ນັກທ່ອງທ່ຽວ ໃນລາວ ຫລຸດລົງຫຼາຍ
2022.06.09

ນັບແຕ່ທາງການລາວ ມີການເປີດປະເທດຢ່າງເຕັມຮູບແບບ ເມື່ອວັນທີ່ 9 ພຶສພາ 2022 ຫາວັນທີ່ 6 ມິຖຸນາ 2022 ມີນັກທ່ອງທ່ຽວເຂົ້າມາປະເທດລາວ ປະມານ 55,753 ຄົນ, ຮ້ານອາຫານ, ເຮືອນພັກ, ໂຮງແຮມ ແລະສະຖານທີ່ທ່ອງທ່ຽວຕ່າງໆ ກໍຄ່ອຍໆ ກັບມາເປີດຄືນ, ແຕ່ຢ່າງໃດກໍຕາມ ແຫຼ່ງທ່ອງທ່ຽວພາຍໃນຫຼາຍເມືອງ ແລະຫຼາຍແຂວງທົ່ວປະເທດ ພັດມີຈໍານວນນັກທ່ອງທ່ຽວ ມາທ່ຽວຫຼຸດລົງ.
ສໍາລັບເມືອງວັງວຽງ ແຂວງວຽງຈັນ ມີນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ມາທ່ຽວຫຼຸດລົງ 25% ເມື່ອທຽບໃສ່ ໃນໄລຍະ ກ່ອນມີການແຜ່ຣະບາດຂອງເຊື້ອໂຄວິດ-19.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການທ່ອງທ່ຽວ ຢູ່ເມືອງວັງວຽງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 9 ມິຖຸນາ 2022 ນີ້ວ່າ:
“ແມ່ນລະ ຫຼຸດລົງໆ ອ່າຫຼຸດຈາກໄລຍະກ່ອນ ການໂຄວິດ ນີ້ກໍສິປະມານ ໄລ່ລະດັບ 25% ລົງມາ ຕາມທີ່ຂະເຈົ້າຣາຍງານມານີ້ ຄັນສິເວົ້າແລ້ວ ເຣື່ອງການທ່ອງທ່ຽວ ມັນກໍອີງໃສ່ສະພາບເສຖກິຈ ຢູ່ຝັ່ງໄທຍ ຫຼືວ່າຢູ່ຍັງຕ່າງປະເທດ ໃນການເດີນທາງ ຫຼືວ່າແມ່ນຫຍັງຕ່າງໆ ບ້ານເຮົານີ້ມັນກໍຍັງປະສົບບັນຫາ ຫຼາຍໆດ້ານເນາະ ກໍໂດຍສະເພາະເສຖກິຈນີ້ແຫຼະ ກໍພວກເຮົາຍັງມີບັນຫາເຣື່ອງນໍ້າມັນນີ້ແຫຼະ.”
ສາເຫດທີ່ເຮັດໃຫ້ນັກທ່ອງທ່ຽວ ພາຍໃນປະເທດ ບໍ່ທັນໄດ້ເດີນທາງໄປທ່ອງທ່ຽວ ຢູ່ຕາມບ່ອນຕ່າງໆ ພໍເທົ່າໃດ ແລະເລືອກທີ່ຈະຢູ່ເຮືອນນັ້ນ ເປັນຍ້ອນເງິນກີບລາວອ່ອນຄ່າ, ນໍ້າມັນເຊື້ອເພີງ ຫາຊື້ໄດ້ຍາກ ແລະສິນຄ້າປະເພດຕ່າງໆ ພາຍໃນປະເທດລາວ ມີລາຄາສູງຂຶ້ນ.
ດັ່ງຊາວບ້ານ ຢູ່ເມືອງວັງວຽງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫຼັກໆກໍຄື ພັຍເງິນເຟີ້ເນາະ ເງິນລາວ ເງິນກີບມັນມີຄ່າໜ້ອຍກວ່າ ເຮັດໃຫ້ຄົນບໍ່ຄ່ອຍຢາກເດີນທາງເນາະ ແລ້ວກໍອີກບັນຫານຶ່ງ ຄືນໍ້າມັນເນາະ ຄືຮູ້ຫັ້ນແຫຼະ ທີ່ຜ່ານມາກະຂາດແຄນອີ່ຫຼີເນາະ ຫຼາຍຄົນກໍຖືວ່າ ບໍ່ຢາກອອກໄປໃສ ຄືເວົ້າງ່າຍໆ ຄືວ່າມັນຍາກຫັ້ນນ່າ.”
ສໍາລັບຄົນລາວ ທີ່ຢູ່ຕ່າງເມືອງ ແລະຕ່າງແຂວງ ແລະໄດ້ເດີນທາງໄປທ່ອງທ່ຽວ ພາຍໃນເມືອງວັງວຽງ ພັດບໍ່ຕ້ອງການ ເຂົ້າພັກໃນເຮືອນພັກ ຫຼືໂຮງແຮມ ຍ້ອນຄ່າຫ້ອງພັກ ມີລາຄາເພີ່ມສູງຂຶ້ນເກືອບທົບເຄິ່ງ ເມື່ອຈ່າຍດ້ວຍເງິນກີບລາວ.
