ສື່ມວນຊົນ ລາວ-ຈີນ ຮ່ວມກັນໂຄສະນາ ໂຄງການ BRI ໃນ ສປປ ລາວ

ອຸ່ນແກ້ວ
2023.11.09
ສື່ມວນຊົນ ລາວ-ຈີນ ຮ່ວມກັນໂຄສະນາ ໂຄງການ BRI ໃນ ສປປ ລາວ ງານວາງສະແດງຜົລງານ ແລະ ວຽກງານ ຂອງສະຖາບັນສື່ມວນຊົນຕ່າງໆໃນລາວ ເນື່ອງໃນວັນສື່ມວນຊົນລາວ ຄົບຮອບ 65 ປີ, ເດືອນສິງຫາ 2015.
RFA

ສື່ມວນຊົນລາວ ແລະ ຈີນ ຮ່ວມມືກັນເພື່ອໂຄສະນາວຽກງານ “ນຶ່ງແລວ ນຶ່ງເສັ້ນທາງ” ໃຫ້ຫຼາຍຂຶ້ນຢູ່ໃນປະເທດລາວ ໃນຊຸມປີຕໍ່ໜ້າ. ໃນນັ້ນ ໂຄງການທາງຣົຖໄຟ ລາວ-ຈີນ ກໍເປັນສ່ວນນຶ່ງ ຂອງໂຄງການນຶ່ງແລວນຶ່ງເສັ້ນທາງ ຂອງຈີນ.​

ບໍຣິສັດ Xiamen International Book Sole Co., Ltd ແລະ ບໍຣິສັດ ດ້ານສື່ມວນຊົນລາວ ຊື່ວ່າ Jampa International Sole Co., Ltd ໄດ້ລົງນາມການຮ່ວມມື ຂໍ້ຕົກລົງເພື່ອໂຄສະນາ ວຽກງານ ນຶ່ງແລວນຶ່ງເສັ້ນທາງ ຫຼື BRI ສໍາລັບປີ 2024 ທີ່ຈະມາເຖິງ.

ຊາວລາວ ທ່ານນຶ່ງເຫັນວ່າ ການໂຄສະນາດັ່ງກ່າວ ບໍ່ໄດ້ໃຫ້ຜົລປໂຍດຫຍັງ ໃຫ້ແກ່ຄົນລາວ ແລະ ເປັນການອໍານວຍຄວາມສະດວກ ໃຫ້ຄົນຈີນຫຼາຍກວ່າ.

ດັ່ງຊາວລາວ ທ່ານນີ້ ກ່າວວ່າ:

ປະຊາຊົນ ບໍ່ມີແນວໂນ້ມໄດ້ຜົລປໂຍດ ຫຍັງດອກ. ເຂົາເຮັດເພື່ອເຂົາເອງດອກ ກະບໍ່ໄດ້ພັທນາ ປະຊາຊົນດອກ. ບໍ່ແລ້ວ ເຂົາຊິມາພັດທະນາອິສັງ ມີແຕ່ຄົນໄປເຮັດວຽກ ເຂົາກະໃຫ້້ເງິນເດືອນຖືກໆ. ບາດຄົນເຂົາ ບໍ່ໄດ້ເຮັດ ນັ່ງຊື່ໆ ກະຍັງໄດ້ແພງ.​

ການລົງນາມໄດ້ກ່າວ ໄດ້ມີຂຶ້ນ ໃນວັນທີ 23 ຕຸລາ ທີ່ຜ່ານມາ ຢູ່ໃນງານສັບປະດາສື່ມວນຊົນ ອາຊ້ຽນ-ຈີນ ຄັ້ງທີ 5 ຢູ່ ນະຄອນໜານໜິງ ປະເທດຈີນ ອີງຕາມການຣາຍງານ ຈາກໜັງສືພິມວຽງຈັນທາຍສ໌ ໃນວັນທີ 9 ພຶສຈິກາ.

ວິທຍຸ ເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາ ບໍຣິສັດ Jampa International Sole Co., Ltd ເພື່ອສອບຖາມຂໍ້ມູນ ກ່ຽວກັບເຣື່ອງນີ້, ແຕ່ບໍ່ສາມາດຕິດຕໍ່ໄດ້.​

ຄົນລາວ ສ່ວນນຶ່ງເຫັນວ່າ ການໂຄສະນາວຽກງານດັ່ງກ່າວນີ້ ເປັນເຣື່ອງທີ່ດີ ເພື່ອສົ່ງເສີມການທ່ອງທ່ຽວ. ຊາວແຂວງຫລວງພຣະບາງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 9 ພຶສຈິກາ ວ່າ:

ອໍ! ດຽວນີ້ເພິ່ນກໍໂຄສະນາຫຼາຍ ຢູ່ເດ້ເນາະ ເວົ້າເຣື່ອງດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວ ອຸດສາຫະກັມການທ່ອງທ່ຽວ ກໍເກືອບຈະຟື້ນໂຕ ບໍ່ ໄດ້ເນາະ ມີຄົນມາທ່ຽວ ກະຖືວ່າ ເປັນການດີ ສໍາລັບທຸຣະກິຈທ່ອງທ່ຽວ ຢູ່ພາຍໃນແຂວງຫລວງພຣະບາງ ເຮົາເນາະ.​

ໃນສ່ວນຂອງຂແນງການທ່ອງທ່ຽວ ຈະໄດ້ຮັບຜົລປໂຍດຈາກວຽກງານ ໂຄສະນາດັ່ງກ່າວ.

