ລາວ ປະເຊີນ ວິກິຕການ ເສຖກິຈ ໜັກໄປໜ້າ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.06.12
ລາວ ປະເຊີນ ວິກິຕການ ເສຖກິຈ ໜັກໄປໜ້າ ຊາວລາວ ທຸກສາຂາອາຊີບ ທັງພະນັກງານ, ທະຫານ ແລະ ຕຳຣວດ ພວມຕໍ່ຄິວລໍຖ້າ ຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 1 ມິຖຸນາ, 2022 (TS)
Photo: RFA

ສ​ປ​ປລາວ ກຳລັງປະເຊີນກັບ ວິກິຈເສຖກິຈ ຄັ້ງຮ້າຍແຮງ ທີ່ສຸດ ໃນປວັດສາດ ຊຶ່ງປະຊາກອນ ຂາດແຄນປັດຈັຍພື້ນຖານ ໃນການດຳຣົງຊີວິດ ເຊັ່ນ ອາຫານການກິນແພງ ຮວມໄປເຖິງ ນ້ຳ​ມັນເຊື້ອເພີງ ແລະ ທຶນສຳຮອງ ເງິນຕຣາຕ່າງປະເທດ ຫຼຸດລົງ ຢ່າງຫຼວງຫຼາຍ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ຣາຍການ ມາຟັງນຳກັນ”.

ສັປດານີ້ ພວກເຮົາ ມາເກາະຕິດ ສະພາບວິກິຕ​ການ ເສຖກິຈ ໂດຍຫົວຂໍ້ ໃນຣາຍການ ແມ່ນ ລາວ-ກັບວິກິເສຖກິຈ ອາຈແກ່ຍາວ ສະພາບການ ທີ່ປະຊາຊົນ ລາວກຳລັງປະເຊີນ ຢູ່ຕອນນີ້ ກໍຄືຄ່າຄອງຊີບສູງເທົ່າໂຕ ສີນຄ້າ ອຸປໂພກ-ບໍຣິໂພກ ແພງຂຶ້ນ ທຸກມື້ ນໍ້າມັນຂາດແຄນ ແລະ ເງິນກີບ ອ່ອນຄ່າລົງຫຼາຍເປັນປວັດການ. ຊຶ່ງໃນມື້ນີ້ພວກເຮົາ ເວົ້າສະພາບການວິກິໂດຍປຽບທຽບ ໃຫ້ເຫັນວິກິ ຂອງ ລາວ ກັບ ສີລັງກາ .

ທ່ານຜູ້ຟັງ ທີ່ຕິດຕາມຮັບຟັງ ຣາຍການ ຂອງພວກເຮົາ ຢູ່ຕ້ອງການ ເຂົ້າຮ່ວມ ໃນຣາຍການຮູບແບບສັມພາດ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານລົງໃສ່ ຊ່ອງຄອມເມັ້ນ ທີ່ກຳລັງອອກຣາຍການ ຢູ່ໃນຂະນະນີ້ແລ້ວ ພວກເຮົາ ຈະໂທຫາ. ສ່ວນທ່ານໃດ ທີ່ສົ່ງເຂົ້າມາແລ້ວ ກະຣຸນາ ລໍຖ້າ ເພາະວ່າ ມີປະຊາຊົນຈຳນວນຫຼາຍ ຕ້ອງການ ສະແດງຄຳຄິດເຫັນ ໃນເຣື່ອງຕ່າງ ເພື່ອສະທ້ອນ ບັນຫາ ໄປຍັງພາກສ່ວນກ່ຽວຂ້ອງ ໃນການແກ້ໄຂບັນຫາ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ຂ້າພຣະເຈົ້າ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ... ກໍຄື ດັ່ງທີ່ຫຼາຍທ່ານ ໄດ້ເຫັນສະພາບການ ທີ່ເກີດຂຶ້ນ ໃນປະເທດລາວ ຢ່າງແຈ່ມ​ແຈ້ງແລ້ວວ່າ ວິກິເສຖກິຈ ຄັ້ງນີ້ ມັນໜັກໜ່ວງຫຼາຍ ປະກົດການ ທີ່ເກີດຂຶ້ນ ມັນມີຫຼາຍຢ່າງ ທີ່ຄ້າຍຄືກັບ ປະເທດສີລັງກາ, ຊຶ່ງມັນມີຄວາມຄ້າຍຄື ຫຼື ແຕກຕ່າງກັນ ແນວໃດ ພວກເຮົາຈະນຳສເນີ ເຣື່ອງນີ້ ໃຫ້ທ່ານໄດ້ຮັບຟັງ. ໃນຣາຍການ ຂອງພວກເຮົາ ໃນມື້ນີ້ ກໍໄດ້ຮັບກຽດ ຈາກປະຊາຊົນ ທີ່ຕ້ອງການ ອອກຄຳເຫັນວ່າ ຕອນນີ້ ການໃຊ້ຊີວິດ ລຳບາກຊໍ່າໃດ ເພື່ອສະທ້ອນບັນຫາເຖິງຣັຖບານ ໃຫ້ມີມາຕການໃດນຶ່ງ ເພື່ອມາແກ້ໄຂ ໃຫ້ວິກິນີ້ ຜ່ານໄປ ໂດຍໄວ. ເພາະວິກິນີ້ ມັນຮຸນແຮງ ແລະ ກໍເຣີ່ມມາ ແຕ່ການຣະບາດ ຂອງໂຄວິດ-19 ຈົນມາເຖີງ ປັດຈຸບັນ ວິກິນັບມື້ນັບຮ້າຍແຮງຂຶ້ນ ແລະ ສົ່ງຜົລກະທົບຫຼາຍ ຕໍ່ການດຳຣົງຊີວິດ ໃນປັຈຈຸບັນ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.