ວິກິຕການ ເສຖກິຈ ໃນລາວ ເຮັດໃຫ້ປະຊາຊົນ ຫາທາງອອກເອງ

ໄຊຍາ
2022.06.10
ວິກິຕການ ເສຖກິຈ ໃນລາວ ເຮັດໃຫ້ປະຊາຊົນ ຫາທາງອອກເອງ ຊາວລາວບັນດາເຜົ່າ ຫຼາຍຮ້ອຍຄົນ ພວມຕໍ່ຄິວ ເພື່ອລໍຖ້າເອົາບັດຄິວ ໃນການຂໍເຮັດພາສປອທ ທີ່ກົມກຸງສູນ, ກະຊວງການຕ່າງປະເທດ ໃນນະຄອນຫຼວງວຽງຈັນ (TS), ວັນທີ 10 ມິຖຸນາ 2022.
RFA

ຄົນລາວຈຳນວນຫຼາຍ ໄດ້ຫຼັ່ງໄຫຼໄປເຮັດພາສປອຣ໌ດ ຫຼື ໜັງສືເດີນທາງ ເຂົ້າປະເທດໄທຍ ເພື່ອໄປຊອກວຽກເຮັດງານທຳ ໃຫ້ມີເງິນລ້ຽງຄອບຄົວ ເພາະຄ່າແຮງງານຂັ້ນຕໍ່າ ຂອງໄທຍຖືວ່າສູງກວ່າຢູ່ລາວຫຼາຍເທົ່າ. ປັດຈຸບັນປະເທດລາວ ກຳລັງປະສົບກັບຫາວິກິຕ ທາງເສຖກິຈຢ່າງຮຸນແຮງ ທັງເຣື່ອງຂາດແຄນນໍ້າມັນເຊື້ອເພີງ ແລະ ຍັງພົບວິກິຕເງິນກີບອ່ອນຄ່າຢ່າງໜັກໜ່ວງ ຮວມເຖິງສິນຄ້າພາຍໃນ ກໍມີລາຄາແພງຂຶ້ນເພາະສ່ວນໃຫຍ່ ຈະນຳເຂົ້າສິນຄ້າ ຈາກຕ່າງປະເທດຫຼາຍກ່ວາ ສົ່ງອອກ ຊຶ່ງຖືວ່າຊີວິດການເປັນຢູ່ ຂອງປະຊາຊົນລາວຕອນນີ້ ເຂົ້າຂັ້ນລຳບາກ ໃນການຈັບຈ່າຍໃຊ້ສອຍ ເຣື່ອງເງິນ ແລະການດຳຣົງຊີວິຕປະຈຳວັນ.

ຄົນງານລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກໍໄດ້ກ່າວຕໍ່ ວິທຍຸເອເຊັຽເອເຊັຽເສຣີ ໃນວັນທີ 10 ມິຖຸນານີ້ວ່າ:

ກະບໍ່ດີ ເງິນເຟີ້ຢູ່ນ່າດຽວນີ້ ເງິນໄທຍເປັນລາຄາ ມັນກໍຂຶ້ນລະເນາະ ວັນລະຂັ້ນຕໍ່າຢູ່ໄທຍ 300 ບາດ ຄັນໄດ້ເດືອນລະໝື່ນ ເຮົາກໍໄດ້ 5 ລ້ານແລ້ວເດ ຢູ່ລາວມັນບໍ່ໄດ້ເດເດືອນນຶ່ງ ຮອດເດືອນລະໝື່ນ ຖ້າມາໃຊ້ເງິນລາວ ມັນເຟີ້ແລ້ວເດ້ ເງິນລາວບໍ່ເປັນລາຄານໍ້າມັນ ກໍຊອກຊື້ຍາກ ສ່ວນຫຼາຍກໍນໍາເຄື່ອງເຂົ້າ ມາແຕ່ໄທຍ ມັນກໍເພີ່ມຂຶ້ນຫັ້ນແຫຼະ ເຄີຍຊື້ນໍ້າມັນຫອຍຊື້ 15 ດຽວນີ້ມັນກໍຂຶ້ນ 27.

