ສປປ ລາວ ຄາດຫວັງ ເພີ່ມຈຳນວນ ນັກທ່ອງທ່ຽວ
2022.09.06
ທາງການລາວ ຕັ້ງເປົ້າໝາຍເອົາໄວ້ວ່າ ຈະເຮັດໃຫ້ນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ຽວລາວໃນປີ 2022 ນີ້ຢ່າງໜ້ອຍ 9 ແສນຄົນ ຊຶ່ງຄາດວ່າຈະສ້າງລາຍຮັບໄດ້ 218 ລ້ານໂດ້າຣ໌ສະຫະຣັຖ, ອີງຕາມການຣາຍງານຂອງ ວຽງຈັນ ທາຍສ໌ (Vientiane Times) ວັນທີ 31 ສິງຫາທີ່ຜ່ານມາ.
ແຕ່ຜູ້ປະກອບການ ດ້ານການທ່ອງທ່ຽວ ຈໍານວນນຶ່ງເວົ້າວ່າ ມາເຖິງປັດຈຸບັນ ສະພາບການທ່ອງທ່ຽວຢູ່ລາວ ຍັງບໍ່ດີຂຶ້ນເທົ່າທີ່ຄວນ, ຕ້ອງໄດ້ລໍຖ້າໄປຕື່ມອີກກ່ອນ.
ດັ່ງເຈົ້າຂອງໂຮງຮຽມຢູ່ເມືອງໄຊ ແຂວງອຸດົມໄຊນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັທີ 6 ກັນຍານີ້ວ່າ:
“ເອີ ກ່ອນໜ້ານີ້ ນັກທ່ອງທ່ຽວຈີນມາຫລາຍກວ່ານີ້ ຖືວ່າຫລຸດລົງ ເຖິງແມ່ນວ່າຈະມາຫລາຍ ເຣີ່ມໆຟື້ນຕົວຂຶ້ນ ແຕ່ກໍຍັງຫລຸດລົງຢູ່ ປະເທດຈີນເປີດ ນັກທ່ອງທ່ຽວຕ້ອງມາແນ່ນອນ ແມ່ນນັກທ່ອງທ່ຽວຈີນແບບວ່າໄປທົວໆເລີຍ.”
ແລະເຈົ້າໜ້າທີ່ດ້ານການສົ່ງເສີມ ການທ່ອງທ່ຽວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ນັກທ່ອງທ່ຽວຕ່າງປະເທດ ສ່ວນຫລາຍກໍແມ່ນຈີນ ທີ່ນິຍົມມາທ່ຽວເມືອງມໍລະດົກໂລກ ຫລວງພຣະບາງ, ວັງວຽງ, ນະຄອນຫລວງວຽງຈັນ ແລະແຂວງຈໍາປາສັກ ແຕ່ມາເຖິງປັດຈຸບັນ ຈີນກໍຍັງບໍ່ພ້ອມທີ່ຈະເປີດດ່ານຊາຍແດນ ສໍາລັບນັກທ່ອງທ່ຽວເທື່ອ ແຕ່ກໍຄາດວ່າທ້າຍປີນີ້ ຫລືຕົ້ນປີໜ້າ ຈະເປີດໃຫ້ມາໄດ້.
“ພວກເຮົາວາງແຜນໄວ້ ສໍາລັບຊາດຫັ້ນກໍແມ່ນຈີນຫັ້ນແຫລະ ແຕ່ວ່າດຽວນີ້ນີ໋ ຈີນນີ້ກໍຍັງບໍ່ມີຄວາມພ້ອມທີ່ຈະເປີດດ່ານຫັ້ນນ່າ ແຕ່ວ່າການນໍາຂັ້ນສູງ ປະມານທ້າຍປີ ຫລືຕົ້ນປີໜ້າ ຈະຕ້ອງໄດ້ໃຫ້ເປີດ ເສັ້ນທາງຣົຖໄຟ ຂອງພວກເຮົານີ້ນ່າ ສາມາດເປີດດ່ານໄດ້ກໍຖືວ່າ ນັກທ່ອງທ່ຽວຈີນກໍຈະທະລຸເຂົ້າມາເນາະ ອີກຢ່າງນຶ່ງກໍຄືວ່າ ນັກທ່ອງທ່ຽວໄທກໍດີ ຫລືວ່ານັກທ່ອງທ່ຽວລາວກໍດີ ກໍສາມາດໄປຈີນໄດ້.”
ກ່ຽວກັບເຣື່ອງທີ່ວ່ານີ້ ກະຊວງຖແລງຂ່າວ, ວັທນະທໍາ ແລະທ່ອງທ່ຽວ ແລະພາກສ່ວນທີ່ກ່ຽວຂ້ອງໄດ້ຮ່ວມກັນຊອກຫາແນວທາງ ໃຫ້ນັກທ່ອງທ່ຽວຕ່າງປະເທດ ໄປທ່ຽວບ່ອນອື່ນໆອີກ ນອກຈາກສາມແຫ່ງທີ່ວ່ານັ້ນແລ້ວ ແຕ່ມັນກໍຫຍຸ້ງຍາກຍ້ອນຖນົນຫົນທາງບໍ່ດີ ການໄປ-ມາບໍ່ສະດວກ.
