ນັກທ່ອງທ່ຽວ ຢາກໃຫ້ກວດກາ ຄ່າທີ່ພັກ, ອາຫານ

ສຸພັດຕາ
2022.07.19
ນັກທ່ອງທ່ຽວ ຢາກໃຫ້ກວດກາ ຄ່າທີ່ພັກ, ອາຫານ ນັກທ່ອງທ່ຽວ ທີ່ກຳລັງເດີນທາງດ້ວຍ ຣົຖໄຟຄວາມໄວສູງ ລາວ-ຈີນ, ເດືອນ ກໍຣະກະດາ 2022.
ນັກຂ່າວ ພົລເມືອງ

ປັດຈຸບັນ ນັກທ່ອງທ່ຽວຕ່າງປະເທດ ເຣີ່ມພາກັນຫຼັ່ງໄຫຼມາທ່ຽວປະເທດລາວ ຫຼາຍຂຶ້ນກວ່າແຕ່ກ່ອນ ໂດຍສະເພາະ ນັກທ່ອງທ່ຽວໄທຍ ເຮັດໃຫ້ສະຖານທີ່ທ່ອງທ່ຽວ ສໍາຄັນຂອງລາວ ເຊັ່ນ: ໃນແຂວງຫຼວງພຣະບາງ ຫຼືເມືອງວັງວຽງ ໃນແຂວງວຽງຈັນ ມີນັກທ່ອງທ່ຽວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ພາຍຫຼັງທີ່ນັກທ່ອງທ່ຽວເພີ່ມຂຶ້ນ ບັນດາຜູ້ປະກອບການຫຼາຍແຫຼ່ງ ເຊັ່ນ: ໂຮງແຮມ ແລະ ຮ້ານອາຫານຕ່າງໆ ໃນເມືອງວັງວຽງ ກໍສວຍໂອກາດ ປັບລາຄາແພງຂຶ້ນ ໂຕຢ່າງ: ປີ້ງປານິນ 1 ໂຕ ລາຄາ 80 ພັນກີບ ປັບຂຶ້ນເກືອບ 1 ເທົ່າໂຕ ແລະປີ້ງປານິນນັ້ນ ໂຕກໍໍບໍ່ໄດ້ໃຫຍ່ ຊາວລາວຫຼາຍຄົນ ຈຶ່ງເຫັນວ່າ ອາຫານມີລາຄາແພງເກີນໄປ ຈຶ່ງຢາກໃຫ້ທາງການກວດກາ ແລະແກ້ໄຂບັນຫາດັ່ງກ່າວ.

ດັ່ງຊາວລາວ ທີ່ໄປທ່ຽວເມືອງວັງວຽງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 19 ກໍຣະກະດາ ນີ້ວ່າ:

“ໄປມາອາທິດແລ້ວນີ້ ອາຫານແພງຫຼາຍດຽວນີ້ນ່າ ໂຕນຶ່ງ 80 ພັນ ກະໂຕບໍ່ໃຫຍ່ ທັມມະດາ ເຫັນຄົນມາທ່ຽວຫຼາຍ ແລ້ວແບບຕ່າງປະເທດມາຫຼາຍຕິເບາະ ກະບໍ່ເຂົ້າໃຈ ກະເກືອບວ່າແພງ ແພງທຸກຮ້ານເລີຍ.”

ຊາວລາວທ່ານນຶ່ງ ກໍກ່າວວ່າ ໃນໄລຍະທີ່ເງິນກີບອ່ອນຄ່າຢູ່ນີ້ ການສວຍໂອກາດ ຂຶ້ນລາຄາຫ້ອງພັກ ແລະອາຫານຕາມໃຈ ກໍຖືວ່າເປັນສ່ວນນຶ່ງ ໃນການທໍາລາຍອຸດສາຫະກັມການ ທ່ອງທ່ຽວໃນລາວ ເພາະສ່ວນໃຫຍ່ ຜູ້ປະກອບການຕາມສະຖານທີ່ທ່ອງທ່ຽວ ຈະມີລາຍໄດ້ຈາກນັກທ່ອງທ່ຽວ ຖ້າອາຫານ ແລະ ທີ່ພັກແພງເກີນໄປ ນັກທ່ອງທ່ຽວກໍບໍ່ຢາກມາທ່ຽວອີກ ໂຕຢ່າງຕໍາໝາກຫຸ່ງ 1 ຈານ ລາຄາ 40 ພັນກີບ ໃນເມືອງວັງວຽງນັ້ນ ກໍຖືວ່າແພງຫຼາຍ ເຊິ່ງກໍຢາກໃຫ້ທາງການ ກວດກາເບິ່ງໂຕຈິງ.