ຂະນະທີ່ຊາວລາວ ໃນແຂວງສວັນນະເຂດ ທ່ານນຶ່ງກໍໄດ້ກ່າວວ່າ ຄົນລາວສ່ວນໃຫຍ່ທີ່ຂ້າມໄປປະເທດໄທຍ ກໍໄປຫາວຽກເຮັດງານທຳກັນ ເພາະຢູ່ລາວເງິນກີບອ່ອນຄ່າຫຼາຍ ສິນຄ້າກໍແພງຂຶ້ນນໍ້າມັນກໍຍັງຂາດແຄນ ແລະຍັງຫາໃສ່ຍາກຢູ່ຫຼາຍຄົນ ກໍຕ້ອງໄປຫາເຮັດວຽກໃນໄທຍ ເພາະຈະໄດ້ເງິນຄ່າແຮງຫຼາຍກວ່າຢູ່ລາວ.

ບາງຄົນກາໄປເຮັດວຽກ ເຮັດງານ ເງິນບາດນີີ້ພັນນຶ່ງຕໍ່ຫ້າແສນແລ້ວເດ້ ມັນກໍຈະໄດ້ຫຼາຍກວ່າ ຢູ່ປະເທດເຮົານີ້ ຂນາດນໍ້າມັນເຮົາຍັງແພງ ມັນກາຂາດໆ ເຂີນໆ ນີ້ແຫຼະ ຊາວຫ້າ ກາມີບາງປໍ້າ ຄື ປຕທ ນີ້ຊາວສາມກາວ່າຖືກສຸດ ຍັງໄດ້ວ່າແພງຢູ່ເດ້ນ່າ.

ອີງຕາມການຣາຍງານ ຂອງຫົວໜ້າດ່ານພາສີ ແຂວງໜອງຄາຍໃນປະເທດໄທຍ ໄດ້ຣາຍງານເມື່ອສັປດາທີ່ຜ່ານມາວ່າ ມີຄົນລາວເດີນທາງເຂົ້າປະເທດໄທຍ ຜ່ານດ່ານສາກົນຂົວມິຕພາບລາວ-ໄທຍແຫ່ງທີ 1 ວຽງຈັນ-ໜອງຄາຍ ເພີ່ມຂຶ້ນຈາກ 300 ຄົນຕໍ່ມື້ເປັນ 2,000 ຄົນຕໍ່ມື້ ພາຍຫຼັງຈາກທີ່ລາວມີການເປີດປະເທດ ຢ່າງເຕັມຮູບແບບ.

ດ້ານເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໃນແຂວງໜອງຄາຍ ກໍໄດ້ກ່າວວ່າປັດຈຸບັນນີ້ ຄົນລາວໄດ້ເຂົ້າມາໃນປະເທດໄທຍຫຼາຍຂຶ້ນ ມີການເຂົ້າມາໃນຫຼາຍຮູບແບບ ທັງເຂົ້າມາເຮັດວຽກ ແລະເຂົ້າມາແບບທ່ອງທ່ຽວແລະເຂົ້າມາແບບຊື້ເຄື່ອງກໍມີ ແລະ ມີແນວໂນ້ມຈະເຂົ້າມາໄທຍເພີ່ມຂຶ້ນອີກ.

(ພາສາໄທຍ) ຄົນລາວຕອນນີ້ເຂົ້າມາ 1,000 -​1.500 ກວ່າຖ້າເສົາ-ອາທິດອາຈເຖິງ 2,000 ໄດ້ມາຫຼາຍ ສ່ວນມາທຸກແບບເລີຍ ທັງນັກທ່ອງທ່ຽວມາເປັນແຮງງານ.

