ປະຊາຊົນ ຮຽກຮ້ອງສະພາ ແກ້ໄຂບັນຫາ ປາກທ້ອງ

ອຸ່ນແກ້ວ
2022.10.18
ປະຊາຊົນ ຮຽກຮ້ອງສະພາ ແກ້ໄຂບັນຫາ ປາກທ້ອງ ຮູບໂຕຢ່າງ: ກອງປະຊຸມ ສະພາແຫ່ງຊາຕ ຊຸດທີ 9 ທີ່ຈະຖືກໄຂຂຶ້ນ ຢ່າງເປັນທາງການ ແຕ່ວັນທີ 22 ຫາ ວັນທີ 26 ມິນາ 2021.
ນັກຂ່າວ ພົລເມືອງ

ປະ​ຊາຊົນ ຢາກໃຫ້ສະມາຊິກ ສະພາແຫ່ງຊາຕ ໄດ້ມີການແກ້ໄຂ ບັນປາກທ້ອງ ຂອງປະຊາຊົນ ໂດຍສະເພາະລາຄາສິນຄ້າແພງ, ເງິນເຟີ ແລະ ບັນຫານົນ ຫົນທາງທີ່ເປ່ເພ. ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຢາກໃຫ້ຜູ້ແທນແກ້ໄຂສ່ວນຫຼາຍນີ້ ກໍສະພາບບ້ານເມືອງເຮົານີ້ກະ ມັນມີບັນຫາ ອັດຣາແລກປ່ຽນ, ເງິນເຟີ, ເງິນຫຍັງນີ້ແຫຼ. ການຄວບຄຸມສິນຄ້າ ຢາກໃຫ້ມັນຮັດກຸມກ່ອນນີ້ຫັ້ນນ່າ ແລ້ວກໍພວກອັດຣາແລກປ່ຽນ, ພວກເງິນເຟີນີ້ກະຢາກໃຫ້ຄວບຄຸມ ໃຫ້ມັນຢູ່ໃນເກນມາຖານຕື່ມອີກ. ເສັ້ນທາງ ເພາະວ່າ ຫັ້ນ ເສັ້ນທາບ້ານເມືອງເຮົາຕອນນີ້ ເປ່ເພຫຼາຍ ຢາກໃຫ້ເພິ່ນແກ້ໄຂ.”

ນັກ​ຂ່າວ: ຢູ່ແຖວໃດ ທີ່ວ່າ ມັນເປ່ເພຫຼາຍນີ້?

ປະ​ຊາຊົນ:

ມັນເປ່ເພ ກະຍ້ອນເຂົາເຈົ້າກຳລັງກໍ່ສ້າງເສັ້ນທາງຫັ້ນແຫຼະ. ລະຫວ່າງ ອອກຈາກໂຕເມືອງ ອອກຈາກເມືອງໄຊທານີ ຫາບໍລິຄຳໄຊ ນີ້ ຖືວ່າ ຫຍຸ້ງຍາກຫຼາຍການສັນຈອນ. ​ຕອນນີ້ນະ ຢາກໃຫ້ຂະເຈົ້າແກ້ໄຂໃຫ້ມັນໄວກ່ອນນີ້ ເພາະວ່າ ໜ້າຈະມີໂຄງການເຮັດເສັ້ນທາງເນາະ ເພາະວ່າ ມັນຍັງລ່າຊ້າຢູ່.”

ນັກ​ຂ່າວ: ທີ່ຜ່ານມານີ້ ເຫັນໜ່ວຍງານທີ່ຮັບຜິດຊອບເພິ່ນມາແກ້ໄຂບັນຫາບໍ່?

ປະ​ຊົນ:

ກະເຫັນແກ້ໄຂບັນຫາຢູ່ ແຕ່ວ່າ ມັນຍັງບໍ່ທັນ ເພາະວ່າ ດຽວເຮັດ ດຽວຢຸດ. ຫຼັກໆ ລະກະ ຢາໃຫ້ແກ້ໄຂເງິນເຟີ, ເງິນຫຍັງນີ້ແຫຼະ ສິນຄ້າມັນ ຄວບຄຸມບໍ່ໄດ້ນີ້ນ່າ ລາຄາສິນຄ້າ ເງິນເຟີ ກັບພວກອັດຣາແລປ່ຽນພວກເຮົານີ້ ສິນຄ້າລາແພງ ຄ່າແຮງພັດຕໍ່າຊິນ່າ.”

