ເຣື້ອງທີ່ເກັບບັນທຶກໄວ້
2023-11-09
ການສໍາຣວດໂຕຊີ້ບອກ ທາງສັງຄົມລາວ ພົບວ່າ ການຂາດສານອາຫານ ຂອງເດັກນ້ອຍລາວ ອາຍຸຕໍ່າກວ່າ 5 ປີ ເປັນອຸປະສັກ ຕໍ່ການພັທນາປະເທດລາວ ເຊິ່ງສ່ວນໃຫຍ່ ຢູ່ໃນກຸ່ມເດັກນ້ອຍ ທີ່ມີຖານະທຸກຍາກ, ກຸ່ມຊົນເຜົ່າ ແລະຢູ່ໃນພື້ນທີ່ຊົນນະບົດ, ພູດອຍ ຫ່າງໄກສອກຫຼີກ.
2023-11-09
ສື່ມວນຊົນລາວ ແລະ ຈີນ ລົງນາມຄວາມຮ່ວມມື ເພື່ອໂຄສະນາວຽກງານ “ນຶ່ງແລວ ນຶ່ງເສັ້ນທາງ” ໃຫ້ຫຼາຍຂຶ້ນ ຢູ່ສປປ ລາວ ໃນຊຸມປີຕໍ່ໜ້າ ເຊິ່ງປະຊາຊົນລາວ ບາງສ່ວນເຫັນວ່າ ວຽກງານດັ່ງກ່າວ ຄົນລາວບໍ່ໄດ້ປໂຍດ ແຕ່ເປັນວຽກງານ ທີ່ຈະເຮັດໃຫ້ ມີການຍອມຮັບ ໃນໂຄງການ BRI ຂອງຈີນ.
2023-11-09
ຣັຖບານລາວ ໄດ້ອະນຸຍາດ ໃຫ້ນັກລົງທຶນຂຸດຄົ້ນ ແລະສົ່ງອອກແຮ່ທາດແບບທົດລອງ ລວມທັງໝົດ 93 ບໍຣິສັດ ເຊິ່ງສ່ວນໃຫຍ່ ເປັນບໍຣິສັດຂອງນັກລົງທຶນຈີນ ແລະວຽດນາມ ເຖິງວ່າ ຣັຖບານລາວ ມີລາຍຮັບ ແຕ່ຄວາມເສັຍຫາຍທີ່ເກີດຂຶ້ນ ຕໍ່ສະພາບສິ່ງແວດລ້ອມ-ສັງຄົມ ຖືວ່າໜັກຫຼາຍ.
2023-11-08
ສປປ ລາວ ນຳເຂົ້າສິນຄ້າ ເກືອບທຸກໝວດ ໂດຍສະເພາະເຄື່ອງອຸປະໂພກ-ບໍຣິໂພກ ເຮັດໃຫ້ມີຂາດດຸນການຄ້າ ເປັນຈຳນວນຫຼາຍ ເຊິງໃນໄລຍະທີ່ຜ່ານມາ ຣັຖບານ ພະຍາຍາມທີ່ສົ່ງເສີມ ການຜລິດສິນຄ້າຢູ່ພາຍໃນ ເພື່ອຫຼຸດຜ່ອນການນຳເຂົ້າ ຈາກຕ່າງປະເທດ ແຕ່ບໍ່ປະສົບຜົລສຳເຣັດ ເທົ່າທີ່ຄວນ.
2023-11-08
ສປປ ລາວ ເປັນປະເທດນຶ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມສະຫະປະຊາຊາຕ ວ່າດ້ວຍເຣື່ອງການປ່ຽນແປງ ຂອງດິນຟ້າອາກາດ ຂະນະທີ່ ທາງການລາວ ກຳລັງກະຕຣຽມເກັບກຳຂໍ້ມູນ ແລະຄຳສເນີ ຕ່າງໆ ຊຶ່ງປີນີ້ ຈະເໜັ້ນໃສ່ການຫລຸດຜ່ອນ ການປ່ອຍອາຍແກັສເຮືອນແກ້ວ, ການຮັບມື ແລະການປັບໂຕເຂົ້າກັບ ການປ່ຽນແປງຂອງດິນຟ້າອາກາດ.
2023-11-08
ພິທີ ວາງສິລາຣຶກ ອາຄານສະຖາບັນຂົງຈື້ ຢູ່ມະຫາວິທຍາໄລ ສຸພານຸວົງ ແຂວງຫຼວງພຣະບາງ ຫຼັງໃໝ່ ເນື່ອງຈາກວ່າ ອາຄານຫຼັງເກົ່າ ບໍ່ສາມາດຮອງຮັບນັກຮຽນ ທີ່ສົນໃຈຮຽນພາສາຈີນເພີ່ມຂຶ້ນຫຼາຍ ໃນແຕ່ລະປີ ສ່ວນອາຄານຫຼັງໃໝ່ນີ້ ຈະເປີດສອນພາສາຈີນ ແລະວັທນະທັມຈີນ.
