ຂຶ້ນລາຄາ ທີ່ພັກ, ຮ້ານອາຫານ ກະທົບ ນັກທ່ອງທ່ຽວ

ໄຊຍາ
2022.07.27
ຂຶ້ນລາຄາ ທີ່ພັກ, ຮ້ານອາຫານ ກະທົບ ນັກທ່ອງທ່ຽວ ທັສນີຍະພາບ ທີ່ສວຍສົດງົດງາມ ຂອງວັດວາອາຣາມ ສະຖານທີ່ທ່ອງທ່ຽວ ໃນແຂວງຫຼວງພຣະບາງ, ເດືອນມິຖຸນາ ປີ 2022.
Photo: RFA

ພາຍຫຼັງທີ່ມີນັກທ່ອງທ່ຽວໄທຍ ຫຼັ່ງໄຫຼໄປທ່ຽວ ແຂວງຫຼວງພຣະບາງ ຫຼາຍຂຶ້ນຕໍ່ເນື່ອງ ກໍເຮັດໃຫ້ເຮືອນພັກ ແລະ ຮ້ານອາຫານຈຳນວນນຶ່ງ ສວຍໂອກາດຂຶ້ນລາຄາ ແພງຫຼາຍ ໂດຍອາສັຍໄລຍະທີ່ນັກທ່ອງທ່ຽວເຣີ່ມເຂົ້າມາຫຼາຍນີ້ ກອບໂກຍເອົາເງິນ ໂດຍບໍ່ໄດ້ຄຳນຶງເຖິງຜົລເສັຽຫາຍ ທີ່ຈະຕາມມາ ຕໍ່ການທ່ອງທ່ຽວ ເຊັ່ນນັກທ່ອງທ່ຽວລາວ ບາງຄົນບໍ່ໄດ້ຈອງໂຮງແຮມໄວ້ ຢາກເຂົ້າໄປພັກ ກໍສວຍໂອກາດຂຶ້ນລາຄາ 4 ແສນປາຍກີບຕໍ່ຄືນກໍມີ ຈາກແຕ່ກ່ອນ 2 ແສນປາຍກີບ ບາງທີ່ພັກ ກໍອາຈຈະແພງກວ່ານີ້ກໍມີ ຊຶ່ງກໍແລ້ວແຕ່ລະດັບເກຣດ ຂອງໂຮງແຮມ.

ດັ່ງນັກທ່ອງທ່ຽວລາວ ທ່ານນຶ່ງ ກ່າວວ່າ:

ຄົນມັນມາຫຼາຍແລ້ວ ມັນບໍ່ມີທີ່ພັກຫັ້ນນ່າ ເຂົາກໍສວຍໂອກາດ ເຈົ້າຈະບໍ່ພັກ ກໍບໍ່ມີທີ່ພັກ ກໍຈຳເປັນຕ້ອງໄດ້ພັກ ຈັ່ງຊິນ່າ ຄືນສອງແສນ ມັນກໍຈະຂຶ້ນສີ່ແສນນີ້ແຫຼະ ກໍແລ້ວແຕ່ໂຊນໂຮງແຮມ. ໂຮງແຮມມັນກໍມີຫຼາຍເກຣດ ຫຼາຍລາຄາເນາະ.

ທ່ານໄດ້ກ່າວຕື່ມວ່າ ບັນຫາອີກຢ່າງນຶ່ງ ທີ່ນັກທ່ອງທ່ຽວ ປະສົບບັນຫາກໍຄື ເຣື່ອງການຊື້ປີຣົຖໄຟ ລາວ-ຈີນ ລໍຖ້າຊື້ປີ້ດົນເປັນເວລາ 2-3 ຊົ່ວໂມງ ບາງເທື່ອປີ້ກໍໝົດບໍ່ໄດ້ໜັ່ງຣົຖໄຟກໍມີ ແລ້ວເຫັນວ່າຈະເປີດຈອງປີ້ຣົຖໄຟແບບຢືນເພີ່ມ ຊຶ່ງໃນຄວາມເປັນຈິງ ທາງການຄວນຈະເພີ່ມຖ້ຽວແລ່ນຣົຖໄຟ ໃຫ້ຫຼາຍກ່ວານີ້.

ວັນຢຸດແຕ່ລະເທື່ອນີ້ ສອງສາມໝື່ນຄົນ ຈັ່ງສິນ່າ ປີ້ຕົວຣົຖໄຟ ກໍຍັງບໍ່ມີໄດ້ຍິນຂ່າວວ່າ ຊິມາເຮັດຕົວຣົຖໄຟ ປິ້ຢືນ ໃຫ້ນັກທ່ອງທ່ຽວຢືນ ສອງຊົ່ວໂມງ ຈະຮອດຫຼວງພຣະບາງ ມັນບໍ່ແມ່ນ. ມັນເປັນໄປບໍ່ໄດ້ ຕ້ອງເພີ່ມຖ້ຽວ ໄປຫຼວງພຣະບາງມັນມີ 4 ຖ້ຽວ ຕ້ອງເພີ່ມເປັນ 5-6 ຖ້ຽວ ມັນຈຶ່ງຄ່ອຍຖືກຕ້ອງ.