ນັກ​ຂ່າວ: ດຽວນີ້ ກະແພງຫຼາຍຫວະ ລາຄາສິນຄ້າ?

ປະ​ຊາຊົນ:

ເມື່ອກ່ອນເນາະ ຊ້ວງກ່ອນໂຄວິດ ສິນຄ້າ ມັນຈະຄູນຂຶ້ນ ເທົ່າໂຕ ຫຼື ສອງເທົ່າໂຕ ພຸ້ນນະ ໄຂ່ທີ່ເຮົາກິນແຕ່ກ່ອນ ແຕະນຶ່ງ 20 ປາຍພັນ ແຕ່ ດຽວນີ້ ແຕະນຶ່ງລາຄາ 50-60 ປາຍພັນ. ບາດເວລາຖາມຟາມຂະເຈົ້າ, ຂະເຈົ້າວ່າ ເປັນຍ້ອນຄ່າອາຫານສັດຂຶ້ນ ມັນກະຈຳເປັນຕ້ອງໄດ້ຂຶ້ນ ສະແດງວ່າ ອາຫານສັດມັນຂຶ້ນ ກະຍ້ອນອັດຣາແລກປ່ຽນມັນຂຶ້ນ ເພາະວ່າ ວັດຖຸມັນນຳເຂົ້າ ເຂົາກະວ່າ ຈັ່ງຊີ້ຫັ້ນນ່າ ຢາກໃຫ້ຣັບານແກ້ໄຂແນວນີ້ແຫຼະ.”

ຫຼັງ​ຈາກກອງປະຊຸມສະພາທີຜ່ານ ກໍບໍ່ມີການແກ້ໄຂບັນຫາຫຍັງ ຍ້ອນວ່າ ມັນເປັນໄປໄດ້ຍາກທີ່ຈະແກ້ໄຂ ບັນຫາປາກທ້ອງ ຂອງປະຊາຊົນ.

ປະ​ຊາຊົນ ອີກທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຄັນຄວາມຮູ້ສຶກຂອງເຮົາລະບໍ່ເຫັນແກ້ໄຂ ບັນຫາຫຍັງລະໄດ໋ ຊ້ວງນີ້ເນາະ ອີ່ຫຍັງກະແມ່ນແພງ ມັນຊິແກ້ອີ່ຫຍັງລະ.”

ນັກ​ຂ່າວ: ເພິ່ນຊິສາມາດ ແກ້ໄຂບັນຫາໄດ້ບໍ່?

ປະ​ຊາຊົນ:

ໂອ້ຄືຊິເປັນໄປຍາກເດີ! ຄັນເປັນວາລະແບບນີ້ນິ ຂ້າພະເຈົ້າບອກຕຣົງໆ ໃນນາມປະຊາຊົນເດີ ຄືຊິຍາກ ເພາະວ່າ ທຸກຢ່າງຫັ້ນນ່າ ເຮົາບໍ່ເປັນໂຕເຮົາຫັ້ນນ່າເນາະ ບໍ່ມີການລິຕພາຍໃນ ຈັກຢ່າງເລີຍຫັ້ນນ່າ ສລຸບແລ້ວ. ຄັນເວົ້າພາສາເດັກນ້ອຍ ນັບແຕ່ໄມ້ຈີ້ມແຂ້ວຫັ້ນນ່າ ກະຍັງນຳເຂົ້າວ່າຊັ້ນຊະ ອັນນີ້ ຍາກແທ້ເຮົາວ່າເຣື່ອງເສກິຈນີ້. ຄົນລາວເຮົາຢູ່ໄດ້ທຸກມື້ນີ້ ຍ້ອນທັມມະຊາຕ ທີ່ເຮົາເອື່ອຍອີງໄດ໋ ໂດຍສະເພາະ ພີ່ນ້ອງຊາວຊົນບົດຫັ້ນນ່າຮູ້ບໍ່.”

ນັກ​ຂ່າວ: ບັນຫາໃຫຍ່ໆ ທີ່ປະຊາຊົນ ຢາກໃຫ້ແກ້ໄຂແມ່ນຫຍັງ?

ປະ​ຊາຊົນ:

ຫຼັກໆ ກະນີ້ແຫຼ ປາກທ້ອງຫັ້ນແຫຼເນາະ ບັນຫາປາກທ້ອງ ສິນຄ້າລາດ.”

ນັກ​ຂ່າວ: ປັດຈຸບັນນີ້ ມີແຕ່ປາກທ້ອງແມ່ນບໍ່ ຢາກໃຫ້ທາງສະພາເພິ່ນແກ້ໄຂນີ້?

