ຊາວບ້ານ 100 ກວ່າຄອບຄົວ ຖືກຜົລກະທົບ ຈາກທາງຣົຖໄຟ ບໍ່ຍ້າຍໄປບ້ານຈັດສັນ
2023.11.08

ມາຮອດປັດຈຸບັນ ທາງການລາວ ຍັງສືບຕໍ່ລະດົມຊາວບ້ານ ທີ່ໄດ້ຮັບຜົລກະທົບຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໃຫ້ເຂົ້າໄປຢູ່ໃນບ້ານຈັດສັນ ທີ່ໂຄງການດັ່ງກ່າວ ໄດ້ກໍ່ສ້າງໃຫ້ຈົນຄົບທຸກຄອບຄົວ ຍ້ອນຍັງມີຊາວບ້ານອີກຫຼາຍຄອບຄົວ ທີ່ຍັງບໍ່ໄດ້ເຂົ້າໄປຢູ່ເຮືອນ ໃນບ້ານຈັດສັນ ເຊິ່ງແຕ່ລະແຫ່ງເປັນຕົ້ນຢູ່ບ້ານຈັດສັນນາເຕີຍ ແຂວງຫຼວງນໍ້າທາຕ້ອງ ໄດ້ລະດົມໃຫ້ຊາວບ້ານ ເຂົ້າຢູ່ເພີ່ມຕື່ມອີກ 11 ຄອບຄົວ ແລະ ຍັງເຫຼືອເຮືອນອີກ 83 ຫຼັງ ທີ່ຍັງບໍ່ມີເຈົ້າຂອງ ແລະ ຊາວບ້ານບໍ່ທັນຮັບເອົາ ແລະ ຢູ່ບ້ານຈັດສັນນາໝໍ້ ເມືອງນາໝໍ້ ແຂວງອຸດົມໄຊ ມີຊາວບ້ານເຂົ້າໄປຢູ່ແລ້ວ 65 ຄອບຄົວ ແລະ ຍັງເຫຼືອເຮືອນອີກ 18 ຫຼັງ ທີ່ຍັງບໍ່ທັນມີເຈົ້າຂອງ.
ດັ່ງທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາ ແຫ່ງຣັຖກ່າວຣາຍງານຕໍ່ກອງປະຊຸມສໄມ ສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນວັນທີ 07 ພຶສຈິການີ້ວ່າ:
“ແຂວງຫຼວງນໍ້າທາມີທັງໝົດ 159 ຫຼັງຢູ່ແລ້ວ 65 ຄອບຄົວ ຕ້ອງໄດ້ສືບຕໍ່ລະດົມເພື່ອໂຍກຍ້າຍ ເຂົ້າອີກແຂວງອຸດົມໄຊ ມີທັງໝົດ 83 ຫຼັງເຂົ້າຢູ່ແລ້ວ 65 ຫຼັງ ແລະອີກ 18 ຫຼັງແມ່ນຫຍັງເຫຼືອ. ຍັງບໍ່ທັນມີເຈົ້າຂອງ. ແຂວງຫຼວງພຣະບາງມີທັງໝົດ 107 ຫຼັງ ປະຊາຊົນເຂົ້າຢູ່ໝົດແລ້ວ.”
ກ່ຽວກັບເຣື່ອງນີ້ ຊາວບ້ານທີ່ຢູ່ໃກ້ກັບບ້ານຈັດສັນ ນາເຕີຍ ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ ປັດຈຸບັນຍັງເຫັນວ່າ ມີຊາວບ້ານອີກຫຼາຍຄອບຄົວ ທີ່ບໍ່ທັນເຂົ້າໄປຢູ່ ເຊິ່ງສາເຫດຫຼັກ ແມ່ນຢູ່ໃນບ້ານຈັດສັນແຫ່ງນີ້ຂາດສິ່ງອຳນວຍຄວາມສະດວກ ຫຼາຍຢ່າງໂດຍສະເພາະຕລາດ ແລະ ບ່ອນປູກຝັງ-ລ້ຽງສັດ ທີ່ເປັນສິ່ງສຳຄັນ ຕໍ່ການດຳຣົງຊີວິດ ຂອງຊາວບ້ານ ດັ່ງນັ້ນຊາວບ້ານສ່ວນໃຫຍ່ ຈຶ່ງບໍ່ຢາກຍ້າຍເຂົ້າໄປຢູ່.
ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 08 ພຶສຈິການີ້ວ່າ:
“ທາງການກໍຢາກໃຫ້ໄປຢູ່ ແຕ່ເຂົາເຈົ້າບໍ່ຢາກໄປຄືວ່າ ໂອບ່ອນເຮັດບ່ອນສ້າງ ກາບໍ່ມີ. ເຮືອນນອນສື່ໆ ນອນຢູ່ໃສກາໄດ້ ຢູ່ນອກໂພດ. ເຂົາກໍບໍ່ຢາກໄປໂຕນັ້ນສື່ໆດອກ ບ່ອນໄຮ່ບ່ອນນາ ບ່ອນດິນສວນ ດິນສັງຜັກບົ່ວ ຜັກຫອມ ຊິປູກກໍຍັງບໍ່ມີນ່າ.”
ໝົດທັງບ້ານ ປະກົດເຫັນ ແຕ່ຄອບຄົວດຽວ ທີ່ຢູ່ເຮືອນຫຼັງນຶ່ງ ໃນບ້ານຈັດສັນນາເຕີຍ ຈາກໂຄງການທາງຣົຖໄຟລາວ-ຈີນ ທີ່ສ້າງສຳເຣັຈ. ເດືອນມົກກະຣາ ປີ 2023. ວິດີໂອ ໂດຍ RFA.
ຊາວບ້ານທີ່ຢູ່ໃກ້ຄຽງ ອີກຄົນນຶ່ງກ່າວວ່າ ນອກຈາກຊາວບ້ານຫຼາຍຄອບຄົວ ຍັງບໍ່ທັນໄດ້ເຂົ້າໄປຢູ່ບ້ານຈັດສັນນາເຕີຍ ຍັງມີອີກບາງຄອບຄົວ ທີ່ໄດ້ເຮືອນຢູ່ໃນບ້ານຈັດສັນດັ່ງກ່າວ ຍັງມີການປະກາດຂາຍເຮືອນ ໃນບ້ານຈັດສັນຢູ່ເລື້ອຍໆ ເພື່ອຢາກໄດ້ເປັນເງິນໄປປຸກເຮືອນ ຢູ່ບ່ອນອື່ນແທນ ເຊິ່ງຂາຍເຮືອນໄດ້ແລ້ວຈຳນວນນຶ່ງ.
ດັ່ງຍານາງກ່າວວ່າ:
“ຜູ້ໃດບໍ່ຢູ່ແລ້ວຊິຂາຍຕໍ່ຈັ່ງຊີ້. ເຫັນເຂົາໄປຈອງແລ້ວ ມີບາງຄົນກາຊື້ຢູ່ຈັ່ງວ່າ ຣາຍລະອຽດເອື້ອຍ ກາບໍ່ຮູ້ເດ້.”
ເຈົ້າໜ້າທີ່ໃນຄະນະໄກ່ເກັ່ຍ ສິ່ງກີດຂວາງໂຄງການ ທາງຣົຖໄຟລາວ-ຈີນ ຢູ່ແຂວງຫຼວງນໍ້າທາກ່າວຍອມຮັບວ່າ ຍັງມີຊາວບ້ານຈຳນວນຫຼາຍ ທີ່ຍັງບໍ່ຢາກຍ້າຍເຂົ້າໄປຢູ່ບ້ານຈັດສັນ ແຫ່ງດັ່ງກ່າວ ຍ້ອນຫຼາຍສາເຫດ ແລະ ຫຼາຍປັດໄຈ ເຊິ່ງທາງເຈົ້າໜ້າທີ່ ກຳລັງພະຍາຍາມ ລະດົມຢູ່ເລື້ອຍໆ ເພື່ອໃຫ້ຊາວບ້ານເຂົ້າໄປຢູ່ ຄົບທັງ 159 ຫຼັງ.
ດັ່ງທ່ານໄດ້ກ່າວວ່າ:
“ເຂົ້າໄປແຕ່ໜ້ອຍ ກຳລັງເຂົ້າໄປ ເປັນຖິ່ນຢູ່ແຫຼະ ແຕ່ວ່າເຂົາກຳລັງຄານັ້ນຄານີ້. ຫຼາຍຄອບຄົວເຂົາເອົາເຂົ້າເອົານໍ້າເອງ ຍັງບໍ່ທັນໄດ້ຄົບໝົດ.”
