ຊາວບ້ານ ທີ່ລັກຂຸດຄຳ ຢູ່ເມືອງປາກອູ ຖືກປັບໃໝ ພ້ອມຍຶດຄຳຂາຍຕໍ່

ໄຊຍາ
2023.11.07
ຊາວບ້ານ ທີ່ລັກຂຸດຄຳ ຢູ່ເມືອງປາກອູ ຖືກປັບໃໝ ພ້ອມຍຶດຄຳຂາຍຕໍ່ ຮູບໂຕຢ່າງ ຊາວບ້ານຖືກຈັບໃສ່ກັບມື ຢູ່ໃນຣົຖ ຍ້ອນລັກຂຸດຄໍາ ຢູ່ເຂດສັມປະທານ ຂອງນັກລົງທຶນຈີນ ເມື່ອຫຼາຍປີ ທີ່ຜ່ານມາ.
ນັກຂ່າວ ພົລເມືອງ

ຊາວບ້ານຈໍານວນນຶ່ງ ທີ່ລັກຂຸດຄໍາ ຢູ່ເຂດບໍ່ຄໍາຜາປົ່ນ, ບ້ານຫ້ວຍໂອດ ເມືອງປາກອູ ແຂວງຫຼວງພຣະບາງ ຂອງນັກລົງທຶນຈີນ ເປັນຜູ້ໄດ້ຮັບສັມປະທານ ຖືກເຈົ້າໜ້າທີ່ຕຳຣວດ ຈຳນວນນຶ່ງທີ່ຂຶ້ນກັບຫ້ອງການ ປກສ ເມືອງປາກອູ ຕັ້ງດ່ານຈັບປັບໃໝ ພ້ອມທັງຍຶດຄຳທີ່ຊາວບ້ານໄປລັກຂຸດໄດ້ນັ້ນ ໄປຫ້ອງການຕຳຣວດ ແລ້ວເອົາໄປຂາຍໃຫ້ແກ່ພໍ່ຄ້າຄົນກາງ ເຊິ່ງຊາວບ້ານເຫັນວ່າ ເປັນເຣື່ອງທີ່ບໍ່ຖືກຕ້ອງ. ອີງຕາມການໃຫ້ຂໍ້ມູນ ຂອງຊາວບ້ານທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ໃຫ້ຂໍ້ມູນຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 06 ພຶສຈິກາ ທີ່ຜ່ານມານີ້.

ທ່ານກ່າວວ່າ:

“ເຈົ້າໜ້າທີ່ຕຳຣວດ ມີມີການຕັ້ງດ່ານກວດກາ ແລະຄັນເຫັນຊາວບ້ານ ຂົນຍ້າຍຄໍາທີ່ໄປລັກຂຸດມາໄດ້ ກໍຈະປັບໃໝໃນເບື້ອງຕົ້ນ ຈຳນວນເປົາລະ 3 ແສນກີບພ້ອມທັງປັບໃໝ ຣົຖທີ່ລັກຂົນຍ້າຍຄຳອີກຈຳນວນ 30 ລ້ານກີບຕໍ່ຄັນ ແລະນຳໂຕຊາວບ້ານໄປຫ້ອງການຕຳຣວດ ສ່ວນຄຳທີ່ຖືກຍຶດໄດ້ນັ້ນກໍໄດ້ຖືກນໍາໄປແຊ່ນໍ້າຢາເຄມີ ແລ້ວຈັ່ງເອົາໄປຂາຍເອງ.”

ກ່ຽວກັບເຣື່ອງນີ້ ຊາວບ້ານທີ່ຮູ້ເຫດການດັ່ງກ່າວ ທ່ານນຶ່ງກໍເຫັນວ່າ ການທີ່ເຈົ້າໜ້າທີ່ຕໍາຣວດ ຈັບຊາວບ້ານທີ່ໄປລັກຂຸດຄຳ ແລ້ວຍຶດເອົາຄຳຂອງກາງໄປຂາຍຕໍ່ນັ້ນ ກໍເຄີຍໄດ້ຍີນຊາວບ້ານ ຈຳນວນນຶ່ງເວົ້າເຖີງຢູ່ ແລະຢູ່ພາຍໃນເມືອງປາກອູ ກໍມັກມີພໍ່ຄ້າຄົນກາງທີ່ມາເລາະ ຮັບຊື້ຄຳທີ່ໄດ້ຈາກການລັກຂຸດຄຳ ເພື່ອນໍາໄປຂາຍໃຫ້ຮ້ານຄໍາ ຢູ່ເມືອງອື່ນໆ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 07 ພຶສຈິການີ້ວ່າ:

“ເອົາມາໄວ້ຫ້ອງການຕຳຣວດ ແລ້ວກໍຕີລາຄາຂາຍໃຫ້ພໍ່ຄ້າ ທີ່ຖືກກົດໝາຍມີແຫຼະມີພໍ່ຄ້າ ມາຊື້ຕໍ່ທີ່ເຂົາເຈົ້າມີສັນຍາ ເປັນຂາໃຫຍ່ມາຊື້ເອົາໄປຕໍ່.”