ປະ​ຊາຊົນ:

ເພາະວ່າ ເຈົ້າຊິຄຸມເງິນຣາ ຄຸມຈັ່ງໃດກະຢ່ານ່າ ເງິນເຈົ້າແຂງກະເຕັມທີນ່າ ຄັນຕາບວ່າ ເຈົ້າບໍ່ແກ້ໄຂ ອາຫານລາດທີ່ວ່າ ເຮົາກິນທຸກມື້ນີ້ນ່າ ອັນນີ້ວ່າ ເງິນເປັນແບບນີ້ ລາຄາເງິນເປັນແບບນີ້. ເຖິງລາຄາເງິນຊິດີກ່ອນນີ້ ຄັນຖ້າວ່າ ທຸກຢ່າງ ເຈົ້າບໍ່ມີການລິຕພາຍໃນ ແລະ ເຈົ້າບໍ່ຈຳກັດວົງທີ່ວ່າ ນຳເຂົ້າ ເງິນ ຜູ້ກິນ ກິນພໍຮາກ ຜູ້ຢາກ ຢາກພໍຕາຍ.”     

ນອກ​ຈາກນີ້, ບັນຫາທີ່ລາຍຈ່າຍ ຍັງບໍ່ພຽງພໍກັບລາຍຮັບ ຂອງປະຊາຊົນ. ປະຊາຊົນອີກທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຍັງແພງຢູ່ໄດ໋​! ເຂົ້າສອບນຶ່ງ 430,000 ກີບ ກະສອບ 48 ກິໂລກຣາມ. 48 ກະໂລກຣາມ ມັນກະຖືກ 4 ໝື່ນ ເນາະ, ໝື່ນນຶ່ງ ກະຖືກແສນປາຍ.”

ນັກ​ຂ່າວ: ແຕ່ກ່ອນ ມັນທໍ່ໃດລະ?

ປະ​ຊາຊົນ:

ຕອນຢູ່ນາມ ມັນຊື້ເຂົ້າເທື່ອລະ 20 ໂລ ຄັນໂລ 7,000 ມັນກະມີແຕ່ 84,000 ກີບ ຕໍ່ໝື່ນ ແຕ່ ບໍ່ແມ່ນເຂົ້າ ເກຣດດີໄດ໋. ຄັນເກຣດດີແມ່ນ ເປົ໋ານຶ່ງ 560,000 ກີບ.”

ນັກ​ຂ່າວ: ກອງປະຊຸມ ສະພາທີ່ຈະມາເຖິງນີ້ ເພິ່ນຈະມີການອະພິປາຍ ບັນຫາຕ່າງໆນີ້, ເຮົາຄຶດວ່າ ບັນຫາ ທີ່ປະຊາຊົນລາວ ພົບພໍ້ນີ້ ແມ່ນຫຍັງ?

ປະ​ຊາຊົນ:

ບັນຫາທີ່ປະຊາຊົນລາວ ພົບພໍ້ ນີ້ ມັນກະມີ 1 ລາຍໄດ້ນີ້ ກະຍັງບໍ່ທັນສອດຄ່ອງ; 2 ລະແມ່ນ ຫາເງິນຍາກ ແລະ ຄ່າຄອງຊີພກັບລາຍໄດ້ ມັນບໍ່ສົມດູນກັນ ຫາເງິນກະຍາກ ເປັນບັນຫາ ເອີເຂົາວ່າ ເຂົາກະມັນເວົ້າວ່າ ປາກທ້ອງຫັ້ນແຫຼ.”

ນັກ​ຂ່າວ: ຣັບານຊິແກ້ໄຂໄດ້ບໍ່ ຄາມສັງເກດເບິ່ງ ຕາທ່າແຮງນີ້ ຕາມສັງເກດເບິ່ງ ມັນກະຕ້ອງເບິ່ງໄປຫັ້ນແຫຼ ກະໄດ້ຢູ່ດອກ ແຕ່ ມັນກະຄ່ອຍພື້ນຫັ້ນນ່າ ຄວາມວ່າ ໄດ້ ຊິໄດ້ຊ່ຳໄດ໋.