ຂະນະດຽວກັນເຈົ້າໜ້າທີ່ ກ່ຽວຂ້ອງທ່ານນຶ່ງໃນແຂວງສວັນນະເຂດ ກໍໄດ້ກ່າວເຖິງເຣື່ອງດັ່ງກ່າວນີ້ວ່າປັດຈຸບັນນີ້ ກໍຖືວ່າຄົນລາວເຂົ້າໄປໄທຍ ກັນຫຼາຍຂຶ້ນສ່ວນໃຫຍ່ ກໍຈະເຂົ້າໄປຫາວຽກເຮັດ ຊຶ່ງກໍສະທ້ອນໃຫ້ເຫັນວ່າ ເສຖກິຈຂອງລາວຖົດຖອຍລົງຫຼາຍ ເພາະເສຖກິຈໃນລາວ ມີສະພາບເງິນກີບອ່ອນຄ່າລົງຫຼາຍ ຄ່າຄອງຊີພແພງຂຶ້ນຄົນງານລາວ ຫຼາຍຄົນກໍຕ້ອງການໄປຫາເງິນ ເພາະເງິນຄ່າແຮງໃນໄທຍ ກໍສູງກ່ວາຢູ່ລາວ.

ປັດຈຸບັນນີ້ ການໄປໄທຍມັນກໍຫຼາຍຂຶ້ນກວ່າເກົ່າ ເພາະວ່າມັນໄປສະດວກແລ້ວເດ ດຽວນີ້ເພາະວ່າຄ່າເງິນກີບອ່ອນຄ່າຫຼາຍ ເງິນກີບອ່ອນຄ່າຫຼາຍມັນກໍເຮັດໃຫ້ ເງິນຕຣາຕ່າງປະເທດ ກາມີຄ່າສູງຂຶ້ນຫັ້ນແລ້ວຄ່າຄອງຊີພ ກາສູງຫຼາຍສ່ວນຫຼາຍ ເຮົາກໍມີການນຳເຂົ້າແຫຼະການ ຜລິດພາຍໃນບໍ່ຫຼາຍຄ່າແຮງເງິນກີບ ສຳເກົ່າຫັ້ນແຫຼະ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອີກທ່ານນຶ່ງໃນແຂວງຄຳມ່ວນ ກໍໄດ້ກ່າວວ່າປັດຈຸບັນນີ້ ແຂວງຄຳມ່ວນກໍເຣີ່ມມີຄົນລາວ ເຮັດພາສປອຣ໌ດ ເຂົ້າໄປໄທຍຈຳນວນຫຼາຍຂຶ້ນ ເຊັ່ນກັນສາເຫດຫຼັກ ກໍຍ້ອນໄປຫາວຽກເຮັດງານທຳ ເພາະວ່າເສຖກິຈລາວບໍ່ຄ່ອຍດີ ສິນຄ້າຕ່າງໆ ນໍ້າມັນກໍແພງຂຶ້ນ ບວກກັບເງິນກີບອ່ອນຄ່າລົງຫຼາຍ.

ກຳລັງສິເຣີ່ມຈະຫຼາຍໆແລ້ວ ເພາະວ່າເຫັນຄົນມາເຮັດພາສປອຣ໌ດ ກໍຫຼາຍແຮງງານ ເຮົາກໍຖືວ່າຂ້າມໄປເຮັດວຽກ ຢູ່ພຸ້ນກາເຣີ່ມຫຼັ່ງໄປຫຼາຍແລ້ວ ເພາະເສຖກິຈມັນກໍບໍ່ດີເນາະ ອີງໃສ່ຄ່າແຮງງານ ມັນກໍຕໍ່າເນາະມັນກາບໍ່ຄືບ້ານເຂົາ ປັດຈຸບັນນີ້ເງິນກີບເຮົາອ່ອນຄ່າແດ່ເດ.

