ໂຄງການແຫຼ່ງທ່ອງທ່ຽວ ຢູ່ ວັງວຽງ
2019.01.04
ໂຄງການພັທນາການທ່ອງທ່ຽວແບບຍືນຍົງ ຢູ່ເຂດຕາເວັນຕົກສາຍນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ຂອງບໍຣິສັດ ທີ່ປຶກສາການລົງທຶນ ແລະກໍ່ສ້າງເຊື້ອໄຟຟ້າ ເຊິ່ງກວມເອົາ 22 ບ້ານ, ກຳລັງຢູ່ໃນຂັ້ນຕອນການສຳຣວດ ຄວາມເປັນໄປໄດ້ເພື່ອກຽມແຜນ ການລົງທຶນ ແຕ່ຍັງ ບໍ່ໄດ້ຣະບຸ ເນື້ອທີ່ວ່າເທົ່າໃດ, ດັ່ງເຈົ້າໜ້າທີ່ອາວຸໂສ ກ່ຽວຂ້ອງໃນແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ມົກກະຣາ ນີ້ວ່າ:
"ໂຄງການໂຕນີ້ຂະເຈົ້າສຳຣວດ ຄວາມເປັນໄປໄດ້ກ່ຽວກັບ ການພັທນາຟາກນໍ້າເບື້ອງນັ້ນ ຣະຍະນີ້ກຳລັງສຳຣວດຄວາມເປັນໄປໄດ້ສາມາດ ເຮັດຫຍັງໄດ້ແດ່ ເຮັດຫຍັງໄດ້ແດ່ ຫັ້ນນ່່າ ຍັງບໍ່ສາມາດລົງທຶນໄດ້ດອກ."
ທ່ານກ່າວຕື່ມວ່າ ນອກຈາກໂຄງການທີ່ກ່າວມານັ້ນ ອີກນຶ່ງໂຄງການ ພັທນາແຫລ່ງທ່ອງທ່ຽວ ຄົບວົງຈອນຂອງບໍຣິສັດ ອີຈີນ ວິສວະກັມ ກໍ່ສ້າງລາວ ທີ່ກວມເອົາເຂດ ສນາມບິນເກົ່າ ຂອງເມືອງວັງວຽງ ເນື້ອທີ 15 ເຮັກຕ້າ ກໍ່ຍັງຢູ່ໃນຂັ້ນຕອນການສຳຣວດ ແລະ ໂຄງການ ດັ່ງກ່າວ ຍັງບໍ່ໄດ້ຮັບຄວາມເຫັນດີ ຈາກກະຊວງປ້ອງກັນປະເທດ ທີ່ຄຸ້ມຄອງ ເຂດສນາມບິນເກົ່າ.
ທ່ານກ່າວເນັ້ນວ່າ ທັງສອງໂຄງການ ສະຫລຸບລວມແລ້ວ ຍັງບໍ່ທັນໄດ້ຮັບການອະນຸມັດ ຈາກຣັຖບານເທື່ອ ຈຶ່ງບໍ່ສາມາດລົງມື ພັທນາໄດ້ ແລະປະຊາຊົນໃນທ້ອງຖິ່ນ ກໍບໍ່ເຫັນດີໃຫ້ບໍຣິສັດ ທີ່ປຶກສາການລົງທຶນ ແລະ ການກໍ່ສ້າງເຊື້ອໄຟຟ້າ ຂອງຈີນ ໄປວັດແທກທີ່ດິນ ຂອງ ເຂົ້າເຈົ້າ.
ເຖິງແນວໃດກໍ່ຕາມ ກະຊວງຖແລງຂ່າວວັທນາທັມ ແລະທ່ອງທ່ຽວ ໃຫ້ຄວາມເຫັນວ່າ ສອງໂຄງນີ້ຈະພັທນາໄປໃນຮູບແບບໃດກໍ່ຕາມ, ແຕ່ ຫ້າມທຳລາຍ ແຫລ່ງທ່ອງທ່ຽວທຳມະຊາດ ແລະ ທັສນີຍາພາບຂອງເມືອງວັງວຽງ.
ອີງຕາມການຣາຍງານຂອງສື່ ທາງການລາວ ທາງການແຂວງວຽງຈັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃຫ້ທັງສອງບໍຣິສັດ ເຂົ້າມາສຶກສາ ຄວາມເປັນໄປໄດ້ ເມື່ອປີ 2017 ຜ່ານມາ . ແຕ່ມາຮອດ ປະຈຸບັນ ສອງໂຄງການດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ.