໃຫ້ສະມາຊິກ ສະພາແຫ່ງຊາດ ພວກເຮົາໄດ້ສືບຕໍ່ ໂຄສະນາຫັ້ນແຫຼະ.

ທ່ານໄດ້ກ່າວຕື່ມວ່າ ຣັຖບານຂໍຢືນຢັນວ່າ ຕໍ່ກອງປະຊຸມ ແລະຜ່ານກອງປະຊຸມ ຣັຖບານໄດ້ຕົກລົງແກ້ໄຂບັນຫາ ການສນອງນໍ້າມັນ ໃນຂອບເຂດທົ່ວປະເທດ ໂດຍໄດ້ຕົກລົງຮ່ວມ ກັບບໍຣິສັດຮັບຜິດຊອບ ນັບແຕ່ສັປດາໜ້າ ເປັນຕົ້ນໄປຈະມີນໍ້າມັນ ສນອງພຽງພໍຂອບເຂດທົ່ວປະເທດ ຣັຖບານໄດ້ຕົກລົງເປີດໜັງສື ສິນເຊື່ອໃຫ້ບໍຣິສັດນໍ້າມັນເຊື້ອເພີງ ລາວໃນຈຳນວນ 200 ລ້ານລິດເພື່ອ ສນອງໃນອີກສາມເດືອນຕໍ່ໜ້າໃຫ້ພຽງພໍ.

ທ່ານ ສອນໄຊ ສິດພາໄຊ ຜູ້ວ່າການທນາຄານແຫ່ງ ສປປ ລາວ ກໍໄດ້ຕອບຂໍ້ຊັກຖາມ ຂອງ ສະມາຊິກສະພາແຫ່ງຊາດ ວ່າ ທາງທນາຄານກາງ ໄດ້ອອກນິຕິກັມ ເລັ່ງດ່ວນປັບປຸງ ເພື່ອນໍາເອົາການແລກປ່ຽນເງິນຕຣາ ເຂົ້າສູ່ລະບົບໂດຍ ໃຫ້ຮ້ານແລກປ່ຽນເງິນຕຣາ ແລກໄດ້ສະເພາະບຸກຄົນ ກັບນັກທ່ອງທ່ຽວ ຊຶ່ງບໍ່ໃຫ້ເກີນ 15 ລ້ານກີບຕໍ່ມື້ ສ່ວນບັນດານິຕິບຸກຄົນ ຫຼື ວິສາຫະກິຈ ແມ່ນແລກກັບທນາຄານໂດຍກົງ.

ຮ້ານອັດຕຣາແລກປ່ຽນ ຢູ່ໃນທົ່ວປະເທດຢູ່ໃນລະດັບ 550 ຮ້ານເຫຼືອຢູ່ ໃນລະດັບ 400 ກ່ວາຮ້ານ ແນວໂນ້ມເຮົາຈະເພີ່ມທວີ ການຄຸ້ມຄອງໃຫ້ຫຼາຍຂຶ້ນ ເປັນຕົ້ນໃນສອງວັນມານີ້ ພວກເຮົາໄດ້ປັບປຸງລະບຽບການ ວ່າດ້ວຍການຄຸ້ມຄອງ ຈຳກັດຮ້ານແລກປ່ຽນເງິນຕຣາ ໂຕແທນການຊື້ຂາຍເງິນຕຣາ ໃຫ້ຊື້ຂາຍແຕ່ນຳບຸກຄົນເທົ່ານັ້ນ ແລະນັກທ່ອງທ່ຽວ ສຳລັບບໍຣິສັດແລະນິຕິບຸກຄົນ ແມ່ນຊື້ຂາຍໄດ້ນຳທນາຄານເທົ່ານັ້ນ.

ແນວໃດກໍຕາມ ກອງປະຊຸມດັ່ງກ່າວນີ້ ນັກວິຊາການທ່ານນຶ່ງ ທີ່ເປັນກັງວົນເຣື່ອງໜີ້ສິນ ຂອງຣັຖບານວ່າ ຍັງເປັນເຣື່ອງຍາກທີ່ຈະແກ້ໄຂ ເຖິງວ່າຫຼາຍມາຕການ ແກ້ໄຂໄດ້ຊີ້ແຈງຜ່ານສະພາກໍຕາມ.

ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີເມື່ອວັນທີ 13 ມິຖຸນານີ້ວ່າ:

ແນ່ນອນທີ່ຜູ້ນຳ ນຳໜີ້ເຂົ້າມາ ແລ້ວຊາດ ປະຊາຊົນ ຕ້ອງມີສ່ວນໃນການໃຊ້ໜີ້ ເຣື່ອງໜີ້ໂຕນີ້ເປັນໜີ້ຢ່າງມະຫາສານ ພັກ-ຣັຖບໍ່ມີຄວາມສາມາດ ຈະແກ້ໄຂໂດຍສະເພາະ ມັນມີຫຼາຍປະເທດ ລົ້ມລະລາຍ ເພາະເປັນໜີ້ ເງິນເຟີ້ ເສຖກິຈຂອງປະເທດ ບໍ່ມີໂຮງງານອຸດສາະຫະກັມ ບໍ່ມີການຜລິດຕ່າງໆ 7-8 ປະເທດ ໃນໂລກນີ້ລົ້ມລະລາຍໄປແລ້ວ ໜີ້ສີນຫຼາຍບໍ່ມິຄວາມສາມາດ ໃຊ້ຊັພຍາກອນທັມຊາດ ທີ່ມີຢູ່ຫາຍກ້ຽງ ແລ້ວສິ່ງທີ່ສ້າງມາ ເສຖກິຈພິເສດ ຫຼືຈະເປັນເຂື່ອນນໍ້າງື່ມ ຫຼືວ່າຈະເປັນເຂື່ອນໄຟຟ້າຕ່າງໆ  ທີມີຢູ່ຫຼືວ່າ ຈະເປັນເຣື່ອງຣົຖໄຟຄວາມໄວສູງ ທີ່ມີຢູ່ທີ່ວ່າສ້າງລາຍໄດ້ ເຂົ້າປະເທດ ແທ້ຈິງ ມັນບໍ່ໄດ້ເປັນຂອງລາວ ມັນບໍ່ໄດ້ເປັນຂອງຣັຖບານ.

ສຳລັບກອງປະຊຸມເທື່ອນີ້ ຈະດຳເນີນໄປຈົນເຖິງ ວັນທີ 08 ກໍຣະກະດາປີ 2022 ໂດຍສະພາ ມີສາຍດ່ວນໂທ 156 ໃຫ້ປະຊາຊົນໄດ້ອອກຄຳເຫັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.