2023-11-08
ດຣ. ສະໜອງ ທອງຊະນະ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ກ່າວຕໍ່ກອງປະຊຸຸມ ປະຈຳປີ ຄັ້ງທີ 7 ຂອງສະມາຄົມໝໍຜ່າຕັດ ແຫ່ງປະເທດລາວວ່າ ທົ່ວປະເທດຂາດໝໍຜ່າຕັດ ຈຳເປັນຕ້ອງໄດ້ຝຶກອົບຮົມ ໝໍຜ່າຕັດເພີ່ມຕື່ມ ຂະນະທີ່ໃນສະພາບໂຕຈິງ ໂຮງໝໍຫຼາຍແຫ່ງຍັງຂາດອຸປະກອນການແພດ.
2023-11-08
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ສ່ວນນຶ່ງ ບໍ່ຍອມຍ້າຍ ເຂົ້າໄປຢູ່ໃນບ້ານຈັດສັນ ທີ່ໂຄງການສ້າງໃຫ້ ເນື່ອງຈາກວ່າ ຢູ່ຫ່າງໄກຄວາມສະດວກ ເປັນຕົ້ນຕລາດ, ທີ່ດິນປູກຝັງ ແລະ ລ້ຽງສັດ ໂດຍສະເພາະ ບ້ານຈັດສັນນາເຕີຍ.
2023-11-07
ຣັຖບານລາວຍອມຮັບວ່າ ຄົນງານລາວໄປເຮັດວຽກ ຕ່າງປະເທດຈຳນວນຫຼາຍ ແລະ ເຮັດໃຫ້ພາຍໃນປະເທດ ຂາດແຄນ ເຊິ່ງຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດິການສັງຄົມ ໄດ້ຊີ້ແຈງຕໍ່ກອງປະຊຸມ ສະພາແຫ່ງຊາຕ ກ່ຽວກັບສາເຫດທີ່ຄົນງານລາວ ຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດ.
2023-11-07
ປະຊາຊົນ ແລະ ເຈົ້າໜ້າທີ່ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ຈະແກ້ໄຂບັນຫາຢາເສບຕິດ ຢູ່ປະເທດລາວ ຍ້ອນວ່າ ຍັງມີຜູ້ໃຊ້ກັນຢ່າງແຜ່ຫຼາຍ.
2023-11-07
ການແກ້ໄຂຄະດີ ຢາເສບຕິດ ທັງໝົດ 10,843 ກໍຣະນີ, ຈັບຜູ້ຖືກກ່າວຫາ ໄດ້ 15,966 ຄົນ, ຍຶດຢາບ້າຊະນິດເມັດ ແລະເປັນຝຸ່ນ 32 ກວ່າຕັ່ນ ແລະຍຶດສານເຄມີ ເພື່ອຜລິດຢາເສບຕິດ 260 ກວ່າຕັ່ນ, ແຕ່ເຖິງແນວໃດກໍຕາມ ບັນຫາຢາເສບຕິດຖືວ່າ ຍັງຣະບາດຫຼາຍທີ່ສຸດ ໃນສັງຄົມປັດຈຸບັນ.
2023-11-07
ຊາວບ້ານຈໍານວນນຶ່ງ ລັກຂຸດຄໍາ ຢູ່ເຂດບໍ່ຄໍາຜາປົ່ນ, ບ້ານຫ້ວຍໂອດ ເມືອງປາກອູ ແຂວງຫຼວງພຣະບາງ ຂອງນັກລົງທຶນຈີນ ຖືກເຈົ້າໜ້າທີ່ຕຳຣວດ ຕັ້ງດ່ານຈັບ-ປັບໃໝ ພ້ອມທັງຍຶດຄຳ ທີ່ຊາວບ້ານ ໄດ້ຈາກການລັກຂຸດນັ້ນ ຂາຍຕໍ່ໃຫ້ແກ່ພໍ່ຄ້າຄົນກາງ.
2023-11-07
ປັດຈຸບັນ ມີຫຼາຍບໍຣິສັດຂອງຈີນ ເຂົ້າມາປູກກ້ວຍຢູ່ລາວ ແລ້ວສ້າງຜົລກະທົບ ດ້ານສິ່ງແວດລ້ອມ-ສັງຄົມ ຍ້ອນບໍ່ປະຕິບັດ ຕາມບົດປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ ໂດຍສະເພາະ ການປ່ອຍນ້ຳປົນເປື້ອນສານເຄມີ ລົງສູ່ທັມມະຊາຕ.
2023-11-06
ຣັຖບານ ປະກາດເມື່ອທ່າຍປີກາຍວ່າ ຈະພະຍາຍາມ ເຮັດໃຫ້ອັດຕຣາເງິນເຟີ້ ຫລຸດລົງຕ່ຳກວ່າ 9 ສ່ວນຮ້ອຍ ພາຍໃນທ້າຍປີນີ້; ແຕ່ເຮັດບໍ່ໄດ້, ອັດຕຣາເງິນເຟີ້ ໃນເດືອນຕຸລາ ທີ່ຜ່ານມາ ຍັງສູງເຖິງ 25 ສ່ວນຮ້ອຍ.
2023-11-06
ງານບຸນນະມັສການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ຈະໄດ້ຈັດຂຶ້ນ ລະຫວ່າງວັນທີ 23-27 ພຶສຈິກາ 2023 ຢູ່ເດີ່ນພຣະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ.