ຣັຖບານ ບໍ່ສາມາດ ຄວບຄຸມ ເງິນຕຣາ ຕ່າງປະເທດໄດ້

0:00 / 0:00

ອັດ​ຕ​ຣາ​ເງິນ​ເຟີ້ໃນ​ເດືອນ​ມົກ​ກະ​ຣາ ຫາ ເດືອນ​ພຶ​ສ​ພາ ປີ 2022 ສະ​ເລັ່ຽ ແລ້ວ ເກືອບ 9 ເປີ​ເຊັນ ຕໍ່​ເດືອນ ອີງ​ຕາມຂໍ້​ມູນ​ຈາກ ຈາກທະ​ນາ​ຄານ​ແຫ່ງ ສ​ປ​ປ​ ລາວ.

ຂໍ້​ມູ​ນ​ຈາກ​ທະ​ຫນາ​ຄານ​ແຫ່ງ ສ​ປ​ປ ​ລາວ ໄດ້​ລະ​ບຸ​ ອັດ​ຕ​ຣາ​ເງິນ​ເຟີ້ ຄື:

  1. ເດືອນ​ມົກ​ກະ​ຣາ ອັດ​ຕຣາ​ເງິນ​ເຟີ ຢູ່​ທີ່ 6.25 ເປີ​ເຊັນ
  2. ເດືອນ​ກຸມ​ພາ ອັດ​ຕ​ຣາ​ເງິນ​ເຟີ 7.31 ເປີ​ເຊັນ
  3. ເດືອນ​ມີ​ນາ 8.54 ເປີ​ເຊັນ
  4. ເດືອນ​ເມ​ສາ 9.86 ເປີ​ເຊັນ
  5. ເດືອນ​ພຶ​ສ​ພາ 12.81 ເປີ​ເຊັນ

ໃນ​ຂະ​ນະ​ທີ່​ອັດ​ຕ​ຣາແລກ​ປ່ຽນ​ເງິນ ​ຢູ່​ ​ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ ໃນ​ວັນ​ທີ 8 ມິ​ຖຸ​ນາ ຢູ່​ທີ່ 495.99 ກີບ ຕໍ່ 1 ບາດ ແລະ 14,364 ກີບ ຕໍ່ 1 ໂດ​ລ້າ​ຣ໌.

ສ່ວນ​ວ່າ ອັດ​ຕ​ຣາ​ປ່ຽນເງິນ ​ຢູ່​ຮ້ານ​ແລກ​ປ່ຽນ​ນອກ​ລະ​ບົບ ຢູ່​ທີ່ 500 ປາຍ ກີບຕໍ່ 1 ບາດ ແລະ 16,000 ປາຍ​ກີບ ຕໍ່ 1 ໂດ​ລ້າ​ຣ໌ ແລ້ວ.

ນັກ​ທຸ​ຣະ​ກິຈ ແລະ ປະ​ຊາ​ຊົນ​ລາວ ຈຳ​ນວນ​ນຶ່ງ​ເຫັນ​ວ່າ ການ​ຄຸ້ມ​ຄອງ​ເງິນ​ຕ​ຣາ​ ຕ່າງ​ປະ​ເທດ ຢູ່​ລາວ ມີ​ຄວາມ​ຫຍຸ້ງ​ຍາກ ແລະ ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້ ຍ້ອນ​ວ່າ ການ​ແລກ​ປ່ຽນ​ເງິນ​ຕ​ຣາ ມີ​ຢູ່​ທົ່ວ​ທຸກ​ບ່ອນ ທັງ​ນອກລະ​ບົບ ແລະ ໃນລະ​ບົບ.

ນັກ​ທຸ​ຣະ​ກິຈ ທ່ານ ນຶ່ງ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ: "ຊິ​ຄຸມ​ໄດ້​ຈັ່ງ​ໃດ ເງິນ​ມັນ​ບໍ່​ມີ, ເງິນບໍ່​ເຂົ້າ​ມາ ບໍ່​ໄດ້​ດອກ ຄຸມ​ຈັ່ງ​ໃດ​ກະ​ບໍ່​ໄດ້​ດອກ ເງິນ​ມັນ​ບໍ່​ເຂົ້າ​ທະ​ນາ​ຄານ ເງິນ​ຢູ່ນອກ ຊິ​ຄຸມ​ຈັ່ງ​ໃດ​ໄດ້."