ປະ​ຊາຊົນ:

ຕາທີ່ເຫັນນີ້ ມານີ້ ກະບໍ່ເຫັນໄດ້ຕາມເປົ້າ ແຕ່ວ່າ ມັນດີຂຶ້ນ ບໍ່ເທົ່າເປົ້າທີ່ວາງ ຖ້າເບິ່ງປາຍປີ, ຕົ້ນປີໜ້າວາງແຜນ ໄຕມາສ ຕົ້ນປີໜ້າ ແຕ່ໄຕມາສ ກະເບິ່ງ ຍັງອີກ 3 ເດືອນນີ້.”

ນັກ​ຂ່າວ: ມີຄວາມຄາດຫວັງຫຍັງ ຕໍ່ກອງປະຊຸມຄັ້ງນີ້ ຊິໄດ້ຢູ່ເບາະ?

ປະ​ຊາຊົນ:

ເຮົາກະມີຄວາມຄາດຫວັງຫັ້ນແຫຼ ອີ່ຫຍັງກະແພງ ຮຳກະແພງ ລ້ຽງເປັດລ້ຽງໄກ່ ກະແພງ ເອົາໄປເອົາມາ ໄປຊື້ກິນດີກວ່າຊ້ຳຕົ່ວນີ້ ກະສອບນຶ່ງ 90,000 ພຸ້ນໄດ໋ ໂລນຶ່ງ 3,000 ກີບ.”    

ການ​ແກ້ໄຂບັນຫາ ຄ່າຄອງຊີພແພງ ສິນຄ້າແພງ ແລະ ການແກ້ໄຂ ພັຍເງິນເຟີ ຫຍຸ້ງຍາກ ແລະ ບໍ່ແມ່ນເຣື່ອງທີ່ງ່າຍ. ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ເຮັດກັບເວົ້າ ມັນຕ່າງກັນໄດ໋ ວ່າ ຊັ້ນຊາ ເປັນຫຍັງຈັ່ງເຮັດບໍ່ໄດ້ ຍ້ອນເຫດ ຍ້ອນຜົລ ມັນກະຫຼາຍປັດຈັຍ ຄືເຮົາຮູ້ນຳກັນຫັ້ນແຫຼະ ທ່ານເນາະ ຄຸມອັດແລກປ່ຽນ ມັນກະຫຼາຍປັດຈັຍ ແນວນັ້ນ ແນວນີ້ ມັນກະຫຼາຍແນງການຮັບຜິດຊອບ ມັນກະພົວພັນກັນນີ້ແຫຼ ມັນກະພະຍາຍາມສຸດຂີດ ເບື້ອງຣັຖ ເບື້ອງມະຫາ​​ພາກ ໃນວຽກທີ່ເຮົາຄວບຄຸມ ຄຸ້ມຄອງກັນນີ້.”

ອັດ​ຣາເງິນເຟີ ຂອງເງິນກີບ ໃນເດືອນກັນຍາ ທີ່ຜ່ານມາ ຢູ່ທີ່ 34.05 ເປີເຊັນ ອີງຕາມຂໍ້ມູນຈາກທະນາຄານແຫ່ງ ສລາວ. ໃນເດືອນວັນທີ 18 ​ຕຸລາ ອັດຣາເງິນໂດລ້າຣ໌ຢູ່ລາດນອກລະບົບ ບາງແຫ່ງ ຢູ່ທີ 1 ໂດລ້ຣ໌ ຕໍ່ 18,600 ກີບ, ເດືອນກັນຍາ ຢູ່ທີ 1 ໂດລ້າຣ໌ ຕໍ່ 18,700 ກີບ, ​ເດືອນສິງຫາ ຢູ່ທີ່ 1 ໂດລ້າຣ໌ ຕໍ່ 17,700 ກີບ.

ສ່ວນ​ວ່າ ອັດຣາແລກປ່ຽນທີ່ທະນາຄານແຫ່ງ ສລາວ ກຳນົດອອກມາ ໃນວັນທີ ​18 ຕຸລາ ນີ້ ແມ່ນ 1 ໂດລ້າຣ໌ ຕໍ່ 16,888 ກີບ.  

ເຖິງ​ຢ່າງໃດກໍຕາມ, ໃນວັນທີ 11 ຕຸລາ ທີ່ຜ່ານມາ ສະພາແຫ່ງຊາຕ ແລະ ຣັບານ ໄດ້ມີການປຶກສາຫາລືບັນດາຫົວຂໍ້  ທີ່ຕິດພັນກັບ ຄວາມຮັບຜິດຊອບ ຂອງຣັຖບານ ທີ່ຈະນຳເຂົ້າ ພິຈາຣະນາ ຢູ່ກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.