ດັ່ງເຈົ້າໜ້າທີ່ທ່ານດຽວກັນນີ້ເວົ້າວ່າ:
“ເສັ້ນທາງຄົມນາຄົມຢູ່ລາວນີ້ນ່າ ກໍບໍ່ຄ່ອຍສະດວກດີປານໃດ ຄັນຖ້າເປັນພາກໃຕ້ນີ້ກໍເສັ້ນທາງ ຄົມນາຄົມນີ້ກໍບໍ່ສະດວກ ເສັ້ນທາງມັນມີການເປ່ເພຫລາຍ. ສ່ວນທາງພາກເໜືອເນາະ ທາງພາກເໜືອນີ້ມັນກໍມີດີມີເສັ້ນທາງຣົຖໄຟເນາະ ມັນກໍໄດ້ສະເພາະບາງແຂວງທີ່ມີທາງຣົຖໄຟຜ່ານ ເສັ້ນທາງທີ່ແຂວງທີ່ບໍ່ມີເສັ້ນທາງຣົຖໄຟຜ່ານ ມັນກໍຍັງຍາກໜ້ອຍນຶ່ງສໍາລັບການທ່ອງທ່ຽວເນາະ.”
ສ່ວນຄົນຂັບຣົຖຕຸກໆຮັບ-ສົ່ງ ນັກທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກັນຍານີ້ວ່າ ສາເຫດທີ່ເຮັດໃຫ້ພວກນັກທ່ອງທ່ຽວ ມັກມາທ່ຽວແຕ່ເມືອງທີ່ວ່ານັ້ນ, ບໍ່ໄປທ່ຽວເມືອງອື່ນ ແຂວງອື່ນ ແມ່ນເປັນຍ້ອນການໂຄສະນາ ເຜີຍແພ່ແຫລ່ງທ່ອງທ່ຽວຢູ່ລາວຍັງບໍ່ທັນຫລາຍ.
“ສ່ວນຫລາຍແຂກຄົນໄທຍ ມາທ່ຽວຫລາຍກວ່າໝູ່ ທີ່ມາທ່ຽວຢູ່ທີ່ເມືອງວັງວຽງ ຕໍ່ຈາກເມືອງວັງວຽງໄປຫລວງພຣະບາງ ເຂົາກໍບໍ່ຮູ້ຈັກໄດ໋ ເຂົາກໍມີມາທ່ຽວແຕ່ເທສບານເມືອງ ອິຫຍັງຫັ້ນແຫລະ ທ່ຽວຖໍ້າທ່ຽວລາກູນ 1, ລາກູນ 2, ລາກູນ 3 ອິນເຕີປົງ ອິນເຕີປາກ ກໍເປັນແນວນັ້ນຫລາຍ ກໍສ່ວນມາກຫັ້ນນ່າ. ເອີ ໂຕວັງວຽງນີ້ກໍມາທ່ຽວຖໍ້າ ຕາດກວາງຊີ ແລ້ວກໍມີຕັ້ງແຕ່ທ່ຽວມໍຣະດົກ.”
ແລະຄົນນໍາທ່ຽວ ທີ່ຮູ້ພາສາລາວ, ພາສາໄທຍ ແລະພາສາວຽດນາມ ຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ນັກທ່ອງທ່ຽວຕ່າງປະເທດ ສ່ວນຫລາຍແມ່ນຄົນໄທຍ ທີ່ມັກມາທ່ຽວລາວ, ພາກໃຕ້ກໍແມ່ນແຂວງຈໍາປາສັກ, ພາກເໜືອກໍແມ່ນຫລວງພຣະບາງ ແລະວັງວຽງ ແລະນັກທ່ອງທ່ຽວ ຕ່າງປະເທດ ຈໍານວນນຶ່ງກໍຜ່ານລາວໄປທ່ຽວວຽດນາມ.
“ຄັນຊັ້ນເປັນພາກໃຕ້ ກໍສິເປັນແຂວງຈໍາປາສັກ ພາກເໜືອກໍຊິເປັນຫລວງພຣະບາງ, ວັງວຽງ ປະມານນີ້ ສ່ວນຫລາຍທີ່ວ່າ 3 ແຂວງນີ້ນ່າ ເພາະວ່າເປັນແຫລ່ງທ່ອງທ່ຽວ ເຮົາທີ່ວ່າ ປະເພດພວກນໍ້າຕົກອີ່ຫຍັງສ່ວນຫລາຍຫັ້ນນ່າ ແຂວງອື່ນກໍສິເປັນທາງຜ່ານ ຊາຍແດນໄປວຽດນາມບໍ່ ປະມານນີ້.”
