ຄົນລາວ ຂ້າມໄປຊື້ ສິນຄ້າ ຢູ່ແຂວງໜອງຄາຍ ຫຼາຍຂຶ້ນ
2022.06.13
ປັດຈຸບັນສິນຄ້າອຸປໂພກ ແລະບໍຣິໂພກໃນລາວມີລາຄາແພງຫຼາຍຂຶ້ນ ຈຶ່ງເຮັດໃຫ້ຄົນລາວຈຳນວນຫຼາຍຂ້າມໄປຊື້ສິນຄ້າ ຈາກແຂວງໜອງຄາຍ ໃນປະເທດໄທຍ ສາເຫດຍ້ອນວ່າ ສິນຄ້າໃນໄທຍ ມີລາຄາຖືກກ່ວາຢູ່ລາວ ເຊັ່ນແຟ້ບກ່ອງນຶ່ງຢູ່ໄທຍປະມານ 200 ບາດ, ຊຶ່ງຢູ່ລາວຂາຍປະມານ 250 ບາດແລະຖ້ານໍາໄປຂາຍໃນລາວ ຄິດໄລ່ເປັນເງິນກີບ ກໍຖືວ່າມີລາຄາແພງຫຼາຍ ເພາະໃນປັດຈຸບັນ ເງິນກີບອ່ອນຄ່າແຮງ.
ດັ່ງປະຊາຊົນ ໃນນະຄອນຫຼວງວຽງ ທ່ານນຶ່ງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ມິຖຸນານີ້ວ່າ:
“ເປັນພວກອຸປະໂພກ ເຄື່ອງທີ່ວ່າເປັນໂຮງງານອີ່ຫຍັງ ເຮົາບໍ່ມີຢູ່ນີ້ນ່າເຮົາກໍໄປຊື້ຢູ່ພຸ້ນ ສົມມຸດວ່າແຟ້ບສາເນາະ ກ່ອງນຶ່ງຢູ່ໄທຍ 200 ຢູ່ນີ້ແບບວ່າ ມາຂາຍຢູ່ລາວ 250 ມັນກໍແພງ ແລ້ວມາແຕກຄ່າເປັນເງິນກີບ ມັນກໍສູງກວ່າເກົ່າຫັ້ນນ່າ ເພິ່ນກໍໄປຊື້ເຄື່ອງຢູ່ພຸ້ນເອົາ ຜລິດຕະພັນຂອງລາວ ສ່ວນຫຼາຍບໍ່ຄ່ອຍຜລິດເອງ ມີແຕ່ໃຊ້ຂອງໄທຍຫັ້ນນ່າ.”
ຂະນະທີ່ປະຊາຊົນລາວ ອີກທ່ານນຶ່ງກໍໄດ້ກ່າວວ່າ ສ່ວນໃຫຍ່ຄົນລາວທີ່ຂ້າມໄປໄທຍ ກໍໄປຊື້ສິນຄ້າຕ່າງໆ ຈະເປັນບັນດານັກທຸຣະກິຈ ຊາວຄ້າຂາຍທີ່ມີເງິນຢູ່ແລ້ວ ກໍພາກັນຂີ່ຣົຖຂ້າມໄປ ແລະ ຂາກັບມາ ກໍໄດ້ທັງສິນຄ້າປະເພດອຸປໂພກ, ບໍຣິໂພກ ແລະ ນໍ້າມັນກັບເຂົ້າມາລາວນໍາດ້ວຍ ກໍຖືວ່າຄຸ້ມຄ່າເພາະຢູ່ລາວສິນຄ້າທຸກຢ່າງ ປັບລາຄາແພງຂຶ້ນທຸກຢ່າງ ເຊັ່ນນໍ້າມັນທີ່ເປັນສິນຄ້າ ທີ່ຂາດບໍ່ໄດ້ຢູ່ລາວກໍຍັງມີລາຄາແພງກວ່າຢູ່ໄທຍ ແລະຍັງຫາຍາກຢູ່ ເປັນຕົ້ນນໍ້າມັນແອັດຊັງທັມມະດາ ຢູລາວ 20,000 ປາຍກີບຕໍ່ລິດ ຄິດເປັນເງິນໄທຍປະມານ 47 ປາຍບາດ ຊຶ່ງຫາກທຽບນໍ້າມັນແອັດຊັງທັມມະດາ ຢູ່ໄທຍປະມານ 18,000 ປາຍກີບຕໍ່ລິດ ຄິດໄລ່ເປັນເງິນໄທຍປະມານ 44 ປາຍບາດຕໍ່ລິດ ຊຶ່ງຖືວ່າຖືກ ກ່ວາ.
