ບັນຫາ ຜູ້ໃຊ້ທາງຫຼວງແຫ່ງຊາຕ ແຂວງຈຳປາສັກ ເສັຽເງິນຄ່າຜ່ານທາງ

ໄຊຍາ
2022.12.22
ບັນຫາ ຜູ້ໃຊ້ທາງຫຼວງແຫ່ງຊາຕ ແຂວງຈຳປາສັກ ເສັຽເງິນຄ່າຜ່ານທາງ ຕລາດສົດ ແຂວງຈໍາປາສັກ.
RFA

ໃນກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 07 ທັນວາ ຜ່ານມານີ້ ດຣ. ໄຊບັນດິດ ຣາຊພົນ ສະມາຊິກສະພາແຫ່ງຊາຕ ຈາກເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ສເນີໃຫ້ຣັຖບານກວດກາ ແລະ ແກ້ໄຂບັນຫາການ ເກັບເງິນຄ່າຜ່ານທາງ ທີ່ບໍຣິສັດ ດວງດີ ກໍ່ສ້າງຂົວທາງ ຈຳກັດ ເປັນຜູ້ສັມປະທານ ທາງຫລວງແຫ່ງຊາຕ ຢູ່ແຂວງຈຳປາສັກ ຈາກນະຄອນປາກເຊ ຫາ ເມືອງປາກຊ່ອງ ແລະ ຈາກນະຄອນປາກເຊ ຫາ ດ່ານວັງເຕົ່າ ເມືອງໂພນທອງ ເນື່ອງຈາກ ໄດ້ສ້າງ ຄວາມເດືອດຮ້ອນ ແກ່ປະຊາຊົນຕລອດ ຈົນພະນັັກງານຣັຖ ທີ່ສັນຈອນໄປມາເປັນເວລາດົນແລ້ວ.

ດັ່ງ ດຣ. ໄຊບັນດິດ ຣາຊພົນ ກ່າວໃນຕອນນຶ່ງວ່າ:

ການຜ່ານທາງຫັ້ນ ມັນຍາກລາຍຈ່າຍສູງເນາະ ໂດຍສະເພາະແມ່ນພະນັກງານ ທະຫານ-ຕຳຣວດ ພວກເຮົາທຽວທາງ ທຸກມື້ນີ້ແມ່ນເສັຽເງິນຫລາຍ ແລ້ວ ກາເງິນເດືອນກາໜ້ອຍ ເຮົາເຮັດຈັ່ງໃດ ພິຈາຣະນາຕື່ມເບີ່ງວ່າ ເຮັດແນວໃດໃຫ້ຜູ້ລົງທຶນ ກໍມີລາຍໄດ້ຜູ້ນໍາ ໃຊ້ຫົນທາງພວກເຮົານີ້ ກາສາມາດໃຊ້ໄດ້ເນາະ ຢາກໃຫ້ພິຈາຣະນາເບິ່ງຕື່ມວ່າ ຊິເປັນໄປໄດ້ເຮັດແນວໃດ ກ່ຽວກັບໂຕນີ້ເນາະ.

ທ່ານ ວຽງສະຫວັນ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງວ່າຄວາມຈິງແລ້ວການທີ່ເອກຊົນ ສັມປະທານທາງຫລວງ ແຫ່ງຊາຕ ແລ້ວເກັບເງິນຄ່າຜ່ານທາງ ຈາກປະຊາຊົນນັ້ນແມ່ນເປັນສິ່ງທີ່ບໍ່ຖືກຕ້ອງ ແລະ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນສັນຈອນໄປມາ ຊຶ່ງປັດຈຸບັນຣັຖບານລາວ ກຳລັງຫາແນວທາງແກ້ໄຂ ບັນຫາດັ່ງກ່າວຢູ່ ຊຶ່ງອາຈແກ້ໄຂດ້ວຍຫລາຍວິທີ ເປັນຕົ້ນວ່າ ອາດໂຍະຍານ ໃຫ້ປະຊາຊົນທີ່ຢູ່ໃກ້ຄຽງ ສາມາດສັນຈອນ ໄປມາໂດຍບໍ່ເສັຽຄ່າຜ່ານທາງ ຫລື ໃຫ້ບໍຣິສັດເອກຊົນກໍ່ສ້າງ ທາງຄູ້ຂະໜານຂຶ້ນມາໃໝ່ ແລ້ວຈຶ່ງເກັບຄ່າຜ່ານທາງ ສຳລັບຜູ້ທີ່ສັນຈອນໄປ-ມາ.