ສ່ວນຊາວບ້ານ ຢູ່ເມືອງປາກອູ ອີກທ່ານນຶ່ງກ່າວວ່າ ຕໍ່ເຫດການດັ່ງກ່າວ ທ່ານເອງບໍ່ຮູ້ຣາຍລະອຽດ ຢ່າງຄັກແນ່ວ່າ ແມ່ນແນວນັ້ນແທ້ ຫຼື ບໍ່ແຕ່ກໍເຊື່ອວ່າອາດເປັນໄປໄດ້ ແລະ ກໍຢືນຢັນວ່າ ຢູ່ໃນເຂດເມືອງປາກອູ ມັກມີພໍ່ຄົນກາງທີ່ເລາະຮັບຊື້ຄຳ ທີ່ຊາວບ້ານລັກຂຸດມາໄດ້ ເພື່ອນຳໄປຂາຍຕໍ່ຢູ່ຮ້ານຄຳຕ່າງໆ.

ດັ່ງທ່ານໄດ້ກ່າວວ່າ:

“ອັນນີ້ເຮົາກາບໍ່ຮູ້ນຳໜ້າ ຈະມີບໍ່ໂຕນີ້ກາໜ້າຈະມີຄວາມຈິງເບາະ ແຕ່ວ່າທັນນີ້ເຮົາກໍບໍ່ຮູ້ຣາຍລະອຽດນຳ ເຮົາກາບໍ່ຮູ້ລະອຽດວ່າ ເຂົາເອົາໄປຂາຍຢູ່ໃສ ກາຊິແມ່່ນພໍ່ຄ້າທ້ອງຖິ່ນແຖວນັ້ນ ເຂົາຊິໄປຕີມີຄົນຊື້ຢູ່ແຖວນັ້ນເດ້.”

ທາງເຈົ້າໜ້າທີ່ຕໍາຣວດ ຢູ່ຫ້ອງການ ປກສ ເມືອງປາກອູ ໄດ້ປະຕິເສດວ່າ ຂ່າວດັ່ງກ່າວບໍ່ແມ່ນຄວາມຈິງແລະທາງເຈົ້າໜ້າທີ່ຕຳຣວດ ບໍ່ເຄີຍຕັ້ງດ່ານລັດຈັບຊາວບ້ານ ທີ່ໄປລັກຂຸດຄຳຢູ່ເຂດບໍ່ຄຳຜາປົ່ນ ແລະ ບໍ່ເຄີຍຍຶດຄຳ ທີ່ຊາວບ້ານໄປຂຸດມາໄດ້ ເຊິ່ງມີແຕ່ພະນັກງານຂອງບໍ່ຄຳເທົ່ານັ້ນ ທີ່ເຄີຍຈັບຊາວບ້ານ ໄປຂັງຄຸກ ໃນເຂດບໍ່ຄຳແຕ່ກໍໄດ້ປ່ອຍໂຕອອກໝົດແລ້ວ.

ດັ່ງທ່ານກ່າວວ່າ:

“ເຈົ້າໜ້າທີ່ພວກເຮົາ ບໍ່ໄດ້ຈັບບໍ່ໄດ້ກັກອັນໃດ ບໍ່ໄດ້ກ່ຽວຫຍັງດອກ. ມັນມີເຈົ້າໜ້າທີ່ປ້ອງກັນ ສະຖານທີ່ຂອງເຂົາເຈົ້າຫັ້ນນ່າ. ມັນມີທີມງານຂອງແຂວງ ເຂົາເຈົ້າຂຶ້ນເມືອກວດກາ ເມືອອັນນັ້ນ ເອົາລົງໝົດແລ້ວ ບໍ່ມີແລ້ວນ່າ.”

ເພື່ອຂໍຄວາມກະຈ່າງແຈ້ງ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຄະນະກວດກາ ພັກ-ຣັຖ ແຂວງຫຼວງພຣະບາງ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລະບຸວ່າ ບໍ່ເຄີຍໄດ້ຮັບຣາຍງານ ກ່ຽວກັບເຫດການດັ່ງກ່າວເທື່ອ ແລະບໍ່ມີຄຳເຫັນເພີ່ມຕື່ມ.

ນັກວິຊາການ ດ້ານພະລັງງານ ແລະ ບໍ່ແຮ່ ກ່າວວ່າກ່ຽວກັບ ຂ່າວດັ່ງກ່າວນັ້ນ ທ່ານບໍ່ຮູ້ຣາຍລະອຽດຄັກແນ່ ແຕ່ກໍເຊື່ອວ່າ ທາງເຈົ້າໜ້າທີ່ຕຳຣວດ ບໍ່ໄດ້ເອົາຄຳທີ່ກວດຍຶດໄດ້ໄປຂາຍ ຢ່າງແນ່ນອນ ພຽງແຕ່ອາດມີການຍຶດໄວ້ເປັນຂອງກາງ ສຳລັບໃຊ້ປະກອບການດຳເນີນຄະດີ ແລະ ຫຼັງຈາກນັ້ນສົ່ງຄືນໃຫ້ແກ່ບໍຣິສັດ ທີ່ເປັນຜູ້ສັມປະທານ ບໍ່ຄຳເຂດດັ່ງກ່າວ.