ບ້ານຈັດສັນນາໝໍ້ ເມືອງນາໝໍ້ ແຂວງອຸດົມໄຊ ປັດຈຸບັນໄດ້ມີຊາວບ້ານ ເຂົ້າໄປຢູ່ເຮືອນໃນບ້ານຈັດສັນແລ້ວ 65 ຄອບຄົວ ແລະ ຍັງເຫຼືອເຮືອນອີກ 18 ຫຼັງ ທີ່ຍັງບໍ່ທັນມີເຈົ້າຂອງ ຫຼືຍັງບໍ່ທັນມີຊາວບ້ານ ຮັບເອົາ, ແຕ່ຊາວບ້ານທີ່ຢູ່ໃກ້ຄຽງ ກັບບ້ານຈັດສັນນາໝໍ້ກ່າວວ່າ ໃນເຮືອນຈຳນວນ 18 ຫຼັງ ທີ່ຍັງບໍ່ທັນມີຄົນເຂົ້າໄປຢູ່ນັ້ນ ເປັນຍ້ອນເຈົ້າໜ້າທີ່ ບາງຄົນໄດ້ສງວນເຮືອນ ຈຳນວນດັ່ງກ່າວໄວ້ ໂດຍບໍ່ຮູ້ຈຸດປະສົງ ຢ່າງຄັກແນ່ ເຊິ່ງກ່ອນໜ້ານີ້ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຈຳນວນນຶ່ງ ມີຄວາມປະສົງຢາກຊື້ເຮືອນ ໃນຈຳນວນທີ່ເຫຼືອຢູ່ນັ້ນ ແຕ່ເຈົ້າໜ້າທີ່ ຍັງບໍ່ທັນໄດ້ຂາຍໃຫ້ເທື່ອ.
ດັ່ງຊາວບ້ານ ນາງນຶ່ງກ່າວວ່າ:
“ເຫຼືອຢູ່ຫັ້ນ 10 ປາຍຫຼັງແຕ່ເຂົາບໍ່ໃຫ້ຢູ່ນີ້. ເຂົາເອົາໄວ້ເປັນຂອງພັກ ຂອງຣັຖ. ເຂົາກໍຢາກໄປຢູ່ ໂອຄັນເຂົາປະເມີນຫັ້ນ ຂາຍລາຄາຖືກນີ້ ຜູ້ທີ່ຖືກຜົລກະທົບ ເຂົາກາຍັງວ່າຊິຊື້ເອົານີ້ ຖືກຜົລກະທົບແທ້ໆຫັ້ນມີ 10 ປາຍຫຼັງເຮືອນບໍ່ໄດ້ຢູ່.”
ເຈົ້າໜ້າທີ່ເມືອງນາໝໍ້ ກ່າວວ່າ ຕໍ່ກັບຄໍາເວົ້າຂອງຊາວບ້ານ ທີ່ວ່າທາງການໄດ້ສງວນເຮືອ ຈັດສັນຈຳນວນ 18 ຫຼັງໄວ້ນັ້ນ ແມ່ນບໍ່ມີມູນຄວາມຈິງ ແລະ ວ່າປັດຈຸບັນຢູ່ໃນບ້ານຈັດສັນ ນາໝໍ້ ມີຊາວບ້ານ ໄດ້ເຂົ້າໄປຢູ່ເປັນສ່ວນຫຼາຍແລ້ວ ແລະບໍ່ເປັນບັນຫາຄືຢູ່ບ້ານຈັດສັນນາເຕີຍ.
ດັ່ງທ່ານໄດ້ກ່າວວ່າ:
“ບ້ານຈັດສັນເບາະ ບ້ານຈັດສັນນີ້ເຂົ້າໝົດແລ້ວເດີ້. ສຳລັບນາໝໍ້ນີ້ ບໍ່ມີຫຍັງຄ້າງຄາແລ້ວ. ອໍໂຕນັ້ນ ຊິແມ່ນນາເຕີຍເບາະ.”

ປະທານອົງການ ກວດກາແຫ່ງຣັຖ ຍັງໄດ້ຣາຍງານເຖິງຄວາມຄືບໜ້າ ຂອງການຈ່າຍເງິນ ຄ່າຊົດເຊີຍໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ວ່່່າມາຮອດປັດຈຸບັນ ຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄດ້ເບີກເງິນຄ່າຊົດເຊີຍທັງໝົດ 1,884 ຕື້ກີບ ແລະ ໄດ້ຈ່າຍໃຫ້ຊາວບ້ານໄປແລ້ວ 6,073 ຄອບຄົວ, ຄິດເປັນມູນຄ່າ 1,552 ຕື້ກີບ ຍັງຄ້າງຈ່າຍຄ່າຊົດເຊີຍ ອີກຈຳນວນ 695 ຄອບຄົວ, ຄິດເປັນມູນຄ່າ ທີ່ຍັງຄ້າງຈ່າຍຈຳນວນ 292 ຕື້ກີບ.