“ຢາກໃຫ້ຜູ້ໃຫຍ່ ເພິ່ນກວດສອບເບິ່ງເນາະ ເຮົາຮັບນັກທ່ອງທ່ຽວ ຈາກຕ່າງປະເທດແດ່ເນາະ ຄົນທີ່ເຂົາເຈົ້າບໍ່ມີແທ້ ເຂົາຄິດວ່າມັນແພງ ຍົກໂຕຢ່່າງເນາະ ຕໍາໝາກຫຸ່ງ 40 ພັນນີ້ ເອົາກະຄິດເບິ່ງວ່າ ມັນແພງແລ້ວ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາທ່ານໄດ້ໄປທ່ຽວ ແຂວງຫຼວງພຣະບາງ ລາຄາຫ້ອງພັກ ແລະອາຫານ ກໍຖືວ່າປັບຂຶ້ນເລັກໜ້ອຍ ຫ້ອງພັກຄືນນຶ່ງກໍຢູ່ທີ່ 250,000-300,000 ກີບ ກໍມີ ເຊິ່ງຄິດວ່າ ຜູ້ປະກອບການຂະເຈົ້າປັບລາຄາຂຶ້ນເລັກໜ້ອຍເທົ່ານັ້ນ ຕາມສະພາບເສຖກິຈໃນໄລຍະນີ້.

“ຄືທີ່ພັກໂຮງແຮມ ຫຼວງພຣະບາງ ປະມານ 2 ແສນຫ້າ ຕໍ່ຄືນເນາະ 3 ແສນກະມີເນາະ ຊ່ວງນີ້ກະ ຈະຂຶ້ນ ຊ່ວງອັນເງິນເງິນເຟີ້ ກະມີລາຄາທີ່ເກດກາງ ເກດຫຍັງກະມີເນາະຊິນ່າ.”

ຂະນະດຽວກັນ ຊາວລາວ ທີ່ໄປທ່ຽວເມືອງວັງວຽງ ອີກທ່ານນຶ່ງ ກໍໍໄດ້ກ່າວວ່າ ສໍາລັບລາຄາທີ່ພັກ ໃນເມືອງວັງວຽງ ກໍບໍ່ໄດ້ແພງໝົດທຸກບ່ອນ ບ່ອນທີ່ມີລາຄາແພງ ກໍຈະເປັນໂຮງແຮມລະດັບຫລູຫຼາ ລາຄາຕໍ່ຄືນຢ່າງຕໍ່າກໍ 3,000 -4,000 ບາດ ສ່ວນລາຄາອາຫານ ກໍແລ້ວແຕ່ບາງຮ້ານ ເຊັ່ນ: ປີ້ງໄກ່ ລາຄາໃນປັດຈຸບັນນີ້ ໂຕນຶ່ງຢູ່ປະມານ 150,000 ກີບ ຖ້າຢູ່ນອກວັງວຽງ ທີ່ບໍ່ແມ່ນສະຖານທີ່ທ່ອງທ່ຽວ ໂຕນຶ່ງ ກໍປະມານ 80,000 ກີບ.

“ມັນແພງ ຄືຈັ່ງວ່າ ໂຮງແຮມມີລະດັບຫັ້ນນ່າ ໂຮງແຮມຫລູໆແບບນັ້ນນ່າ ມັນແພງແບບນັ້ນນ່າ ເຣີ່ມຕົ້ນກະ 3-4 ພັນບາດ ແຕ່ວ່າເຣື່ອງອາຫານ ມັນກະຂຶ້ນກັບບາງຮ້ອນ ລາຄາປີ້ງໄກ່ນ່າ 1 ແສນ 50 ພັນກີບ ມັນຢູ່ໃນສະຖານທີ່ແຫຼ່ງທ່ອງທ່ຽວເດ້ ຢູ່ນອກກະ 80 ພັນກີບ.”

ກ່ຽວກັບເຣື່ອງນີ້ ຜູ້ປະກອບການໂຮງແຮມແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກໍໄດ້ກ່າວວ່າ ບໍ່ແມ່ນວ່າ ຈະເປັນທຸກໂຮງແຮມ ເຮືອນພັກ, ທຸກຮ້ານອາຫານດອກ ທີ່ຈະສວຍໂອກາດ ປັບລາຄາແພງຂຶ້ນ ແຕ່ເປັນບາງໂຮມແຮມ, ບາງເຮືອນພັກ ແລະບາງຮ້ານອາຫານເທົ່ານັ້ນ ເຊັ່ນ: ໂຮງແຮມຂອງຕົນເອງນີ້ ກໍໄດ້ປັບລາຄາຂຶ້ນເຊັ່ນກັນ ແຕ່ກໍປັບຂຶ້ນເລັກໜ້ອຍເທົ່ານັ້ນ ສາເຫດທີ່ປັບຂຶ້ນ ກໍຍ້ອນວ່າ ສິນຄ້າຕ່າງໆກໍມີລາຄາແພງຂຶ້ນ ຕ້ອງປັບໄປຕາມເສຖກິຈ.