ອີງຕາມການຣາຍງານ ຂອງກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ, ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້ ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ 211,000 ປາຍ ຄົນ. ໃນຈໍານວນນັກທ່ອງທ່ຽວທີ່ວ່ານີ້ ເຂົ້າມາໃນເດືອນພຶສພາ ເກືອບເຖິງ 36,000 ຄົນ ແລະເດືອນມິຖຸນາ 171,000 ຄົນຄົນ. ຫລາຍກວ່າໝູ່ແມ່ນນັກທ່ອງທ່ຽວໄທຍ 60%, ວຽດນາມ-30%, ສ່ວນທີ່ເຫລືອ ແມ່ນມາຈາກຂົງເຂດເອເຊັຽ-ແປຊິຟິກ.
ສ່ວນນັກທ່ອງທ່ຽວ ຈາກຢູໂຣບ ເປັນຕົ້ນຈາກຝຣັ່ງເສດ ແລະເຢັຍຣະມັນ ທີ່ເມື່ອກ່ອນມາທ່ຽວລາວຫລາຍນັ້ນ ກໍໄດ້ຫລຸດລົງຫລາຍ ຍ້ອນໂຄວິດ-19 ຣະບາດ, ແຕ່ກໍຄາດວ່າຈະເຣີ່ມມາທ່ຽວລາວ ແລະປະເທດໃກ້ຄຽງ ເຊັ່ນກັມພູຊາ ແລະໄທຍຫລາຍຂຶ້ນໃນເດືອນຕຸລາ-ເດືອນພຶສຈິກາ ທີ່ຈະມາເຖິງນີ້ ຍ້ອນເປັນຣະດູທ່ອງທ່ຽວ, ອີງຕາມຄໍາເວົ້າຂອງ ເຈົ້າຂອງບໍຣິສັດຈັດລາຍການທ່ອງທ່ຽວ ຢູ່ແຂວງພາກໃຕ້ທ່ານນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ກັນຍານີ້.
“ຢູໂຣບ ກໍສ່ວນຫລາຍກໍເກືອບທຸກປະເທດຫັ້ນແຫລະ ອັນດັບນຶ່ງກໍຝຣັ່ງ, ອັນດັບ 2 ກໍເຢັຽຣະມັນ ມາກໍຊິປະມານ October ພຸ້ນແຫລະ October-November ຫລວງພຣະບາງ ກັບຈໍາປາສັກ ຢູ່ສັ້ນຢູ່ຍາວບາງຄະນະກໍ 20 ວັນ ຢູ່ເມືອງລາວ 80% ຈະເຂົ້າສຽມຣຽບຕໍ່ ເຂົ້າໄທຍຕໍ່ກໍຊິປະມານຢູ່ 20%.”
ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາຕ ໄດ້ກ່າວຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 20 ມິຖຸນາທີ່ຜ່ານມາ ກ່ຽວກັບທິດທາງ ແລະວາງແນວທາງຟື້ນຟູການທ່ອງທ່ຽວ ຂອງລາວ ແຕ່ປີ 2021-2025 ເພື່ອກະຕຸ້ນເສຖກິຈແຫ່ງຊາຕວ່າ ແຫລ່ງທ່ອງທ່ຽວສີຂຽວໃນລາວມີຫລາຍ ແຕ່ການຄຸ້ມຄອງ ແລະການຂຶ້ນບັນຊີແຫລ່ງທ່ອງທ່ຽວ ແລະເມືອງທ່ອງທ່ຽວ ຍັງບໍ່ທັນຄົບຖ້ວນ, ການສັມປະທານແຫລ່ງທ່ອງທ່ຽວ ຍັງບໍ່ທັນມີບົດວິພາກ ເພື່ອເປັນຂໍ້ມູນໃນການພິຈາຣະນາ ແລະໂຄງການພັທນາແຫລ່ງທ່ອງ ສີຂຽວຈໍານວນນຶ່ງ ສົ່ງຜົລກະທົບໄປໃນທາງລົບຕໍ່ແຫລ່ງທ່ອງທ່ຽວທາງວັທນະທັມ, ປະວັດສາຕ ແລະທັມມະຊາຕອີກດ້ອຍ.
ເວົ້າເຖິງການພັທນາ ການທ່ອງທ່ຽວ ຣັຖບານລາວໄດ້ກໍານົດ 3 ທິດທາງຄື ການພັທນາໂຄງຮ່າງພື້ນຖານການທ່ອງທ່ຽວ, ການໂຄສະນາການທ່ອງທ່ຽວ ແລະການຄຸ້ມຄອງການສ້າງ ຄວາມເຂັ້ມແຂງຂອງບຸກຄະລາກອນທ່ອງທ່ຽວ.