ຂະນະທີ່ຊາວລາວອີກທ່ານນຶ່ງ ກໍໄດ້ກ່າວວ່າໄລຍະນີ້ ນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍ ແນ່ນອນກໍຕ້ອງມີບັນດາທີ່ພັກ ຮ້ານອາຫານ ສວຍໂອກາດຂຶ້ນລາຄາ ເຊັ່ນບາງທີ່ພັກ ບາງແຫ່ງໂພສຕ໌ ລາຄາໃນເພຈໄວ້ລາຄານຶ່ງ ແລ້ວພໍນັກທ່ອງທ່ຽວລາວ ເຂົ້າໄປພັກ ໂດຍບໍ່ໄດ້ຈອງໄວ້ ກໍຄິດອີກລາຄານຶ່ງ ແພງຂຶ້ນຊຶ່ງກໍແລ້ວແຕ່ໂຮງແຮມ ທີ່ພັກ ຖ້າໂຮງແຮມດີໆ ກໍຈະລາຄາຫ້ອງພັກປະມານ 1,000 ບາທຂຶ້ນໄປຕໍ່ຄືນ.

ບາງເທື່ອ ເຂົາເຈົ້າລົງເພສຂອງທີ່ພັກຫັ້ນນ່່າ ຂຽນລາຄານຶ່ງເນາະບາດລູກຄ້າ ທີ່ວ່າມາ ຈະເວົ້າເປັນລາຄານຶ່ງ ມັນຈະມີແທ້ບາງບ່ອນ ກໍຈະມີບາງບ່ອນກໍຈະບໍ່ມີ ບາງເທື່ອເຂົາຂຽນແນວນຶ່ງ ແລ້ວວ່າແນວນຶ່ງຫັ້ນນ່າ ໂຮງແຮມອ່າວດີແດ່ ກໍປະມານພັນບາທປະມານນີ້ແຫຼະ.

ຂະນະດຽວກັນ ເຈົ້າໜ້າທີ່ໂຮງແຮມແຫ່ງນຶ່ງ ໃນແຂວງຫຼວງພຣະບາງ ກໍໄດ້ກ່າວວ່າ ໃນໄລຍະນີ້ບັນດາໂຮງແຮມ ເຮືອນພັກຫຼາຍແຫ່ງ ຕ້ອງໄດ້ປັບລາຄາຂຶ້ນ ຕາມສະພາບເສຖກິຈ ທີ່ປັດຈຸບັນລາວກຳລັງປະສົບບັນຫາ ເງິນເຟີ້ໜັກເຮັດ ໃຫ້ສິນຄ້າໃນລາວ ມີລາຄາແພງທຸກຢ່າງ ຄ່າຄອງຊີພ ກໍແພງຊຶ່ງກໍຕ້ອງຈຳເປັນໄດ້ປັບຂຶ້ນ ຕາມເປັນເຣື່ອງປົກກະຕິ.

ໂດຍໂຮງແຮມ ຂອງຕົນໄດ້ປັບຂຶ້ນເປັນ 80 ໂດລ້າຣ໌ຕໍ່ຄືນ ຮວມອາຫານເຊົ້າ ແລະບໍຣິການຣົຖຖີບ ຈາກແຕ່ກ່ອນ 50 ໂດລ້າຣ໌ ບໍ່ມີອາຫານເຊົ້າ ບໍ່ມີບໍຣິການຣົຖຖີບ ຊຶ່ງກໍຖືວ່າລາຄາສູງຢູ່ ສຳລັບໂຮງແຮມນີ້ຍ້ອນເປັນໂຮງແຮມ ລະດັບ 3 ດາວ ໃນຫຼວງພຣະບາງ.

ແຕ່ກີ້ຊ່ວງໂຄວິດມາ ບໍ່ມີລູກຄ້າແດ່ຫັ້ນນ່າ ເພິ່ນເຮັດພໍໃຫ້ມັນໄດ້ກຸ້ມ ພນັກງານຫັ້ນນ່າ ຕະກີ້ປະມານ 50-60 ຫຼຽນ ອາຫານເຊົ້າກໍບໍ່ມີ ບໍຣິການຫຍັງ ກໍບໍ່ມີແຕ່ດຽວນີ້ເປັນ 80 ຮວມອາຫານເຊົ້າ ແລ້ວກາຣົຖຖີບໃຫ້ໃຊ້ ຄັນບໍ່ຂຶ້ນພັດວ່າ ເຄື່ອງກໍແພງ ນໍ້າມັນມີຫຍັງກາແພງ.