ດັ່ງຜູ້ປະກອບການໂຮງແຮມ ຂນາດນ້ອຍ ຢູ່ເມືອງວັງວຽງ ທ່ານນຶ່ງ ກ່າວວ່າ:
“ບາດນີ້ ອັດຕຣາແລກປ່ຽນມັນກໍສູງຂຶ້ນໆ ໂດຍຄ່າຫ້ອງ ຂະເຈົ້າກໍໃສ່ລາຄາເກົ່າແຫຼະ ຕ່າງແຕ່ວ່າ ຜູ້ໃດຊິມາຈ່າຍເປັນເງິນກີບເນາະ ທີ່ວ່າເຄີຍຈ່າຍ ອ່າສົມມຸດເນາະ ວ່າລາຄາຫ້ອງ ອັນ 45 ໂດລ້າຣ໌ ຕ່າງແຕ່ວ່າຜ່ານມານີ້ ເຮົາເຄີຍຈ່າຍເປັນເງິນກີບເນາະ ເປັນ 450,000 ແຕ່ວ່າດຽວນີ້ນ່າ ມັນຈະເພີ້ມເປັນ 700,000 ຊິນ່າ.”
ທ່ານກ່າວຕື່ມວ່າ ນັບແຕ່ມີການເປີດໃຊ້ທາງດ່ວນ ວຽງຈັນ-ວັງວຽງ ແລະການເປີດນໍາໃຊ້ຣົຖໄຟລາວ-ຈີນ ເຮັດໃຫ້ຄົນລາວ ຈາກເມືອງແລະແຂວງອື່ນໆ ຮວມທັງນັກທ່ອງທ່ຽວ ຈາກຕ່າງປະເທດ ສາມາດເດີນທາງມາຮອດເມືອງວັງວຽງ ໄດ້ສະດວກແລະໄວຂຶ້ນ ແຕ່ຢ່າງໃດກໍຕາມ ນັກທ່ອງທ່ຽວ ພັດເດີນທາງມາ ໃນລັກສະນະທ່ອງທ່ຽວໃນຕອນເຊົ້າ ແລະເດີນທາງກັບໃນຕອນແລງ ໂດຍບໍ່ເຂົ້າພັກຄ້າງຄືນໃນເຮືອນພັກ ຫຼືໂຮງແຮມ ເຮັດໃຫ້ລາຍໄດ້ ຂອງຜູ້ປະກອບການເຮືອນພັກ ແລະໂຮງແຮມ ຫຼຸດລົງເທື່ອລະໜ້ອຍ.
ປັດຈຸບັນ ການເດີນທາງມາທ່ອງທ່ຽວ ພາຍໃນປະເທດລາວດ້ວຍໂຕເອງນັ້ນ ໃນໄລຍະນີ້ ບໍ່ສາມາດເຮັດໄດ້ຄືແຕ່ເກົ່າແລ້ວ ຍ້ອນບັນຫາຂາດແຄນນໍ້າມັນເຊື້ອເພີງ ພາຍໃນປະເທດລາວ ອີກທັງ ໃນບ່ອນທີ່ມີນໍ້າມັນຂາຍ ພັດຂາຍໃນລາຄາແພງ.
ດັ່ງເຈົ້າຂອງທຸຣະກິຈນໍາທ່ຽວ ຢູ່ເມືອງວັງວຽງ ທ່ານນຶ່ງ ກ່າວວ່າ:
“ຄືເຈົ້າຮູ້ແຫຼະເນາະ ນໍ້າມັນຂາຍ ມັນມີບັນຫາຫຼາຍຢ່າງ ຄົນທີ່ເຂົ້າມາຫຼິ້ນມາຫຍັງ ເຂົາກໍມາຫຼິ້ນບໍ່ຫຼາຍ ນໍ້າມັນມັນຂາດເດ້ ນໍ້າມັນແອັດຊັງ ຂາຍຢູ່ວັງວຽງນີ້ກໍບໍ່ມີ ນໍ້າມັນແອັດຊັງຂາຍ ຖ້າໄດ້ກໍມີແຕ່ວ່າ ຈໍານວນທີ່ວ່າເປັນພະນັກງານ ທີ່ວ່າເຂົາມາປະຊຸມຢູ່ວັງວຽງນີ້ແຫຼະ ຈໍານວນນຶ່ງທີ່ວ່າ ເຂົາມີນໍ້າມັນວ່າຊັ້ນສ່າ ເຂົາມີເງິນ ທີ່ວ່າເຂົາມາໄດ້ຫັ້ນນ່າ ທີ່ວ່າຄືແບບແຕ່ກີ້ຫັ້ນ ໃຜນກໍມາໄດ້ ຄືແບບເປັນໄປບໍ່ໄດ້ແລ້ວ.”
