ສະຖາບັນຂົງຈື້ ວາງສີລາຣຶກ ສ້າງອາຄານຫຼັງໃໝ່ ຢູ່ຫຼວງພຣະບາງ
2023.11.08
ໃນວັນທີ 4 ພຶສຈິກາ 2023 ທີ່ຜ່ານມາ, ໄດ້ມີພິທີ ວາງສິລາຣຶກ ອາຄານສະຖາບັນຂົງຈື້ ຢູ່ມະຫາວິທຍາໄລ ສຸພານຸວົງ ແຂວງຫຼວງພຣະບາງ ຫຼັງໃໝ່ ໂດຍມີ ທ່ານ ຮອງສາສຕຣາຈານ ດຣ. ພຸດ ສິມມາລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນເລື່ອນ ມະນີວົງ ຮອງເຈົ້າແຂວງ ແຂວງຫຼວງພຣະບາງ, ທ່ານ ຈາງ ເສີຜິງ ຫົວໜ້າກົງສູນໃຫຍ່ ຈີນ ປະຈຳແຂວງຫຼວງພຣະບາງ ພ້ອມທັງແຂກຖືກເຊີນ ເຂົ້າຮ່ວມໃນພິທີດັ່ງກ່າວ. ໂດຍທ່ານ ສົ້ງ ໝິ່ງອິງ ຜູ້ອຳນວຍການ ສະຖາບັນຂົງຈື້ ມະຫາວິທຍາໄລ ສຸພານຸວົງ ຝ່າຍຈີນ ກ່າວຕອນນຶ່ງວ່າ:
“ສະຖາບັນຂົງຈື້ ສ້າງຂຶ້ນຢູ່ມະຫາວິທຍາໄລ ສຸພານຸວົງໄດ້ 5 ປີແລ້ວ ໂດຍໄດ້ຮັບການສນັບສນູນຈາກ ສະຖານກົງສູນໃຫຍ່ ສາທາຣະນະຣັຖ ປະຊາຊົນຈີນ ປະຈຳແຂວງຫຼວງພຣະບາງ ກໍຄື ກະຊວງສຶກສາທິການ ແລະ ກິລາ ຂອງລາວ. ສະຖາບັນຂົງຈື້ ແມ່ນໄດ້ປະກອບສ່ວນ ເຜີຍແຜ່ວັທນະທັມຈີນ ແລະ ເຮັດໃຫ້ປະຊາຊົນລາວ ເຂົ້າໃຈວັທນະທັມຈີນຫຼາຍຂຶ້ນ, ສົ່ງເສີມການແລກປ່ຽນວັທນະທັມ ລາວ-ຈີນ ແລະ ສ້າງບຸກຄະລາກອນລາວ ດ້ານພາສາຈີນ ອອກຮັບໃຊ້ສັງຄົມ.”
ທ່ານກ່າວຕຶ່ມອີກວ່າ ປັດຈຸບັນ, ມີຜູ້ເຂົ້າຮ່ວມກິຈກັມການຮຽນການສອນ ແລະ ແລກປ່ຽນທາງວັທນະທັມ ທີ່ສະຖາບັນຂົງຈື້ ຈັດຂຶ້ນ ຫຼາຍກວ່າ 4,000 ກວ່າຄົນ ແລະມີຜູ້ເຂົ້າຮ່ວມສອບເສັງວັດລະດັບ HSK (Hanyu Shuiping Kaoshi ຫຼື ການສອບວັດລະດັບ ຄວາມຮູ້ພາສາຈີນ) ຈາກ 8 ແຂວງພາກເໜືອຂອງລາວ ຫຼາຍກວ່າ 2,000 ກວ່າຄົນ. ນອກຈາກນີ້ແລ້ວ, ສະຖາບັນ ຍັງຮ່ວມສ້າງຫ້ອງຮຽນພາສາຈີນ ຢູ່ບັນດາສະຖາບັນການສຶກສາ ຕ່າງໆ ຢູ່ແຂວງຫຼວງພຣະບາງ ແລະບັນດາ ແຂວງພາກເໜືອ ຂອງລາວ ນຳດ້ວຍ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ໂດຍທ່ານໄດ້ເວົ້າວ່າ ການສ້າງ ອາຄານຮຽນຫຼັງໃໝ່ ຂອງສະຖາບັນຂົງຈື້ ມະຫາວິທຍາໄລສຸພານຸວົງ ແມ່ນຈະຕັ້ງຢູ່ວິທຍາເຂດບ້ານດອນໃໝ່ ໂດຍຈະເປັນອາຄານຮຽນ ພ້ອມທັງຫ້ອງການ ບໍຣິຫານຄົບຊຸດ. ຊຶ່ງການປຸກສ້າງອາຄານດັ່ງກ່າວ ແມ່ນຍ້ອນວ່າ ຢູ່ແຂວງຫຼວງພຣະບາງ ມີຜູ້ຕ້ອງການຮຽນພາສາຈີນຫຼາຍຂຶ້ນ ເຮັດໃຫ້ອາຄານສະຖານທີ່ເດີມ ບໍ່ພຽງພໍ ຈົນຕ້ອງໄດ້ສ້າງອາຄານໃໝ່.