ດັ່ງທ່ານກ່າວວ່າ:

“ເຈົ້າໜ້າທີ່ຫັ້ນແຫຼະ ເປັນຜູ້ດຳເນີນການເປັນຂອງກາງຫັ້ນແຫຼະ ເຣື່ອງອັນນັ້ນຫັ້ນເນາະ ມັນກາຕາມຄະດີເພິ່ນຫັ້ນແຫຼະ ບໍ່ຄ່ອຍມີດອກແນວນັ້ນນ່າ. ເພິ່ນຈະຂາຍຈັ່ງໃດ ມັນກາຕ້ອງຄືນເຈົ້າຂອງຫັ້ນແຫຼະ ໂດຍປົກກະຕິແຫຼະເນາະ ຂຶ້ນກັບຮູບຄະດີເພິ່ນດອກ ອັນນັ້ນນ່າ.”

ກ່ອນໜ້ານີ້ເມື່ອເດືອນສິງຫາ ປີນີ້ ພະນັກງານຊາວຈີນ ທີ່ເຮັດວຽກຢູ່ບໍ່ຄໍາຜາປົ່ນທີ່ ຂຶ້ນກັບ ບໍຣິສັດ ທຽນຈິນ ຫົວຄານ ບໍ່ແຮ່ ລາວ ຈຳກັດ ຂອງນັກລົງທຶນຈີນ ໄດ້ຈັບຊາວບ້ານຢ່າງໜ້ອຍປະມານ 50 ຄົນທີ່ມາຈາກຫຼາຍບ້ານ ໃນເມືອງປາກອູ ແລະ ຕ່າງແຂວງ ແລ້ວນຳໄປຂັງຄຸກ ຂອງບໍ່ຄຳ ຍ້ອນຊາວບ້ານດັ່ງກ່າວເຂົ້າໄປລັກຂຸດຄຳ ໃນຂອບເຂດທີ່ບໍຣິສັດດັ່ງກ່າວ ໄດ້ຮັບສັມປະທານ ແລະ ພາຍຫຼັງຈາກຈັບຊາວບ້ານ ຂັງຄຸກແລ້ວ ມີການຮຽກຄ່າໄຖ່ ຫຼື ຄ່າປັບໃໝ ຈາກຍາດພີ່ນ້ອງຂອງຊາວບ້ານ ເພື່ອປ່ອຍຄົນລາວອອກຈາກຄຸກ ໃນຈຳນວນ 10-15 ລ້ານກີບຕໍ່ຄົນ.

ຕໍ່ມາໃນລະຫວ່າງ ທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາທີ່ຜ່ານມານີ້ ເຈົ້າໜ້າທີ່ປ້ອງກັນຄວາມສງົບ  ແຂວງຫຼວງພຣະບາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ໄປແກ້ໄຂປະກົດການດັ່ງກ່າວ ຢູ່ບໍ່ຄຳຜາປົ່ນ ແລະ ໄດ້ເຈຣະຈາ ກັບບໍຣິສັດ ທຽນຈິນ ຫົວຄານ ບໍ່ແຮ່ລາວ ຈຳກັດ ທີ່ເປັນຜູ້ສັມປະທານ ບໍ່ຄຳດັ່ງກ່າວ ໃຫ້ປ່ອຍໂຕຊາວບ້ານ ອອກຈາກຄຸກ ແລະທາງເຈົ້າໜ້າທີ່ ກໍໄດ້ນຳຊາວບ້ານດັ່ງກ່າວ ໄປເຮັດຕາມຂັ້ນຕອນທາງກົດໝາຍ. ອີງຕາມການຣາຍງານ ຂອງວິທຍຸ ເອເຊັຽເສຣີ ກ່ອນໜ້ານີ້.

ສໍາລັບ ບໍຣິສັດ ທຽນຈິນ ຫົວຄານ ບໍ່ແຮ່ລາວ ຈໍາກັດ ໄດ້ລົງທຶນ 72 ລ້ານໂດລ້າຣ໌ສະຫະຣັຖ ສຳລັບເຣີ່ມຂຸດຄຳ ແລະ ກໍ່ສ້າງໂຮງງານປຸງແຕ່ງແຮ່ຄຳ ຢູ່ບ້ານຜາປົ່ນນັບແຕ່ປີ 2015 ເປັນຕົ້ນມາ ໃນເນື້ອທີ່  600 ເຮັກຕ້າຣ໌ ໂດຍມີອາຍຸສັມປະທານ ທັງໝົດ 13 ປີ ແລະ ນັບສະເພາະ 6 ເດືອນຕົ້ນປີ ທຳອິດຂອງປີ 2021 ທາງບໍຣິສັດສາມາດຂຸດຄົ້ນ ແລະປຸງແຕ່ງແຮ່ຄຳ ໄດ້ທັງໝົດ 90,000 ຕັນ ແລະຜລິດໂລຫະຄຳ ໄດ້ 358 ກິໂລກະຣາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.