ກ່ຽວກັບເຣື່ອງນີ້ ຊາວລາວຫລາຍຄົນ ໂດຍສະເພາະຜູ້ທີ່ຂັບຣົຖຜ່ານ ໄປມາຢູ່ທາງຫລວງແຫ່ງຊາຕດັ່ງກ່າວ ແລະ ຖືກເກັບເງິນຄ່າຜ່ານທາງ ຢູ່ເລື້ອຍໆ ກໍເຫັນວ່າ ເປັນເຣື່ອງຍາກທີ່ຈະມີ ການແກ້ໄຂ ບໍ່ໃຫ້ມີການເກັບເງິນ ຄ່າຜ່ານທາງເລີຍ ຍ້ອນບໍ່ມີພາກສ່ວນໃດ ທີ່ຈະແກ້ໄຂບັນຫາດັ່ງກ່າວ ແບບຈິງຈັງ.

ດ່ັງຊາວລາວ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ທັນວາ ນີ້ວ່າ:

ບໍ່ບໍ່ແກ້ໆ ບໍ່ໄດ້ແກ້ໄຂປະໄວ້ເລີຍ ແລ້ວສັນຍາ ແລ້ວທັງໄປ ທັງກັບເບາະ ເຮົານັບຈາກປາກເຊ ຫາ ປາກຊ່ອງ ກາປະມານ 6 ໝື່ນກີບ 100 ກ່ວາບາທ.

ຊາວລາວອີກທ່ານນຶ່ງ ກ່າວວ່າ ໃນໄລຍະທີ່ຜ່ານມາ ທ່ານເອງກໍເຄີຍໄດ້ຍິນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະມີການແກ້ໄຂບັນຫາ ການເກັບເງິນຄ່າຜ່ານທາງ ແຕ່ຜ່ານໄປເປັນເວລາດົນເຕີບແລ້ວ ກໍຍັງບໍ່ທັນມີການແກ້ໄຂເທື່ອ ຊຶ່ງສຳລັບທ່ານເອງ ຢາກໃຫ້ຍົກເລີກການເກັບເງິນຄ່າຜ່ານ ທາງດັ່ງກ່າວ ຍ້ອນເປັນທາງຫລວງແຫ່ງຊາຕ ທີ່ປະຊາຊົນສາມາດ ນຳໃຊ້ໄດ້ ແບບບໍ່ຕ້ອງເສັຽເງິນ ຄ່າຜ່ານທາງ.

ດັ່ງທ່ານໄດ້ກ່າວວ່າ:

ໂອ ບໍ່ໃຫ້ເກັບເງິນຫັ້ນບໍ່ ບໍ່ຕິຄືຂ້ອຍກາເຫັນເກັບ ຢາກໃຫ້ແກ້ໄຂ ຢາກໃຫ້ເຊົາເກັບເງິນໜ້າດ່ານ ໄປ-ກັບ ກາແສນນຶ່ງ ມັນກາຕົກຢູ່ 200 ບາທ ຈາກເມືອງປາກຊ່ອງຫັ້ນ ມັນກາຕົກຢູ່ 6 ໝື່ນ.

002.JPG
ແຜນທີ່ເສັ້ນທາງ ຈາກປາກເຊ ຫາ ປາກຊ່ອງ (Google).

ສ່ວນຜູ້ປະກອບການ ຂັບຣົຖນໍາທ່ຽວ ຢູ່ແຂວງຈຳປາສັກ ທ່ານນຶ່ງກ່າວວ່າ ຄັນບໍ່ສາມາດຍົກເລີກເກັບເງິນ ຄ່າຜ່ານທາງດັ່ງກ່າວໄດ້ ກໍຢາກໃຫ້ມີການຫລຸດອັຕຣາ ເກັບເງິນດັ່ງກ່າວ ເພື່ອເປັນການຫລຸດຜ່ອນ ຄ່າໃຊ້ຈ່າຍ ຂອງປະຊາຊົນ ເນື່ອງຈາກຜູ້ໃຊ້ຣົຖຫລາຍຄົນ ກໍຕ້ອງເສັຽຄ່ານໍ້າມັນ ແລະ ຄ່າສ້ອມແປງ ບຳລຸງຣົຖຢູ່ແລ້ວ.

