ງານບຸນນະມັສການ ພຣະທາດຫຼວງ-ເປີດປີທ່ອງທ່ຽວລາວ
2023.11.06

ໃນວັນທີ 3 ພຶສຈິກາ 2023 ອົງການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການກະຕຣຽມ ງານບຸນນະມັສການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ຈະໄດ້ຈັດຂຶ້ນ ລະຫວ່າງວັນທີ 23-27 ພຶສຈິກາ 2023 ຢູ່ເດີ່ນພຣະທາດຫຼວງ ແລະ ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ໂດຍໃນມື້ວັນທີ 23 ພຶສຈິກາ 2023 ໄດ້ຖືກກຳນົດ ເປັນມື້ເປີດງານບຸນນະມັສການ ພຣະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ພ້ອມທັງ ເປີດປີທ່ອງທ່ຽວລາວ 2024.
ສຳລັບການຈັດງານດັ່ງກ່າວ ກໍຈະມີພິທີກັມທາງສາສນາ ຄື ໃນວັນທີ 26 ພຶສຈິກາ ຈະມີພິທີແຫ່ຜາສາດເຜິ້ງ, ວັນທີ 27 ພຶສຈິກາ ມີພິທີໃສ່ບາດ, ຖວາຍສັງຂະທານ. ການແຂ່ງຂັນກິລາພື້ນເມືອງຕີຄຼີ ແລະ ວຽນທຽນ ຈູດບັ້ງໄຟ ແລະ ຄົບງັນຕາມປະເພນີ.
ງານບຸນນະມັສການ ພຣະທາດຫຼວງວຽງຈັນ ປີນີ້ ຈະເປັນປາງບຸນໃຫຍ່ທີ່ສຸດ ຂອງລາວ ນັບແຕ່ສິ້ນສຸດການຣະບາດ ຂອງໂຄວິດ-19.
ດັ່ງທີ່ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ພຶສຈິກາ 2023 ນີ້ວ່າ:
“ພິທີເປີດຫວາ, ຍັງບໍ່ທັນເຫັນວາຣະເພິ່ນ ຕ້ອງໄດ້ເຫັນວາຣະກ່ອນ ຈຶ່ງຊິບໍ່ຢາກຕອບ ວ່າເພິ່ນຊິມີ ພິທີແນວໃດແດ່ ເພາະເປີດປີທ່ອງທ່ຽວລາວແດ່ຫັ້ນນ່າ. ເຈົ້າໆ ແມ່ນແຫຼະ ກອງເລຂາ ເປັນກອງເລຂາ ຮັບຜິດຊອບຈັດງານຫັ້ນ ປະສານເຂົາເຈົ້າຫັ້ນແຫຼະ. ມີໆຄືເກົ່າ ມັນເປັນປະເພນີ ມີຄືເກົ່າ ມັນຂາດບໍ່ໄດ້. ມີຕີຄຼີ, ວຽນທຽນ, ໃສ່ບາດ ປົກກະຕິ. ເຈົ້າໆແມ່ນແຫຼະ ເປັນປີທີ່ບໍ່ມີໂຄວິດແນ່ ແລ້ວຈະເພິ່ນກໍເປີດປີທ່ອງທ່ຽວລາວອີກ ເປັນກິຈກັມໃຫຍ່.”
ທ່ານກ່າວຕື່ມວ່າ ທາງຜແນກທີ່ກ່ຽວຂ້ອງ ກໍໄດ້ເຮັດຮົ້ວໄມ້ໄຜ່ ຢູ່ດ້ານນອກເດີ່ນພຣະທາດຫຼວງ ລຽບສວນໜອງສະພັງເລນ ຫາສວນໄຊເສດຖາ ແລະຈະໄດ້ປະດັບປະດາ ເອົາພາບສະຖານທີ່ ທ່ອງທ່ຽວສຳຄັນຂອງປະເທດລາວ ມາຕິດຕັ້ງ ເພື່ອເປັນການໂຄສະນາ ເປີດ ປີທ່ອງທ່ຽວລາວ 2024 ອີກດ້ວຍ.
ທາງດ້ານ ເຈົ້າໜ້າທີ່ສູນການຄ້າ ລາວ-ໄອເຕັກ ນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກ່າວວ່າ ການຈັດງານວາງສະແດງສິນຄ້າ ຢູ່ສູນການຄ້າ ລາວ-ໄອເຕັກ ແມ່ນຈະເປັນກິຈກັມຄຽງຄູ່ ກັບງານບຸນນະມັສການພຣະທາດຫຼວງວຽງຈັນ ຢູ່ເດີ່ນທາດຫຼວງ. ຊຶ່ງທາງສູນການຄ້າ ກໍໄດ້ຈັດຕຣຽມສະຖານທີ່ ແລະຣົຖຮັບ-ສົ່ງ ຈາກເດີ່ນທາດຫຼວງ ມາຫາສູນການຄ້າ ລາວ-ໄອເຕັກ ໄວ້ແລ້ວ ແລະຄາດວ່າ ຈະມີຊາວລາວ ມາທ່ຽວຊົມງານວາງສະແດງ ຢູ່ສູນການຄ້າລາວ-ໄອເຕັກ ເປັນຈຳນວນຫຼາຍ.