ພະນັກງານນໍາທ່ຽວ ນາງນຶ່ງ ໄດ້ກ່າວວ່າ:

ກໍເປັນຜົລດີ ເພາະວ່າ ມີຣົຖໄຟແລ້ວ ມັນສະແວດສະບາຍເດ້ ແຕ່ກ່ອນເຂົາເຈົ້າມາທ່ຽວ ເຂົາເຈົ້າຈະໃຊ້ແຕ່ຣົຖຕູ້ຣົຖຫຍັງ. ມັນລໍາບາກ ມັນກະສາຍເຂົາ ເຂົ້າເຈົ້າເລີຍ ແບບຢາກມາທ່ຽວ ບໍຣິສັດ ຢູ່ນີ້ ຊິເປີດເອົາຄົນລາວໄປທ່ຽວພຸ້ນເດ້. ເຂົາເຈົ້າກະມີແຜນ.​

ການໂຄສະນາດັ່ງກ່າວ ເພື່ອເປັນການໂນ້ມນ້າວ ເຫັນດີນໍາ ນຶ່ງແລວນຶ່ງເສັ້ນທາງ ຂອງຈີນ. ຜູ້ປະກອບການສື່ໂຄສະນາ ໃນລາວ ທ່ານນຶ່ງ ໄດ້ກ່າວວ່າ:

ໂຕນີ້ກະຄິດວ່າ ເພິ່ນກະໜ້າຈະໃຫ້ຄົນລາວເຫັນດີນໍາ ມັນກະຂຶ້ນກັບປະຊາຊົນນໍາຫັ້ນແຫຼະ ວ່າ ເພິ່ນຈະເຫັນດີຈັ່ງໃດບໍ່ຫັ້ນນ່າ ຕອບບໍ່ທັນໄດ້ຄືກັນ ວ່າ ປະຊາຊົນສ່ວນໃຫຍ່ ຈະຄິດແນວໃດ. ບາງຄົນກະໄດ້ຜົລປໂຍດ ບາງຄົນກະຊິກະທົບກະມີ.​

ສື່ມວນຊົນລາວ ແລະ ຈີນ ສ່ວນຫຼາຍຈະເຮັດໜ້າທີ່ ສເນີໂຄງການ ນຶ່ງແລວນຶ່ງເສັນທາງ ຂອງຈີນ, ແຕ່ ສື່ມວນຊົນທ້ອງຖິ່ນ ຍັງບໍ່ໄດ້ມີການນໍາສເນີ ວຽກງານດັ່ງກ່າວ.

ສື່ມວນຊົນລາວ ທ່ານນຶ່ງ ໄດ້ກ່າວວ່າ:

ບໍ່ນ່າ! ເພິ່ນຈະລວມສູນກາງພຸ້ນນ່າ. ເພິ່ນຍັງບໍ່ໄດ້ເຮັດປະຊຸມຮ່ວມກັນເທື່ອ ເພາະວ່າ ທາງ CRI ຂອງຈີນຫັ້ນ. ເຮົາກະໄດ້ສົ່ງຂໍ້ມູນໃຫ້ເຂົາເຈົ້າຢູ່ ເຮົາມີແຕ່ສນອງຂໍ້ມູນໃຫ້ເຂົາເຈົ້າ ກະແລ້ວ.​

ສໍາລັບງານສັບປະດາສື່ມວນຊົນ ອາຊ້ຽນ-ຈີນ ຄັ້ງທີ 5 ເພື່ອເປັນການສເລີມສລອງ ຄົບຮອບ 10 ປີ ຂອງການລິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ ເຊິ່ງໂຄງການທາງຣົຖໄຟ ລາວ-ຈີນ ເປັນສ່ວນນຶ່ງຂອງໂຄງການ ນຶ່ງແລວ ນຶ່ງເສັ້ນທາງ ຂອງຈີນ.

ໂຄງການທາງຣົຖໄຟ ລາວຈີນ ມູນຄ່າປະມານ 6 ຕື້ ໂດລາຣ໌ ແລະ ລາວ ຖືຮຸ້ນ 30% ເທົ່າກັບ 1.8 ຕື້ ໂດລ້າຣ໌ ໃນນັ້ນ ຣັຖບານລາວ ພຽງແຕ່ເອົາເງິນງົບປະມານ ປະຈໍາປີ 250 ລ້ານໂດລ້າຣ໌ ບວກໃສ່ ແຕ່ ສ່ວນທີ່ເຫຼືອ ເປັນເງິນກູຢືມ ຈາກປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.