ທ່ານ ກ່າວ​ຕື່ມ​ອີກວ່າ: "ມັນ​ໃຊ້​ຈ່າຍ​ຊະ​ຊາຍ​ຢູ່​ດຽວນີ້​ນະ ຄື​ໄທ​ຍ ນີ້​ມັນ​ບໍ່​ມີ​ສາ​ຂາ​ເລີຍ ມັນ​ບໍ່​ໃຫ້​ເລີຍ ເຮົາ​ເອົາ​ເງິນ​ຫຼຽນ​ໄປ​ຊື້ ເຂົາ​ບໍ່​ເວົ້າ​ເລີຍ ເຂົ້າ​ຕ້ອງ​ໃຫ້​ໄປ​ແລກ​ເປັນ​ເງິນ​ບາດ, ແຕ່ ຢູ່​ລາວ ຄຸມບໍ່​ໄດ້ ແກ້ບໍ່​ຕົກ​ດອກ ມັນ​ອັນ​ຕ​ລາ​ຍ​ນຳ​ພວກ​ຮ້ານ​ແຕກ​ເງິນນີ້​ລະ ມັນ​ອັນ​ຕ​ລາຍ ບໍ່​ໄດ້​ແກ້ບໍ່​ຕົກ​ລະ​ໂຕນີ້."

ຮ້ານ​ແລກ​ປ່ຽ​ນ​ເກີດ​ຂຶ້ນ​ປານ​ເຫັດ ​ປານປວກ ທັງ​ນອກ ແລະ ໃນ​ລະ​ບົບ ເຊິ່ງ​ມີ​ການ​ແລ​ກ​ປ່ຽນ​ເງິນ ​ຢ່າງ​ຊະ​ຊາຍ.

ປະ​​ຊາ​ຊົນ​ຊາວ​ ນະ​ຄອນ​ຫລວງວຽງ​ຈັນ ທ່າ​ນຶ່ງ ໄດ້​ໃຫ້​ສຳ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

ນັກ​ຂ່າວ: ເປັນ​ຈັ່ງ​ໃດ ການ​ຄຸ້ມ​ຄອງ​ເງິນ​ຕ​ຣາ ຄຶດ​ວ່າ ເພິ່ນ​ຊິ​ເຮັດ​ໄດ້​ຢູ່​ເບາະ ຢູ່​ບ້ານ​ເຮົາ?

ຊາວ​ນະ​ຄອນ​ຫລວງວຽງ​ຈັນ: "ໂອ້ຍ ຈັກ​ມັນ​ຊິ​ຄຸມ​ແນວ​ໃດ​ເນາະ ອັນ ຄັນ​ວ່າ ມັນ​ຊິ​ຄຸມ​ແທ້ໆ ຫັ້ນ​ນ່າ ຮ້ານ​ແລກ​ປ່ຽນ​ບໍ່ ອາ​ແມ່ນ​ຫຍັງ​ເກາະ ເກີດ​ຂຶ້ນ​ປານ​ເຫດ ປານ​ປວກ ເອົາ​ແຕ່​ເຂົາ​ຊິ​ເຮັດ​ໄປ.

ຄັນ ​ວ່າ ມັນເປັນ​ເອ​ກະ​ພາຍ​ກັນ​ແທ້​ເນາະ ເອີ ຜູ້​ໃດ​ມີ​ເງິນ​ຕ​ຣາ ຢາກ​ໄປ​ປ່ຽນ ໃຫ້​ໄປ​ປ່ຽນ​ທະ​ນາ​ຄານ ທະ​ນາ​ຄານ​ພັດ​ບໍ່​ຕອບ​ສນອງ​ໃຫ້ ບາດນີ້ ມັນ​ກະ​ຮ້ານ​ນ້ອຍ​ເກີດ​ຂຶ້ນ​ລະ. ເປັນ​ແບບນີ້ ແຕ່​ໃດ​ມາ​ແລ້ວ ແຕ່​ບ້ານ​ເຮົາ​ມັນ​ມົ້ວ ແຕ່​ວ່າ ເພິ່ນ​ເວົ້າ​ໄວ້ ງາມ​ດູ​ດີ ວ່າ​ເພິ່ນ​ຊິ​ຄວບ​ຄຸມໄດ້​ຫັ້ນ ໂອ້ຍ ເບິ່ງ​ໂຕ​ຈິງ​ລະ​ຈັກ ຊິ​ຄຸ້ມ​ຈັ່ງ​ໃດ."

ນັກ​ຂ່າວ: ເປັນ​ຈັ່ງ​ໃດ​ຊັ້ນ​ນະ ຢູ່​ຈັ່ງ​ໃດ​ກິນ​ຈັ່ງ​ໃດ​ຊັ້ນ​ນະ ຂັ້ນ​ມ​າເຟີ​ຈັ່ງ​ຊີ້?

ຊາວ​ນະ​ຄອນ​ຫລວງວຽງ​ຈັນ: "ກະ​ຈຳ​ເປັນ​ແຫຼ​ະ ເສ​ຖ​ກິ​ຈ​ເຈົ້າ​ແນວນີ້ ວຽກ​ງາ​ນ​ເຈົ້າ​ແນວນີ້ ເປັນ​ບໍ່. ພ​າ​ສ​ປອດ ກະ​ພໍພາ​ສ​ປອດ ພາ​ກັນ​ຫຼັ່ງ​ໄຫຼ​ໄປ​ໄທ​ຍ​ໝົດ. ເຈົ້າ​ເປັນ​ຫຍັງ ເຈົ້າບໍ່​ມີ​ວຽກ​ເຮັດ​ງານ​ທຳ ໃຫ້​ເຂົາ ຄັນ​ວ່າ ມີ​ເງິນ​ເດືອນ​ມັນ​ກະ​ບໍ່​ກຸ້ມ​ກິນ ເອົາ​ເງິນ​ເດືອນ​ລ້ານ​ປາຍ ຄື​ເງິນໂດລ້າ​ຣ໌ ຫັ້ນ​ລະ ດຽວນີ້ ມັນ​ບໍ່​ແມ່ນ."

ນັກ​ຂ່າວ: ຄັນ​ຊັ້ນ​ກະ​ວຸ້ນ​ຕົ່ວ​ບ້ານ​ເຮົາ​ນະ?

ຊາວ​ນະ​ຄອນ​ຫລວງວຽງ​ຈັນ: "ໂອ້ ບໍ່​ວຸ້ນ​ແນວ​ໃດ​ເນາະ ເພິ່ນ​ກະ​ວ່າ ບໍ່​ໃຫ້​ແຕກ​ຕື່ນ ເພິ່ນ​ເວົ້າ​ໝໍ ອັນ​ນັ້ນ​ຫັ້ນ ຈິ​ຕ​ສາ​ຕ ພັດ​ວ່າ ຈິ​ຕ​ສາ​ຕ ຜີ​ບ້າ​ມັນ​ຫຍັງ ເຂົາ​ວ່າ ໂຣ​ກ​ປະ​ສາ​ຕ​ຫັ້ນ​​​ຕີ້. ຄື​ເບິ່ງ​ຂ່າວ​ເບິ່ງ​ຫຍັງ​ຫັ້ນ​ລະ ເພິ່ນ​ເວົ້າ​ຫັ້ນ ບໍ່​ມີ​ນ້ຳ​ມັນ​ໃສ່​ຣົ​ຖ ພາ​ລູກ​ພາ​ເຕົ້າ​ໄປ​ໂຮງ​ຮ່ຳ​ ໂຮງ​ຮຽນ ບໍ່​ໄດ້ ກະ​ບໍ່​ໃຫ້​ຕື່ນ​ເຕັ້ນ ບໍ່​ໃຫ້​ຕື່ນ​ຕ​ນົກ ມັນ​ເປັນ​ຈິ​ຕ​ສາ​ຕ ປະ​ຊ​າ​ຊົນ​ຫາກ​ຄິດ​ໄປ​ເອງ ເຂົາ​ດ່າ​ເພິ່ນ​ໝົ​ດ​ທົ່ວ​ປະ​ເທດ​ຕົ່ວ​ຫັ້ນ​ນ່າ."

ປະ​ຊາ​ຊົນ ຍັງ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ວ່າ ການ​ຄຸ້ມ​ຄອງ ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ ຈະ​ໄປ​ລອດ ເຖິງວ່າ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ໄດ້​ແຕ່ງ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບ ​ມາ​ແກ້​ໄຂ​ບັນ​ຫາ​ເງິນ​ເຟີ້ ກໍ​ຕາມ.

ຊ​າວ​ນະ​ຄອນ​ຫລວງວຽງ​ຈັນ ອີກ​ທ່ານ​ນຶ່ງ ໄດ້​ໃຫ້​ສຳ​ພາດ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ: "ກະ​ຫັ້ນ​ແຫຼະ ອັນ​ໃດ​ກະ​ຂຶ້ນ​ລາ​ຄາ ມັນ​ຊິ​ໄປ​ລອດ​ບໍ້​ຈັ່ງ​ວ່າ ໄດ້​ຍິນ​ວ່າ ນາ​ຍົກ​ເພິ່ນ​ແຕ່ງ​ຕັ້ງ​ ຄະ​ນະ​ຮັບ​ຜິດ​ຊອບວ່າ​ຊັ້ນ.