“ແມ່ນຫຍັງກາແພງ ແພງຂຶ້ນໝົດທຸກຢ່າງ ວ່າເງິນບາດຂຶ້ນ ເງິນໂດລ້າຣ໌ກາຂຶ້ນ ບາດນີ້ເງິນກີບບໍ່ເປັນລາຄາ ເຟີ້ພວກທີ່ວ່າເພິ່ນໄປໄດ້ທຸກມື້ນີ້ ມີແຕ່ພວກນັກທຸຣະກິຈ ຄ້າຂາຍກາເອົາຣົຖໄປໃສ່ນໍ້າມັນຢູ່ພຸ້ນລິດ 44 ບາດ ຢູ່ລາວນີ້ລິດນຶ່ງ 20 ປາຍພັນກີີບ ກາຕໍ່ຄີວ ກາເອົາແກນລອນໄປໃສ່ ພວກຊົນນະບົດຊາວສວນ ບາງເທື່ອກາບໍ່ໄດ້.”
ເຈົ້າຂອງຮ້ານຂາຍອາຫານ ໃນລາວທ່ານນຶ່ງກໍໄດ້ກ່າວວ່າ ສິນຄ້າທຸກຢ່າງຢູ່ລາວ ມີການປັບລາຄາຂຶ້ນ ຕາມສະພາບເສຖກິຈ ໃນລາວທີ່ປັດຈຸບັນເງິນກີບອ່ອນຄ່າຫຼາຍ ຊຶ່ງຕົນເອງກໍຍັງໄດ້ມີການປັບ ລາຄາອາຫານເຊັ່ນກັນ ເປັນຕົ້ນປີ້ງເປັດ ແຕ່ກ່ອນຂາຍລາຄາ 25,000 ກີບຕໍ່ກ່ອງ ປັດຈຸບັນກໍປັບຂຶ້ນມາເລັກໜ້ອຍ ຈະປັບຂຶ້ນຫຼາຍກໍຢ້ານຂາຍບໍ່ໄດ້ ຈຶ່ງປັບຂຶ້ນເປັນ 30,000 ກີບຕໍ່ກ່ອງ ຊຶ່ງກໍຍັງພໍຂາຍໄດ້ຢູ່ຄືເກົ່າ.
ດັ່ງເຈົ້າຂອງຮ້ານອາຫານ ທ່ານນີ້ກ່າວວ່າ:
“ເງິນບາດດຽວນີ້ 1,000 ບາດກໍໄດ້ 520,000 ແລ້ວຢູ່ລາວອ່ອນ ແພງໝົດທຸກຢ່າງ ກາໄດ້ຂຶ້ນຄືກັນແຫຼະແຕ່ກີ້ຂາຍ 25 ຂຶ້ນກ່ອງນຶ່ງກາ 30 ເຄື່ອງຂຶ້ນເຮົາກໍຕ້ອງໄດ້ຂຶ້ນນໍາ ຊື້ຕາມຮ້ານຄ້າຢູ່ລາວນີ້ແຫຼະ.”