ສໍາລັບຜູ້ທີ່ຕ້ອງການເດີນທາງ ມາທ່ອງທ່ຽວພາຍໃນປະເທດລາວ ໃນໄລຍະນີ້ນັ້ນ ອາຈຕ້ອງເດີນທາງ ໄປນໍາທາງບໍຣິສັດນໍາທ່ຽວ ເພື່ອຄວາມສະດວກສະບາຍ ເຊິ່ງອາຈມີຄ່າໃຊ້ຈ່າຍທີ່ຫຼາຍກວ່າ ການເດີນທາງທ່ອງທ່ຽວດ້ວຍໂຕເອງ.
ດັ່ງເຈົ້າຂອງທຸຣະກິຈນໍາທ່ຽວ ຢູ່ເມືອງວັງວຽງ ອີກທ່ານນຶ່ງ ກ່າວວ່າ:
“ເພາະວ່າບໍຣິສັດ ຕ້ອງຮັບຜິດຊອບເອງຫັ້ນນ່າ ເພາະວ່າບໍຣິສັດຕ້ອງຫາມາຢູ່ແລ້ວ ໂຕຢ່າງ ນັກທ່ອງທ່ຽວຈາກໄທຍເນາະ ເຮົາຕ້ອງຮັບຜິດຊອບຢູ່ແລ້ວ ເຣື່ອງນໍ້າມັນ ບໍ່ເປັນໜ້າຫ່ວງເນາະ ເພາະວ່າບໍຣິສັດຕ້ອງຮັບຜິດຊອບເອງ ນັກທ່ອງທ່ຽວບໍ່ກ່ຽວສ່ວນນັ້ນເນາະ.”
ກ່ອນໜ້ານີ້ ເມື່ອວັນທີ່ 8 ມິຖຸນາ ຜ່ານມາ ຍານາງ ສວນສວັນ ວິຍະເກດ ຣັຖມົນຕຣີ ກະຊວງຖແລງຂ່າວ ວັທນະທັມແລະການທ່ອງທ່ຽວ ກ່າວໃນກອງປະຊຸມ ສໄມສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ່ 9 ວ່າ ນັບແຕ່ຣັຖບານລາວ ໄດ້ປະກາດເປີດປະເທດ ຢ່າງເປັນທາງການ ເມື່ອວັນທີ່ 9 ພຶສພາ 2022 ຫາວັນທີ່ 6 ມິຖຸນາ 2022 ມີຜູ້ເດີນທາງລາວປະເທດລາວ ຈໍານວນ 55,753 ຄົນ ຜູ້ເດີນທາງອອກ ຈໍານວນ 56,325 ຄົນ ທັງນີ້ ນະໂຍບາຍການເປີດ ຕ້ອນຮັບນັກທ່ອງທ່ຽວ ຂອງປະເທດລາວ ແມ່ນໄດ້ຮັບການໂຄສະນາ ຜ່ານສື່ສັງຄົມອອນລາຍນ໌ ທັງໃນແລະຕ່າງປະເທດ ຢ່າງກວ້າງຂວາງພໍສົມຄວນ ແລະຄາດວ່າ ໃນໄລຍະເດືອນ ມິຖຸນາ 2022 ເປັນຕົ້ນໄປ ນັກທ່ອງທ່ຽວຈາກພາກພື້ນ ແລະສາກົລ ຈະຄ່ອຍໆເດີນທາງເຂົ້າມາທ່ອງທ່ຽວ ພາຍໃນປະເທດລາວຫຼາຍຂຶ້ນ.
ອີງຕາມຣາຍງານ ຂອງສູນສະຖິຕິແຫ່ງຊາດ ແລະກະຊວງອຸດສາຫະກັມ ແລະການຄ້າ ລະບຸວ່າ ອັດຕຣາເງິນເຟີ້ ຂອງປະເທດລາວ ເດືອນພຶສພາ 2022 ແມ່ນເພີ່ມຂຶ້ນ 12.8% ເມື່ອທຽບໃສ່ອັດຕຣາເງິນເຟີ້ ໃນໄລຍະດຽວກັນ ຂອງປີຜ່ານມາ ໂດຍມີສາເຫດຫຼັກ ແມ່ນມາຈາກ ການເພີ່ມຂຶ້ນຂອງລາຄາ ນໍ້າມັນເຊື້ອເພີງ ເຮັດໃຫ້ສິນຄ້າ ພາຍໃນປະເທດ ທີ່ນໍາໃຊ້ນໍ້າມັນ ເປັນປັດຈັຍໃນການຜິດເພີ່ມສູງຂຶ້ນ ໃນຂະນະດຽວກັນ ສິນຄ້າທີ່ນໍາເຂົ້າມາຈາກຕ່າງປະເທດ ກໍມີລາຄາສູງຂຶ້ນນໍາດ້ວຍ ແມ່ນເປັນຍ້ອນການສືບຕໍ່ອ່ອນຄ່າຂອງເງິນກີບລາວ ເມື່ອທຽບໃສ່ເງິນຕຣາຕ່າງປະເທດ.