ພ້ອມກັນນີ້ ເຈົ້າຂອງຮ້ານອາຫານ ໃນແຂວງຫຼວງພຣະບາງ ທ່ານນຶ່ງກໍ່ກ່າວວ່າ ການປັບລາຄາອາຫານແພງຂຶ້ນນີ້ ຫຼາຍຮ້ານກໍປັບຂຶ້ນຕາມລາຄາສິນຄ້າ ທີ່ຮັບມາເພາະໄລຍະນີ້ ສິນຄ້າແພງຂຶ້ນຫຼາຍ ແຕ່ບາງຮ້ານກໍອາຈຈະມີການສວຍໂອກາດຂຶ້ນ ລາຄາແພງເກີນໄປ ແຕ່ຮ້ານຕົນເອງນີ້ຂາຍຊີີ້ນດາດ ບຸບເຟ ເປັນຊຸດລະ 75 ພັນກີບ ກໍມີການປັບຂຶ້ນ 5 ພັນກີບກໍຖືວ່າບໍ່ໄດ້ປັບຂຶ້ນຫຼາຍ ປັບຂຶ້ນຕາມສະພາບ ເສຖກິຈທີ່ຊາວລາວ ກຳລັງປະສົບບັນຫາຢູ່ນີ້ ເພາະກໍຮັບສິນຄ້າ ມາແພງຄືກັນ.

ຄັນຊິວ່າສວຍໂອກາດນີ້ ມັນກໍຊິບໍ່ແມ່ນເນາະ ເພາະວ່າອັນເຄື່ອງອັນໃດ ມັນກາຂຶ້ນໝົດ ຫຼືວ່າບາງຮ້ານອາຈຈະຂຶ້ນຫຼາຍ ແລ້ວລາຄາຢູ່ຮ້ານຂ້ອຍ ກາບໍ່ໄດ້ສູງຫຼາຍເພາະວ່າຂ້ອຍຂຶ້ນແຕ່ 5 ພັນກີບຊຸດນຶ່ງນີ້ກາ 75 ພັນມີຊິ້ນຮວມຮ້ານຂ້ອຍແລ້ວໃຊ້ເຕົາແກັສເນາະເຮົາໄປອັດແກັສແຕ່ກີ້ອັດບັ້ງ 6 ພັນດຽວນີ້ເຂົາຂຶ້ນບັ້ງ 9 ພັນ.

ຂະນະທີ່ຊາວລາວ ໃນແຂວງຫຼວງພຣະບາງ ທ່ານນຶ່ງກໍກ່າວວ່າ ຊຶ່ງກໍເຂົ້າໃຈທີ່ຫຼາຍຮ້ານ ຫຼາຍທີ່ພັກປັບລາຄາຂຶ້ນ ເພາະປັດຈຸບັນນີ້ສິນຄ້າແພງຫຼາຍ ແຕ່ຖ້າມີບາງບ່ອນສວຍໂອກາດ ຂຶ້ນແພງເກີນໄປ ກໍເປັນເຣື່ອງທີ່ບໍ່ດີ ຕໍ່ພາບພົດການທ່ອງທ່ຽວ ໃນເມືອງຫຼວງພຣະບາງ ເພາະເປັນແຫຼ່ງທ່ອງທ່ຽວ ສຳຄັນແຫ່ງນຶ່ງ ໃນລາວທີ່ມີຊື່ສຽງລະດັບໂລກ.

ແລະເຫັນທາງການ ລົງກວດກາກ່ຽວກັບເຣື່ອງ ບ່ອນທີ່ຂາຍຕິບເຂົ້າໜຽວ ໃສ່ບາຕຍາມເຊົ້າ ໃນເມືອງຫຼວງພຣະບາງ ເພາະມີການສວຍໂອກາດ ຂຶ້ນລາຄາຊຶ່ງຕິບເຂົ້າ ອັນນຶ່ງປະມານ 80-100 ບາທກໍສວຍໂອກາດຂຶ້ນລາຄາ ໃຫ້ນັກທ່ອງທ່ຽວ 150-200 ບາທ.

