ເຣື້ອງທີ່ເກັບບັນທຶກໄວ້
2022-12-23
ລາວ ໄດ້ຮັບການຊ່ອຍເຫຼືອເຂົ້າສານ ຈາກຍີ່ປຸ່ນ ແລະເກົາຫລີໃຕ້ ຈໍານວນ 1,000 ຕັນ, ໃນນີ້ ຣັຖບານຍີ່ປຸ່ນ ໃຫ້ການສນັບສນູນ 300 ຕັນ ແລະ ຣັຖບານເກົາຫຼີໃຕ້ 700 ຕັນ ເພື່ອນໍາໄປແຈກຢາຍປະຊາຊົນ ທີ່ປະສົບພັຍ ນໍ້າຖ້ວມ ຢູ່ບັນດາແຂວງ ໃນຂອບເຂດ ທົ່ວປະເທດ ຂອງ ສປປ ລາວ ໃນປີ 2022.
2022-12-23
ຄວາມຜິດພາດ ທີ່ເກີດຈາກ ການວາງແຜນການ ພລັງງານໄຟຟ້າ ຂອງຣັຖບານໄທຍ ຢ່າງຕໍ່ເນື່ອງ ແລະ ການຮັບຊື້ໄຟຟ້າ ຈາກເຂື່ອນໃນລາວ ເຮັດໃຫ້ຄ່າໄຟຟ້າ ໃນປະເທດໄທຍແພງຂຶ້ນ ຈຶງເກີດການລວມໂຕກັນຂອງ ສະພາອົງກອນ ຜູ້ບໍຣິໂພກ ແລເຄືອຂ່າຍຕ່າງໆ ເພື່ອຮຽກຮ້ອງ ໃຫ້ກະຊວງພລັງງານ ຂອງໄທຍ ແກ້ໄຂ.
2022-12-23
ໃນວັນທີ 12 ທັນວາ ທີ່ຜ່ານມາ ໜ່ວຍງານສ່ວຍສາອາກອນ ນະຄອນຫຼວງວຽງຈັນ ອອກແຈ້ງການ ໃຫ້ນັກລົງທຶນທັງພາຍໃນ ແລະຕ່າງປະເທດ ທີ່ຍັງບໍ່ມາຈ່າຍພາສີ-ອາກອນ ເປັນໄລຍະເວລາ 1 ປີ ຂຶ້ນໄປ ຈໍານວນ 1,432 ບໍຣິສັດ ແມ່ນໃຫ້ຮີບຮ້ອນມາຈ່າຍ ຖ້າກາຍກໍານົດ 45 ມື້ ຈະຖືກລຶບລ້າງ ທະບຽນວິສາຫະກິຈ.
2022-12-22
ບັນຫາການລັກຊັບ ແລະປຸ້ນຊັບ ພົລເມືອງ ໂດຍສະເພາະ ການລັກຣົຖຈັກ ຢູ່ເມືອງຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ມີຈໍານວນເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ແລະຊາວບ້ານຫຼາຍຄົນ ຕ້ອງໄດ້ຢູ່ຢ່າງລະມັດລະວັງ ເພາະມີໂຈນຫຼາຍຂຶ້ນ.
2022-12-22
ການຄ້າ ແລະການເສບ ຢາເສບຕິດ ໂດຍສະເພາະຢາບ້າ ເພີ່ມຂຶ້ນເລື້ອຍໆ ຢູ່ປະເທດລາວ; ໃນແຕ່ລະ ບ້ານ ກໍມີຜູ້ຄ້າ ແລະຜູ້ເສບເພີ່ມຫຼາຍຂຶ້ນ ໂດຍສະເພາະ ກຸ່ມຊາວໜຸ່ມ ທີ່ຈະເປັນກຳລັງ ຂອງຊາຕ ບ້ານເມືອງ ໃນພາຍພາກໜ້າ, ສ້າງຄວາມກັງວົນໃຈ ໃຫ້ຜູ້ປົກຄອງ ແລະປະຊາຊົນ ໂດຍທົ່ວໄປບໍ່ໜ້ອຍ.
2022-12-22
ຄະນະກັມມາທິການ ແມ່ນ້ຳຂອງສາກົນ ຫຼື MRC ກວດພົບມົລພິດ ຈາກພລາສຕິກ ປະມານ 8 ລ້ານຕັນ ໃນແມ່ນ້ຳຂອງ ທີ່ມາຈາກປະເທດລາວ, ໄທຍ, ວຽດນາມ ແລະ ກັມພູຊາ, ໃນນັ້ນ ເປັນຂີ້ເຫຍື້ອ ທົ່ວໄປ 70-90% ທີ່ມາຈາກຖົງຢາງ ຫຼື ຖົງພລາສຕິກ ແລະ ໂຟມ ທີ່ສົ່ງຜົລກະທົບ ຕໍ່ລະບົບນິເວດ ແມ່ນ້ຳຂອງ.
2022-12-22
ປະເທດລາວ ແລະ ປະເທດກັມພູຊາ ກຳລັງປະເຊີນ ກັບບັນຫາ ການລັກລອບລ້າ ລູກສັດປ່າ ແລະ ການລັກລອບຄ້າສັດປ່າ ໃກ້ສູນພັນ ຈາກເຈຕນາ ເພື່ອການຮັກສາປ່າໄມ້.