ດັ່ງທ່ານໄດ້ກ່າວວ່າ:

ເກັບຄ່າທາງນັ້ນບໍ່ ເພິ່ນຍັງເກັບເລື້ອຍໆຢູ່ໄດ ລະເອີ ໃນໃຈກາຢາກໃຫ້ຫລຸດພົ້ນແຫລະເນາະ ເພິ່ນເກັບໝົດ ຕັ້ງແຕ່ວັງເຕົ່າລົງມາ ຫາປາກເຊ ເພິ່ນກໍເກັບ ຫາປາກຊ່ອງເພິ່ນກາເກັບ ຣົຖຕູ້ນີ້ ປະມານ ໄປ-ກັບ ຫັ້ນ 200 ບາທ ຈາກດ່ານວັງເຕົ່າ.

ວິຊາການ ທ່ານນຶ່ງ ກໍຢາກໃຫ້ບໍຣິສັດ ດວງດີກໍ່ສ້າງ ຂົວທາງ-ຈຳກັດ ຫລຸດລາຄາເກັບເງິນ ຄ່າຜ່ານທາງດັ່ງກ່າວ ພ້ອມທັງອອກແຈ້ງການ ໃຫ້ສັງຄົມໄດ້ຮັບຮູ້ ຈະມີການເກັບເງິນ ຄ່າຜ່ານທາງດັ່ງກ່າວ ຈັກປີ ແລະ ແຕ່ລະປີ ຈະເພີ່ມຄ່າຜ່ານທາງ ເປັນຈຳນວນເທົ່າໃດ ເພື່ອໃຫ້ບັນດາ ຜູ້ໃຊ້ຣົຖໄດ້ຮັບຊາບ ແລະ ທ່ານເອງກໍບໍ່ເຊື່ອວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະສາມາດແກ້ໄຂ ບັນຫາດັ່ງກ່າວ ໃນໝໍ່ໆນີ້.

ດັ່ງທ່ານ ກ່າວວ່າ:

ຫລຸດລາຄາລົງ ແລ້ວກໍກຳນົດເວລາຊັດເຈັນວ່າ ຊິເກັບໄປຮອດປີໃດ ຈັ່ງຊີ້ນ່າ ປະຊາຊົນເຮົາ ບໍ່ຮູ້ເດ້ວ່າ ຊິຮອດປີໃດໆ ມີແຕ່ວ່າເສັຽຕລອດ ດ້ານການທີ່ວ່າ ຍົກເລີກກາບໍ່ວ່າເນາະ ມັນຢູ່ໃນຂັ້ນຕໍ່າກ່ວານີ້ ວ່າຊັ້ນສະ.

ຕໍ່ບັນຫາດດ່ັງກ່າວ ວິທຍຸ ເອເຊັຽ ເສຣີໄດ້ພະຍາຍາມຕິດຕໍ່ ໄປຫາ ບໍຣິສັດ ດວງດີ ກໍ່ສ້າງຂົວທາງ ຈຳກັດ ເພື່ອສອບຖາມ ຣາຍລະອຽດ ເພີ່ມຕື່ມ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້.

ເມື່ອປີ 2017 ທີຜ່ານມານັ້ນ ບໍຣິສັດ ດວງດີ ກໍ່ສ້າງຂົວທາງ ຈຳກັດ ເຄີຍໄດ້ອອກມາຊີ້ແຈງວ່າ ກ່ອນທີ່ທາງບໍຣິສັດ ຈະມີການເກັບເງິນ ຄ່າຜ່ານທາງນັ້ນ ກໍໄດ້ຜ່ານການສົມທົບ ກັບກະຊວງໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍ ກະຊວງແຜນການ ແລະການລົງທຶນ ແລະ ທາງແຂວງຈຳປາສັກ ຊຶ່ງອັຕຣາການຄິດໄລ່ ເກັບເງິນດັ່ງກ່າວ ແມ່ນຄິດໄລ່ ໂດຍຄະນະກັມມະການ ທີ່ກ່ຽວຂ້ອງ ຂອງຣັຖບານ. ອີງຕາມການຣາຍງານ ຂອງສຳນັກຂ່າວ ເສຖກິຈການຄ້າ ເມື່ອເດືອນຕຸລາປີ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.