ດັ່ງທີ່ຍານາງກ່າວວ່າ:
“ໂດຍ, ຍັງມີຢູ່ເຈົ້າ. ໂດຍ 10 ມື້. ຂາຍໄດ້ທຸກຢ່າງເລີຍເຈົ້າ. ແມ່ນ, ແຕ່ແບບໂຊນບໍຣິສັດກໍຕ່າງຫາກ, ໂຊນເສື້ອຜ້າ ກໍຕ່າງຫາກ. ໂດຍ, ກະມີເຈົ້າ ຣົຖເມ ຣົຖຫຍັງກະມີ. ແມ່ນໆໆ ປີນີ້ຖືວ່າ ແບບຄົນຫຼາຍເລີຍແຫຼະ ເພາະທີ່ຜ່ານມາກະ ສ່ວນຫຼາຍ ເຮົາບໍ່ໄດ້ຈັດເຕັມທີ່ຫັ້ນນ່າ ຄືຮູ້ ໂຄວິດທີ່ຜ່ານມາເນາະ. ກະປີນີ້ ແບບເຮົາຈັດແບບຍິ່ງໃຫຍ່ ວ່າຊັ້ນສາ.”
ຂະນະທີ່ ຜູ້ປະກອບການ ໃຫ້ເຊົ່າບູດຮ້ານອາຫານ ໃນງານບຸນນະມັສການ ພຣະທາດຫຼວງວຽງຈັນ ນາງນຶ່ງ ກ່າວວ່າ ນາງກໍໄດ້ກະຕຣຽມພື້ນທີ່ ສຳລັບເປີດບູດອາຫານ ແລະ ເດີ່ນລານເບັຍ ຢູ່ທາງທິດໃຕ້ຂອງເດີ່ນທາດຫຼວງ ໂດຍຈະເປີດຂາຍອາຫານປະເພດຈືນ ແລະ ປີ້ງ ພ້ອມທັງເບັຍສົດ ແກ່ຜູ້ມາທ່ຽວຊົມບຸນທາດຫຼວງ.
ດັ່ງທີ່ນາງກ່າວວ່າ:
“ໂດຍແມ່ນລະ, ຢູ່ຊ່ວງບຸນທາດຫຼວງເຈົ້າ. ເຮົາຈະເຮັດເປັນເດີ່ນລານເບັຍ ຢູ່ແຖວມິນິບິກຊີອ້າຍ. ຕອນນີ້ ເຮົາເປີດຫັ້ນປະມານ 15 ບູດ. ໂດຍ, ໃກ້ຊິເຕັມລະເດ້ ເພາະວ່າ ໃກ້ຊິຮອດບຸນ. ໂດຍ, ຕອນນີ້ ເຂົາເຈົ້າຂາຍຫັ້ນມີແຕ່ແບບ ພວກທອດ, ພວກຈືນ, ພວກປີ້ງ. ແຕ່ເຮົາຈະພຍາຍາມ ແບບວ່າ ຖ້າເປັນໄປໄດ້ ບໍ່ຢາກໃຫ້ຂາຍຊ້ຳກັນຫັ້ນນ່າ.”
ທາງດ້ານ ເຈົ້າໜ້າທີ່ຣັຖວິສາຫະກິຈຣົຖເມ ນະຄອນຫຼວງວຽງຈັນ ເວົ້າວ່າ ທາງພາກສ່ວນດັ່ງກ່າວ ກໍມີແຜນຈະບໍຣິການຣົຖເມຟຣີ ລະຫວ່າງຕລາດເຊົ້າ ຫາ ບຸນນະມັສການ ພຣະທາດຫຼວງວຽງຈັນ, ແຕ່ຣາຍລະອຽດເພີ່ມຕື່ມ ຈະໄດ້ແຈ້ງໃຫ້ຊາບໃນອີກມໍ່ໆ ນີ້.
ດັ່ງທີ່ຍານາງກ່າວວ່າ:
“ມີໆໆ ແຕ່ຍັງບໍ່ຮູ້ວ່າຊິເຣີ່ມແຕ່ມື້ໃດ. ຈຸດເຣີ່ມຕົ້ນ ກໍແມ່ນຕລາດເຊົ້າ ໄປຫາບຸນທາດຫຼວງ. ໂດຍ, ຊ່ວງຄ່ຳ ກະຊິປະມານ ເຣີ່ມ 6-7 ໂມງນີ້ບໍ່ ປະມານນີ້. ອັນນີ້ກໍໃຫ້ຄຳຕອບ ຍັງບໍ່ທັນໄດ້ຄືກັນ ອາດປະມານ ວັນທີ 10 ປາຍ. ອາດມີຄຳຕອບໃຫ້.”
ຂະນະທີ່ ຜູ້ປະກອບການໂຮງແຮມ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍກ່າວວ່າ ໃນໄລຍະບຸນທາດຫຼວງ ທີ່ຈະມາຮອດນີ້ ກໍເຣີ່ມມີແຂກຈອງຫ້ອງພັກ ເປັນຈຳນວນຫຼາຍພໍສົມຄວນແລ້ວ.