ດັ່ງທີ່ທ່ານກ່າວ ໃນມື້ວັນທີ 8 ພຶສຈິກາ ນີ້ວ່າ:
“ຢູ່ອັ່ນ ໂຮງຮຽນໃໝ່ນີ້ແຫຼະ ຢູ່ບ້ານດອນນີ້ນ່າ. ສັນຍາໂຄງການກະ 6 ເດືອນເນາະ ແລະກະ ກາງປີໜ້າກໍໜ້າຈະແລ້ວ. ແມ່ນ, ຈະເຮັດເປັນອາຄານໂຮງຮຽນເລີຍ ເພາະໂຮງຮຽນເຮົາບໍ່ພໍຫັ້ນນ່າ. ແມ່ນໆ ກໍຫຼາຍ ຫຼາຍຢູ່ ໂຮງຮຽນເຮົາມີແຕ່ 3-4 ຫ້ອງຢູ່ພີ້ນ່າ ມັນບໍ່ພໍກັບຈຳນວນນັກຮຽນຫັ້ນ. ເຈົ້າ, ເປີດ 2 ບ່ອນຄືເກົ່າ. ມັນມີທັງສອງບ່ອນເນາະ ມີທັງດອນໃໝ່ ກັບ ນາສ້າງເຫວີຍ. ເຈົ້າແມ່ນລະ, ເປີດຢູ່ບ່ອນດຽວກັນ ເປີດສມັກຢູ່ບ່ອນດຽວກັນ ແຕ່ສາມາດເລືອກຮຽນໄດ້ທັງສອງບ່ອນ.”
ອາຈານສອນພາສາຈີນ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ຊາວຫຼວງພຣະບາງ ມີຄວາມນິຍົມຮຽນພາສາຈີນຫຼາຍຂຶ້ນ ໂດຍສະເພາະຊາວໜຸ່ມ ທີ່ກຳລັງຈະກຽມເຂົ້າຮຽນໃນລະດັບຊັ້ນສູງ ຫຼື ມະຫາວິທຍາໄລ ລວມທັງ, ຜູ້ທີ່ຕ້ອງໃຊ້ພາສາຈີນ ໃນການເຮັດວຽກ ເປັນຕົ້ນ ພະນັກງານໂຮງແຮມ, ຜູ້ນຳທ່ຽວ ແລະ ຜູ້ຂັບຣົຖນຳທ່ຽວ.
ດັ່ງທີ່ທ່ານກ່າວວ່າ:
“ດຽວນີ້ມີຕອນພາກແລງ 4.40-5.50 ໂມງ. ຫຼາຍໆ ຫຼາຍຢູ່ເຈົ້າ. ຖ້າວ່າຫຼາຍຄົນແລ້ວເຮົາກະຊິເປີດຫ້ອງໃໝ່ໃຫ້ໂອ. ໂຕນີ້ສ່ວນຫຼາຍຈະເປັນອາຍຸ 15-16 ຂຶ້ນເມືອໝົດ. ຈະບໍ່ມີຜູ້ນ້ອຍ ຜູ້ນ້ອຍນີ້ສ່ວນນ້ອຍ.”
ຜູ້ປະກອບການເຮືອນພັກ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ມີໂຮງຮຽນສອນພາສາຈີນ ຢູ່ຫຼວງພຣະບາງຫຼາຍຂຶ້ນ ຈາກທີ່ແຕ່ກ່ອນ ມີແຕ່ໂຮງຮຽນສອນພາສາອັງກິດ ຫຼື ພາສາຝຣັ່ງເທົ່ານັ້ນ. ນອກຈາກນີ້ແລ້ວ, ຜູ້ທີ່ຮຽນພາສາຈີນ ອາດສາມາດ ຊອກຫາວຽກເຮັດງານທຳ ທີ່ມີລາຍໄດ້ດີ ຢູ່ບໍຣິເວນຊາຍແດນ ລາວ-ຈີນ ຫຼື ເຂດເສຖກິຈພິເສດສາມຫຼ່ຽມຄຳ.
ດັ່ງທີ່ທ່ານກ່າວວ່າ:
“ດຽວນີ້ມີໂຮງຮຽນພາສາຈີນ ຢູ່ຫຼວງພຣະບາງຫຼາຍຂຶ້ນເດ. ເຮົາມາຢູ່ຫຼວງພຣະບາງກະຫຼາຍປີລະ ຕະກີ້ມັນກະບໍ່ເຄີຍມີເດ ໂຮງຮຽນພາສາຈີນ. ມັນກະຫາກໍມີ ບໍ່ດົນມານີ້ລະ. ທຳອິດນີ້ກະ ສ່ວນຫຼາຍກະມີແຕ່ໂຮງຮຽນ ສອນພາສາອັງກິດ ຫຼື ພາສາຝຣັ່ງ ກໍຄົນເຂົາກໍຢາກຮຽນພາສາຈີນຫຼາຍຂຶ້ນ ເພາະຄົນຈີນເຂົ້າມາຫຼວງພຣະບາງເຮົາຫຼາຍ. ເຂົ້າມາລົງທຶນແດ່, ເຂົ້າມາທ່ອງທ່ຽວແດ່ ຫຼືວ່າເຂົາເຈົ້າກໍອາດຈະໄປເຮັດວຽກຢູ່ທາງຊາຍແດນ ຫຼືວ່າ ສາມຫຼ່ຽມຫັ້ນນ່າ ກໍຕ້ອງຈຳເປັນຕ້ອງໃຊ້ພາສາຈີນ.”