2022-12-22
ຣັຖມົນຕຣີ ກະຊວງການເງິນ ຍອມຮັບວ່າ ມີການກວດພົບ ການສໍ້ຣາສບັງຫລວງ ໃນໂຄງການຂຸດຄົ້ນ ບໍ່ແຮ່ຕ່າງໆ ໂດຍສະເພາະລາຍຮັບ ຈາກໂຄງການ ຂຸດຄົ້ນແຮ່ທາດ ຮົ່ວໄຫຼ ເຮັດໃຫ້ຣັຖສູນເສັຽ, ຂະນະທີ່ປະຊາຊົນ ຢາກເຫັນການປະຕິບັດໂທດ ທີ່ຈິງຈັງຕໍ່ຜູ້ລະເມີດກົດໝາຍ.
2022-12-22
ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປລາວ ປະຈໍາເດືອນ 11 ປີ 2022 ມູນຄ່າການສົ່ງອອກ ປະມານ 519 ລ້ານ ໂດລ້າຣ໌ສະຫະຣັຖ ສ່ວນມູນຄ່າການນໍາເຂົ້າ ປະມານ 564 ລ້ານໂດລ້າຣ໌ສະຫະຣັຖ ແລະ ຂາດດຸນການຄ້າ ປະມານ 45 ລ້ານໂດລ້າຣ໌ສະຫະຣັຖ.
2022-12-22
ມີການສເນີ ໃຫ້ຣັຖບານ ແກ້ໄຂບັນຫາ ການເກັບເງິນ ຄ່າຜ່ານທາງ ທີ່ບໍຣິສັດ ດວງດີ ກໍ່ສ້າງຂົວທາງ ຈຳກັດ ເປັນຜູ້ສັມປະທານ ທາງຫລວງແຫ່ງຊາຕ ຢູ່ແຂວງຈຳປາສັກ ຊຶ່ງໄດ້ສົ່ງຜົນກະທົບ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ຜູ້ໃຊ້ຣົຖໃຊ້ຖົນ ເປັນຈຳນວນຫຼາຍ.
2022-12-21
ແມ່ຍິງບາງຄົນ ທີ່ຖືກຕົວະ ໄປເຮັດວຽກ ຢູ່ ເຂດເສຖກິຈພິເສດ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕ້ອງຖືກບັງຄັບ ໃຫ້ຂາຍໂຕ ແລະ ບາງຄັ້ງ ກໍຖືກກັກຂັງ ຢູ່ໃນຫ້ອງ ບໍ່ໄດ້ກິນເຂົ້າ.
2022-12-21
ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ກ່າວວ່າ ຣັຖບານ ກຳລັງເລັ່ງແກ້ໄຂ ການຄຸ້ມຄອງລາຄາສິນຄ້າ ໂດຍຈະເອົາໃຈໃສ່ ຢ່າງເຂັ້ມງວດ ຂະນະທີ່ ປະຊາຊົນ ຍັງບໍ່ເຫັນວ່າ ຣັຖບານຈະແກ້ໄຂແນວໃດ ຫຼືວິທີໃດ ເພາະທີ່ຜ່ານມາ ເຄີຍບອກວ່າ ຈະແກ້ໄຂ ແຕ່ສະພາບສິນຄ້າ ບໍ່ດີຂຶ້ນ ຊ້ຳພັດຍິ່ງຮ້າຍລົງ.
2022-12-21
ການສົ່ງເງິນ ກັບປະເທດ ຂອງຄົນລາວ ທີ່ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ແມ່ນເປັນລາຍຮັບ ສໍາຄັນ ໃນການສ້າງຄວາມໝັ້ນຄົງ ທາງເສຖກິຈ ແລະຍົກລະດັບ ຄຸນນະພາບຊີວິຕ ຂອງປະຊາຊົນ ພາຍໃນປະເທດ.
2022-12-21
ພະນັກງານພັກ-ຣັຖ ສເນີໃຫ້ກະຊວງການເງິນ ແລະ ກະຊວງພາຍໃນ ເບີກຈ່າຍເງິນເດືອນ ຕາມກໍານົດ ເນືື່ອງຈາກ ສະພາບເສຖກິຈ ໃນປັດຈຸບັນ ຄ່າໃຊ້ຈ່າຍຕ່າງໆແພງຂຶ້ນ, ພະນັກງານຫຼາຍຄົນ ທີ່ອາສັຍແຕ່ເງິນເດືອນ ຈໍາເປັນຕ້ອງໄດ້ກູ້ຢືມ ຈາກບ່ອນອື່ນ ມາໃຊ້ຈ່າຍ ກາຍເປັນບັນຫາ ຕໍ່ເນື່ອງພົວພັນກັນ ໃນສັງຄົມ.
2022-12-20
ເກີດເຫດການ ເຮືອບິນຂອງສາຍການບິນ Lao Airlines ຖ້ຽວບິນ QV924 ແລະ ສາຍການບິນ Air Premia ຂອງເກົາຫລີໃຕ້ ດາດກັນ ຢູ່ສນາມບິນສາກົລ ອິນຊອນ ໃນປະເທດເກົາຫລີໃຕ້ ເຮັດໃຫ້ເຮືອບິນ ຂອງສາຍການບິນລາວ ໄດ້ຮັບຄວາມເສັຍຫາຍ.