ປັດຈຸບັນເຖິງແມ່ນວ່າ ຣັຖບານລາວຈະຫາທາງແກ້ໄຂ ເຣື່ອງເງິນເຟີ້ຢູ່ກໍຕາມ ແຕ່ກໍຍັງບໍ່ສາມາດແກ້ໄດ້ ເພາະສະພາບເງິນກີບ ກໍຍັງອ່ອນຄ່າລົງເລື້ອຍໆ ເຮັດໃຫ້ສິນຄ້າຕ່າງໆ ແພງຂຶ້ນ ນໍ້າມັນເຊື້ອເພີງກໍຍັງຖືວ່າຂາດຢູ່ ໃນປັດຈຸບັນ.

ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາດ ແລະກະຊວງອຸດສາຫະກັມ ແລະການຄ້າ ຣະບຸວ່າອັດຕຣາເງິນເຟີ້ ໃນປະເທດລາວ ໃນເດືອນພຶສພາ 2022 ແມ່ນເພີ່ມຂຶ້ນ 12.8% ເມື່ອທຽບໃສ່ອັດຕຣາເງິນເຟີ້ ໃນໄລຍະດຽວກັນ ຂອງປີຜ່ານມາໂດຍມີສາເຫດຫຼັກ ມາຈາກການເພີ່ມຂຶ້ນຂອງ ລາຄານໍ້າມັນເຊື້ອເພີງ ເຮັດໃຫ້ສິນຄ້ານພາຍໃນ ປະເທດທີ່ນໍາໃຊ້ນໍ້າມັນ ເປັນປັດຈັຍໃນການຜລິດ ເພີ່ມສູງຂຶ້ນ ສົ່ງຜົລກະທົບເຖິງສິນຄ້າອື່ນໆ ໃນລາວທີ່ສ່ວນໃຫຍ່ນຳເຂົ້າ ຈາກຕ່າງປະເທດ ກໍມີລາຄາສູງນໍາດ້ວຍ.

ນອກຈາກນີ້ປະເທດລາວ ຍັງຂາດດຸນການຄ້າ ປະມານ 102 ລ້ານໂດລ້າຣ໌ສະຫະຣັຖ ອີງຕາມເວັບໄຊທ໌ Laotrade portal ໄດ້ຣາຍງານເມື່ອກາງເດືອນພຶສພາ 2022 ວ່່າ ການສົ່ງອອກ-ນໍາເຂົ້າຂອງ ສປປ ລາວ ປະຈຳເດືອນເມສາ 2022 ມີການສົ່ງອອກສິນຄ້າ ມູນຄ່າປະມານ 424 ລ້ານໂດລ້າຣ໌ສະຫະຣັຖ ສ່ວນມູນຄ່າການນຳເຂົ້າ ມີປະມານ 526 ລ້ານໂດລ້າຣ໌ສະຫະຣັຖ ແລະ ເຮັດໃຫ້ຂາດດຸນການຄ້າ ປະມານ 102 ລ້ານໂດລ້າຣ໌ສະຫະຣັຖ.

ຢ່າງໃດກໍຕາມທາງຣັຖບານ ກໍຍັງບໍ່ມີການປັບເງິນຄ່າແຮງງານຂັ້ນຕໍ່າ ໃຫ້ກັບຄົນງານໃນລາວຈາກ 1,100,000 ກີບ ມາເປັນ 1,500,000 ກີບ ພາຍຫຼັງປີ 2021 ຜ່ານມາ ທີ່ສູນກາງສະຫະພັນກັມບານລາວ ໄດ້ສເນີໃຫ້ຣັຖບານພິຈາຣະນາ ປັບຄ່າແຮງງານຂັ້ນຕໍ່າ. ສາເຫດທີ່ຍັງບໍ່ປັບຂຶ້ນ ກໍຍ້ອນປະເທດລາວ ກຳລັງປະເຊີນກັບອັດຕຣາເງິນເຟີ້ສູງ ເຮັດໃຫ້ເງິນກີບອ່ອນຄ່າລົງ ສົ່ງຜົລໃຫ້ຄ່າຄອງຊີພແພງຂຶ້ນ ຖ້າປັບຂຶ້ນສູງເກີນໄປ ບໍ່ສົມເຫດສົມຜົລ ຈະກະທົບຕໍ່ທຸຣະກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.