ກ່ຽວກັບເຮື່ອງນີ້ ນັກຊ່ຽວຊານ ດ້ານຄວາມສຳພັນອາຊ້ຽນ-ຈີນ ທ່ານນຶ່ງ ຢູ່ປະເທດໄທຍ ກ່າວວ່າ ການທີ່ຣັຖບານຈີນ ເປີດສະຖາບັນຂົງຈື້ ຢູ່ໃນປະເທດລາວ ລວມທັງ ໃນເອເຊັຽຕາເວັນອອກ ສຽງໃຕ້ ນີ້ ແມ່ນການຂຍາຍອິດທິພົລ ທາງວັທນະທັມ ໃນລັກສະນະ ຊ໊ອບ ພາວເວີ້ຣ໌ (Soft Power) ຢ່າງນຶ່ງ. ເພື່ອໃຫ້ຄົນທ້ອງຖິ່ນ ມີຄວາມລຶ້ງເຄີຍ ກັບວັທນະທັມຈີນ ຊຶ່ງຈະເຮັດໃຫ້ ການຂຍາຍອິດທິພົລ ຂອງຈີນ ໃນດ້ານອື່ນ ບໍ່ຖືກຕໍ່ຕ້ານ.
ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
“ຄືເຮົາຕ້ອງມັນໃນຂອບຂອງ Soft Power. ຄືສະຖາບັນຂົງຈື້ເອງ ແມ່ນມີລັກສະນະ Soft Power ທີ່ຈີນໃຊ້ ໃນກຸ່ມປະເທດອາຊ້ຽນຢູ່ແລ້ວ ໃນການແຜ່ຂຍາຍອິດທິພົລ. ຊຶ່ງຖາມວ່າສົ່ງຜົລບໍ່ ຄິດວ່າສົ່ງຜົລ ເພາະວ່າມັນເຮັດໃຫ້ ຢ່າງນ້ອຍມັນເຮັດໃຫ້ເກີດ ຄວາມຕິດແທດທາງວັທນະທັມ ລະວ່າງຄົນທ້ອງຖິ່ນ ກັບຈີນ. ການທີ່ຈະຂຍາຍອຳນາດ ທາງເສຖກິຈ ເຂົ້າມາໃນພາຍຫຼັງ ມັນຈະເປັນເຣື່ອງທີ່ ເກີດການຕໍ່ຕ້ານ ນ້ອຍກວ່າ.”
ເຖິງແມ່ນວ່າ ທີ່ຜ່ານມາ, ບັນດານັກຮຽນ-ນັກສຶກສາລາວ ຈະໄດ້ປະລະການຮຽນ ລວມທັງ ບໍ່ສະມັກຮຽນ ໃນລະດັບປະຣິນຍາຕຣີ ເປັນຈຳນວນຫຼາຍ ຍ້ອນບັນຫາທາງດ້ານການເງິນ ຂອງຄອບຄົວ ແລະ ບັນຫາການບໍ່ມີວຽກເຮັດງານທຳ ທີ່ເໝາະສົມ, ແຕ່ຢ່າງໃດກໍຕາມ ສາຂາວິຊາຈີນ ຍັງແມ່ນສາຂານຶ່ງ ທີ່ນັກສຶກສາລາວ ນິຍົມສະມັກຮຽນຫຼາຍເປັນອັນດັບຕົ້ນໆ.
ໃນເດືອນສິງຫາ 2023 ທີ່ຜ່ານມາ, ທ່ານ ສຸຣິອຸດົງ ສູນດາຣາ ຮອງຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ ເປີດເຜີຍວ່າ ໃນສົກປີ 2023-2024 ນີ້ ມີຜູ້ສມັກເຂົ້າສຶກສາຕໍ່ ສາຂາວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທຍາໄລແຫ່ງຊາຕ ເປັນຈຳນວນເຖິງ 1,520 ຄົນ ຊຶ່ງເປັນສາຂາທີ່ມີຜູ້ສມັກ ຫຼາຍທີ່ສຸດ. ທັງນີ້, ມີຜູ້ສອບເສັງຜ່ານ ໃນສາຂາດັ່ງກ່າວ ຈຳນວນ 263 ຄົນ. ເຊັ່ນດຽວກັບ ສະຖາບັນຂົງຈື້ ມະຫາວິທຍາໄລແຫ່ງຊາຕ ມີຜູ້ສອບເສັງຜ່ານ ໄດ້ເຂົ້າຮຽນສາຂາວິຊາ ຄຣູພາສາຈີນ ຈຳນວນ 110 ຄົນ, ສຳຮອງ 12 ຄົນ.