ດັ່ງຜູ້ປະກອບການໂຮງແຮມ ໃນເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ມັນກໍແລ້ວແຕ່ບາງບ່ອນ ບາງບ່ອນ ເຂົາເຈົ້າລັກປັບຂຶ້ນ ບໍ່ໄດ້ເປັນໝົດ ສໍາລັບໂຮງແຮມເຮົາລະແມ່ນ ແຕ່ກ່ອນ 120,000 ລະດຽວນີ້ ກະປັບຂຶ້ນເປັນ 150,000 ກີບ ກະປັບຂຶ້ນ 30 ພັນກີບ ເພາະວ່າເງິນເຟີ້ ອີ່ຫຍັງມັນກະແພງຂຶ້ນແລ້ວເດ້ ໂຮງແຮມເຮົາ ກະມີລິບແດ່ ແຕ່ລະຫ້ອງກະມີແປງຖູແຂ້ວ ມີຫວີ ມີອີ່ຫຍັງໃຫ້ແດ່ ຄ່າໂຕນີ້ ລາຄາມັນກະຂຶ້ນແດ່.”

ຕໍ່ກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ທ່ອງທ່ຽວ ໃນເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວວ່າ ໄດ້ຮັບຮູ້ເຖິງເຣື່ອງດັ່ງກ່າວແລ້ວ ທີ່ມີຫ້ອງພັກ ແລະຮ້ານອາຫານໃນເມືອງວັງວຽງ ສວຍໂອກາດປັບລາຄາ ຫ້ອງພັກແພງຂຶ້ນ ພາຍຫຼັງທີ່ມີນັກທ່ອງທ່ຽວໄທຍ ເຂົ້າມາທ່ຽວຫຼາຍ ຈາກປົກກະຕິຄືນລະ 3 ແສນ ເປັນ 5 ແສນກີບ ແລະປັບຈາກ 75 ໂດລ້າຣ໌ ເປັນ 90 ໂດລ້າຣ໌ ເຊິ່ງທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍກໍາລັງກວດສອບຢູ່ ວ່າເປັນສະຖານທີ່ໃດ ແຕ່ໃນໂຕຈິງທີ່ໄດ້ກວດສອບຕາມທີ່ພັກ ແລະຮ້ານອາຫານຕ່າງໆ ລາຄາກໍບໍ່ໄດ້ ປັບແພງສູງຂຶ້ນຫຼາຍ ຕາມທີ່ເປັນກະແສຂ່າວໃນປັດຈຸບັນ ແລະຢາກໃຫ້ທຸກຄົນເຂົ້າໃຈ ເຖິງສາເຫດທີ່ຜູ້ປະກອບການທຸຣະກິຈຕ່າງໆ ເຂົາເຈົ້າປັບລາຄາຂຶ້ນນັ້ນ ກໍຍ້ອນວ່າ ສະພາບເສຖກິຈຕອນນີ້ ເງິນກີບອ່ອນຄ່າ ສິນຄ້າໃນລາວ ມີລາຄາແພງຂຶ້ນທຸກຢ່າງ.

“ກໍາລັງກວດກາຢູ່ ແຕ່ວ່າຄວາມຈິງ ມັນກະບໍ່ເປັນຄືເຂົາເຈົ້າເວົ້າດອກ ເພາະວ່າໄທເຮົາ ໄດ້ເຊັກຢູ່ຫຼາຍໂຮງແຮມ ກະບໍ່ໄດ້ແພງປານໃດ ບັດນີ້ອາຫານ ກໍຄືວ່າອາຫານແພງ ແຕ່ມາເບິ່ງປັດຈຸບັນນີ້ ສິນຄ້າບາງອັນ ມັນກະຂຶ້ນລາຄາເນາະ ທີ່ວ່າມີການເໜັງຕີງ ຂອງອັດຕຣາແລກປ່ຽນຫັ້ນນ່າ ມັນສິນຄ້າ ລາຄາສູງຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຢ່າງໃດກໍຕາມ ເຈົ້າໜ້າທີ່ຈະມີການປະການປະຊຸມ ຫາລືກັບ ຜູ້ປະກອບການອີກເທື່ອນຶ່ງ ໃນເຣື່ອງລາຄາອາຫານ ແລະທີ່ພັກ ເພື່ອບໍ່ໃຫ້ປັບລາຄາແພງເກີນໄປນໍາດ້ວຍ.

ໃນໄລຍະ 1 ເດືອນທີ່ຜ່ານມານີ້ ສ່ວນໃຫຍ່ແລ້ວ ມີແຕ່ນັກທ່ອງທ່ຽວໄທຍ ເຂົ້າໄປທ່ຽວລາວ ປະມານ 90% ເຊິ່ງສ່ວນໃຫຍ່ ແມ່ນໄປທ່ຽວທີ່ແຂວງຫຼວງພຣະບາງ ແລະເມືອງວັງວຽງ ແຂວງວຽງຈັນ ຍ້ອນການເດີນທາງ ມີຄວາມສະດວກສະບາຍຂຶ້ນ ໂດຍເດີນທາງໄປດ້ວຍຣົຖໄຟ ຄວາມໄວສູງລາວ-ຈີນ ແລະດ້ວຍສາຍການບິນຕ່າງໆນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.