ຈັ່ງ ​ວ່າ ຊິ​ໄປ​ລອດບໍ່ ຈັ່ງ​ວ່າ ຟັງ​ຢູ່ນີ້ ກະ​ຫຍຸ້ງ​ຢູ່ ບ້ວງ​ເງິນ​ລາຍ​ຮັບ​ ມັນ​ບໍ່​ເຂົ້າ​ທະ​ນາ​ຄານນີ້​ຕີ້ ບາດ​ນີ້​ທະ​ນາ​ຄານ​ກາງ ບໍ່​ມີ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ ມັນ​ກະ​ຫຍຸງ​ໂອ້ ແກ້​ໄຂ, ແກ້​ໄຂ ແນວ​ໃດ ມີ​ແຕ່​ຢືມ​ນຳ​ຈີນ​ຫັ້ນ​ແຫຼ ທ່າ​ດຽວ. ເພີ່ມ​ໜີ້​ຂຶ້ນ​ອີກ ກະ​ຊິ​ເອົາ​ຫຍັງ​ໃຊ້​ເຂົາ ກະ​ຫຍຸ້ງ​ຢູ່​ດຽວນີ້​ນິ ບໍ່​ຈັກ​ແນວ​ຊິ​ຄິດ​ຈັ່ງ​ວ່າ ຈັ່ງ​ວ່າ​ຊິ​ເຮັດ​ແນວ​ໃດ​ເຣື່ອງ ເສ​ຖ​ກິ​ຈ​ລ​າວ​ເຮົາ​ນີ້. ໝາຍ​ຄວາມ​ວ່າ ເສ​ຖ​ກິ​ຈ​ສົ່ງ​ອອກ​ມັນ​ລະ​ບໍ່​ມີ ຍ້ອນ​ໂຄວິດນີ້​ແຫຼະ ບາດ​ນີ້​ຊ້ຳ​ວ່າ ສົ່ງ​ອອກ ຄືບໍ່​ສົ່ງ​ອອກ ບໍ່​ມີ​ອັນ​ສົ່ງ ມີ​ແຕ່​ວ່າ​ນຳ​ເຂົ້າ ນີ້​ໂອ້ ມັນ​ອັນ​ຕ​ຣາຍ ຄັນ​ບໍ່​ນໍາຂົ້າ ພັດ​ບໍ່​ມີ​ອັນ​ຄົບ​ອັນ​ກິນ ອັນ​ໃຊ້ ອັນ​ສອຍ​ໂອ້ ມັນ​ກະ​ຄາ​ແລ້ວ ອັນ​ນີ້​ນ່າ. ບໍ່​ຮູ້​ຈັກ​ວ່າ ຊິ​ຄຶດ​ແນວ​ໃດ ຈັ່ງ​ວ່າ ບັນ​ຫາ​ໂຕນີ້​ນິ ຈັກ​ເພິ່ນ​ຊິ​ແກ້​ໄຂ​ແນວ​ໃດ ມັນ​ອາ​ຫານ​ການ​ກິນ ປະ​ຊາ​ຊົນ​ກະ​ຈົ່ມ ເອີ ຖ້າ​ວ່າ ເງິນ​ເປັນ​ແນວນີ້​ແລ້ວ ຊິ​ໄປ​ຊອກ​ໄປ​ຫາ​ກິນ​ຕາມ​ທັມ​ມະຊາຕ ພໍ​ໄດ້​ຢູ່ ແຕ່​ວ່າ ບາດນີ້ ຊ້ຳ​ບັນ​ຫາ​ນ້ຳ​ມັນ​ອີກ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ນັກ​ຂ່າວ​ສານ​ປະ​ເທາດ​ລາວ ໄດ້​ຣາຍ​ງານ ໃນ​ວັນ​ທີ 9 ມິ​ຖຸ​ນາ ທີ່​ຜ່ານ​ມາ ວ່າ ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາຕ ຈະ​ມີ​ການ​ນຳ​ສ​ເນີ ຮ່າງ​ກົດ​ໝາຍ​ການ​ຄຸ້ມ​ຄອງ ​ເງິນ​ຕ​ຣາ​ຕ່າງ​ປະ​ເທດ ​ສະ​ບັບປັບ​ປຸງ.

ສຳ​ນັກ​ຂ່າວ​ສານ​ ປະ​ເທດ​ລາວ ຍັງ​ຣາຍ​ງານ​ວ່າ 8 ມິຖຸນາ 2022 ວ່າ: ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ບັນດາທະນາຄານ ທຸລະກິຈ ຢູ່​ແຂວງ​ອຸ​ດົມໄຊ ເອົາໃຈໃສ່ ໃນຄຸ້ມຄອງການໝູນວຽນ ຂອງເງິນໃນແຕ່ລະໄລຍະ, ເອົາໃຈໃສ່ຄຸ້ມຄອງສິນເຊື່ອ ໃຫ້ກຸ່ມເປົ້າໝາຍຢ່າງມີຄຸນນະພາບ ແລະ ຮັບປະກັນດ້ານຄວາມສ່ຽງ, ຄຸ້ມຄອງການແລກປ່ຽນ ເງິນຕຣາ ຕາມຈຳນວນທີ່ທະນາຄານກາງ ກຳນົດໄວ້.