ມັນມີກໍເປັນພາບພົດບໍ່ດີຫັ້ນແຫຼະ ເຣື່ອງການຕັກບາຕຊິນ່າ ກໍມີຫາສຽງຢູ່ຕິບເຂົ້ານຶ່ງຕິບລະ 100 ບາທ ຕິບລະ 80 ບາທຈັ່ງຊິຫັ້ນນ່າບາງເທື່ອ ບາງເທື່ອເຂົາເຈົ້າກາມາປັບຂຶ້ນ 150 ບາທ 200 ບາທ ຊິນ່າເຂົາເຈົ້າຮຽກເອົາຫັ້ນນ່າ ອັນນີ້ມັນກໍມີຄະນະກັມການເນາະຄຸມກັນຢູ່.

ກ່ຽວກັບບັນຫາ ການສວຍໂອກາດຂຶ້ນລາຄາ ທີ່ພັກຮ້ານອາຫານນີ້ ເຈົ້າໜ້າທີ່ທ່ອງທ່ຽວ ໃນແຂວງຫຼວງພຣະບາງ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່າວວ່າການສວຍໂອກາດ ຂຶ້ນລາຄາຕ່າງໆ ໃນຫຼວງພຣະບາງນີ້ ເປັນເຣື່ອງຈິງ ຊຶ່ງໄດ້ຮຽກໜ່ວຍງານທີ່ກ່ຽວຂ້ອງ ເຂົ້າມາປະຊຸມ ແລະປຶກສາກັນ ເພື່ອແກ້ໄຂບັນຫາຢູ່ ເພື່ອບໍ່ໃຫ້ສວຍໂອກາດ ປັບແພງຫຼາຍເກີນໄປ ໃນໄລຍະເສຖກິຈເງິນເຟີ້ ສິນຄ້າແພງນີ້.

ມີສວຍໂອກາດຂຶ້ນລາຄາ ຄະນະຮັບຜິດຊອບ ກໍຄືນະຄອນຫຼວງພຣະບາງ ເພິ່ນກໍມີການປະຊຸມກັນແລ້ວ ພາກສ່ວນກ່ຽວຂ້ອງ ມາປະຊຸມແລ້ວຈະແກ້ໄຂໄວໆ ນີ້ເຣື່ອງໃສ່ບາຕແດ່ ຂາຍເຄື່ອງໃສ່ບາຕ ຍາມເຊົ້າຄືກັນດຽວນີ້ກາເຣີ່ມແລ້ວ ເພາະນັກທ່ອງທ່ຽວໄທຍເຂົ້າມາຫຼາຍແລ້ວ ກາພວກແມ່ຄ້າຂາຍຂຶ້ນລາຄາ ບໍ່ສົມເຫດສົມຜົລເນາະຂາຍແພງ.

ສ່ວນບັນຫາ ທີ່ກ່ຽວກັບການຊື້ປີ້ຣົຖໄຟ ລາວ-ຈີນ ຂອງນັກທ່ອງທ່ຽວ ທີ່ລໍຖ້າຊື້ດົນ ແລະຊື້ປີ້ບໍ່ໄດ້ນັ້ນ ເຮັດໃຫ້ເສັຽເວລາ ໃນການເດີນທາງ ເຈົ້າໜ້າທີ່ທ່ອງທ່ຽວ ກໍໄດ້ສເນີໃຫ້ທາງການ ແກ້ໄຂແລ້ວ.

ຫຼ້າສຸດໃນວັນທີ 27 ກໍຣະກະດາ ບໍຣິສັດ ຣົຖໄຟລາວ-ຈີນ ກໍໄດ້ແຈ້ງການວ່າ ໄດ້ຕົກລົງເພີ່ມ ຂະບວນຣົຖໄຟປະເພດ EMU ຊັ້ນ 1, 2 ຖ້ຽວ C86/5 ແລ່່ນຈາກສະຖານີ ນະຄອນຫຼວງວຽງຈັນ ຫາສະຖານີເມືອງໄຊ ໄປ-ກັບ 1 ຄູ່ ໃນລະຫວ່າງວັນທີ 28-29 ກໍຣະກະດາ 2022  ແລະ ປັບຣົຖໄຟປະເພດ EMU ຖ້ຽວ C84/3 ທີ່ນໍາໃຊ້ ໃນປັດຈຸບັນໃຫ້ເປັນ 2 ຂະບວນຕໍ່ໃສ່ກັນ ແລະເພີ່ມຖ້ຽວ C92/1 ທີ່ເປັນຣົຖໄຟ EMU 2 ຂະບວນຕໍ່ໃສ່ກັນອີກ 1 ຂະບວນ ແລ່ນຈາກສະຖານີ ນະຄອນຫຼວງວຽງຈັນ ຫາສະຖານີຫຼວງພຣະບາງ ໄປ-ກັບ 2 ຄູ່ ໃນລະຫວ່າງວັນທີ 30-31 ກໍຣະກະດາ 2022 ເພື່ອຕອບສນອງຄວາມຕ້ອງການ ຂອງຜູ້ໂດຍສານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.