ດັ່ງທີ່ນາງກ່າວວ່າ:
“ແມ່ນ, ມື້ນີ້ກໍຍັງແຂກ ເກືອບບໍ່ມີຫ້ອງໃຫ້ແຂກແລ້ວ. ໂອ້, ດຽວຕ້ອງໄດ້ເບິ່ງກ່ອນວ່າ ບ່ອນຈະວ່າງ ຫຼືບໍ່ຫັ້ນນ່າ.”
ເຊັ່ນດຽວກັບແມ່ຄ້າ ຂາຍອາຫານ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ຄາດວ່າ ໃນປີນີ້ ງານນະມັສການ ພຣະທາດຫຼວງວຽງຈັນ ຈະມີຄວາມຄຶກຄື້ນຫຼາຍ ແລະ ຈະມີຜູ້ມາທ່ຽວຊົມ ຫຼາຍກວ່າ ງານບຸນຊ່ວງເຮືອທ່າວັດຈັນ ທີ່ຫາກໍຜ່ານພົ້ນມາແລ້ວ ຢ່າງແນ່ນອນ.
ດັ່ງທີ່ນາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
“ແມ່ນ, ຄົນຫຼາຍ ເພາະວ່າ ແບບຊ່ວງນີ້ຄືເນາະ ຄົນມັນຂ້ອນຂ້າງຫຼາຍ ຢູ່ແລ້ວຫັ້ນນ່າ. ແມ່ນ, ຈະຫຼາຍກວ່າ ເພາະວ່າໂຕນີ້ຫັ້ນມັນ ເຮົາຈະເນັ້ນຄືແບບວ່າ ຄົນມາທາງໃນທາດຫຼວງ ກໍເຂົ້າມາໂຊນເຮົາໄດ້.”
ບຸນນະມັສການ ພຣະທາດຫຼວງວຽງຈັນ ຖືເປັນປາງບຸນມະໂຫລານ ຂອງຊາຕລາວ ມາແຕ່ບູຮານນະການ. ໂດຍໃນຍຸກສມັຍ ພຣະຣາຊອານາຈັກລາວນັ້ນ, ພຣະບາດສົມເດັດພຣະເຈົ້າມະຫາຊີວິດ ໄດ້ສເດັດເປັນອົງປະທານ ຂອງງານບຸນ ນະມັສການ ພຣະທາດຫຼວງ ເປັນປະຈຳທຸກປີ ແລະພໍມາໃນຍຸກສໄມປັດຈຸບັນ ຜູ້ນຳຂັ້ນສູງ ຂອງລາວ ຍັງສືບຕໍ່ເປັນປະທານ ໃນງານບຸນດັ່ງກ່າວ.
ສຳລັບສິ່ງ ທີ່ເປັນສັນຍາລັກນຶ່ງ ຂອງງານບຸນນະມັສການ ພຣະທາດຫຼວງ ນອກຈາກພີທີກັມ ທາງສາສນາແລ້ວ ແມ່ນເຂົ້າຫຼາມ-ປິ້ງໄກ່ ຊຶ່ງເປັນອາຫານ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ຢູ່ໃນງານບຸນນະມັສການ ພຣະທາດຫຼວງ ໃນທຸກໆປີທີ່ຜ່ານມາ.
ຢ່າງໃດກໍຕາມ, ໃນງານບຸນນະມັສການ ພຣະທາດຫຼວງ ທີ່ຜ່ານມາພົບບັນຫາຫຼາຍພໍສົມຄວນ ເປັນຕົ້ນ ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ ຢູ່ຕາມຮ່ອມຊອຍ, ບູດຂາຍເຄື່ອງ ເຮັດໃຫ້ສົ່ງກິ່ນຂິວ ແລະຄວາມບໍ່ຈົບງາມ, ບັນຫາການຈະຣາຈອນຕິດຂັດ, ສະຖານທີ່ຝາກຣົຖ ບໍ່ພຽງພໍ ແລະ ການເກັບເງິນ ຄ່າຝາກຣົຖແພງ, ການເປີດລານເບັຍຂນາດໃຫຍ່ ຕໍ່ໜ້າເດີ່ນພຣະທາດຫຼວງ ແລະ ການຂາຍຫວຍຂູດ ຊຶ່ງກໍເປັນສິ່ງທີ່ບໍ່ສົມຄວນ.
ນອກຈາກນີ້, ມາຕການການຮັກສາຄວາມສງົບ ໂດຍຕຳຣວດພາຍປືນສົງຄາມ ຍ່າງກວດກາ ໃນງານ ກໍໄດ້ສ້າງຄວາມຢ້ານກົວ ບໍ່ໜ້ອຍ ແກ່ນັກທ່ອງທ່ຽວຕ່າງຊາຕນຳດ້ວຍ, ຊຶ່ງອາດກະທົບ ກັບ ການເປີດປີທ່ອງທ່ຽວລາວ 2024 ໄດ້.