ພ້ອມດຽວກັນນີ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ໃຫ້ຄວາມເຫັນວ່າໃນໄລຍະນີ້ ເງິນກີບອ່ອນຄ່າຫຼາຍ ກໍເຮັດໃຫ້ສົ່ງຜົລກະທົບ ຕໍ່ສະພາບເສຖກິຈ ໃນທຸກດ້ານແລະການສນອງນໍ້າມັນ ຍັງບໍ່ເປັນປົກກະຕິ ຖ້າຫາກຄົນລາວ ຈະພາກັນຂ້າມໄປໄທຍກັນຫຼາຍຂຶ້ນ ກໍຖືວ່າເປັນເຣື່ອງປົກກະຕິ ເພາະວ່າລາວກໍເປີດປະເທດເປັນປົກກະຕິແລ້ວ.
ບາງຄົນກໍໄປຫາຊື້ ເຄື່ອງອຸປໂພກແລະບໍຣິໂພກ, ແລະຂາກັບເຂົ້າລາວກໍພາ ໃສ່ນໍ້າມັນກັບມາເພາະຢູ່ໄທຍ ສນອງນໍ້າມັນໄດ້ດີກ່ວາ ທັງຍັງລາຄາຖືກກ່ວາ ແລະມີຄຸນະພາບ, ສ່ວນໃຫຍ່ຈະເປັນຜູ້ປະກອບການ ຂນາດໃຫຍ່ທີ່ຂ້າມໄປຊື້ເຄື່ອງຂອງ ໃນໄທຍເພາະຖ້າຄົນລາວ ຈະຂ້າມໄປໃສ່ພຽງແຕ່ນໍ້າມັນ ກໍບໍ່ກຸ້ມຄ່າກັບຄ່າດຳເນີນການ ເຮັດປື້ມຜ່ານແດນ.
ດັ່ງທ່ານໄດ້ກ່າວວ່າ:
“ທາງການລາວກໍສິມີຜົລກະທົບຕໍ່ໆ ກັນນັ້ນແຫຼະນຳເຂົ້າຈາກໄທຍ ທາງຝັ່ງນັ້ນເດນໍ້າ ມັນຢູ່ພຸ້ນກາສນອງໄດ້ດີກ່ວາ ມັນຖືກເດເນາະຄຸນນະພາບກາດີ ຢູ່ພີ້ຜລິດໜ້ອຍຜູ້ຊົມໃຊ້ກາຍັງຄືເກົ່າ ເຣື່ອງນໍ້າມັນນ່າມີແຕ່ທາງຂັ້ນເທິງເພິ່ນຄົ້ນຄ້ວາແຫຼະ ເຮັດແນວໃດນໍ້າມັນຈະເຂົ້າມາເປັນປົກກະຕິເນາະ.”
ນອກຈາກນີ້ເຈົ້າໜ້າທີ່ ຕຳຣວດກວດຄົນເຂົ້າເມືອງ ໃນແຂວງໜອງຄາຍທ່ານນຶ່ງ ກໍໄດ້ກ່າວວ່າ ມີຄົນລາວເຂົ້າມາຫຼາຍຂຶ້ນ ຊຶ່ງກໍມີຫຼາກຫຼາຍ ທັງເຂົ້າມາເຮັດວຽກ, ທັງທ່ອງທ່ຽວ, ຊື້ເຄື່ອງຂອງພໍຈະກັບຄືນລາວ ກໍພາກັນໃສ່ນໍ້າມັນກັບເຂົ້າປະເທດນໍາດ້ວຍ.
“(ໄທຍ) ວຽງຈັນຫ່າງຈາກຊາຍແດນ ປະມານ 20 ກ່ວາກິໂລ ເຂົາມາທ່ຽວມາຊື້ຂອງເຂົາ ກໍໃສ່ນໍ້າມັນກັບໄປຕັ້ງໃຈ ມາໃສ່ເລີຍເທົ່າທີ່ສັງເກດ ກໍມີສ່ວນນ້ອຍແຕ່ສ່ວນໃຫຍ່ ເຂົາຈະມາທ່ຽວ ຂາກັບກໍໃສ່ນໍ້າມັນກັບໄປ.”
ຢ່າງໃດກໍຕາມ ຜົລຈາກວິກິຈນໍ້າມັນຂາດແຄນ ແລະເງິນກີບອ່ອນຄ່າລົງ ຢ່າງຮຸນແຮງ ສົ່ງຜົລໃຫ້ປະເທດລາວ ເງິນເຟີ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ອີງຕາມຂໍ້ມູນຂອງສູນສະຖິຕິແຫ່ງຊາດ ແລະກະຊວງອຸດສາຫະກັມ ແລະການຄ້າຣະບຸ ອັດຕຣາເງິນເຟີ້ໃນປະເທດລາວ ໃນເດືອນພຶສພາ 2022 ແມ່ນເພີ່ມຂຶ້ນ 12.8% ຊຶ່ງສູງສຸດໃນຮອບ 18 ປີ ແລະ ສູງເປັນອັນດັບຕົ້ນໆ ຂອງອາຊ້ຽນ.
ໃນພາວະເງິນເຟີ້ຮຸນແຮງນີ້ ເຮັດໃຫ້ປະຊາຊົນໃນປະເທດລາວ ຈຳນວນຫຼາຍໂດຍສະເພາະກຸ່ມຄົນ ທີ່ມີລາຍໄດ້ຕໍ່າ ຕ້ອງແບກຮັບພາລະຄ່າຄອງຊີພຫຼາຍຂຶ້ນ ແລະຕ້ອງດິ້ນຮົນ ເພື່ອຊື້ເຄື່ອງຂອງອຸປໂພກ ແລະບໍຣິໂພກ ທີ່ຈຳເປັນເພີ່ມຂຶ້ນ.
ອີງຕາມຂໍ້ມູນຂອງສູນສະຖິຕິແຫ່ງຊາດ ໃນປະເທດລາວພົບວ່າໃນເດືອນພຶສພາ 2022 ຄ່າໃຊ້ຈ່າຍດ້ານການສື່ສານ ແລະຄົມມະນາຄົມຂອງປະຊາຊົນເພີ່ມຂຶ້ນ ກວ່າ 34.5% ເມື່ອທຽບກັບປີ 2021 ຊຶ່ງເປັນຜົລມາຈາກ ລາຄານໍ້າມັນຕລອດຈົນລາຄາຣົຖ ແລະອາໄຫລ່ຣົຖແພງຂຶ້ນ.
ສ່ວນລາຄາສິນຄ້າແລະບໍຣິການເພີ່ມຂຶ້ນກ່ວາ 20.6% ຂະນະທີ່ຄ່າປີ່ນປົວ ຄ່າຢາເພີ່ມຂຶ້ນ 13% ຄ່າອາຫານ ເຄື່ອງດື່ມ ບໍ່ມີແອລກໍຮໍລ໌ (Alcohol) ເພີ່ມຂຶ້ນ 8.2%, ລາຄາໄຂ່ ນົມຊີສເພີ່ມຂຶ້ນ 27.79%, ຂະໜົມປັງແປ້ງເພີ່ມຂຶ້ນ 16.7% ແລະ ລາຄາເຄື່ອງນຸ່ງຫົ່ມ, ເກີບເພີ່ມຂຶ້ນ 11.7%.
ປັດຈຸບັນເຖິງແມ່ນວ່າ ຣັຖບານລາວຈະຫາວິທີ ກຳນົດມາຕການທີ່ເຂັ້ມງວດ ແກ້ໄຂຄວບຄຸມເງິນເຟີ້ ແລະການອ່ອນຄ່າເງິນກີບ ແລະການແກ້ໄຂນໍ້າມັນເຊື້ອເພີງ ຂາດແຄນນກໍຍັງບໍ່ມີແນວໂນ້ມວ່າ ວິກິຈເສຖກິຈ ແລະສະຖານະການເງິນເຟີ້ ໃນປະເທດລາວ ຈະດີຂຶ້ນໃນໄລຍະນີ້.